ການ​ພັດ​ທະ​ນາ​ຂອງ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ສ້າງ​ເງື່ອນ​ໄຂ​ໃຫ້​ຈີນ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ

(GMT+08:00) 2010-01-06 17:24:24     cri

ຈີນ​ແມ່ນ​ປະ​ເທດ​ກະສິກຳ​ໃຫຍ່,ມີ​ປະຊາຊົນ​ຫລາຍ​ກວ່າ 700 ລ້ານ​ຄົນ​ດຳລົງ​ຊີວິດ​ຢູ່​ໃນ​ຊົນນະບົດ.​​ໃນ​ຫລາຍ​ປີ​ມາ​ນີ້, ລັດຖະບານ​ຈີນ​ໄດ້​ເພີ່ມ​ງົບປະມານ​ເຂົ້າສູ່​ດ້ານ​ກະສິກຳ​ແລະ​ຊົນນະບົດ​ທຸກ​ປີ, ​ເຮັ​ດ​ໃຫ້​ກະສິກຳ​ແລະ​ເຂດ​ຊົນນະບົດ​ຂອງ​ຈີນ​ໄດ້​ຮັບ​ການ​ພັດທະນາ​ຢ່າງຫລວງຫລາຍ.​ໂດຍ​ສະ​ເພາະ​ໃນ​ຂະ​ບວນການ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນສາກົນ​ເທື່ອ​ນີ້, ກະສິກຳ​ແລະ​ຊົນນະບົດ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​​ໃນການ​ຮັກສາ​ຄວາມ​ຫມັ້ນທ່ຽງ​ຂອງ​ເສດຖະກິດ​ຈີນ,​ໄດ້​ສ້າງ​ພື້ນຖານ​ທີ່​ດີ​ໃຫ້​ແກ່​ຈີນ​ຮັບ​ມື​ກັບ​ວິດ​ກິດ​ການ​ການ​ເງິນ.

​ເລີ່​ມ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ, ​ເອກະສານ​ສະບັບ​ທຳ​ອິດ​ທີ່​ລັດຖະບານ​ຈີນ​ເຜີຍ​ແຜ່​ໃນ​ທຸກ​ປີນັ້ນກໍ່​ຕ້ອງ​ແມ່ນ​ກ່ຽວ​ພັນ​ກັບ​ການ​ພັດທະນາ​ກະສິກຳ​​ແລະ​ຊົນນະບົດ,​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ກະສິກຳ, ຊົນນະບົດ​ແລະ​ຊາວ​ກະສິກອນ​ຂອງ​ລັດຖະບານ.ສ່ວນ​ງົບປະມານ​ທີ່​ການ​ເງິນ​ສູນ​ກາງຈັດ​ສັນໃຫ້​ກະສິກຳ​ແລະ​ຊົນນະບົດ​ນັ້ນກໍ່​ເພີ່ມ​ຂຶ້ນ​ທຸກ​ປີ, ຮອດ​ປີ 2009,​ໄດ້​ບັນລຸ​ເຖິງ 710 ກວ່າ​ຕື້​ຢວນ​ເຊິ່ງເປັນ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດ ສາດ.ງົບປະມານ​ເຫລົ່າ​ນີ້ລວມທັງ​ຄ່າ​ອຸດ​ຫນູນ​ຊາວ​ກະສິກອນ​, ງົບປະມານ​ທີ່​ໃຊ້​ໃນ​ການ​ຜະລິດ​ກະສິກຳ, ການຮັກສາ​ສຸຂະພາບ​ແລະ​ປິ່ນປົວ​ພະຍາດ​, ໃນ​ຊົນນະບົດ,​ແລະ​ການ​ສ້າງ​ສາພື້ນຖານ​ໂຄງ​ລ່າງ​ຂອງ​ຊົນນະ​ບົດ​ແລະ​ອື່ນໆ.

ປີ 2009, ປະລິມານ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​ໄດ້​ຮັບ​ຜົນເກັບ​ກ່ຽວ​ຢ່າງ​ອຸດົມສົມບູນ,​ແລະເພີ່ມ​ຂຶ້ນ 6 ປີ​ລຽນຕິດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.ລາຍ​ໄດ້​ຂອງ​ຊາວ​ກະສິກອນ​ກໍ່​ສູງກວ່າ​ການ​ຄາດ​ໄວ້, ຄາດ​ວ່າ​ຈະ​ຫລາຍ​ກວ່າ 5 ພັນ​ຢວນສະ​ເລ່ຍຕໍ່​ຫົວ​ຄົນ,​ເຊິ່ງ​ເພີ່ມ​ຂຶ້ນ 6% ຂຶ້ນ​ໄປ.ທ່ານ​ເຄີ່ປິງ​ເສິງ, ອະທິການ​ບໍດີມະຫາວິທະ​ຍາ​ໄລ​ກະ​ສິ​ກຳ​ຈີນ​ກ່າວ​ວ່າ, ຜົນງານ​ດັ່ງກ່າວ​ແມ່ນ​ຍ້ອນ​ວ່າ​ໃນ​ຫລາຍ​ປີ​ມາ​ນີ້,ລັດຖະບານ​ໄດ້​ສຸມງົບປະມານ​​ໃສ່​ຊົນນະບົດ,ອັນ​ມີ​ບົດ​ບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ຮັກສາລາຄາ​​ສິນຄ້າ​​ໃຫ້ຫມັ້ນທ່ຽງ,​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາ​ກົນ.

"ຂ້າພະ​ເຈົ້າ​ຮູ້ສຶກວ່າ​ກະສິກຳ​ແລະ​ເສດຖະກິດ​ຊົນນະບົດ​ພັດທະນາ​​ໄດ້​ສ້າງ​ພື້ນຖານ​ທີ່​ດີ​ແລະສະໜອງ​ການຮັບປະກັນ​ທີ່​ສຳຄັນ​ທີ່​ສຸດ​ແກ່​ພວກ​ເຮົາ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ.

ທ່ານ​ເວີນ​​ເຖ້ຍຈຸ່ນ, ອະ​ທິ​ການ​ບໍດີ​ສະ​ຖາ​ບັນ​ພັດທະນາ​ກະສິກຳ​ແລະ​ຊົນນະບົດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ​ກ່າວ​ວ່າ, ບົດ​ບາດ​ຂອງ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຈີນ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ຈີນໝັ້ນ​ທ່ຽງ​ແລະ​ເປັນ​ພື້ນ​ຖານ​ຂອງ​ເສດ​ຖະ​ກິດ​ຈີນ​ຍັງ​ບໍ່​ພຽງ​​ແຕ່ທໍ່​ນີ້. ​ໃນ​ຕົ້ນ​ປີ​2009,​ຈີນ​ມີ​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ປະ​ມານ​25​ລ້ານ​ຄົນ​ຫວ່າງ​ງານ​ຍ້ອນ​ວິ​ກິດ​ການ​ການ​ເງິນ, ຖ້າຢູ່​ປະ​ເທດ​ອື່ນ​ອາດ​ຈະ​ເຮັດ​ໃຫ້​ສັງຄົມ​ປັ່ນ​ປ່ວນ, ​ແຕ່​ຢູ່​ຈີນ​ພັດ​​ເປັນ​ບັນ​ຫາ​ທີ່​ບໍ່​ໃຫຍ່​ປານ​ໃດ, ສາຍ​ເຫດ​ກໍ​ຍ້ອນ​ວ່າ​​ແມ່ນ​ຢູ່​ຊົນ​ນະ​ບົດ​.

"ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງຍັງ​ມີ​ບ່ອນກັບ​ເມືອ​ຫາ​ວຽກ​ເຮັດລ້ຽງ​ຊີບ.​ເວົ້າ​ແບບ​ນີ້ກໍຍ້ອນ​ວ່າ,​ດຽວ​ນີ້​ຢູ່​ຊົນ​ນະ​ບົດ,​ມີ​ວຽກ​ຫຼາຍ​ຢ່າງ​ກຳ​ລັງ​ຈະ​ເລີນ,​ມີ​ການ​ພັດ​ທະ​ນາ​ຫຼາຍ​ດ້ານ,​ສະ​ນັ້ນ,​ຊາວ​ກະ​ສິ​ກອນ​​ເຫຼົ່າ​ນີ້​ກັບ​ເມືອ​ຊົນະ​ບົດ,​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ເຮັດ​ໄຮ່​​ໄຖນາ,​ເຂົາ​ເຈົ້າ​ສາມາດ​ເຮັດ​ວຽກ​​ອື່ນໆ​ຫຼາຍ​ຢ່າງ.​ຖ້າ​ສັງ​ເກດ​ເບິ່ງ​ຢ່າງ​ພາ​ວະ​ວິ​ໄສ​ແລ້ວ,​ອາດ​ເວົ້າ​ໄດ້​ວ່າ,​ຈີນ​ສະ​ໜັບ​ສະ​ໜູນ​ກະ​ສິ​ກຳ,​ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ​ແມ່ນ​​ໄດ້​ເລືອກ​ທິດ​ຂະ​ຫຍາຍ​ຕົວ​ຖືກ​ຕ້ອງ​ແລ້ວ,​ໃນ​ວິ​ກິດ​ການ​ທົ່ວ​ໂລກ​ທີ່​ໜັກ​ໜ່ວງ​​ແບບ​ນີ້,ມັນ​ສາມາດ​ເຮັດ​ໃຫ້​ຈີນ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ,​ນີ້​ແມ່ນ​ຄຸນ​ງາມ​ຄວາມ​ດີ​ທີ່​ປະ​ຕິ​ເສດ​ບໍ່​ໄດ້."

ໃນ​ກອງ​ປະຊຸມ​ວຽກງ​ານຊົນນະບົດສູນ​ກາງ​ທີ່​ຫາ​ກໍ່ສິ້ນສຸດ​ລົງຫວ່າງ​ກ່ອນ​ນີ້​ບໍ່​ດົນ,ລັດຖະ ບານ​ຈີນ​ໄດ້​ສະ​ເໜີ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ຄວາມ​ເອົາ​​ໃຈ​ໃສ່​ນຳ​ບັນຫາ​ກະ​ສິ​ກຳ,​ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ,​ແລະ​​ໄດ້​ສະ​ເໜີ​ຈຸດ​ສຳ​ຄັນ​5​ຂໍ້​ຂອງ​ວຽກ​ງານ​ຊົນ​ນະ​ບົດ​ໃນ​ປີ2010,​ເຊິ່ງ​ລວມ​ທັງ​:ການ​ຮັບ​ປະ​ກັນ​ການ​ຜະ​ລິດ​ແລະ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ສຳ​ຄັນ,​ເປີດ​ກວ້າງ​ຊ່ອງ​ທາງ​ປະ​ກອບ​ອາ​ຊີບ​ໃຫ້​ຊາວ​ກະ​ສິ​ກອນ​ແລະ​ຊຸກຍູ້​ວຽກ​ງານ​ສາ​ທາ​ລະ​ນະ​ຢູ່​ຊົນ​ນະ​ບົດ​ໃຫ້​ຂະ​ຫຍາຍ​ຕົວ​ເປັນ​ຕົ້ນ.

ທ່ານ​ເຄີ່ປີງ​ເຊິ່ງ,ອະທິການ​ບໍດີ​ຂອງ​ມະຫາວິທະຍາ​ໄລ​ກະສິກຳ​ຈີນ​ກ່າວ​ວ່າ,ບັນຫາ​ກະ​ສິ​ກຳ,​ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ​ມີ​ບົດ​ບາດ​ພື້ນ​ຖານ​ຕໍ່​ຈີນ​ທີ່​ເບິ່ງ​ຂ້າມ​ບໍ່​ໄດ້​ຕະ​ຫຼອດ​ໄປ,​ຕ້ອງ​ເພີ່ມ​ການ​ລົງ​ທຶນ​ຕໍ່​ໄປ,​ແລະ​ເລັ່ງ​ລັດ​ການ​ພັດ​ທະ​ນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ