ປີ​2009​ເສດ​ຖະ​ກິດ​ຈີນ​ເພີ່ມ​ຂຶ້ນ​8,7%

(GMT+08:00) 2010-01-22 18:00:53     cri
ວັນ​ທີ 21 ມັງກອນ​ນີ້, ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ແຜ່​ຕົວ​​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປີ 2009,​ຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ຫລື​GDP​ຂອງ​ຈີນ​ບັນ​ລຸ​33500​ຕື້​ຢວນ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ​2008 8,7%, ​ໄດ້​ສຳ​ເລັດ​ຫນ້າ​ທີ່​ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ 8%​ທີ່​ລັດ​ຖະ​ບານ​ຈີນ​ກຳນົດ​ໄວ້​ໃນ​ຕົ້ນ​ປີ​ກາຍ.ທ່ານ​ມາ​ຈ້ຽນ​ຖາງ,​ຫົວ​ຫນ້າ​ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ຄາດ​ວ່າ,​ປີ​ນີ້, ​ເສດ​ຖະ​ກິດ​ຈີນ​ຈະ​ຮັກ​ສາ​ໃຫ້​ເຕີບ​ໂຕ​ຢ່າງ​ຫມັ້ນທ່ຽງ​ແລະ​ໄວ​ສົມ​ຄວນ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ມັງກອນ​ນີ້, ທ່ານ​ມາ​ຈ້ຽນຖາງ,​ຫົວ​ຫນ້າ​ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ເຖິງ​ວ່າ​ຄວາມ​ເຕີບ​ໂຕ​ຄື 8,7% ບໍ່​ໄດ້​ບັນ​ລຸ​ລະ​ດັບ​ສະ​ເລ່ຍ​ຂອງ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ນັບ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ໃນ 30 ປີ​ມາ​ນີ້, ​ແຕ່​ກໍ່​ໄດ້​ຢືນ​ຢັນ​ວ່າ,​ພື້ນ​ຖານ​ເສດ​ຖະ​ກິດ​ຈີນ​ໄດ້​ຟື້ນ​ຕົວ​ໄປ​ສູ່​ທາງ​ທີ່​ດີ​ແລະ​ແຫນ້ນ​ຫນາ​ຂຶ້ນ​ເລື້ອຍໆ,​ທ່ານ​ໄດ້​ສະ​ຫລຸບ​ຈຸດ​ພິ​ເສດ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີ​2009​ວ່າ:​"ປີ 2009,​ການ​ຜະ​ລິດ​ກະ​ສິ​ກຳ​ຂອງ​ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຫມັ້ນ​ທ່ຽງ​ຕໍ່​ມາ, ​ຜົນ​ຜະ​ລິດ​ທັນ​ຍາ​ຫານ​ໄດ້​ເພີ່ມ​ຂຶ້ນ 6 ປີ​ລຽນ​ຕິດ;​ການ​ຜະ​ລິດ​ທາງ​ອຸດ​ສາ​ຫະ​ກຳ​ກໍ່​ຄ່ອຍໆ​ເພີ່ມ​ຫລາຍ​ຂຶ້ນ,​ຜົນ​ກຳ​ໄລ​ທີ່​ຫລຸດ​ລົງ​ຢ່າງ​ຫລວງ​ຫລາຍ​ກໍ່​ຫັນ​ມາ​​ເພີ່ມ​ຂຶ້ນ;​ການ​ລົງ​ທຶນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ​ການ​ລົງ​ທຶນ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ພັນ​​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກໍ່​ເພີ່ມ​ຂຶ້ນ​ໄວ​ເຂົ້າ​ຢ່າງ​ເດັ່ນ​ຊັດ;​ການ​ຈຳ​ຫນ່າຍ​ສິນ​ຄ້າ​ໃນ​ຕະ​ຫລາດ​ກໍ່​ເພີ່ມ​ຂຶ້ນ​ໄວ​ສົມ​ຄວນ​ຢ່າງ​ຫນັກ​ຫນ້ນ;​ລາ​ຄາ​ສິນ​ຄ້າ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ແລະ​ລາ​ຄາ​ການ​ຜະ​ລິດ​ໃນ​ຫມົດ​ປີ​ເມື່ອ​ທຽວ​ກັບ​ປີ​ກ່ອນ​ແລ້ວ​ແມ່ນ​ຫລຸດ​ຕ່ຳ​ລົງ,​ແຕ່​ມາ​ຮອດ​ທ້າຍ​ປີ​ກໍ່​ຖີບ​ສູງ​ຂຶ້ນ;​ລວມ​ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າ​ຂາ​ອອກ​ໃນ​ຫມົດ​ປີ​ຫລຸດ​ລົງ​ຫນ້ອຍ​ກວ່າ​ປີ​ກ່ອນ,​ເລີ່ມ​ແຕ່​​ເດືອນ​ພະ​​ຈິກ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ​ແລ້ວ​ແມ່ນ​ເພີ່ມ​ຂຶ້ນ;​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ຢູ່​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ເພີ່ມ​ຂຶ້ນ​ຢ່າງ​ຫນັກ​ແຫນ້ນ,​ການ​ປະ​ກອບ​ອາຊີບ​ແມ່ນ​ດີກ​ວ່າ​ທີ່​ຄາດ​ໄວ້;​ຈຳ​ນວນ​ສະ​ຫນອງ​ເງິນ​ຕາ​ເພີ່ມ​ຂຶ້ນ​ໄວ​ສົມ​ຄວນ,​ ​ເງິນ​ກູ້​​ໃຫມ່​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ."

ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ,ປີ2009,ການ​ລົງທຶນ​ແລະ​ການ​ບໍລິ​ໂພ​ກສືບ​ຕໍ່​ເປັນກຳ​ລັງ​ແຮງ​ທີ່​ຊັກ​ນຳ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ.​ເຖິງ​ວ່າ​ລາ​ຄາ​ຜູ່​ບໍ​ລິ​ໂພກ ຫຼື​CPI​ຂອງ​ປີ​2009​ໄດ້​ຫຼຸດ​ລົງ​ຕ່ຳ​ກວ່າ​ປີ​2008​ 0,7%​ກໍ່​ຕາມ,​ແຕ່​ເລີ່ມ​ແຕ່​ເດືອນ​ພະ​ຈິກ​ປີ​2009,​CPI​ໄດ້​ຖີບ​ສູງ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​2008​ສອງ​ເດືອນ​ລຽນ​ຕິດ.​ຍ້ອນ​ປະ​ກົດ​ການ​ນີ້,​ນັກ​ວິ​ເຄາະ​ຊີ້​ອອກ​ວ່າ,​ຖ້າ​ວ່າ​CPI​ສືບ​ຕໍ່​ຖີບ​ສູງ​ຂຶ້ນ,​ຈະ​ພາ​ໃຫ້​ມີ​ແຮງ​ກົດ​ດັນ​ທາງ​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ອີກ.

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ມາ​ຈ້ຽນຖາງ​ວິ​ເຄາະ​ວ່າ,CPIຖີບ​ສູງ​ຂຶ້ນຕົ້ນຕໍ​ແມ່ນ​ຍ້ອນ​ຄ່າ​ໃຊ້​ຈ່າຍ​ດ້ານ​ອາ​ຫານ​ແລະ​ເຮືອນ​ຢູ່​ຖີບ​ສູງ​ຂຶ້ນ.​ອັນ​ນີ້​ດ້ານ​ໜຶ່ງ​ໝາຍ​ຄວາມ​ວ່າ​ຈີນ​ໄດ້​ຫຼີກ ​​ລຽບບໍ່​ໃຫ້​ເກີດ​ໄພ​ເງິນ​ຝືດ​ທີ່​ເຄີຍ​ວິ​ຕົກ​ກັງ​ວົນ​ມາ​ກ່ອນ​ນັ້ນ​ຢ່າງ​ສຳ​ເລັດ​ຜົນ,​ອີກ​ດ້ານ​ໜຶ່ງ​ກໍ່​ເຕືອນ​ໃຫ້​ລັດ​ຖະ​ບານ​ຈີນ​ຄວນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ຂອງ​ລາຄາ​ສິນ​ຄ້າ.​ທ່ານ​ກ່າວ​ວ່າ:​"ປີ​ນີ້,​ພວກ​​ເຮົາຍັງ​ຕ້ອງ​ຜັນ​ຂະ​ຫຍາຍ​ທິດ​ທາງ​ດັດ​ສົມ​ມະ​ຫາ​ພາກ​ທີ່​ສູນ​ກາງ​ໄດ້​ຕົກ​ລົງ​ແລ້ວ​ຢ່າງ​ຫມັ້ນ​ຫນຽວ​ບໍ່​ປ່ຽນ​ແປງ, ຄວນຈັ​ດ​​ເອົາການ​ຮັກ​ສາ​ການ​ເຕີບ​​ໂຕ​ທາງ​ເສດ​ຖະ​ກິດ ປັບ​ປຸງ​ໂຄງ​ປະ​ກອບ​ ແລະ​ຄຸ້ມ​ຄອງ​ໄພ​ເງິ້ນ​ເຟີ້​ທີ່​ຄາດ​ໄວ້​ ປະ​ສົມ​ປະ​ສານ​​ກັນ​ໃຫ້​ດີກ​ວ່າ​ເກົ່າ, ປ້ອງ​ກັນ​ບໍ່​ໃຫ້​ລາ​ຄາ​ສິນ​ຄ້າ​ສູງ​ຂຶ້ນໄວ​ໂພດ.​ເນື່ອງ​ຈາກ​ສະ​ພາບ​ການ​ທົ່ວ​ໄປ​ຂອງ​ການ​ສະຫນອງ​ກັບ​ຄວາມ​ຕ້ອງ​ການ ​​ແລະ​ທັນ​ຍາ​ຫານ​ໄດ້​ຮັບ​ຜົນ​ຜະ​ລິດ​ອຸ​ດົມ​ສົມ​ບູນ 6 ປີ​ລຽນ​ຕິດ,​ເຊື່ອ​ວ່າ​ ​ເມື່ອພວກ​ເຮົາ​ໄດ້ທຳ​ຄວາມ​ພະຍາຍາມ​​ແລ້ວ,​ລາ​ຄາ​ສິນ​ຄ້າ​ທີ່​ສູງ​ຂຶ້ນ​ໃນ​ປີ​ນີ້​ ຄວນ​ຈະ​ບໍ່​ຮຸນ​ແຮງ​ແລະ​ສາ​ມາດ​ຄວບ​ຄຸມ​ໄດ້​." 

ເຈົ້າ​ຫນ້າ​ທີ່​ຜູ່​ນີ້​ຍັງ​ຊີ້​ອອກ​ວ່າ, ປະຈຸ​ບັນ,​ພື້ນ​ຖານ​ທີ່​ເສດ​ຖະ​ກິດ​ຟື້ນ​ຕົວ​ຄືນ​ຍັງ​ອ່ອນ​ແອຢູ່, ​ເສດ​ຖະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ທີ່​ພວມ​ຫມູນ​ເດີນ​ ຍັງ​ມີ​ປັດ​ໄຈ​ທີ່​ບໍ່ແນ່​ນອນ​ບາງ​ຢ່າງ,​ຕົວ​ຢ່າງ​ຄື:​ແຮງ​ກົດ​ດັນ​ຂອງ​ໄພ​ເງິ້ນ​ເຟິ້​ຍ້ອນ​ລາ​ຄາ​ສິນ​ຄ້າ​ສູງ​ຂຶ້ນ,​ຂະ​ແຫນງ​ການ​ຈຳ​ນວນ​ຫນື່ງ​ມີ​ຄວາມ​ສາ​ມາດ​ຜະ​ລິດ​ເຫຼືອ​ເຟືອ​ແລະ​ອື່ນໆ.​ທ່ານ​ກ່າວ​ວ່າ,​ປີ​ນີ້,​ຈີນ​ຈະ​ຮັກ​ສາ​ຄວາມ​ຕໍ່​ເນື່ອງ​ແລະ​ໝັ້ນ​ທ່ຽງ​ຂອງ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ,​ຍົກ​ຈຸດ​ສຸມ​ແລະ​ຄວາມ​ຄ່ອງ​ແຄ້ວ​ຂອງ​ນະ​ໂຍ​ບາຍ​​ໃຫ້​ສູງ​ຂຶ້ນ,​ຍົກ​ສູງ​ຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ພາບ​ຂອງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເລັ່ງ​ລັດ​ຊຸກ​ຍູ້​ໃຫ້​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ. ​ເມື່ອ​​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ແລ້ວ, ​ພວກ​ເຮົາ​ເຊື່ອ​ວ່າ,​ເສດ​ຖະ​ກິດ​ຈີນ​ໃນ​ປີ 2010 ຈະ​ສືບ​ຕໍ່​ຮັກ​ສາ​ການ​ພັດ​ທະ​ນາ​ຢ່າງ​ຫມັ້ນ​ທ່ຽງ​ແລະ​ໄວ​ສົມຄວນ. ​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ