ເຂດ​ການ​ຄ້າ​ເສ​ລີ​ຈີນ-​ອາ​ຊຽນ​ໄດ້​ສ້າງ​ຮູບ​ແບບ​ໃຫມ່​ຂອງ​ເຂດ​ການ​ຄ້າ​ເສ​ລີ​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ

(GMT+08:00) 2010-01-04 16:33:28     cri
ວັນ​ທີ 1 ມັງກອນ​ປີ 2010, ເຂດການ​ຄ້າ​ເສລີ​ຈີນ​-ອາ​ຊຽນ​ໄດ້​ສ້າງສຳ​ເລັດຢ່າງ​ເປັນທາງ​ການ. ຜູ່​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ເຫັນ​ວ່າ, ​ໃນ​ຖານະ​ທີ່​ເປັນເຂດການ​ຄ້າ​ເສລີ​​​ໃຫຍ່​ທີ່​ສຸດ​ຂອງປະ​ເທດ​ທີ່​ພວມ​ພັດທະນາ​ໃນ​ປະຈຸ​ບັນ, ເຂດການ​ຄ້າ​ເສລີ​ຈີນ-​ອາ​ຊຽນບໍ່​ພຽງ​ແຕ່​​ນຳ​​ເອົາ​ຜົນ​ປະ​ໂຫຍ​ດ​ມາໃຫ້ສອງ​ຝ່າຍເທົ່າ​ນັ້ນ, ຍັງ​ສ້າງ​​ຮູບ​ແບບ​ໃຫມ່​​ໃນ​ການ​ສ້າງ​ຕັ້ງເຂດການ​ຄ້າ​ເສລີ​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ. ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້.

ເມື່ອ​​​ໃຊ້​​​ເວລາ​ 8 ປີ​ແລ້ວ, ເຂດການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​ໄດ້ສ້າງ​ສຳ​ເລັດ​ຕາມ​ເວລາ​ທີ່​ກຳນົດ.ທີ່ກວມ​​ເອົາ11 ປະ​ເທດ, ມີ​ປະຊາກອນ 1 ຕື້ 900 ລ້ານ​ຄົນ​,ແລະ​ GDPມີ​ເຖິງ 6000 ຕື້​ໂດ​ລາ ​,​ເຊິ່ງ​ເປັນເຂດການ​ຄ້າ​ເສລີ​​ໃຫຍ່​ອັນດັບ​ທີ 3 ທີ່​ສ້າງ​ຕັ້ງ​ຂຶ້ນ​ຖັດຈາກ​ ສະຫະພາບ​ເອີ​ລົບ​ຫຼື EU ​​ແລະ​ເຂດ​ການ​ຄ້າ​ເສລີອາ​ເມ​ລິ​ກາ​​ເຫນືອ.

ທ່ານ​ຈັ່ງ​ຢຸ້ນຫຼິງ, ຫົວຫນ້າ​ພະ​ແນ​ກຄົ້ນຄວ້າ​ບັນຫາ​ສາກົນ​ຂອງ​ສະພາ​ບັນດິດ​ວິ​ທະຍາ​ສາດ​ສັງຄົມ ​ຈີນ​ເຫັນ​ວ່າ, ​ເວົ້າ​ສຳລັບ​ປະ​ເທດ​ທີ່​ພວມ​ພັດທະນາ​ແລ້ວ, ເຂດການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​ໄດ້​ສ້າງ​ຮູບ​ແບບ​ໃຫມ່​ທີ່​ມີຕ່າງ​ກັນກັບສະຫະພາບ​ເອີ​ລົບ​ແລະ​ເຂດ​ການ​ຄ້າ​ເສລີ​​ອາ​ເມ​ລິ​ກາ​ເຫນືອ.ກ່ອນ​ອື່ນ,​ເຂດ​​ນີ້​​ໄດ້ຄ່ອຍສ້າງ​ສຳ​ເລັດ​ເປັນ​ແຕ່​ລະ​ບາດກ້າວ​ມາ, ​ແຕ່​ບໍ່​ຄືກັນ​ກັບສະຫະພາບ​ເອີ​ລົບ​​​ແລະເຂດ​ການ​ຄ້າ​ເສລີ​ອາ​ເມ​ລິ​ກາ​ເຫນືອ​ທີ່ສ້າງ​ສຳ​ເລັດ​ບາດ​ດຽວ​ໂລດ. ອັນ​ທີ​ສອງ,​ເຖິງ​ວ່າ​ພວກ​ເຮົາ​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ​ກໍ່ຕາມ,​ແຕ່​ພວກ​ເຮົາ​ຍັງ​ໂຄລົບກະຕິ​ກາຂອງ​ອົງການ​ການ​ຄ້າ​ໂລກ​ຫຼືWTO ຢ່າງ​ເຄັ່ງ​ຄັດ, ພວກພ​ເຮົາ​ບໍ່​​ໄດ້​ສ້າງ​ອຸປະ​ສັກ​ຂັດ​ກວາງ​ດ້ານ​ກາ​ຄ້າ​​ໃຫ້​ແກ່​ປະ​ເທດ​ອື່ນ, ພວກ​ເຮົາ​ຜ່ານ​ຮູບ​ການ​ທີ່​ຄ່ອຍໆກ້າວ​ໄປ,​ແລະພະຍາຍາມ​ສຸດ​ຂີດ​ໃຊ້​ເວລາ​ສັ້ນ​ທີ່​ສຸດ​ບັນລຸ​ເປົ້າຫມາຍ​ເ​ພື່ອ​ເປີດ​ຕະ ຫຼາດ.ອັນ​ທີ​ສາມ,​ຢູ່​ເຂດ​ອາ​ຊຽນມີ​ປະ​ເທດສະມາຊິກ​ຫລາ​ຍປະ​ເທດທີ່​ບໍ່​ທັນ ພັດທະນາ​ຫລາຍປານ​ໃດ​, ພວກ​ເຮົາ​ຄວນ​ຊ່ວຍ​ເຂົາ​ເຈົ້າ,​​ເຮັດ​ໃຫ້​ທັງ​ຫມົດ​ປະ​ເທດ​ອາ​ຊຽນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ,ນີ້​ແມ່ນ​ສຳຄັນ​ທີ່​ສຸດ.ອັນ​ທີ​ສີ່, ພວກ​ເຮົາເລີ່​ມຈາກ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ດ້ານ​ເສດຖະກິດ, ສ້າງສາ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ແລະ​ອື່ນໆ, ລ້ວນ​ແຕ່​​ແມ່ນ​ເພື່ອ​ປັບປຸງ​ເງື່ອນ​ໄຂ​ພັດທະນາ​ຢູ່​ແຫ່ງ​ນີ້​ໃຫ້​ດີກ​ວ່າ​ເກົ່າ, ນີ້​ມີ​ຜົນ​ດີ​ຕໍ່​ການ​ພັດທະ ນາ​ຂອງ​ຈີນ​ກໍ່​ຄື​ຂອງ​ທຸກ​ປະ​ເທດ​ອາ​ຊຽນ.

ຕັ້ງ​ແຕ່​​ເຊັນ​ສັນຍາ​ຂອບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢ່າງຮອບດ້ານ​ເປັນ​ຕົ້ນ​ມາ, ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ, ມູນ​ຄ່າ​ການ​ຄ້າ​ຈາກ​ປະມານ 60 ຕື້​ໂດ​ລາ​ເມື່ອ​ປີ 2002​ເພີ​ທມຂຶ້ນ​ເປັນ 230 ກວ່າ​ຕື້​ໂດ​ລາ​​ໃນ​ປີ 2008.ຄຽງ​ຄູ່​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​​ສຳ​ເລັດ, ພາສີ​ສະ​​ເລ່ຍຂອງ​ຈີນ​ທີ່​ມີ​ຕໍ່​ສິນຄ້າ​ອາ​ຊຽນນັ້ນຈະ​ຫລຸດຈາກ 9,8% ​ເຫລືອ​ພຽງ​ແຕ່ 0,1%.

ທ່ານ​ຊາວ​ຢຸນຮວາ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ອາຄະ​ເນ​ຂອງ​ມະຫາວິທະຍາ​ໄລ​ຈີ້​ນານ​ຊີ້​ອອກ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃຫ້​ສຳ​ເລັດຈະ​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ. 

 

ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຫຼຸດ​ພາສີ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ພ້ອມ​ກັນ​ນັ້ນ​ຍັງເຮັດ​ໃຫ້​ໂຄງ​ປະກອບ​ເສດຖະກິດ​ຂອງ​ສອງ​ຝ່າຍ​ດີ​ກວ່າ​ເກົ່າອີກ. ​ເຖິງວ່າການ​ສົ່ງ​ອອກ​ສິນຄ້າ​ລ້ວນ​ແຕ່​ມີບົດບາດ​ສຳຄັນຕໍ່ເສດຖະກິດ​ຈີນ​ແລະ​ອາ​ຊຽນກໍ​ຕາມ, ​ແຕ່​ສອງ​ຝ່າຍ​ຍັງ​ມີ​ຜະລິດ​ຕະພັນ​ແລະ​ຂະ​ແໜງ​ການ​ຢ່າງ​ຫຼວງ​ຫຼາຍ​ທີ່​ສາມາດ​ຊ່ວຍ​ຊູ​ຍູ້​ໜູນ​ກັນ. ຕົວຢ່າງ​ວ່າ, ສິນຄ້າ​ທີ່​ຈີນ​ຂາຍ​ໃຫ້​ອາ​ຊຽນຫຼາຍ​ສົມຄວນ​ນັ້ນ​ກໍ​ມີ​ກຳ​ປັ່ນ, ​ເຫຼັກ​ກ້າ, ​ເຄື່ອງນຸ່ງ​ຫົ່ມ​ແລະ​ເຄື່ອງ​ເຄືອບ​ດິນ​ເຜົາ, ສິນຄ້າ​ທີ່​ນຳ​ເຂົ້າ​ຫຼາຍສົມຄວນ​ແລະ​ເພີ່ມ​ຂຶ້ນ​ໄວ​ນັ້ນ​ຄື​ຜະລິດ​ຕະພັນ​ທອງ​ແລະ​ຜະລິດ​ຕະພັນ​ຢາງພາລາ​ເປັນ​ຕົ້ນ.

ທ່ານ​ຈ່າງຢຸນຫຼິງ, ຫົວໜ້າ​ພະ​ແນ​ກຄົ້ນ​ຄວ້າ​ບັນຫາ​ສາກົນ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​​ເຫັນ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນມີ​ກຳລັງ​​ແຮງບົ່ມ​ຊ້ອນ​​ແຫ່ງການ​ພັດທະນາ​ຢ່າງ​​ໃຫຍ່​ຫຼວງ. ທ່ານ​ກ່າວ​ວ່າ:

"ອັນ​ທີ​ໜຶ່ງ, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແມ່ນສອງ​​ອົງ​ກອນ​ເສດຖະກິດ​ໃຫຍ່​ຮ່ວມ​ກັນ​ສ້າງ​ເຂດ​​ເສດຖະກິດ​ໃຫຍ່​ນີ້, ມີ​ຂະໜາດຕະຫຼາດ​ໃຫຍ່​ຫຼາຍ​ແລະ​ມີ​ປະຊາກອນ​ຫຼາຍ, ນີ້​ກໍ​ໝາຍ​ຄວາມ​ວ່າ​ມີ​ກຳລັງ​​ແຮງບົ່ມ​ຊ້ອນ​ແຫ່ງ​ການ​ພັດທະນາ​ຢ່າງ​ໃຫຍ່ຫຼວງ, ອັນ​ທີ​ສອງ, ​ເສດຖະກິດ​ຈີນ​ຈະ​ສືບ​ຕໍ່​ເຕີບ​ໂຕ​ໄວສົມຄວນ​ໃນ​ຕໍ່​ໜ້າ, ຈະ​ນຳ​ໜ້າ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຂອງ​ພາກ​ພື້ນ, ກໍ​ຄື​ຂອງ​ໂລກ, ສະ​ນັ້ນ​ປະ​ເທດ​ອາ​ຊຽນຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ເລື່ອງ​ນີ້. ​ໃນ​ຖານະ​ທີ່ເປັນ​ປະ​ເທດ​ພວມ​ພັດທະນາ, ຜ່າ​ນການ​ຮ່ວມ​ມື​ແບບ​ນີ້​ສາມາດ​ປັບປຸງ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ, ​ເຮັດ​ໃຫ້​ພາກ​ພື້ນນີ້​ມີ​ກຳລັງ​ດຶງດູດ​, ​​ທຶນ​ແລະ​ເຕັກນິກ​ໄຫຼ​ເຂົ້າ​ມາສູ່​ພາກ​ພື້ນ​ແຫ່ງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ