ການ​ເຮັດ​ໃຫ້​ເສດ​ຖະ​ກິດ​ຈີນ​ແລະ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ກ້າວ​ສູ່​ຈຸດ ​ເລີ່ມ​ໃຫມ່

(GMT+08:00) 2010-01-07 17:10:00     cri


ວັນ​ທີ 7 ມັງກອນ​ນີ້, ​ເວທີ​ປາ​​ໄສ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ, ​ເທດສະບານ​ເຂດ ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້ງ​ກວາງ ຊີ​ຈີນ.​ແຂກ​ຜູ່​ມີ​ກຽດ 400 ກວ່າ​ທ່ານ​ທີ່​​ເຂົ້າ​ຮ່ວມ​ປະຊຸມ​ໄດ້​ປຶກສາ​ຫາລື​ກັນ​ໂດຍ​ເນັ້ນ​ໃສ່​ຫົວ​ຂໍ້​ທີ່​ວ່າ:​"ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ເພີ່ມ​ຂຶ້ນ​"ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ການ​ກໍ່​ສ້າງ​ແລະ​ການ​ຂະ​ຫຍາຍ​ຕົວ​ຂອງ​ເຂດ​ການ​ຄ້າ​ເສລີ​ໃນ​ອະ​ນາ​ຄົດ.​ໃນ​ເວທີ​ປາ​ໄສ,​ທ່ານ​ອີ້​ສຽວ​ຈຸນ,​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ວາງ​ລະ​ບຽບ​ການ​ທີ່​​ໃຫ້​ຜົນ​ປະ​ໂຫຍດ​ແກ່​ທັງ​ສອງ​ຝ່າຍ,​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ສຳ​ເລັດ​ແມ່ນ​ຈຸດ​ເລີ່ມ​ໃຫມ່​ທີ່​ໃຫ້​ສອງ​ຝ່າຍ​ຂະ​ຫຍາຍ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຕື່ມ​ອີກ,​ສືບ​ຕໍ່​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍມ​ເຂົ້າ​ກັນ.

​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ແມ່ນ​ເຂດ​ການ​ຄ້າ​ເສລີ​ເຂດ​ທຳ​ອິດ​ທີ່​ຈີນ​ເຈລະຈາ​ກັບ​ພາຍ​ນອກ, ​ແລະ​ກໍ່​ແມ່ນ​ເຂດ​ການ​ຄ້າ​ເສລີ​ທີ່​ປະກອບ​ດ້ວຍ​ປະ​ເທດ​ທີ່​ພວມ​ພັດທະນາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ,​ເຊິ່ງມີ​ປະຊາກອນ 1 ຕື້ 900 ລ້ານ​ຄົນ,​GDP ​ເກືອບ​ບັນ​ລຸ 6 ພັນ​ຕື້​ໂດ​ລາ​ແລະ​ລວມ​ຍອດ​ມູນ​ຄ່າການ​ຄ້າ 4500 ຕື້​ໂດ​ລາ. ທ່ານ​ອີ້​ສ້ຽວ​ຈຸນ​ກ່າວ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ສຳ​ເລັດ​ແມ່ນ​ເປັນ​ການ​ສະ​ແດງ​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທີ່​ຈີນ​ສືບ​ຕໍ່​ຊຸກ​ຍູ້​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ເລັ່ງ​ລັດ​ເຮັດ​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ,​ເພື່ອ​ໃຫ້​ເຂດ​ການ​ຄ້າ​ເສລີ​​ສົ່ງ​ຜົນ​ປະ​ໂຫຍ​ດ​ແທ້​ຈິງ​ໃຫ້​ວິ​ສາ​ຫະ​ກິດ​ແລະ​ປະ​ຊາຊົນ​ສອງ​ທັງ​ສອງ​ຝ່າຍ,​ລັດ​ຖະ​ບານ​ຂອງ​ສອງ​ຝ່າຍ​ນອກ ຈາກ​ຄວນ​ປະ​ຕິ​ບັດ​ຕາມ​ພັນ​ທະ​ທີ່​ກຳ​ນົດ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຢ່າງ​ແທ້​ຈິງ,​ສືບ​ຕໍ່​ເຜີຍ​ແຜ່​ຜົນ​ດີ​​ຂອງ​ເຂດ​ການ​ຄ້າ​ເສ​ລີ​ແລ້ວ,​ຍັງ​ຄວນ​ໃຫ້​ການ​ສະ​ຫນັບ​ສະ​ຫນູນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ,​ການ​ຫາ​ທຶນ​ຮອນ​ແລະ​ອື່ນໆ, ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ສະ​ດວກ​ກວ່າ​ເກົ່າ.​ທ່ານ​ເວົ້າ​ວ່າ:




ທ່ານ​ຮວງ​​ເມີ້​ງຟູ້,ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ຫຼາຍປີ​ມາ​ນີ້,ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​​ລົງ​ເລິກກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ,​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຫຼາຍ​ຂົງ​ເຂດ,​ເປັນ​ຕົ້ນ​ວ່າ:​ການ​ສຶກສາ,ວັດທະນະທຳ​ແລະ​ການ​ທ່ອງ​ທ່ຽວ​ກໍ​ນັບ​ມື້​ນັບ​ຟົດ​ຟື້ນ​ກວ່າ​ເກົ່າ,​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ແມ່ນ​ການ​ກະ​ທຳ​ຕົວ​ຈິງ​ຂອງ​ສອງ​ຝ່າຍ​​ເພື່ອ​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມຸ່ງ​ໜ້າ​ໄປ​ສູ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ນັ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ກ່ຽວ​ກັບ​ການ​ເຕີບ​ໂຕ​ແລະ​ສ້າງ​ອະ​ນາ​ຄົດ​ຂອງ​ເຂດ​ການ​ຄ້າ​ເສ​ລີ,​ທ່ານ​ຮວງ​ເມີ້ງ​ຟູ້​ມີ​ຂໍ້​ສະ​ເໜີ​ສາມ​ຂໍ້.​ທ່ານ​ກ່າວ​ວ່າ: "ອັນ​ທີ​ໜຶ່ງ,​​ເພີ່ມ​ທະວີ​ການ​ແລກປ່ຽນ​ໃນ​ທຸກ​ລະ​ດັບ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນດ້ານ​ການ​ເມືອງ,​ລາຍ​ງານ,​ປະ​ສານ​ງານ​ແລະ​ແກ້​ໄຂ​ບັນຫາ​ຕ່າງໆ​​ຢ່າງ​ທັນ​ເວລາ,​ອອກ​ແຮງ​ຂະ​ຫຍາຍ​ການ​ໄປມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ,​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຝ່າຍ.ອັນ​ທີ​ສອງ,​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ,​ເປີດ​ກວ້າງ​ຂະ​ໜາດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຕັ້ງ​ໜ້າ​ຊຸກ​ຍູ້​ແລະ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ​ຕ່າງໆ,​ເປັນ​ຕົ້ນ​ວ່າ:​ເຂດ​ເຕີບ​ໂຕ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ຊຽນ,​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳຂ​ອງ,​ແລະ​ບໍ​ລິ​ເວນ​ອ່າວ​​ເປີຍ​ປູ້​(ຊື່​ເກົ່າ​ອ່າວ​ຕົ່ງ​​ແກັ໋ງ)​.ອັນ​ສຸດ​ທ້າຍ​ແມ່ນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ,​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຫຼາຍ​ຂົງ​ເຂດ​ສັງ​ຄົມ​ຢ່າງ​ຮອບ​ດ້ານ,​ຄື:​ເຕັກ​ນິກ​ວິ​ທະ​ຍາ​ສາດ,​ການ​ສຶກ​ສາ,​ວັດ​ທະ​ນະ ທຳ,​ສາ​ທາ​ລະ​ນະ​ສຸກ,​ການ​ທ່ອງ​ທ່ຽວ,​ແລະ​ການ​ຕ້ານ​ໄພ​ກູ້​ໄພ​ເປັນ​ຕົ້ນ,​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ອາ​ຊຽນມີ​ເນື້ອ​ໃນ​ກວ້າງ​ຂວາງ​ເລິກ​ເຊິ່ງ​ກວ່າ​ເກົ່າ."

"ປັດຈຸບັນ, ຄຽງ​ຄູ່​ກັບ​ສະຖານະ​ການ​ເສດຖະກິດ​ດີ​ຂຶ້ນ, ​ ວິ​ສາ​ຫະກິດຂອງ​ຈີນ​ໄດ້​ມີຄວາມ​ປາດ​ຖະໜາທີ່ຢາກ​ກ້າວ​ອອກ​ໄປ​ນັ້ນ​ແຮງ​ກ້າກວ່າ​ເກົ່າ, ຄາດ​ວ່າ​​ໃນ​ຫຼາຍ​ປີຕໍ່ໜ້າ​ປີ​ ​ການ​ລົງທຶນ​ຂອງ​ຈີນ​ຕໍ່​ອາ​ຊຽນຈະ​ພັດທະນາ​​ໄວ​ກວ່າ​ເກົ່າ. ສອງ​ຝ່າຍ​ຄວນ​ນຳ​ໃຊ້​ກອງ​ທຶນ​ຮ່ວມ​ມື​ການ​ລົງທຶນ​ຈີນ-ອາ​ຊຽນ​ແລະ​ຊັບພະຍາກອນ​ອື່ນໆ​ຢ່າງ​​ເຕັມທີ່, ເລັ່ງລັດ​ກາ​ນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວພັນ​ກັນ​ໃນ​ດ້ານ​ຖະໜົນ​ຫົນທາງ, ທາງ​ລົດ​ໄຟ, ການບິນ​ແລະ​ສື່ສານ​ໂທລະ​ຄົມ​ເປັນ​ຕົ້ນ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​​ໃນ​ດ້ານ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​​ໃຫ້ຂະຫຍາຍຕົວ​ຫຼາຍກວ່າ​ເກົ່າ. ບົນ​ພື້ນຖານ​ທີ່​ປັບປຸງ​ໝາກຜົນຂອງ​ເຂດ​ການ​ຄ້າ​ເສລີ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ໃຫ້​ໝັ້ນ​ຄົງ, ຍົກ​ສູງ​ແລະ​ຂະຫຍາຍ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ​ແລະ​ສູງ​ກວ່າ​ເກົ່າ.

ທ່ານ​ຊັນ​ດຣຳ ພຸ​ສປາ​ນາ​ທັນ, ຮອງ​ເລຂາທິການ​​ໃຫຍ່​ອາ​ຊຽນກ່າ​ວວ່າ, ​ການ​ສ້າງເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ສຳ​ເລັດບໍ່​ພຽງ​ແຕ່​ໄດ້​ສະໜອງ​ໂອກາດ​​ໃຫ້​ສອງ​ຝ່າຍ​ປະສານ​ງານກັນ​ພັດທະນາ​​ໃນ​ພາກ​ພື້ນ, ຍັງ​ມີ​ຜົນ​ດີ​ຕໍ່​ການ​ຫຼຸດ​ຄວາມ​ຫຼຸດ​​ໂຕນ​ກັນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ, ຊຸກຍູ້​ການ​ຮ່ວມ​ມື​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ຊາດ.

"ພວກ​ເຣົາຕ້ອງການທຳ​ຄວາມ​ພະຍາຍາມ​ຫຼາຍກວ່າ​​ເກົ່າ​ເພື່ອ​ຫຼຸດກຳ​ແພງ​ການ​ຄ້າ​​ໃຫ້​ໜ້ອຍ​ລົງຕື່ມ​ອີກ, ປະຕິບັດ​ກົນ​ໄກ​ຄຸ້ມ​ຄອງ​ການ​ຄ້າຂາ​ເຂົ້າຂາ​ອອກ​​ໃຫ້ດີກ​ວ່າ​ເກົ່າ, ພ້ອມ​ກັນ​ນັ້ນ, ລັດຖະບານ​ກໍ​ຄວນ​ຕັ້ງໜ້າ​ຊຸກຍູ້​ເຮັດ​ໃຫ້ການ​ຄ້າ​ຫັນ​ເປັນ​ແບບ​ເສລີ, ​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ. ​ເຮັດ​ແນວ​ນີ້​ສອງ​ຝ່າຍຈິ່ງ​ຈະໄດ້​ຮັບ​ຜົນ​ປະ​​ໂຫຍ​ດຫຼາຍ​ກວ່​າ​ເກົ່າ​ຈາກ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ"

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ