ອາ​ຊີ​ສະ​ແຫວງ​ຫາ​ສິດ​ການ​ເງິນ​ເອ​ກະ​ລາດ

(GMT+08:00) 2010-01-05 16:00:46     cri

ຕາມ​ຂ່າວCRI: ໜັງສືພິມ"ຂ່າວ​ໂລກ"ສະບັບ​ວັນ​ທີ 31 ທັນວາ​ປີ​ແລ້ວ​ນີ້​ໄດ້ລົງ​ພິມ​ບົດ​ວິຈານ​ທີ່ມີຫົວ​ຂໍ້ວ່າ" ອາຊີ​ສະ​ແຫວ​ງຫາ​ສິດ​ການ​ເງິນ​ເອກະລາດ" ​ເນື້ອ​ໃນ​ລະອຽດ​ມີ​ຢູ່​ວ່າ:

ວັນ​ທີ 28 ທັນວາ​ປີ 2009, ອາ​ຊຽນ​ໄດ້​ເຊັນ​ສັນຍາ​ກັບ​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຢ່າງ​ເປັນ​ທາງ​ການ, ຈະ​ສ້າງ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ພາກ​ພື້ນ​ທີ່​ມີມູນ​ຄ່າ 120 ຕື້​ໂດ​ລາ​ໃນ​ວັນ​ທີ 24 ມີນາ​ປີ 2010. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ທີ່​ປະກາດ​ໃນ​ວັນ​ທີ 28 ທັນວາ​ແລ້ວ​ນີ້, ປະ​ເທດ​ເຊັນ​ສັນຍາກ່າວ​ວ່າ, ກອງ​ທຶນ​ດັ່ງກ່າວ​ຈະ"​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນ​ຄວາມ​ສ່ຽງ​ແລະ​ການ​ທ້າ​ທາຍ​ໃນ​ເສດຖະກິດ​ໂລກ​ຂອງ​ພາກ​ພື້ນ​ອາຊີ" ປະ​ເທດ​ສະມາຊິກ​ສາມາດ​ນຳ​ໃຊ້​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ດັ່ງກ່າວມາ​ຮັກສາ​ອັດຕາ​​ແລກປ່ຽນ​ຂອງ​ຕົນ​ທີ່​ສ້າງ​ຂຶ້ນ​ໃນ​ຂອບ​ອັດຕາ​ແລກປ່ຽນຂອງ​ສອງ​ຝ່າຍ​ໃນ​ປັດຈຸບັນ​ໃນ​ໄລຍະ​ເກີດ​ການ​ປັ່ນປ່ວນ.


ການ​ສ້າງ​ຄັງ​ສຳຮອງ​ເງິນ​ຕາ​ຕ່າງປະ​ເທດຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ອາຄະ​ເນ​ແມ່ນ​ເລື່ອງ​ທີ່​ໜ້າ​ສັນລະ​ເສີນ. ​ໃນ​ຖານະ​ທີ່​ເປັນ 1 ​ໃນ 3 ​ແຫ່ງ​ໃຫຍ່​ທີ່​ຜະລິດ​ຊັບ​ສິນ​ຂອງ​ໂລກ, GDPຂອງ​​ອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ອາຄະ​ເນ​ສາມາດ​ທຽບ​ເທົ່າ​ກັບ​ອາ​ເມ​ລິ​ກາ​ເໜືອ​ແລະ​ເອີ​ລົບ​ຕາ​ເວັນ​ຕົກທີ່​ເປັນ​ຖານ​ຜະລິ​ດຊັບ​ສິນ​ໃຫຍ່​ອີກ 2 ​ແຫ່ງ​ຂອງ​ໂລກ. ​ແຕ່​ວ່າ, ​ໃນ​ດ້ານກຳລັງ​ການ​ເງິນ, ​ອາຊີ​ຕາ​ເວັນ​ອອກ​ພັດ​ອ່ອນ​ກວ່າ​ອາ​ເມ​ລິ​ກາ​ເໜືອ​ແລະ​ເອີ​ລົບ​ຕາ​ເວັນ​ຕົກ​ຫຼາຍ.
  ນີ້​ສະ​ແດງອອກຢ່າງ​ຈະ​ແຈ້ງຢູ່​ຄື​ເຂດອາ​ເມ​ລິ​ກາ​ເຫນືອ​ແລະ​ເອີ​ລົບ​ຕາ​ເວັນ​ຕົກ ມີ​ 2 ​ສະ​ກຸນເງິນຕາສາກົນ​ສະ​ສົມທີ່​ໃຫຍ່​ອັນ​ດັບ​ຫນຶ່ງ​ໃນ​ໂລກ​ໃນ​ປະ​ຈຸ​ບັນ, ຄື:​ເງິນ​ໂດ​ລາ​ສະຫະລັດແລະ​ເງິນ​ເອີ​ໂຣ.  ​ແຕ່​ວ່າ​​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ອາຄະ​ເນ ​ພັດບໍ່​​ມີ​ເງິນຕາ​ທີ່​ສາມາດ​ມີ​ບົດບາດ​​ເທົ່າກັບ​ເງິນ​ໂດ​ລາ​ສະຫະລັດແລະ​ເງິນ​​ເອີ​ໂຣ, ດ້ວຍ​ເຫດ​ນີ້ ​ຈະ​ເຮັດ​ໃຫ້​​ເຂດ​ອາ​ເມ​ລິ​ກາ​​ເຫນືອ​ແລະ​ເອີ​ລົບ​ຕາ​ເວັນ​ຕົກ​ ມີ​ສິດຢ່າງ​ແທ້​ຈິງ​ໃນ​ການປ່ອຍ​ເງິນ​ຕໍ່​ເຂດອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ອາຄະ​ເນ.  2 ອົງການ​ເສດຖະກິດ​ໂລກ​ໃຫຍ່ທີ່​ສ​ະ​ແດງ​ໃຫ້​ເຫັນຄວາມ​ເປັນລະບຽບ​ຮຽບຮ້ອຍ​ຂອງ​ການ​ທະນາ ຄານສາກົນ​ໃນ​ປະຈຸ​ບັນນັ້ນຄື: ອົງການກອງ​ທຶນ​ເງິນຕາສາກົນ​ ຫຼື IMF ​ແລະ​ທະນາຄານ​ໂລກນັ້ນ ກໍ່ຖືກ​ຄອບ​ລຳ​ໂດຍ​ອາ​ເມ​ລິ​ກາ​ເຫນືອ​ແລະ​ເອີ​ລົບ​ຕາ​ເວັນ​ຕົກ​ໂດຍພື້ນຖານ, ​ໃນ​ສອງ​ອົງການ​ໃຫຍ່​ດັ່ງກ່າວ, ອາ​ເມ​ລິ​ກາ​ແລະ​ສະຫະພາບ​ເອີ​ລົບ​ຫຼືEU ລ້ວນ​ແຕ່​ມີ​ສິດ​ຢັບຢັ້ງບັນຫາ​ຕ່າງໆ, ທີ່​ຈິງ​ແລ້ວ, ​​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ອາຄະ​ເນ ​ແມ່ນເປົ້າ​ຫມາຍ​ທີ່ ​ເຂດອີ​ລົບ​ຕາ​ເວັນ​ຕົກ​ແລະອາ​ເມ​ລິ​ກາ​ເຫນືອ ຕ້ອງ​ການ​ຢາກ​ຜູກ​ມັດ​ໄດ້.


ສິດ​ການ​ທະນາຄານ​ສາກົນ​ທີ່​ບໍ່ດຸນ​ດ່ຽງ​ກັບ​ຄວາມ​ສາມາດຜະລິດ​ດ້ານ​ຊັບ​ສົມບັດນັ້ນ ​ໄດ້​ເຮັດ​​ໃຫ້ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ ມີ​ຖານະ​ທີ່​ອ່ອນ​ແອ​ໃນ​ຄວາມ​ສ່ຽງ​ຂອງການ​ທະນາຄານຂອງທົ່ວ​ໂລກ, ​ແລະມີ​ບົດບາດ​ທີ່​ຖືກ​ບັງຄັບ​ໃນເວທີ​ການ​ທະນາຄານ​ສາກົນ. ຍ້ອນ​ເປັນ​ຫ່ວງ​ນຳຖານະ​ທີ່​ອ່ອນ​ແອ, ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ອາຄະ​ເນ ຈຶ່ງ​ມີ​ຄວາມ​ຕ້ອງການ​ອັນ​ໃຫຍ່​ຫຼວງໃນດ້ານ​ຈິດ​ໃຈ ຕໍ່​ເງິນ​ໂດ​ລາ​ສະຫະລັດ​ແລະ​ເງິນ​ເອີ​ໂຣ, ຜົນ​ສຸດ​ທ້າຍ​ ກໍ່​ແມ່ນ​ຄັງ​ສະ​ສົມ​ເງີ​ນຕາ​ຕ່າງປະ​ເທດ​ຫຼາຍ​ເກີນ​ໄປ.  ຕາມ​ສະຖິຕິ, ປະຈຸ​ບັນ, ຍອດ​ຄັງ​ສະ​ສົມ​ເງິນ​ຕາ​ຕ່າງປະ​ເທດຂອງ​ປະ​ເທດ​ຕ່າງໆ​ໃນ​​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ອາຄະ​ເນ ​ໄດ້ມີ​ຫຼາຍກວ່າ 3000 ຕື້​ໂດ​ລາ, ​ເຊິ່ງກວມ​ເຄິ່ງຫນຶ່ງຂອງມູນ​ຄ່າ​ຄັງ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ຂອງ​ທົ່ວ​ໂລກ.
 
ສ່ວນ​ຖານະ​ທີ່​"ຖືກ​ກຳກັບ​ການສະ​ແດງ"ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ແລະ​​ອາຊີ​ອາຄະ​ເນ​ໄດ້​ເຮັດ​ໃຫ້​​​IMF​ແລະ​ທະນາຄານ​ໂລກ​ມີ​ອຳນາດ​ທີ່ຢູ່​ເໜືອ​ລັດຖະບານ​ໃນ​ປະ​ເທດ​ເຫຼົ່ານີ້.​ຕົວຢ່າງ​ຄື,​ໃນ​ໄລຍະ​ວິ​ກິດ​ການ​ການ​ເງິນ​ອາຊີ​ອາຄະ​ເນ​ປີ1997,IMF​ໄດ້​ຈັດ​ວາງ​ເງິນ​ກູ້ ຫຼາຍກວ່າ100​ຕື້​ໂດ​ລາ​ໃຫ້​ແກ່​ໄທ,ອິນ​ໂດ​ເນ​ເຊຍ​ແລະ​ສ.​ເກົາຫຼີ.​​ເພື່ອ​ເປັນ​ການ​ຕອບ​​ແທນ ຄືນ,ລັດຖະບານ​ປະ​ເທດເຫຼົ່ານີ້ຈຳ​ເປັນ​ຕ້ອງ​ຫຼຸດລາຍ​ຈ່າຍ​ໃຫ້​ໜ້ອຍ​ລົງ,ຍົກ​ສູງ​ອັດຕາ​ດອກ​ເບ້ຍ​ແລະ​ຂາຍລັດ​ວິສາຫະກິດ​,ມີ​ປະ​ເທດ​ອາຊີ​ອາ​ຄະ​ເນ​ຈຳນວນ​ບໍ່​ໜ້ອຍ​​ໄດ້​ຖືກ​ທຶນ​ຕາ​ເວັນ​ຕົກກວາດ​ຊື້.

ແຕ່​ເສັ້ນທາງ​ພື້ນຖານທີ່​ສຸດ​ທີ່ຈະ​ຫຼີກ​ເວັ້ນບໍ່​​ໃຫ້​ສະພາບ​ການ​ແບບ​ນີ້​ເກີດ​ຂຶ້ນ​ມາອີກ,​ແມ່ນ​ຄວນ​ສ້າງ​ອຳ​ນາດ​ຕໍ່​ລອງ​ດ້ານ​ການ​ທະ​ນາ​ຄານ​ຂອງ​ເຂດ​ອາຊີ​ຕາ​ເວັນ​ອອກ​ແລະ​ອາ​ຊີ​ອາ ຄະ​ເນ,​​ເຮັດ​ໃຫ້​​ເຂດ​ນີ້​ມີ​ຄວາມ​ສາ​ມາດ​ປົກ​ປ້ອງ​ຄວາມ​ຮັ່ງ​ມີ​ຂອງ​ຕົນ,​ຈົນ​ກ້າວ​ໄປ​ເຖິງ​ບໍ່​ໃຫ້​ຖືກ​ທຶນ​ນອກ​ເຂດ​ມາ​ກວາດ​ຊື້.

ນີ້​ກໍ​ແມ່ນ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດຂອງ​ກອງ​ທຶນ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ເຂດອາຊີ​ຕາ​ເວັນ​ອອກ​ແລະ​ອາ​ຊີ​ອາ​ຄະ​ເນ.​ກອງ​ທຶນ​ນີ້​ສາ​ມາດ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໂດຍ​ຢູ່​ເໜືອ​ຄວາມ​ຂັດ​ແຍ່ງ​ກັນ,​ໝາຍ​ຄວາມ​ວ່າ,​ປະ​ເທດ​ໃນ​ເຂດ​ນີ້,​ບໍ່​ວ່າ​ຈະ​ມີ​ຄວາມ​ຂັດ​ແຍ່ງ​ມາ​ກ່ອນ​ຫຼື​ບໍ່,​ຫຼື​ວ່າ​ມີ​ການ​ຂັດ​ແຍ່ງ​ກັນ​ດ້ານ​ຜົນ​ປະ​ໂຫຍ​ດ​ໃນ​ປະຈຸ​ບັນ​ນີ້​ຫຼື​ບໍ່,​ລ້ວນ​ແຕ່​ໄດ້​ຮັບ​ຮູ້​ວ່າ,​ການ​ຍາດ​ແຍ່ງ​ອຳ​ນາດ​ການ​ທະ​ນາ​ຄານ​ທີ່​ເປັນ​ເອ​ກະ​ລາດ​ແລະ​ເຂັ້ມ​ແຂງ​ກວ່າ​ເກົ່າ​ໃຫ້​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ອາ​ຊີ​ອາ​ຄະ​ເນ​ແມ່ນ​ຈະ​ມີ​ແຕ່​ຜົນ​ດີ​ຫຼາຍ,​ແລະບໍ່​ມີ​ຜົນ​ຮ້າຍ​ຫຍັງ​ເລີຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ