ຈີນ​ຈະ​ເພີ່ມ​ທະວີ​ການ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ

(GMT+08:00) 2009-12-21 16:42:12     cri


ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ສູນ​ກາງ​ຈີນ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ໄດ້​ຊີ້​ອອກ​ວ່າ, ຈຸດ​ສຸມ​ຂອງ​ວຽກ​ງານ​ເສດຖະກິດ​ຈີນ​ໃນ​ປີຫນ້າ​ແມ່ນ​ທຳ​ຄວາມ​ພະ​ຍາ​ຍາມ​ໃນ​ດ້ານ​ຫັນປ່ຽນ​ຮູບ​ການ​ພັດ​ທະ​ນາ,​ເຮັດ​ໃຫ້​ການ​ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ຫມັ້ນ​ທ່ຽງ​ແລະ​ວ່ອງ​ໄວ​ກັບ​ການ​ເລັ່ງລັດ​ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ປະ​ສົມ​ປະ​ສານ​​ເປັນ​ເອກະ​ພາບ​ກັນ​ຢ່າງ​ແທ້​ຈິງ.​ນັກ​ວິ​ຊາ​ການ​ຊີ້​ອອກ​ວ່າ, ​ເພື່ອ​ຊຸກ​ຍູ້​ການ​ຫັນປ່ຽນ​ຮູບ​ການ​ພັດ​ທະ​ນາ,​ປີ​ຫນ້າ,​ຈີນ​ຕ້ອງ​ເພີ່ມ​ທະ​ວີ​ການ​ປັບປຸງ​ໂຄງ​ປະກອບ​ເສດ​ຖະ​ກິດ, ສືບ​ຕໍ່​ຊຸກ​ຍູ້​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ.

​ໃຕ້​ສະພາບ​ທີ່​ວິ​ກິດ​ການ​ການ​ເງິນ​ສາກົນ​ກະທົບ​ຢ່າງ​ຫນັກຫນ່ວງ,ປີ 2009, ​ການ​ເຮັດ​ໃຫ້ເປົ້າ​ຫມາຍ​ເສດຖະກິດ​ຈີນເຕີບ​ໂຕ 8% ​ໃນ​ຫມົດ​ປີ​ນີ້​ ​ບັນລຸ​ຜົນ​​ເປັນ​ຈິງ​ໄດ້​ໃນ​ຂັ້ນພື້ນຖານ​ແມ່ນ​ເລື່ອງ​ທີ່​ບໍ່​ຕ້ອງ​ເປັນ​ຫ່ວງ​ແລ້ວ,​ແຕ່​ກໍ່​ຄວນ​ເຫັນ​ວ່າ,​ກຳ​ລັງ​ທີ່​ຊຸກ​ຍູ້​ເສດ​ຖະ​ກິດ​ຈີນ​ຟື້ນ​ຕົວ​ຄືນ​ມາ​ຍັງ​ບໍ່​ພຽງພໍ​ປານ​ໃດ, ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​​ໂຄງ​ປະ​ກອບ​ຍັງ​ພົ້ນ​ເດັ່ນ​ຢູ່,​ສະ​ນັ້ນ, ຈີນ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ, ປັບປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແມ່ນ​ເລື່ອງ​ທີ່​ຊັກ​ຊ້າ​ບໍ່​ໄດ້,​ປີ​ຫນ້າ, ​ເສດ​ຖະ​ກິດ​ຈີນ​ຄວນ​ບັນລຸ​ການ​ເຕີບ​ໂຕ​ທາງ​ຄຸນ​ນະ ພາ​ບ​ແລະ​ດ້ານ​ປະ​ລິ​ມານ​ພ້ອມ​ກັນ.

​ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ປັບປຸງ​​ໂຄງ​ປະກອບ​ເສດຖະກິດ,ທ່ານ​ໂຈ່​ວຕ້າ​ຕີ້, ນັກ​ຄົ້ນຄວ້າຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ພະ​ລັງ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ເຫັນ​ວ່າ,​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ລະບາຍ​ກາກ​ບອນ​ຕ່ຳ​ນັ້ນ​ແມ່ນ​ຈຸດ​​ເນັ້ນ​ຫນັກ​ຂອງ​ການ​ປັບ​ປຸງ​ໂຄງ​ປະ​ກອບ,​ລັດ​ຖະ​ບານ​ຈີນ​ອາດ​ຈະ​ເພີ່ມ​ຄວາມ​ແຮງ​ໃນ​ການ​ຫລຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​​ແກ້ວ,​ພັດ​ທະ​ນາ​ພະ​ລັງ​ງານ​ທົດ​ແທນ​ແລະ​ແກ້​ໄຂ​ການ​ເຊື່ອມ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ.

"ສູນ​ກາງ​ຈີນ​ເນັ້ນໜັກ​ການ​ປັບປຸງມາ​ຕະຫຼອດ,ຄື:ວິທີ​ການ​ພັດທະນາ​ຄວນ​ປັບປຸງ,​ໂຄງປະ ກອບ​ເສດຖະກິດ​ຄວນ​ປັບ​ປຸງ,​ຈົນ​​ສະ​ເໜີ​ວ່າ,​ພວກ​ເຮົາ​ບໍ່​ຄວນ​ຖື​ການ​ໃຫ້​GDP​ເຕີບ​ໂຕ​ດ້ວຍ​ຈັງ​ຫວະ​ໄວ​ເປັນ​​ເປົ້າ​ໝາຍ.​ທັງ​ໝົດ​ເຫຼົ່າ​ນີ້​ພໍ​ດີ​ເປັນ​ເອ​ກະ​ສັນ​ກັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກາກ​ບອນ​ດີ​ອອກ​ຊິດ​ຕ່ຳ."

ອີງ​ຕາມ​ເປົ້າໝາຍ​ຫຼຸດການ​ລະບາຍ​ອາຍ​ພິດ​ເຮືອນ​​ແກ້ວ​ຂອງ​ລັດຖະບານ​ຈີນ,ຮອດ​ປີ 2020,ການ​ລະບາຍ​ກາກ​ບອນ​ດີ​ອອກ​ຊິດ​ຕໍ່​ຫົວ​ໜ່ວຍ​GDP​ຂອງ​ຈີນ​ຈະ​ຫຼຸດ​ລົງ​40​ຫາ​45%​ເມື່ອ​ທຽບ​ໃສ່​ປີ2005.ກອງ​ປະຊຸມ​ວຽກ​ງານ​ເສດ​ຖະ​ກິດ​ຂອງ​ສູນ​ກາງ​ຈີນ​ກໍ​ສະ​ເໜີ​ອອກ​ມາ​ເປັນ​ພິ​ເສດ​ວ່າ,​ຈີນ​ຈະ​ຊຸກ​ຍູ້​ການ​ປະ​ຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ,​ດຳ​ເນີນ​ການ​ທົດ​ລອງ​ເສດ​ຖະ​ກິດ​ກາກ​ບອນ​ດີ​ອອກ​ຊິດ​ຕ່ຳ​ຢູ່​​ບາງ​ທ້ອງ​ຖິ່ນ,​ພະ​ຍາ ຍາມ​ຄວບ​ຄຸມ​ການ​ລະ​ບາຍ​ອາຍ​ພິ​ດ​ເຮືອນ​ແກ້ວ.​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກາກ​ບອນ​ດີ​ອອກ​ຊິດ​ຕ່ຳ.

ເພື່ອ​ຊຸກຍູ້​ການ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ,ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ຂອງ​ສູ​ນກາງ​ຈີນ​ຍັງ​ສະ​ເໜີ​ຢ່າງ​ຈະ​ແຈ້ງ​ວ່າ,​ຈະ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່​ທີ່​ມີ​ລັກ​ສະ ນະ​ຍຸດ​ທະ​ສາດ.

ຜູ່​ຊ່ຽວຊານ​ທັງຫຼາຍຍັງ​ຊີ້​ອອກ​ວ່າ,ຈຸດ​​ເນັ້ນໜັກ​ອີກ​ອັນ​ໜຶ່ງ​ຂອງ​ນະ​ໂຍບາຍ​ປັງ​ປຸງ​​ໂຄງ​ປະ ກອບ​ເທື່ອ​ນີ້​ແມ່ນ​ຫັນ​ປ່ຽນ​ຮູບ​ແບບ​ອັນ​ເກົ່າ​ທີ່​ອາ​ໄສ​ການ​ສົ່ງ​ອອກ​ແລະ​ການ​ລົງທຶນ​ມາ​ຊຸກຍູ້​​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕນັ້ນ​ໃຫ້​ກາຍ​ເປັນ​ການ​ໃຊ້​ການ​ບໍ​ລິ​ໂພກ ລົງ​ທຶນ​ແລະ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​​ໄປ​ຄຽງ​ຄູ່​ກັນ​​ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ.​ປະ​ຈຸ​ບັນ​ນີ້,​ຈີນ​ແມ່ນ​ອົງ​ກອນ​ເສດ​ຖະ​ກິດ​ໃຫຍ່​ທີ​ສາມ​ຂອງ​ໂລກ,​ແຕ່​ລາຍ​ຈ່າຍ​ສຳ​ລັບ​ການ​ບໍ​ລິ​ໂພກ​ຂອງ​ສ່ວນ​ບຸກ​ຄົນ​ກວມ​ບໍ່​ຮອດ​40%​ຂອງ​GDP,​ສ່ວນ​ລາຍ​ຈ່າຍ​ການ​ບໍລິ​ໂພ​ກຂອງ​ອົງ​ກອນ​ເສດ​ຖະ​ກິດ​ທີ່​ອ່າວ​ໃຫຍ່​ອື່ນໆ​ພັດ​ກວມ​60%​ຫຼື​ວ່າ​ຫຼາຍ​ກວ່າ​ນັ້ນ​ໃນ​GDP.

ປີ​ນີ້, ລັດຖະບານ​ຈີນ​ໄດ້​ເລີ່​ມປະຕິບັດ​ນະ​ໂຍບາຍ​ທີ່​ຊຸກຍູ້​ປະຊາຊົນ​ບໍລິ​ໂພ​ກ​ເພື່ອ​ເຮັດ​ໃຫ້​​ໂຄງ​ປະກອບ​ເສດ​ຖະ​ກິດ​ປ່ຽນ​ແປງ​ແລະ​ໄດ້​ຮັບ​ໝາກຜົນ​ຢ່າງ​ເດັ່ນ​ຊັດ. ນາງ​ໂຈ່​ວສ້ຽວ​ເລ, ນັກ​ເສດ​ຖະ​ສາດ​ທີ​ໜຶ່ງ​ຂອງ​ບໍ​ລິ​ສັດ​ຫຼັກ​ຊັບ​ອິນ​ເຫີ​ເຫັນ​ວ່າ,​ປີ​ໜ້າ,​ ຮູບ​ການ​ທີ່​ກະ​ຕຸ້ນ​ການ​ບໍ​ລິ​ໂພກ​ຢູ່​ພາຍ​ໃນ​ປະ​ເທດ​ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ນັ້ນ​ດຳ​ເນີນ​ຕໍ່​ໄປ.

"ການ​ປັບປຸງ​​ໂຄງ​ປະກອບ​ເສດຖະກິດ​ກ່ອນ​ອື່ນ​ຕ້ອງ​ຈັດ​ໂຄງ​ປະກອບ​ມະຫາ​ພາກ​ໃຫ້​ກັນ. ຕົວຢ່າງ​ວ່າຮູບ​ການ​ເສດ​ຖະ​ກິດ​ເຕີບ​ໂຕ, ​ໃນ​ເມື່ອ​ກ່ອນ​ພວກ​ເຮົາ​ແມ່ນ​ຖື​ການ​ລົງ​ທຶນ​ເປັນ​ຕົ້ນ​ຕໍ,​ປັດ​ຈຸ​ບັນ​ພວກ​ເຮົາ​ຕ້ອງ​ປ່ຽນ​ວິທີ​​ເຮັດ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ, ​ຄວນ​ເຮັດ​ໃຫ້​ການ​ບໍລິ​ໂພ​ກ, ການ​ລົງ​ທຶນ​ແລະ​ຂາ​ເຂົ້າ​ຂາ​ອອກ​ຕ້ອງ​ພັດ​ທະ​ນາ​ໄປ​ຄຽງ​ຄູ່​ກັນ, ສະ​ນັ້ນ​ກອງ​ປະຊຸມ​ວຽກ​ງານ​ເສດ​ຖະ​ກິດ​ສູນ​ກາງ​ຊີ້​ອອກ​ວ່າ, ​ໃນ​ເວລາ​ໃຫ້​ພວກ​ເຮົາ​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ພາຍ​ໃນ​ນັ້ນ​ສຳ​ຄັນ​ແມ່ນ​ກະ​ຕຸ້ນ​ໃຫ້​ການ​ບໍ​ລິ​ໂພກ​ເພີ່ມ​ຂຶ້ນ, ​ເພາະວ່າ​ເຮັດ​ແບບ​ນີ້​ຈະ​ມີ​ລັກ​ສະ​ນະ​ຕໍ່​ເນື່ອງ​ຫຼາຍ​ກວ່າ,​ຄວາມ​ຄິດ​ແບບ​ບນີ້​ແມ່ນ​ຈະ​ແຈ້ງ​ທີ່​ສຸດ,​ສະ​ນັ້ນ​ໃນ​ອະ​ນາ​ຄົດ​ນະ​ໂຍບາຍ​ກະ​ຕຸ້ນ​ໃຫ້​ການ​ບໍລິ​ໂພກ​ເພີ່​ມ​ຂຶ້ນ​ຈະ​ມີ​ການ​ເຈັ້ນ​ໜັກ​ຫຼາຍ​ກວ່າ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ