ເວທີ​ປືກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ຈະ​ໄຂ​ຂຶ້ນ

(GMT+08:00) 2010-01-06 18:14:01     cri


ຕາມ​ຂ່າວCRI,ໃນ​ວັນ​ທີ7ມັງກອນ​ນີ້, ​ເວທີ​ປຶກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນທີ່​ເປັນ​ເຈົ້າພາບ​ຮ່ວມ​ກັນ​ລະຫວ່າງ​ກະຊວງ​ການ​ຄ້າ​ຈີນ, ພາກສ່ວນ​ຮັບຜິດຊອບ​ເສດຖະກິດ​ການ​ຄ້າ​ຂອງ​ປະ​ເທດ​ອາຊ​ຽນ, ກອງ​ເລຂາ​ອາຊ​ຽນ​ແລະ​ອົງການ​ປົກຄອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ, ຈະ​ໄຂ​ຂຶ້ນ​ຢູ່​ນະຄອນ​ນາ​ນນີງ​ເຂດ​ກວາງຊີ. ຈຸດ​ປະສົງ​ຂອງ​​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ແມ່ນ​ເພື່ອ​ຮ່ວມ​ກັນ​ສະຫຼອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນສ້າງ​ສຳ​ເລັດ​ຕາມ​ເວລາ​ກຳນົດ, ສະຫຼຸບ​ບົດຮຽນ​ຂອງ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ, ​ແລະ​ມຸ້ງ​ໜ້າ​ສູ່​ອະ​ນາ​ຄົດ​ອັນ​ດີງາມ​ຂອງ​ການ​ພັດທະນາ​ເຂດ​ການ​ຄ້າ​ເສລີ​ຕື່ມ​ອີກ.

ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ"ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສ້າງ​ຜົນ​ສຳ​ເລັດ​ອັນ​ສົດ​ໃສ", ຜູ້​ຮ່ວມ​ປະ​ຊຸມ​ຈະ​ຫາລື​ກ່ຽວ​ກັບ​ສາມ​ຫົວ​ຂໍ້, ຄື: "ຈຸດ​ເລີ່​ມ​ໃໝ່:ການ​ຄ້າ​ຍົກ​ສູງ​ກຳລັງ​ແຮງ​ຂອງ​ຜະລິດ​ຕະກຳ", "​ໂອກາດ​ໃໝ່: ລົງທຶນ​ສ້າງ​ຄວາມ​ຈະ​ເລີນທາງ​ເສດຖະ​ກິດ​ຮ່ວມ​ກັນ", "ໜ້າ​ທີ່​ໃໝ່: ສ້າງ​ຈຸດ​ເດັ່ນ​ແຫ່ງ​ການ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ". ນອກຈາກ​ພິທີ​ໄຂ​ງານ​ແລະ​ການ​ກ່າວ​ຄຳ​ປາ​ໄສ​ແລ້ວ, ​ເວທີ​ປຶກສາ​ຫາລື​ຍັງ​ຈະ​ຈັດ​ພິທີສະ​ເຫຼີມສະ​ຫຼອງ​ສຳ​ເລັດ​ການ​ສ້າງ​ເຂດ​ການ​ຄ້າ​ເສລີຈີນ​ອາຊຽນ, ພິທີ​ເປີດ​ປ້າຍ​ຂອງ​ເຂດ​ທ່າ​ປອດ​ພາສີ​ເມືອງ​ຊີ່ນ​ໂຈ່ວ​ເຂດ​ກວາງ​ຊີ​ແລະ​ສູນ​ປອດ​ພາສີ​​ແລະຈໍລະ​ຈອນ​ສິນຄ້າ​ນະຄອນ​ນານ​ນີງ, ​ແລະ​ກິດຈະກຳ​ອື່ນໆ.

ຜູ້ນຳ​ຈີນ​ແລະ​ປະ​ເທດ​ອາຊ​ຽນ, ລັດຖະມົນຕີ​​ເສດຖະກິດ​ການ​ຄ້າ​ຂອງ​ຈີ​ນ​ແລະ​ສິບ​ປະ​ເທດ​ອາ​ຊຽນ, ຜູ້ຕາງ​ໜ້າ​ອົງການ​ຈັດ​ຕັ້ງ​ສາກົນ, ຜູ້​ໄດ້​ຮັບລາງວັນ​ໂນ​ເບວສາ​ຂາ​ເສດ​ຖະກິດ​ປີ2007, ​ແລະ​ນັກວິ​ຊາການ​ອື່ນໆທີ່​ມີ​ຊື່ສ​ຽງຂອງ​ຈີນ​ແລະ​ຕ່າງປະ​ເທດ, ຜູ້ຕາງ​ໜ້າທະ​ນາ​ຄານ​ພັດ​ທະນາ​ອາຊີຫຼືADB, 500ບໍລິ​ສັດທີ່​ມີ​ຊື່ສຽງ​ຂອງ​ໂລກ, 100ບໍລິ​ສັດທີ່​ມີ​ຊື່ສ​ຽງ​ຂອງ​ຈີນ, ​ເຈົ້າ​ໜ້າທີ່​ສະຖາ​ທູດ​ແລະ​ສະ​ຖານ​ກົງ​ສູນ​ຂອງ​ປະ​ເທດ​ອາຊ​ຽນປະຈຳ​ຈີນ, ພະນັກ​ງງານ​ສະ​ຖານ​ທູດ​ແລະ​ສະ​ຖານ​ກົງ​ສູນ​ຂອງ​ຈີນ​ປະຈຳ​ປະ​ເທດ​ອາຊຽນ, ຜູ້​ຕາງ​ໜ້າ​ພາກສ່ວນ​​ລັດ, ພ້ອມ​ດ້ວຍ​ຜູ້ຕາງ​ໜ້າ​ແຂວງ​ແລະ​ກຳ​ແພງ​ນະຄອນ​ອ້ອມ​ຂ້າງ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວທີ​ປຶກສາ​ຫາລື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ