ຂໍ້​ຕົກ​ລົງ​ໂກ​ເປັນ​ຮາກ​​ມີ​ຄວາມ​ໝາຍ​ຕັ້ງ​ໜ້າ​ແມ່ນ​ປະ​ຕິ​ເສດ​ບໍ່​ໄດ້

(GMT+08:00) 2009-12-25 16:19:34     cri
ຕາມ​ຂ່າວສານ​ຊິນ​ຮວາ:​ກອງ​ປ​ະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່ຈັດ​ຂຶ້ນ​ໂກ​ເປັນ​ຮາກ​ໄດ້​ອັດ​ລົງ​ພາຍ​ຫຼັງ​ການ​ໂຕ້​ຖຽງ​ກັນ​ຢ່າງ​ດຸ​ເດືອດ.​ແຕ່​ວ່າ,ມາ​ຮອດ​ປະຈຸ​ບັນ​,ສຽງ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຍັງ​ບໍ່​ສຸດ​ສ້ຽງ​ເທື່ອ,​​ໂດຍ​ສະ​ເພາະ​ແມ່ນ​ຂໍ້​ຕົກລົງ​ໂກ​ເປັນຮາກ,ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຈາກ​ປະ​ເທດ​ແລະ​ອົງ​ການ​ສາ​​ກົນ​ຈຳ​ນວນ​ບໍ່​ໜ້ອຍ,​ທັງ​​ແຕ່​ກໍ​ພາ​ໃຫ້​ບາງ​ປະ​ເທດ​ຮູ້ສຶກ​ບໍ່ພໍ​ໃຈ.​ແຕ່​ຄວນ​ຮັບ​ຮູ້​ວ່າ,​ຂໍ້​ຕົກ​ລົງ​ໂກ​ເປັນ​ຮາກ​ໄດ້​ຍຶດ​ໝັ້ນ​ຫຼັກ​ການ​ຂອງ​"ສົນ​ທິ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ"​ແລະ​"ອະ​ນຸ​ສັນ​ຍາ​ກຽວ​ໂຕ",​ເນັ້ນ​ຫຼັກ ການ​​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ແລະ​ແຕ່​ຮັບ​ຜິດ​ຊອບ​ຕ່າງ​ກັນ​ລະຫວ່າງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,​ໄດ້​ປົກ​ປັກ​ຮັກ​ສາ​ການ​ໃຊ້"​ລະ​ບົບ​ສອງ​ຊ່ອງ​ທາງ"​​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ເປັນ​ເສັ້ນ​ພື້ນ​ຖານ​ຂອງ​ການ​ເຈ​ລະ​ຈາ,​ເຕືອນ​ໃຫ້​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ບັງ​ຄັບ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ແລະ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ແລະ​ເຕັກ​ນິກ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ.​ການ​ບັນ​ລຸ​ຂໍ້​​ຕົກ​ລົງ​ນີ້​ແມ່ນຍ້ອນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ທັງ​ຫຼາຍ,​ເຊິ່ງ​ລວມ​ທັງ​ຈີນ​ທີ່​ຍຶດ​ໝັ້ນ​ຫຼັກ​ການ​ແລະ​ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ.

ກໍ່​ຍ້ອນ​ວ່າ​ເປັນ​ແນວ​ນີ້, ຂໍ້​ຕົກລົງ​ໂກ​ເປັນ​ຮາກ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ໂລກ​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ​ທັງຫລາຍ.ວັນ​ທີ 21 ທັນວາ​ນີ້, ທ່ານ​ບານ​ກີ​ມູນ, ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ກອງ​ປະຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ສູງ, ​ແມ່ນ​ບາດກ້າວສຳຄັນ​ທີ່​ກ້າວ​ໄປ​ສູ່​ທິດ​ທີ່​ຖືກຕ້ອງ,ຂໍ້​ຕົກລົງ​ໂກ​ເປັນ​ຮາກ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ທົ່ວ​ໂລກ​ເຊັນ​ສັນຍາ​ທີ່​ຈຳກັດ​ແລະ​ຫລຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ທີ່​​ເປັນ​ຮູບ​ປະ​ທຳສະບັບ​ທຳ​ອິດ​ໃນ​ຕໍ່​ຫນ້າ.ວັນ​ທີ 22 ທັນວາ​ນນີ້, ອົງການ​ພະລັງງານ​ປະລະມານູ​ສາກົນ​​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ, ​ໂດຍ​ເຫັນ​ວ່າ​ສັນຍາ​ນີ້​ໄດ້​ໃຫ້ການ​ຊີ້​ນຳ​ແກ່​ການ​ເຈລະຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ບາດກ້າວ​ຕໍ່​ໄປ.

ຄັນ​ຊັ້ນ, ຄວາມ​ບໍ່ພໍ​ໃຈ​ຕໍ່​ຂໍ້​ຕົກລົງ​ໂກ​ເປັນ​ຮາກ​ແມ່ນ​ມາ​ຈາ​ກໃສ​ແທ້?​ເມື່ອ​ຫວນ​ຄືນ​ຂະ​ບວນການ​ທີ່ລະ​ອິດລະ​ອ້ຽວ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້, ຫລາຍຝ່າຍ​ກໍ່​ເຂົ້າ​ໃຈ​ແລ້ວ​ວ່າ, ຄວາມ​ບໍ່​ເຫັນ​ດີ​ຕົ້ນຕໍ​ແມ່ນ​ມາ​ຈາກ​ສອງ​ດ້ານ​ຄື:ດ້ານ​ທີ​ຫນຶ່ງ​ແມ່ນ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ຈຳນວນ​ຫນຶ່ງ​ໄດ້​ຖືກກອງ​ປະຊຸມ​ເທື່ອ​ນີ້​ເປັນ​ໂອກ​າດ​ໂຍນ​ພັນທະ​ຂອງ​ຕົນ​ໃຫ້​ແກ່​ຜູ່​ອື່ນ, ບັງຄັບ​ໃຫ້​ປະ​ເທດ​ທີ່​ພວມ​ພັດທະນາ​ແບກ​ຫາບ​ພັນທະ​ທີ່​ບໍ່​​ເຫມາະ​ສົມ, ​ແຕ່​ການ​ເຊັນ​ຂໍ້​ຕົກລົງດັ່ງກ່າວ​ໄດ້​ທຳລາຍ​ເຈດ​ຈຳນົງ​ນີ້,​ສະນັ້ນ, ​ເຂົ້າ​ເຈົ້າບໍ່​ພຽງ​ແຕ່​ບໍ່​ຮັບຮອງ​ຈຸດ​ດີ​ຂອງ​ຂໍ້​ຕົກລົງ​ນີ້,​ແຕ່ຍັງ​ກ່າວ​ໂຈມ​ຕີປະ​​ເທດ​ທີ່​ພວມ​ພັດທະນາ​ທີ່​​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ຈົນ​ກ້າວ​ເຖິງ​ຂັ້ນ​ເຊັນຂໍ້​ຕົກລົງນີ້.ອີກ​ດ້ານ​ຫນຶ່ງ, ປະ​ເທດ​ຈຳນວນ​ຫນຶ່ງ​ຫວັງ​ຢາກ​ໃຫ້​ກອງ​ປະຊຸມ​ເທື່ອ​ນີ້​ແກ້​ໄຂ​ກາ​ນປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ການ​ພັດທະນາ, ​ແຕ່ຂໍ້​ຕົກລົງ​ໂກ​ເປັນ​ຮາກຕອບ​ສະ​ຫນອງບໍ່​ໄດ້​ຕາມ​ຄວາມ​ຫວັງ​ຂອງ​ເຂົາ​ເຈົ້າ.

ສິ່ງ​ທີ່​ຄວນ​​ເຫັນ​ນັ້ນ​ແມ່ນ, ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ແລະ​ລະດັບ​ຊີວິດ​ການ​ເປັນ​ຢູ່​​ແມ່ນ​ຕິດ​ແທດ​ຕົວ​ຈິງ, ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ພື້ນຖານຂອງ​ປະ​ເທ​ດຕ່າງໆ. ສະ​ນັ້ນ, ​ເສັ້ນທາງ​ທີ່​ມະນຸດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ບໍ່​ເຄີຍ​ສະດວກ​ເລີຍ. ກໍ​ຄື​ຄວາມ​ເວົ້າ​ຂອງທ່ານ​ອາລີ ທຼິກີ, ປະທານ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ສະ​ໄໝທີ 64, ການ​ເຊັນ"ຂໍ້​ຕົກລົງ​ໂກ​ເປັນ​ຮາກ"​​ແມ່ນ​ຂີດ​ໝາຍ​ສຳຄັນ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ​ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຂອງ​ສະຫະ​ປະຊາ​ຊາດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ. ​ເຖິງ​ວ່າ​ບາງ​ປະ​ເທດ​ບໍ່ພໍ​ໃຈ​ປານ​ໃດ​ຕໍ່​ໝາກຜົນ​ຂອງ​ກອງ​ປະຊຸມກໍ່ຕາມ, ​ແຕ່​ວ່າ​ພວກ​ເຣົາຕ້ອງ​ເບິ່ງ​ຍັນ​ຫາໝາກຜົນ​ຂອງ​ການປະຊຸມ​ດ້ວຍ​ທ່າ​ທີ​ທີ່​ຕິດ​ແທດ​ຕົວ​ຈິງ, ນີ້​ແມ່ນ​ໝາກຜົນ​ທີ່​​ໄດ້​ຮັບ​ຫຼັງ​ຈາກ​ການ​ເຈລະຈາ​ດ້ວຍ​ຄວາມ​ລຳບາກ​ຂອງ​ຝ່າຍ​ຕ່າງໆ. ມັນ​ມີ​ຄວາມ​ໝາຍ​ທີ່​ຕັ້ງໜ້າ​ຢ່າງ​ແທ້​ຈິງ.

ສິ່ງ​ທີ່​ສາມາດ​ຄາດ​ໄດ້​ນັ້ນກໍ​ຄື, ການ​ເຈລະຈາ​ກ່ຽວ​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ຫຼັງກອງ​ປະຊຸມ​ໂກ​ເປັນ​ຮາກຍິ່ງ​ຈະ​ສັບ​ສົນ​ແລະ​ຫຍຸ້ງຍາກ​ກວ່າ​ເກົ່າ. ​ແຕ່​"ຂໍ້​ຕົກລົງ​ໂກ​ເປັນ​ຮາກ"​ໄດ້​ສະໜອງ​ຈຸດ​ເລີ່​ມຕົ້ນ​ໃໝ່​ໃຫ້​ແກ່​ການ​​ເຈຈລະ​ຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂລກ​ຕື່ມ​ອີກ. ຂໍ​ແຕ່​ປະ​ເທດ​ຕ່າງໆ​ສາມາດ​ສະ​ແດງ​ຄວາມ​ປາດ​ຖະໜາ​ການ​ເມືອງ, ​ເອົາ​ໃຈ​ໃສ່​ນຳ​ຄວາມ​ສົນ​​ໃຈ​ຂອງ​ຜູ້​ອື່ນ, ​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້ທີ່​ຄື​ກັນ​ຢ່າງ​ວ່ອງ​ໄວ​ແລ້ວ, ກໍ​ສາມາດ​ເລີ່​ມຈາກ​ຈຸດ​ເລີ່​ມຕົ້ນ​ດັ່ງກ່າວ, ຊອກ​ຫາທາງ​ເສັ້ນໜຶ່ງ​ທີ່​ສາມາດ​ຊຸກຍູ້​ການ​ເຈລະຈາ​ຢ່າງມີ​ປະສິດທິ​ຜົນ. ​ເບິ່ງ​ຈາກ​ດ້ານ​ນີ້​ແລ້ວ, ຄວາ​ມໝາຍ​ອັນ​ຕັ້ງໜ້າ​ຂອງ"ຂໍ້​ຕົກລົງ​ໂກ​ເປັນ​ຮາກ"​ແມ່ນ​ປະຕິ​ເສດບໍ່​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ