ເຊີນ​ທ່ານ​ໄປ​ທ່ຽວ​ແຂວງ​ໄຫ​ຫຼຳ

(GMT+08:00) 2010-01-07 19:30:31     cri

ແຂວງ​ໄຫ​ຫຼຳ​ແມ່ນ​ແຂວງ​ເຂດ​ຮ້ອນພຽງ​ແຫ່ງ​ດຽວ​ຂອງ​ຈີນ, ມີ​ຊື່​​ວ່າ: ​"ຂອບ​ຟ້າ​ແຈ​ທະ​ເລ". ​ເດືອນ​ມັງກອນ​ປີ2010, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຕາມ​ແຜນການ. ​ແຂວງ​ໄຫ​ຫຼຳກຳລັງ​ອອກ​ແຮງ​ຊຸກຍູ້​ແຜນການ​ກໍ່ສ້າງ "​ເກາະ​ທ່​ອງທ່ຽວ​ສາກົນ ". ​ໃນ​ຄໍ​ລຳ ​ເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນ;​ເທື່ອ​ນີ້, ​ເຊີນ​ຟັງ<ລາຍ​ງານ​ພິ​ເສດ: ​ເຊີນທ່ານ​ໄປ​ທ່ຽວ​ແຂວງ​ໄຫຫຼຳ.


​ເພື່ອ​ສ້າງໄຫ​ຫຼຳ​ເປັນ"​ເກາະ​ທ່ອງ​ທ່ຽວ​ສາກົນ", ​ແຂວງ​ໄຫ​ຫຼຳຈະ​ປະຕິບັດ​ນະ​ໂຍບາຍ​ການ​ຄ້າ​ການລົງທຶນ​ແບບ​​ເສລີ​ຕ່າງໆ​ທີ່​ຖືການ "ຍົກ​ເວັ້ນວິຊາປອດ​ພາສີ​"​ເປັນ​ຫຼັກ, ​ເລັ່ງລັດ​ຊຸກຍູ້​ຂະ​ບວນ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ແບບ​ເສລີ. ທ່ານ​ວາງ​ຈຽນ​ເຊີງນັກ​ຄົ້ນຄວ້າອາວຸ​ໂສ​ອຸດສາຫະກຳ​ທ່ອງ​ທ່ຽວ​ຂອງ​ແຂວງ​ໄຫ​ຫຼຳ, ຮອງ​ປະທານ​​ທັງ​ເປັນ​ເລຂາທິການ​ຂອງ​ສະ​ມາ​ຄົມ​ຄົ້ນ​ຄວ້າ​ການ​ພັດທະນາດ້ານ​ການທ່ອງທ່ຽວ​​ແຂວງ​ໄຫ​ຫຼໍາກ່າວ​ວ່າ:

"ວັ​ນທີ1​ມັງກອນ​ປີ2010, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້ສ້າງ​ຕັ້ງ​ຂຶ້ນ, ​​ໃນ​ສະພາບໃໝ່ນີ້, ​ການ​ກໍ່ສ້າງ​ເກາະ​ທ່ອງ​ທ່ຽວ​ສາກົນທີ່​​ໄຫ​ຫຼຳວາງ​ອອກ​​ໃນແຕ່​ກ່ອນ​ໄດ້​ກາຍ​ເປັນ​​ແຜນຍຸດ​ທະ​ສາດ​​ແຫ່ງ​ຊາດອັນໜຶ່ງ, ​ໄດ້​ຮັບ​ບູລິ​ມະ​ສິດ​ໃຫ້​ທົດ​ລອງກ່ອນໝູ່​ພາຍຫຼັງ​ຈີນ​ໄດ້ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ເປັນ​ເວລາ30ປີ​​, ​ເພື່ອ​ສົມທົບກັບ​ໂອກາດ​ທີ່​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊຽນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​"


ປະຈຸ​ບັນ​ນີ້, ການຮ່ວມ​ມືດ້ານ​ອຸດສາຫະກຳ​ທ່ອງ​ທ່ຽວລະຫວ່າງ​ແຂວງ​ໄຫ​ຫຼຳ​ແລະ​ອາ​ຊຽນ​ສ່ວນ​ຫຼາຍ​ເຕົ້າ​ໂຮມ​ຢູ່​ສິງກະ​ໂປ,ມະ​ເລ​ເຊຍ​,ໄທ​ແລະປະ​ເທດ​ອື່ນໆ, ການທ່ອງທ່ຽວ​ທີ່​ມີ​ຫົວ​ຂໍ້​ຫຼັກ​ຄື​ການພັກ​ພ່ອນຢ່ອນ​ອາລົ​ມ, ພຸດທະສາສະນະ​ສະຖານ, ຕີກອຟ​ໄດ້​ຮັບ​ຄວາມນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ອາຊີ​ອາຄະ​ເນຫຼາຍ. ​ເພື່ອ​ຍົກ​ສູງ​ລະດັບ​ການ​ຮ່ວມ​ມື​ດ້ານການທ່ອງທ່ຽວ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ຂະ​ບວນການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຂຶ້ນ​ອີກ, ​ໃນ​ເດືອນ​ເມສາ​ປີ2006, ​ແຂວງ​ໄຫ​ຫຼຳ​ໄດ້​ເປີດ​ຖ້ຽວ​ບິນ​ປົກ​ກະ​ຕິ​ລະ​ຫວ່າງ​ສິງ​ກະ​ໂປ​ຫາ​​ເມືອງ​ໄຫ​ໂຂ, ​ໃນ​ເດືອນ​ພຶດສະພາ​ປີ2008​ໄດ້​ເປີດຖ້ຽວ​ບິນ​ປົກກະຕິ​ລະຫວ່າງ​ກົວ​ລາ​ລຳ​ເປີ​ຫາ​ເມືອງ​ໄຫ​ໂຂ. ນອກຈາກ​ນີ້, ​ໃນ​ການ​ຮ່ວມ​ມືດ້ານ​ການຄົມມະນາຄົມ​ກັບ​ຫວຽດນາມ,​ນອກ​ຈາກ​ເດືອນ​ຕຸ​ລາ​ປີ2009​ເປີດ​ຖ້ຽວບິນ​ໂດຍ​ກົງ, ພາຍ​ໃຕ້​ການວາງ​ແຜນພັດທະນາ​ເສັ້ນທາງ​ທ່ອງ​ທ່ຽວ​ທາງ​ກຳ​ປັ່ນ​ເທິງ​ທະ​ເລ​ຢູ່​ອ່າວ​​ເປີ​ຍປູ້ ລະ​ຫວ່າງ​ໄຫ​ຫຼຳ​ກັບ​ຫຽດ​ນາມ​ກໍ່​ຄ່ອຍໆ​ຟົດ​ຟື້ນ​ຂຶ້ນ


ເຖິງ​ແມ່ນ​ວ່າ​ຖ້າ​ທຽບ​ກັບ​ເກາະ​ທະ​ເລ​ເຂດ​ຮ້ອນ​ທີ່​ມີ​ຊື່​ສຽງ​ຂອງອາຊີ​ອາຄະ​ເນ, ​ເຊັ່ນ:​ເກາະ​ບາຫຼີ​ຂອງ​ອິນ​ໂດ​ເນ​ເຊຍ, ​ເກາະ​ພູ​ເກັດ​ຂອງ​ໄທ​ແລະ​ອື່ນໆ,​ການ​ພັດທະນາ​ດ້ານ​ການ​ທ່ອງ​ທ່ຽວ​ເກາະ​ທະ​ເລ​ຂອງ​ແຂວງໄຫ​ຫຼຳ​ອ່າວຊ້າ​ແດ່,​ທັງ​ຍ້ອນ​ວ່າ​ແຫຼ່ງ​ທ່ອງ​ທ່ຽວ​ມີ​ລັກ​ສະ​ນະ​ຄ້າຍຄືກັນ,​ແຂວງໄຫ​ຫຼຳ​ກັບ​ປະ​ເທດ​ອາ​ຊຽນ​ສາ​ມາດ​ເວົ້າ​ໄດ້​ວ່າ​ມີ​ທັງ​ການ​ພົວພັນມີ​ທັງ​ການ​ແຂ່ງຂັນ​ກັນ.ແຕ່​ເບິ່ງ​ໄລຍະ​ຍາວ​ແລ້ວ,​ໂອ​ກາດ​ຂອງ​ແຂວງ​ໄຫ​ຫຼໍາ​ມີ​ຫຼາຍ​ກວ່າ​ການ​ທ້າ​ທາຍ. ທ່ານ​ວາງ​ຈຽນ​ເຊີງ​ເຫັນ​ວ່າ:

"ແຂວງໄຫ​ຫຼຳຈະ​ຕັ້ງໜ້າ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບປະ​ເທດ​ອາ​ຊຽນ, ​ແລ​ກ​ປ່ຽນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ​,​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຂອງ​ໃຜ​ລາວ​ອຸ​ດົມ​ສົມ​ບູນ​ຂຶ້ນ, ພັດ​ທະ​ນາ​ກະສິກຳ​ເຂດ​ຮ້ອນ​ທີ່​ມີປະສິດ​ທິຜົນ​ສູງ,​ກະ​ສິ​ກຳ​ທີ່​ມີ​ລັກ​ສະ​ນະ​ພັກ​ພ່ອນ​ຢ່ອນ​ອາລົ​ມ, ການ​ໄປ​ພັກ​ພ່ອນຢູ່​ຊົນນະບົດ​ແລະ​ໂຄງການ​ອື່ນ​ໆ, ​ໃນ​ຂອບ​ການ​ຮ່ວມ​ມື​ຂອງເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ,​ເຮັດໃຫ້​ມັນ​ຂະຫຍາຍຕົວ​ຂຶ້ນ, ຮ່ວມ​ກັນກັບປະ​ເທດ​ອາ​ຊຽນດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ ​"


ສ່ວນແນວ​ຄິດທີ່ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຕື່ມ​ອີກ​ກັບປະ​ເທດ​ອາຊີ​ອາຄະ​ເນນັ້ນ, ​ໃນ​ຖານະ​ເປັນ​ຜູ້​ເຂົ້າ​ຮ່ວມ​ໂດຍ​ກົງ​ຂອງອຸດສາຫະກຳ​ທ່ອງ​ທ່ຽວ, ບໍລິສັດ​ທ່ອງ​ທ່ຽວ​ໄດ້​ສະ​ແດງ​ທ່າ​ທີ​​ໃນ​ແງ່​ດີ​ສົມ​ຄວນ. ບໍລິສັດ​ທ່ອງ​ທ່ຽວ​ສາກົນຈີນ​ຈຽງ​ນານ​ຊານ​ຂອງ​ແຂວງ​ໄຫ​ຫຼຳ​​ທີ່​ດຳ​ເນີນ​ທຸລະ​ກິດ​ການທ່ອງທ່ຽວ​ກັບ​ຕ່າງປະ​ເທດມີ​ຄູ່​ຮ່ວມ​ມືປະຈຳຢູ່​ສິງກະ​ໂປ, ມະ​ເລ​ເຊຍ, ​ໄທ​, ​ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ອື່ນ, ທ່ານ​ຊີ​ດູ​ກຽນຮອງ​ຜູ້​ອໍານວຍ​ການ​ໃຫຍ່​ເຫັນ​ວ່າ:

ເຖິງ​ແມ່ນ​ວ່າ​ປະ​ເທດ​ອາຊີ​ອາຄະ​ເນ​ມີ​ແຫຼ່ງ​ທ່ອງ​ທ່ຽວ​ຄ້າຍ​ຄື​ກັບ​ແຂວງ​ໄຫ​ຫຼຳ,​ແຕ່​ຮີດ​ຄອງ​ປະ​ເພນີ,​ແລະ​ວັດ​ທະ​ນະ​ທໍາ​ດ້ານ​ອາ​ຫານ​ການ​ກິນ​ຂອງ​ໄຫ​ຫຼຳຍັງ​ຈັບ​ໃຈ​ຫຼາຍ​ແລະຫວັງ​ວ່າ​ສາມາດ​ເພີ່ມການ​ແລກປ່ຽນ​ກັບ​ບໍລິສັດ​ການທ່ອງ​ທ່ຽວ​ຂອງ​ອາຊີ​ອາຄະ​ເນ​ຂຶ້ນຕື່ມ​ອີກ.

ທ່ານ​ຊຸນ​ຈີ​ຢິງ ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ຈິ່ນຈ່ຽງນານ​ຊ່ານ​ແຂວງ​ໄຫຼ​ຫຼຳກໍ່​ກ່າວ​ວ່າ:"​ເວົ້າ​ສຳລັບ​ບໍລິສັດ​ພວກ​ເຮົາ​ແລ້ວ,​ພວກ​ເຮົາ​ກໍ່​ຄອງ​ຄອຍ​ທີ່​ສຸດ​ທີ່​ສອງ​ຝ່າຍ​ສາມາດ​ຊົມ​ໃຊ້​ຂໍ້​ມູນ​ຂ່າວ​ສານ​ຮ່ວມ​ກັນ,​ກາຍ​ເປັນ​ຮູບ​ແບບ​ການ​ຮ່ວມ​ມື​ທີ່ດີງາມ,​ເຮັດ​ແນວ​ນີ້​ຈິ່ງ​ຈະ​ບັນລຸ​ເປົ້າ​ໝາຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໄດ້."

ແຂວງ​ໄຫຫຼຳສ້າງ​ເປັນ"​ເກາະທ່ອງ​ທ່ຽວ​ສາກົນ"ຈະ​ຍົກ​ສູງ​ລະດັບ​ຂອງ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຮອບ​ດ້ານ​ເຊິ່ງ​ລວມ​ທັງ​ເສັ້ນທາງ​ທ່ອງ​ທ່ຽວ​ແຄມ​ຝັ່ງ​ທະ​ເລ,ທາງດ່ວນ,ທ່າ​ກ່ຳປັ່ນ​ແລະ​ສະ​ໜາມ​ບິນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​,​ປັບປຸງອາຄານ​ຂອງດ່ານ,​ແລະ​ການ​ກວດກາ​ຜ່ານ​ດ່ານ​ໃຫ້​ສົມບູນ​ຂຶ້ນ,​ເພີ່ມ​ຈຳນວນ​ຮ້ານ​ຄ້າ​ປອດ​ພາສີ​ແລະ​ອື່ນໆ,​ແລະ​ຍັງ​ສາມາດ​ປັບ​ປຸງ​ສິ່ງ​ກໍ່​ສ້າງ​ດ້ານ​ການ​ປິ່ນປົວ​ພະຍາດ,​ການ​ສະ​ໜອງ​ນ້ຳ,​ກາ​ນກຳຈັດ​ຂີ້​ເຫຍື້ອ​ແລະ​ດ້ານ​ອື່ນໆ​ໃຫ້​ດີ​ຂຶ້ນ.​ນອກ​ນີ້,​ພາຍ​ຫຼັງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນສ້າງ​ສຳ​ເລັດ​ຕາມ​ເວລາ​ກຳ​ນົດ​ແລ້ວ,​ສອງ​ຝ່າຍ​ຈະ​ເປີດ​ຕະ​ຫຼາດ​ຂອງ​ຕົນຫຼາຍ​ກວ່າ​ເກົ່າ.ຜົນ​ປະ​ໂຫຍ​ດທີ່​ດີ​ຕໍ່​ທັງ​ສອງ​ຝ່າຍ​ຈະ​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ຫຼາຍ​ກວ່າ​ເກົ່າ​ໄປ​ຊອກ​ຫາ​ໂອກາດ​ການ​ຄ້າ​ຢູ່​ແຂວງ​ໄຫຫຼຳ .

ໂຮງ​ແຮມ​ເວິນ​ຮວາ​ໄຫ​ໂຂ​ວ​ແມ່ນ​ໂຮງ​ແຮມ​5ດາວ​ແຫ່ງ​ທຳ​ອິດ​ຂອງ​ແຂວງ​ໄຫ​ຫຼຳທີ່​ລົງທຶນ​​ໂດຍ​ກຸ່ມ​ບໍລິສັດ​ຈຸ່ນ​ຮວາ​ສິງກະ​ໂປ.ທ່ານ​ເຟິງຈື້ຈ່ຽນ ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ໂຮງ​ແຮມ​ແຫ່ງ​ນີ້​ເຜີຍ​ໃຫ້​ຮູ້​ວ່າ,ກໍ່​ແມ່ນ​ຍ້ອນ​ໄດ້​ເຫັນ​ທ່າ​ແຮງ​ບົ່ມ​ຊ້ອນ​ໃນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ແຂວງ​ໄຫ​ຫຼຳ ຫຼັງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນສ້າງ​ສຳ​ເລັດ,ປັດຈຸບັນ,ກຸ່ມ​ບໍ​ລິ​ສັດ​ຈຸ່ນ​ຮວາພວມ​ສຳ​ຫຼວດ​ເມືອງ​ຊານ​ຢ້າ​ແຂວງ​ໄຫ​ຫຼຳ ​ແລະ​ຢາກ​ຈະ​ສືບ​ຕໍ່​ລົງທຶນ​ຢູ່​ເມືອງ​ນີ້.ທ່ານ​ໃຫ້​ຂໍ້​ສະ​ເໜີ​ວ່າ,"​ອົງການ​ປົກຄອງ​ແຂວງໄຫ​ຫຼຳ ສາມາດ​ຄົ້ນ​ຄວ້າ​ຫຼາຍ​ຊ່ອງ​ທາງ​ກວ່າ​ເກົ່າ,​ເພີ່ມ​ການ​ພັດທະນາ​ການທ່ອງທ່ຽວ​ຫົວ​ຂໍ້​ຫຼັກ​ຂອງ​ໄຫ​ຫຼຳ ,ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ກວ່າ​ເກົ່າ​ໄປ​ສຳຜັດ​ກັບ​ໄຫ​ຫຼຳ ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ດ້ານ​ການ​ທ່ອງ​ທ່ຽວ,​ນີ້​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ບໍລິການ​ຂອງ​ໂຮງ​ແຮມ​ພັດທະນາ​ຕື່ມ​ອີກ​."

ທ່ານ​ວາງ​ຈ້ຽນ​ເຊິ່ງ ຮອງ​ປະທານທັງ​ເປັນ​ເລຂາທິການຂອງ​ສະມາ​ຄົມ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ດ້ານ​ການ​ທ່ອງ​ທ່ຽວ​ແຂວງ​ໄຫ​ຫຼຳ ບອກ​ວ່າ:"ພາຍ​ໃນ​ຂອບ​ການ​ຮ່ວມ​ມື​ຮອບດ້ານ​ທີ່​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນ​ຈະ​ສ້າງ​ສຳ​ເລັດ​ໃນ​ໄວ​ໆ​ນີ້,ແຂວງ​ໄຫ​ຫຼຳ ຄວນ​ກຳ​ນົດ​ບົດ​ບາດ​ພິ​ເສດ​ຂອງ​ຕົນ​ໃຫ້​ຖືກ​ຕ້ອງ,​ກຳ​ໂອ​ກາດ​ທີ່​ດີ,​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ລັດ​ຖະ​ບານ​ໃຫ້​ສິດ​ທິ​ພິ​ເສດ​ແກ່​ແຂວງ​ໄຫຫຼຳ​ນັ້ນ​ຢ່າງ​ມີ​ປະ​ສິດ​ທິ​ພາບ,​ໃນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຮອບ​ໃໝ່,​ພະ​ຍາ​ຍາມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ,​ແລະ​ສ້າງ​ສາ​ໃຫ້​ແຂວງ​ນີ້​ກາຍ​ເປັນ​ບ່ອນ​ສຳ​ຄັນ​ແຫ່ງ​ຂະ​ແໜງ​ການ​ບໍລິການ​ທັນ​ສ​ະ​ໄໝ​ໃນ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນ"

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ