ເຂດ​ການ​ຄ້າ​ເສ​ລີ​ຈີນ​-ອາ​ຊຽນ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສອງ​ຝ່າຍ

(GMT+08:00) 2009-12-29 17:36:20     cri

ວັນ​ທີ 1 ມັງກອນ​ປີ 2010 ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈະ​ສ້າງ​ສຳ​ເລັດ​ຢ່າງ​ເປັນທາງ​ການ. ວັນ​ທີ 29 ທັນວາ​ນີ້ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈ່າງ​ເຄີ້ນິງ, ທີ່​ປຶກສາ​ການ​ຄ້າ​ຂອງ​ກົມ​ສາກົນ​ຂອງ​ກະຊວງ​ການ​ຄ້າ​ຈີນ​ແລະ​ທ່ານ​ວະຣາວຸດ ຊຸ​ວິຣຸດ, ລາຊະທູດ​ໄທ​ປະຈຳ​ຈີນ​​ໄດ້ຮ່ວມ​ກັນ​ກ່າວ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນທີ່​ຈະ​ສ້າງ​ສຳ​ເລັດ​ນັ້ນ​ຈະອຳ​ນວຍຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສອງ​ຝ່າຍ, ຊຸກຍູ້​ໃຫ້​ເສດຖະກິດ​ຂອງ​ສອງ​ຝ່າຍ​​ເຕີບ​ໂຕ. ຕໍ່​ໄປ​ເຊີນ​ຟັງ​ລາຍລະອຽດ:

​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແມ່ນ​ເຂດ​ການ​ຄ້າ​ເສລີ​ແຫ່ງ​ທຳ​ອິດ​ທີ່​ຈີນ​ເຈລະຈາ​ກັບ​ຕ່າງປະ​ເທດ, ​ແລະກໍ​ແມ່ນ​ເຂດ​ແຫ່ງ​ຄ້າ​ເສລີ​ເຂດ​ທຳ​ອິດ​ຂອງ​ອາ​ຊຽນທີ່ເຈລະຈາ​​ເປັນ​ກຸ່ມກັບ​ຕ່າງປະ​ເທດ, ພາຍ​ຫຼັງ​ເຂດ​ການ​ຄ້າ​ເສລີ​ສ້າງ​ສຳ​ເລັດ​ແລ້ວ​ຈະ​ກວມ​ປະຊາກອນ 1 ຕື້ 900 ລ້ານ​ຄົນ, ກາຍ​ເປັນ​ເຂດ​ການ​ຄ້າ​ເສລີ​ໃຫຍ່ອັນດັບ 3 ​ໃນ​ໂລກ. ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ທັນວາ, ທ່ານ​ຈ່າງ​ເຄີ້ນິງ, ທີ່​ປຶກສາ​ການ​ຄ້າ​ຂອງ​ກົມ​ສາກົນ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ພາຍຫຼັງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນສ້າງ​ສຳ​ເລັດ​ແລ້ວ, ສິນຄ້າ​ຂອງສອງ​ຝ່າຍ​ຈະ​ບໍ່​ເກັບ​ພາສີ​ເລີຍ​ໂດຍ​ພື້ນຖານ.

​ໃນ​ເວລາ​ກ່າວ​​ເຖິງ​​ເລື່ອງຫຼຸດ​ພາສີ​ໃຫ້ຕ່ຳ​ລົງ​ຢ່າງ​ຫຼວງ​ຫຼາຍແລະ​ເພີ່ມ​ສິນຄ້າ​ຂາ​ເຂົ້າ​ໃຫ້ຫຼາຍ​ຂຶ້ນ​ ອາດ​ຈະສ້າງ​ຜົນ​ກະທົບຕໍ່​ການ​ຜະລິດ​ຂອງ ອຸດສາຫະກຳ​ຂອງ​ປະ​ເທດ​ຕົນ​ລະຫວ່າງ​ຈີນ​ກັບອາ​ຊຽນຫຼື​ບໍ່​ນັ້ນ, ​ເຈົ້າ​ຫນ້າ​ທີ່​ຜູ່​ນີ້​ກ່າວ​ວ່າ, ລະຫວ່າງ​ຈີນກັບປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ ມີ​ອຸດສາຫະກຳທີ່ຊ່ອຍ​ຊູ​ຍູ້​ຫນູນ​ກັນຢ່າງ​ຫຼວງ​ຫຼາຍ, ​ໂຄງ​ປະກອບ​ຜະລິດ​ຕະພັນ​ທີ່ສົ່ງ​ອອກ​ກໍ່​ຕ່າງ​ກັນ​ໃນ​ລະດັບ​ໃດ​ຫນຶ່ງ, ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນນັ້ນ​ ສາມາດ​ເຮັດ​ໃຫ້​ສອງ​ຝ່າຍ​​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ​ເອງ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.


ເຖິງ​ວ່າ​ຈີນ​ກັບ​ອາ​ຊຽນລ້ວນ​ແຕ່​ມີ​ວິ​ສາ​ຫະກິດ​ທີ່​ສົ່ງ​ອອກ​ຈຳ​ນວນອ່າວ ຫຼາຍ​ກໍ​ຕາມ,​ແຕ່ສອງ​ຝ່າຍ​ກໍ່ມີຜະລິດ​ຕະພັນ​ແລະ​ອຸດສາຫະກຫຼາຍຢ່າງ ທີ່ຊ່ອຍ​ຊູ​ຍູ້​ຫນູນ​ກັນ​ຢ່າງຫຼາກ​ຫຼາຍ, ຕົວຢ່າງ​ຄື:ປະຈຸ​ບັນ, ຜະລິດ​ຕະພັນຂອງ​ຈີນ​ທີ່​ສົ່ງ​ຂາຍໃຫ້​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນນັ້ນ​ ຕົ້ນຕໍ​ມີກ່ຳ​ປັ່ນ, ຂາງ​ແລະ​ເຫຼັກ​ກ້າ, ສົ້ງ​ເສື້ອ​ຢືດ,​ເຄື່ອງ​​ດິນເຄືອບ​ດິນ​ເຜົາແລະ​ອື່ນໆ. ຜະລິດ​ຕະພັນ​ທີ່​ອາ​ຊຽນນຳ​ເຂົ້າ​ອ່າວຫຼາຍນັ້ນ​ແມ່ນວັດຖຸ​ດິບ​ຕ່າງໆເຊັ່ນວ່າ: ຜະລິດ​ຕະພັນ​ເຄື່ອງ​ທອງ​, ​ຜະລິດ​ຕະພັນ​ຢາງ​ແລະ​ອື່ນໆ. ຄຽງ​ຄູ່​ກັບ​​ເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນຈະສ້າງ​ສຳ​ເລັດ​ຢ່າງຮອບດ້ານ, ຈີນ​​ແລະ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນຈະ​ເພີ່ມຄວາມຊ່ອຍ​ຊູ​ຍູ້​ຫນູນ​ກັນ​ໃຫ້​ຫຼາຍ​ຂຶ້ນ​​ແລະ​ປັບປຸງ​ໂຄງ​ປະກອບ​ການ​ຄ້າ​ໃຫ້​ດີຂຶ້ນ​ກວ່າ​ເກົ່າ
  ​ໃນ​ກອງ​ປະຊຸມ​ຂາວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ທັນວາ​ນີ້, ທ່ານ​ວາຣະວຸດ ຊູ​ວິຣັດ,ອັກຄະລາ​ດຊະ​ທູດ​ໄທ ​ປະຈຳ​ຈີນ​ທີ່​ເປັນ​ປະທານ​ປະ​ເທດຫມູນວຽນ​ອາ​ຊຽນ ກ່າວ​ວ່າ,ບັນດາປະ​ເທດໃນ​ອາ​ຊຽນສະ​ແດງ​ຄວາມ​ມຸ້ງ​ມາດ​ປາຖະຫນາ​ຢ່າງເຕັມ​ປ່ຽມ​ຕໍ່​ການ​ພັດທະນາ​ການ​ລົງທຶນ​ລະ​ຫວ່າງ​ຈີນ​ກັບ​ອາອຽນ.ທ່ານ​ກ່າ​ວ ວ່າ:
 
 
 
ເວົ້າຈາກ​ດ້ານ​ລັດຖະບານ​ແລ້ວ, ພວກ​ເຮົາ​ໄດ້​ສ້າງ​ຂອບ​ໃຫ້​ແກ່​ວິ​ສາ​ຫະກິດ,​​ເພື່ອ​ເຮັດ​ໃຫ້​ເຂດ​ການ​ຄ້າ​ເສລີ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ບັງ​ເກີດ​ຜົນກວ່າ​ເກົ່າ.ປັດຈຸບັນ, ກະຊວງ​ພານິດ​ຂອງ​ໄທ​ພວມ​ໂຄສະນາ​ກ່ຽວ​ກັບໂອກາດ​ທີ່​ເຂດ​ການ​ຄ້າ​ເສລີ​ອາດ​ຈະ​ນຳ​ມາ​ໃຫ້​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕົນ, ​ໃນ​ຕໍ່ຫນ້າ, ຍັງ​ຈະ​ສືບ​ຕໍ່​ເພີ່ມ​ການ​ໂຄສະ​ນາ​ໃນ​ດ້ານ​ນີ້.ນອກຈາກ​ໄທ​ແລ້ວ, ມາ​ເລ​ເຊຍ​ແລະ​ສິງກະ​ໂປ​ກໍ່​ໄດ້​ວາງ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເພື່ອດຶງ​ດູດ​ນັກລົງທຶນ​ຈາກຈີນ,ປະ​ເທດ​ອາ​ຊຽນຫລາຍ​ປະ​ເທດ​ກໍ່​​ເລີ່​ມຮູ້​ຈຸດ​ພິ​ເສດ​ແລະ​ຄວາມ​ສຳຄັນ​ຂອງ​ເຂດ​ກາ​ນຄ້າ​ເສລີ​ແລ້ວ, ​ແລະ​ຈະ​ພະຍາຍາມ​ເຮັດ​ໃຫ້​ນະ​​ໂຍບາຍ​ຂອງ​ເຂດ​ການ​ຄ້າ​ເສລີ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ.ຕັ້ງ​ແຕ່​ປະຕິບັດ​ສັນຍາ​ການ​ຄ້າ​ສິນຄ້າ​ໃນ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ເມື່ອ​ປີ 2005 ​ເປັນ​ຕົ້ນ​ມາ, ມູນ​ຄ່າການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນກໍ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ,ປີ 2008, ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຫລາຍ​ກວ່າ 230 ຕື້​ໂດ​ລາ.ຜູ່​ຊ່ຽວຊານ​ເຫັນ​ວ່າ, ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນມີ​ທີ່​ຕັ້ງຕິ​ດຈອດ​ກັນ,​ເສດຖະກິດ​ກໍ່​ມີ​ລັກສະນະຄ້ຳ​ຊູ​ຍູ້​ຫນູນກັນ​ຫລາຍ, ສະນັ້ນ, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນມີ​ອະນາຄົດ​ອັນ​ກວ້າງຂວາງ​ຫລາຍ,​​ແຕ່​ຢາກ​ຈະ​ເຮັດ​ໃຫ້​ເຂດ​ການ​ຄ້າ​ເສລີ​ສົ່ງ​ຜົນ​ປະ​ໂຫຍ​ດ​ໄປ​ຍັງ​ປະຊາຊົນ​ຢ່າງ​ແທ້​ຈິງ,ຍັງ​ຕ້ອງການ​ໃຫ້​ວິ​ສາ​ຫະກິດຂອງ​ສອງ​ຝ່າຍ​ຕັ້ງ​​ໃຈ​ຄົ້ນຄວ້າ​ລາຍ​ລະອຽດ​ຂອງນະ​ໂຍບາຍ​​ຂອງ​ເຂດ​ການ​ຄ້າ​ເສລີ, ອີງ​ຕາມ​ຄວາມ​ຕ້ອງການ​ແລະ​ຂໍ້​ກຳນົດ​ຂອງ​ສັນຍາ​ເຂດ​ການ​ຄ້າ​ເສລີ,​ເພື່ອ​ຊົມ​​ໃຊ້​ຜົນ​ປະ​ໂຫຍ​ດທີ່​ເຂດ​ການ​ຄ້າ​ເສລີ​ນຳ​ມາ​ໃຫ້​ຢ່າງ​ແທ້​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ