ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ​-ອາ​ຊຽນ ຮຽກ​ຮ້ອງ​ໃຫ້​ປັບ​ປຸງ​ຫມາກ​ຜົນ​ຂອງ​ການ​ຄ້າ​ເສ​ລີ

(GMT+08:00) 2010-01-08 16:45:36     cri

 ຕອນ​​ເຊົ້າ​ວັນ​ທີ 8 ມັງກອນ​ນີ້, ເວທີ​ປຶກສາ​ຫາລືກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີຈີນ​-ອາ​ຊຽນ ​ໄດ້​ປິດລົງ​ຢູ່​ນະຄອນ​ນານ​ນິງ,​ເທດ​ສະ​ບານເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີຂອງ​ຈີນ​. ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ໄດ້​ອອກຖະ​ແຫຼງ​ການ​ໂດຍ​ຊີ້​ອອກ​ວ່າ, ການ​ຊຸກຍູ້​ໃຫ້ຫັນ​ການ​ຄ້າ​ແລະ​ການ​ລົງທຶນເປັນ​ແບບ​ເສລີ​,ຄັດຄ້ານ​ລັດທິປົກ​ປ້ອງການຄ້າ​ແລະ​ການ​ລົງທຶນ​ນັ້ນ​ ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນຖານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ. ​ໃນ​ພາກ​ພື້ນນີ້,ປະ​ເທ​ດຕ່າງໆ​ຄວນ​ພັດທະນາ​​ແລະ​ລົງທຶນໃນ​ຕະຫຼາດ​ຂອງກັນ​ຕື່ມ​ອີກ,ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ລົງທຶນ​ທີ່ສະດວກ,​​​ເປີດ​ເຜີຍ​ແລະ​ຍຸດຕິ​ທຳກວ່າ​​ເກົ່າ.

ຫຼັງ​ຈາກເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນ​ໄດ້​ເລີ່​ມດຳ​ເນີນ​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 1 ມັງກອນ​ນີ້​​ແລ້ວ, ຈີນ​ກັບ​ 6 ປະ​ເທດ ສະ​ມາ​ຊິກ​ເກົ່າ​ຂອງ​ອາ​ຊຽນ​ຄື:​ບຣູ​ໄນ, ຟິລິບ​ປິນ, ອິນ​ໂດ​ເນ​ເຊຍ,ມະ​ເລ​ເຊຍ,​ໄທ​ແລະ​ສິງກະ​​ໂປ ຈະ​ບໍ່​ເກັບ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ຫຼາຍ​ກວ່າ 90% . ​ເມື່ອ​ຮອດ​ປີ 2015, ​​ການ​ຄ້າເສລີ​ລະ​ຫວ່າງ​ຈີນ​ກັບ 4 ປະ​ເທດ​ອາຊຽນໃໝ່:​ຫວຽດ​ນາມ,ລາວ,​ກຳ​ປູ​ເຈຍ​ແລະ​ມຽນ​ມາ​ກໍ່​ຈະ​ບັນ​ລຸ​ລະ​ດັບ​ດຽວ​ກັນ.

ໃນ​ພິທີ​ອັດ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້,​ທ່ານ​ຊາ​ບັສ ພີ​ນາ,​ເຈົ້າ​ຫນ້າ​ທີ່​ກອງ​ເລຂາ​ອາ​ຊຽນ ກ່າວ​ວ່າ,​ປະ​ຈຸ​ບັນ,​ກຳ​ແພງ​ພາ​ສີ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ໄດ້​ລົບ​ລ້າງ​ແລ້ວ,​ແຕ່​​ປະ​ເທດ​ຕ່າງໆຍັງ​ຕ້ອງຮ່​ວມ​ແຮງ​ຮ່ວມໃຈກັນ,​ແລະ​ບໍ່​ຄວນໄດ້​ສ້າງ​ກຳ​ແພງ​ອື່ນ​ທີ່​ບໍ່​ແມ່ນ​ພາ​ສີ​ເຂົ້າ​ມາແທນ​, ​ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ເກີດ​ມີ​ປະ​ກົດ​ການ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ.​ທ່ານ​ກ່າວ​ວ່າ:​"ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ແມ່ນ,​ພາຍ​ຫຼັງ​ເຂດ​ການ​ຄ້າ​ເສ​ລີ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ,​ເຖິງ​ວ່າ ພວກ​ເຮົາ​ຈະ​ໄດ້​ຮັບ​ຜົນ​ດີ​ຈາກ​ການ​ບໍ່​ຕ້ອງ​ເສຍ​ພາ​ສີ,​ແຕ່​ກໍ​ຍັງ​ຈະ​ປະ​ສົບ​ການ​ທ້າ​ທາຍ​ຈາກ​ກຳ​ແພງ​ກີດ​ຂວາງ​ອື່ນໆ​ທີ່​ບໍ່​ແມ່ນ​ພາ​ສີ.​ກຳ​ແພງ​ກີດ​ກວາງ​​ແບບ​ບໍ່​ແມ່ນ​ພາ​ສີ​ກໍ​ມີ​ທັງ​ຕົ້ນ​ທຶນ ທີ່​ຕ້ອງ​ເພີ່ມ​ຂຶ້ນ​ຍ້ອນ​ມາດ​ຕະ​ຖານ​ຜະ​ລິດ​ຕະ​ພັນ​ແລະ​ມາດ​ຕະ​ການ​ເຕັກ​ນິກ​ບໍ່​ເທົ່າ​ກັນ,​ສະ ນັ້ນ,​ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເລື່ອງ​ນີ້​ຕື່ມ​ອີກ,​ຄື​ຕ້ອງ​ລະ​ວັງ​ກຳ​ແພງ​ກີດ​ຂວາງ​​ທີ່​ບໍ່​ແມ່ນ​ພາ ສີ."

ທັດສະນະ​ຂອງ​ທ່ານຊາ​ບັສ ພີ​ນາ,ກໍ​ແມ່ນ​ຄວາມ​ເຫັນ​ທົ່ວ​ໄປ​ຂອງ​ຜູ່​ເຂົ້າ​ຮ່ວມ​​ເວ​ທີ​ປຶກ​ສາ​ຫາ​ລື​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ຄັ້ງ​ນີ້.​ໃນ​ເວລາ​ອ່ານ​ຖະ​ແຫຼງ​ການ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ໃນ​ພິ​ທີ​ອັດ​ກອງ​ປະ​ຊຸມ,​ທ່ານ​ຈ່າງ​ເຄີ້​ນີງ,​ທີ່​ປຶກ​ສາ​ການ​ຄ້າ​ຂອງ​ກົມ​ສາ​ກົນ​​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ການ​ຊຸກ​ຍູ້​ໃຫ້​ການ​ຄ້າ​ລົງທຶນ​ຫັນ​ຢ່າງ​ເສ​ລີ,​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແລະ​ການ​ລົງ​ທຶນ,​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ.
 

"ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ຄວນ​ປະຕິບັດຕາມ​ລະບຽບ​ທີ່​​ໄດ້​ຕົກລົງ​ກັນກ່ຽວ​ກັບ​ການ​ຄ້າ​ສິນຄ້າ​ແລະ​ການ​ຄ້າບໍລິການ, ຕັ້ງໜ້າ​ຊຸກຍູ້​ໃຫ້ການ​ຄ້າ​ສະດວກ​ກວ່າ​ເກົາ, ​ເຮັດ​ໃຫ້​ນ​ະ​ໂຍບາຍ​ບູລິ​ມະ​ສິດ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນປ່ຽນ​ເປັນ​ການ​ກະທຳ​ຕົວ​ຈິງ. ປະ​ເທດ​ຕ່າງໆ​ໃນ​​ເຂດ​ການ​ຄ້າ​ຄວນ​ເປີດ​ຕະຫຼາດ​ລົງທຶນ​​ເຊິ່ງກັນ​ແລະ​ກັນ​ຕື່ມ​ອີກ, ສ້າງ​ເຂດ​​ລົງທຶນ​ທີ່ເພີ່ມຕື່ມ​ຢ່າງ​ບໍ່​ມີ​ສິ່ງ​ກີດຂວາງ, ​ເຮັດ​ໃຫ້ການ​ຮ່ວມ​ມື​ລົງທຶນ​ກາຍ​ເປັນ​ແມ່​ແຮງ​ທີ່​ຊຸກ​ຍູ້​ໃຫ້​ເສດຖະກິດ​ພາກ​ພື້ນ​ເຕີບ​ໂຕ."

​ໃນ​ໄລຍະ​ຈັດ​ເວທີ​ປຶກສາ​ຫາລື, ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ​ຫຼາຍ​ຄົນ​ສະ​ເໜີ​ວ່າ, ​ໃນ​ຂະ​ບວນການ​ຮ່ວມ​ມື​ພາກ​ພື້ນ, ການ​ຮັບຮອງ​ມາດຕະຖານ​ເຕັກນິກ​ເຊິ່ງກັນ​ແລະ​ກັນ​ແມ່ນບັນຫາ​ພົ້ນ​ເດັ່ນ​ທີ່​ວິ​ສາ​ຫະກິດ​ສອງ​ຝ່າຍ​ຮ່ວມ​ກັນ​ປະ​ເຊີນ, ຕ້ອງການ​ໃຫ້​ລັດຖະບານ​​ປະສານ​ງານ​ແລະ​ປັບປຸງ​​ໃຫ້ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ລິ​ມຈົກ​​ໂຮຍ, ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ບຼູ​ໄນ​ສະ​ເໜີ​ວ່າ, ປະ​ເທດ​ຕ່າງໆ​ຄວນ​ດຳ​ເນີນ​ການ​ແລກປ່ຽນ​ທີ່​ມີ​ຫຼາຍ​ຮູບ​ການ, ຮັບຮອງ​ມາດຕະຖານ​ເຕັກນິກ​ຊຶ່ງ​ກັນ​ແລະ​ກັນ, ​ເພື່ອ​ລົບ​ລ້າງ​ສິ່ງ​ກີດຂວາງ​​ໃນການ​ຮ່ວມ​ມື​ໃນ​ຕໍ່ໜ້າ. ທ່ານ​ກ່າວ​ວ່າ:

"ປະ​ຈຸ​ບັນ​​​ເຂດ​ການ​ຄ້າ​ເສລີ​​ໄດ້​ສ້າງ​ຂຶ້ນແລ້ວ, ນີ້ກໍ​ໝາຍ​ຄວາມ​ວ່າ​ການຫຼຸດ​ພາສີກໍ​ຕ້ອງ​ດຳ​ເນີນ​ແລ້ວ, ພວກ​ເຮົາ​ຈະ​ປຶກສາ​ບັນຫາ​ກັນ​ຢ່າງ​ກວ້າງຂວາງ​ກວ່າ​ເກົ່າ, ​ເຂດ​ການ​ຄ້າ​ເສລີ​ບໍ່​ພຽງ​ແຕ່ໝາຍ​ເຖິງການ​ບໍ່​ເກັບ​ພາສີ​ເທົ່າ​ນັ້ນ, ຍັງ​ໝາຍ​ເຖິງ​ການຣ່ວມມື​ແລະ​ການ​ປຶກສາ​​ຫາລືໃນ​ຫຼາຍ​ດ້ານ​ຄື​ມາດຕະຖານ​ແລະ​​ໂຄງ​ປະກອບ​ເປັນ​ຕົ້ນ, ​ເພື່ອ​ບັນລຸ​ໃຫ້ການ​ຄ້າ​ມີ​ຄວາມ​ເສລີ​ຢ່າງ​ແທ້​ຈິງ​ໃນ​ເຂດ​ການ​ຄ້າ​."


 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ