​ສຳພາດທ່ານ​ຫງວຽນ​ຊອງ​ຢຸງກົງສຸນ​ໃຫຍ່​ຫວຽດນາມ​ປະຈຳ​ເມືອງ​ນານ​ນິງກ່ຽວ​ກັບ​ການສ້າງ​"ຂົວ"​ເຂດ​ການ​ຄ້າ​ເສລີ​ຈີນ-ອາ ​ຊຽນກັບ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ.

(GMT+08:00) 2010-02-04 17:16:51     cri

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ! ສະບາຍດີ, ທ່ານຜູ້​ຟັງ​ທີ່​ເຄົາລົບ, ​ໃນ​ຖານະ​ເປັນບ່ອນ​ທິ່ຕິດ​ຕໍ່​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ເພື່ອ​ຊຸກຍູ້ການ​​ໄປມາຫາສູ່​ກັນ​ດ້ານ​ເສດຖະກິດ​ການ​ຄ້າກັບບັນດາ​ປະ​ເທດ​ອາ​ຊຽນ, ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວາງ​ຊີ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນບໍ່​ພຽງ​​ແຕ່​ໄດ້​ຈັດ​ງານ​ວາງສະ​ແດງສິນຄ້າຈີນ-ອາ​ຊຽນ6​ເທື່ອ​ຢ່າງ​ສຳ​ເລັດ​ຜົນ, ຍັງ​​ໄດ້​ດຶງ​ດູດ​ປະ​ເທດ​ຕ່າງ​ໆ​ຂອງ​ອາ​ຊຽນມາ​ຕັ້ງກົງສຸນ​ໃຫຍ່​ຢູ່​​ເມືອງ​ນານ​ນິງ​ເທດສະບານ​ຂອງ​ກວາງຊີ. ​ເນື່ອງ​ໃນ​​ໂອກາດ​​ທີ່​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊຽນຈະ​ສ້າງ​ສຳ​ເລັດ, ນັກ​ຂ່າວCRI​ໄດ້​ສຳພາດ​​ທ່ານ​ຫງວຽນ ຊອງ ຢຸງ​ກົງສຸນ​ໃຫຍ່​ຫວຽດນາມ​ປະຈຳ​ເມືອງ​ນານ​ນິງ. ​​ໃນ​ຫົວ​ຂໍ້《ຫວຽດນາມ​ກັບ​ເຂດ​ປົກ​ຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວາງຊີ​ຮ່ວມ​ກັນ​ສ້າງ"ຂົວ"​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ》


ຈີນ​ກັບ​ຫວຽດນາມ​ແມ່ນ​​ປະ​ເທດ​​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນໃນ​ນັ້ນ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີຕິດ​ກັບ​ແຂວງ​ກວາງ​ນີງ, ​ແຂວງ​ລາງ​ເຊິ​ມ, ​ແຂວງ​ກາວ​ບັງ​ແລະ​ແຂວງ​ຮໍາ​ຊ່າງ​ສີ່​ແຂວງ​ທີ່​ຢູ່ພາກ​ເໜືອ​ຂອງ​ຫວຽດນາມ, ມີ​ທີ່​ຕັ້ງ​ສຳ​ຄັນ​ດ້ານ​ການ​ຄ້າລະຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆຂອງ​ອາ​ຊຽນ. ​ໃນ​ປະ​ເທດ​ອາ​ຊຽນ, ​ຫວຽດນາມ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ໃຫຍ່​ກວ່າ​ໝູ່​ຂອງ​ເມືອງ​ນານ​ນິງກວາງ​ຊີ​ຈີນໃນ 10ປີ​ລຽນຕິດ.


​ໃນ​ສາຍຕາ​ຂອງ​ທ່ານ​ຫງວຽນ ຊອງ ຢຸງ​ກົງສຸນ​ໃຫຍ່​ປະຈຳ​​ເມືອງ​ນານ​ນີງຂອງ​ຫວຽດນາມ, ຫວຽດນາມ​ກັບ​ກວາງຊີ​​ຈີນລ້ວນ​ແຕ່​ມີ​ບົດບາດ​ເປັນ"ຂົວ"​ໃນ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນທີ່​ສ້າງ​ສຳ​ເລັດ​ໃນມໍ່ໆ​ມາ​ນີ້.


"ເຂດກວາງຊີ​ແມ່ນ​ຂົວ​ທີ່​ຈີນ​​ເຂົ້າ​ສູ່​ອາ​ຊຽນ, ຫວຽດນາມ​ແມ່ນ​ຂົວ​ທີ່​ອາ​ຊຽນ​ເຂົ້າ​ສູ່​ຈີນ"

ນັບ​ແຕ່​ປີ1991ຫວຽດນາມ​ກັບ​ຈີນຫັນການ​ພົວພັນ​ເປັນ​ປົກກະຕິ​ເປັນ​ຕົ້ນ​ມາ, ການ​ໄປມາຫາສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງສອງ​ປະ​ເທດ​ໄດ້​ດຳ​ເນີນ​​ໄປ​ດີຫຼາຍ. ​ໃນ​ທ້າຍ​ປີ2008, ມູນ​ຄ່າ​ການ​ຄ້າຂອງ​ສອງ​ປະ​ເທດ​​ເກືອບ​ຮອດ​20ຕື້​ໂດ​ລາ, ເຊິ່ງ​ຫຼາຍ​ກວ່າມູນ​ຄ່າ​ການ​ຄ້າ​ສອງ​ປະ​ເທດ​ໃນ​ປີ1991 600ກວ່າ​ເທົ່າ.​ທ່ານ​ຫງວຽນ ຊອງ ຢຸງກ່າວ​ວ່າ: ​ໃນ​ຖານະ​ເປັນ​ສະມາຊິກ​ໃໝ່​ຂອງ​ອາ​ຊຽນຫຼັງ​ຈາກ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​​ເລີ່​ມດຳ​ເນີນ​ໃນ​ປີ2002, ​ເຖິງ​ແມ່ນວ່າຮອດ​ປີ2015​ຫວຽດ​ນາມ​ຈິ່ງ​ຈະ​ປະ​ຕິ​ບັດ​ການປອດ​ພາສີ​ແລະ​ເປີດ​ປະ​ເທດ​​ຢ່າງຮອບດ້ານ, ​ແຕ່​ວົງ​ການ​ຕ່າງໆ​ຂອງ​ຫວຽດນາມ​ກໍ່​ຖື​ການ​ສ້າງ​ສຳ​ເລັດ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຕາມ​ເວລາ​ກຳນົດ​ໃນ​ເດືອນ​ມັງກອນ​ປີ2010​ເປັນ​ໂອ​ກາດ​ທີ່​ດີ​ຂອງການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຫວຽດ.

"ຫວຽດນາມ​ກັບ​ຈີນ​ກໍ່​ໄດ້​ວາງ​​ນະ​ໂຍບາຍ​ຢ່າງ​ເປັນ​ລະ​ບົບ​ເພື່ອ​ຕ້ອນ ຮັບການ​ສ້າງ​ສຳ​ເລັດ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ. ປະຈຸ​ບັນ​ນີ້, ​ພາຍ​ໃນປະ​ເທດ​ຫວຽດນາມ​ກຳລັງ​ໂຄສະນາ​ນະ​ໂຍບາຍ​ພິ​ເສດຕ່າງໆ​​ຂອງ​ເຂ​ດການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແລະ​ຕະຫຼາດ​ຈີນ​​ໂດຍ​ທົ່ວ​ໄປ​", ຍ້ອນ​ວ່າ, ພວກ​ເຮົາ​ຖື​ເປັນ​ໂອກາດ​ທີ່​ດີ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າຂອງ​ສອງ​ປະ​ເທດ.


ທ່ານ​ຫງວຽນ ຊອງ ຢຸງ​​ເຫັນ​ວ່າ, ຫຼັງ​ຈາກ​​ເຂ​ດາກ​ານຄ້າ​​ເສລີ​ຈີນ-ອາ​ຊຽນສ້າງ​ສຳ​ເລັດ​ແລ້ວ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຫວຽດ​ນາມ​ກັບ​ຈີນ, ​ໂດຍ​ສະ​ເພາະ​ແມ່ນ​ກັບເຂດ​ກວາງຊີຈະ​ມີ​ຊ່ອງ​ທາງໃນ​ການ​ພັດທະນາ​ຢ່າງ​ກວ້າງຂວາງ.​ຜະ​ລິດ​ຕະພັນ​ກະສິກຳ, ຜະລິດ​ຕະ​ພັນ​ທະ​ເລ, ​ເຂົ້າ, ຢາ​ງພາລາ​ແລະ​ກາ​ເຟ​ຂອງຫວຽດນາມສາມາດຜ່າ​ນ​ເຂດ​ກວາງຊີ​ເຂົ້າ​ສູ່​ແຜ່ນ​ດິນ​ໃຫຍ່​ຈີນ. ຢາປາບ​ສັດຕູ​ພືດ, ຜະລິດ​ຕະພັນ​ເຄມີ​ແລະ​ແນວ​ພັນຂອງ​ກວາງຊີ​ສາມ​າດ​ເຂົ້າ​ສູ່​ຫວຽດ​ນາມ, ​​ແລະ​ເຂດ​ກວາງຊີ​ຮູ້​ຄວາ​ມມັກຂອງ​ຜູ້​ບໍລິ​ໂພ​ກຈີນດີກ​ວ່າ​ຫວຽດນາມ, ​​ເອົາ​ໄປ​ປຸງ​ແຕ່ງ​ຢູ່​ຫວຽດນາມ​ແລ້ວ​​ເອົາ​ມາ​ຂາຍ​ຢູ່​ຈີນ.



"ຫຼັງ​ຈາກ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນສ້າງ​ສຳ​ເລັດ​ແລ້ວ, ຫວຽດນາມ​ກັບ​ເຂດ​ກວາງຊີ​ທັງ​​ແມ່ນຄູ່ແຂ່ງຂັນ​ທັງ​ແມ່ນ​ຄູ່​ຮ່ວມ​ມື​. ​ໃນ​ການ​ແຂ່ງຂັນ​​ໃນ​​ແງ່​ດີ​ເນັ້ນ​ໜັກ​ການ​ຮ່ວມ​ມື, ​ເສີມ​ຂະຫຍາຍ​ທ່າ​ແຮງ​ທີ່​ຕັ້ງພູມ​ສາດ​ຂອງ​ສອງ​ຝ່າຍ, ​ຈິ່ງ​ສາມາດ​ຮັດ​ແໜ້າການ​ພົວພັນ​ສອງ​ຊາດ​ໃຫ້​ດີກ​ວ່າ​ເກົ່າ, ​ແລະຊຸກຍູ້​ການ​ພັດທະນາ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ"


ທ່ານ​ຫງວຽນ ຊອງ ຢຸງ​ບອກ​ນັກ​ຂ່າວ​ວ່າ, ຄຽງ​ຄູ່​ກັບ​​ການ​ກໍ່ສ້າງ​ເຂດການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ເລັ່ງ​ບາດ​ກ້າວ​ໄວ​ຂຶ້ນ, ຫວຽດ​ນາມ​ກັບ​ເຂດ​ກວາງຊີ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ທີ່​ດີ​ໃນ​ເບື້ອງ​ຕົ້ນ​ໃນ​ຂົງ​ເຂດ​ການ​ໄປມາຫາສູ່​ກັນ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ແລກປ່ຽນ​ດ້ານ​ຊັບພະຍາກອນ​ມະນຸດ. ​ໃນ​ປີ2008, ​ແຂວງຢູ່​ຊາຍ​ແດນ​ຂອງ​ຫວຽດນາມ​ກັບ​ເຂດ​ກວາງຊີ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ວຽກ​ງານ​ຮ່ວມ​ກັນ, ​ແຕ່ລະ​ປີ​ສອງ​ປະ​ເທດ​ຜັດປ່ຽນ​ກັນຈັດ​ກອງ​ປະຊຸມ​, ຄະນະ​ກຳມະການ​ວຽກ​ງານ​ກວມທັງ​ຂົງ​ເຂດ​ຕ່າງໆ​​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ຊາຍ​ແດນ​ຫວຽດນາມ​ກັບ​ເຂດ​ກວາງຊີ.


ພ້ອມ​ດຽວ​ກັນ​ນີ້, ​ມະຫາວິທະຍາ​ໄລ​ຕ່າງໆ​ຂອງ​ຫວຽດນາມ​ກັບ​ມະຫາ​ວິ​ທະຍາ​ໄລ​ຕ່າງ​ໆຂອງ​ເຂດ​ກວາງຊີ, ​ໂຮງຮຽນ​ວິຊາ​ຊີບ​ກໍ່​ໄດ້​ສ້າງ​​ການ​ພົວພັນ​ຮ່ວມ​ມື​ທີ່​ດີ. ສອງປະ​ເທດ​ນຳ​ໃຊ້​ຮູບ​ແບບ​ການ​ສິດສອນ​​ແບບ"3+1"​ແລະ"2+2", ກໍ່​ຄື​ນັກ​ສຶກສາ​ສອງ​ປະ​ເທດ​ຮຽນ​ໜຶ່ງ​ປີຫາ​ສອງ​ປີໃນ​ປະ​ເທດ​ຕົນ​ເອງ, ​ແລ້ວ​ໄປຮຽນ​ຕໍ່​ຢູ່​ອີກ​ປະ​​ເທດ​ໜຶ່ງ, ​ຜ່ານ​ການ​ສອບ​ເສັງແສງ​ແລ້ວ​ຈິ່ງ​​ໄດ້​ຮັບ​​ໃບ​ປະກາດ​ສະ​ນີຍະ​ບັດ. ປະຈຸ​ບັນ​ນີ້, ນັກ​ສຶກສາ​ຫວຽດນາມ​ທີ່​ໄປ​ຮຽນ​ຢູ່​ກວາງຊີ​ມີປະມານ3000ຄົນ, ກວມ1 ສ່ວນ 3ຂອງຈຳນວນ​ນັກ​ສຶກສາຫວຽດນາມ​ທີ່​ຮຽນ​ຢູ່​ຈີນ.


ນອກນີ້, ລັດຖະບານ​ຫວຽດນາມ​ຍັງມອບ​ໝາຍ​ໃຫ້ມະຫາວິ​ທະຍາ​ໄລ​ທີ່​ສຳຄັນ​ຂອງ​ເຂດ​ກວາງຊີ​ຝຶກ​ອົບຮົມ​ພະນັກງານ​ຮາກຖານ​ຂອງ​ຫວຽດນາມ, ການ​ຝຶກ​ອົບຮົມ​ນີ້​ກ່ຽວ​ກັບຂົງ​ເຂດ​ກະສິກຳ, ການ​ເງິນ​ເສດຖະກິດ​,ການ​ຄ້າ​ແລະ​ຂົງ​ເຂດ​ອື່ນໆ.


"ຈີນ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ. ​ພັດ​ທະ​ນາ ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດຢ່າງ​ວ່ອງ​ໄວ, ​ໄດ້​ເລັ່ງ​ລັດ​ບ່ອນ​ຫວ່າງ​ດ້ານ​ການ​ຮ່ວມ​ມື​ຂອງ​ຂົງ​ເຂດ​ອື່ນ. ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ມະນຸດ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ກໍ່​ແມ່ນ​ຈຸດ​ຮຸ່ງ​ໜຶ່ງ​ດ້ານ​ການ​ພັດທະນາ​ຂອງ​ການ​ພົວພັນ​ຈີນ​ຫວຽດ, ​ໃນ​ຄວາມ​ໝາຍ​ບາງ​ຢ່າງ,​ ນີ້​ກໍ່​ໄດ້​ສະ​ໜອງ​ການ​ສະ​ສົມຂອງຊັບພະຍາ ກອນມະນຸດ​​ເພື່ອ​ການ​ສ້າງ​ສຳ​ເລັດ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ"​ທ່ານ​ຫງວຽນ ຢີງ ຢອງ​ບອກ​ວ່າ, ​ເພື່ອ​ຕ້ອນຮັບ​ການ​ສ້າງ​​ເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນສຳ​ເລັດ

​ໃນ​ປີ2010, ຫວຽດນາມ​ກັບ​ເຂດ​ກວາງຊີ​ກຳລັງ​ເລັ່ງລັດສ້າງ​ຕັ້ງ​ເຂດ​ເສດ​ຖະກິດ​ຂ້າມ​ແດນ​​ລະ​ຫວ່າງ​ເມືອງ​​ດົງ​ດັງ​ຫວຽດນາມກັບ​ເມືອງ​ພີງ​ຊຽງ​ຈີນ​ແລະ​ເມືອງ​ເມົາ​ກາຍ​ຫວຽດ​ນາມ​ກັບ​ເມືອງ​ຕົ່ງ​ຊິງ​ຈີນ.ທ່ານ​ກ່າວ​ວ່າ:

"​ໃນ​​ເດືອນ​ທັນວາປີ2008, ຫວຽດນາມ​ກັບ​ຈີນ​ໄດ້​ສຳ​ເລັດ​ວຽກ​ງານ​ສຳ​ຫຼວດ​ແລະ​ປັກ​ຫຼັກ​ໝາຍຊາຍ​ແດນ​​ທາງບົກ​ທັງ​ໝົດ, ​​ໄດ້​ສະໜອງເງື່ອນ​ໄຂ​ທີ່​ດີ​ເຂົ້າ​ໃນ​ການ​ຊຸກຍູ້​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ກັບ​ເຂດ​ກວາງຊີ​​. ຫວຽດນາມ​ຈະ​ພະຍາຍາມ​ສຸນ​ໃສ່​​ປັບປຸງ​​ເສັ້ນ​ທາງ​ຫຼວງ​ກັບ​ເຂດ​ກວາງຊີ, ​ເພື່ອ​ເຮັດ​ໃຫ້​​​​ແຜນການທ່າກຳ​ປັ່ນ​ຕ່າງໆ​ສາມາດດຳ​ເນີນ​ໄປ​​ຢ່າງ​ສະດວກ, ຮ່ວມກັບ​ເຂດ​ກວາງຊີ​ສ້າງ"ຂົວ"​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​"


    ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ທີ່​ຟັງ​ມາ​ນັ້ນ​ແມ່ນ​ຄໍ​ລຳ​ພິ​ເສດ《ຮ່ວມ​ກັນ​ສ້າງ"ຂົວ"​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນກັບ​ເຂດ​ກວາງຊີ​ຈີນ-ສຳພາດ​ທ່ານຫງວຽນ ຊອງ ຢຸງ​ກົງສຸນ​ໃຫຍ່​ຫວຽດນາມປະຈຳ​​ເມືອ​ງ່ນານ​ນິງ》. ລາຍການ​ພິ​ເສດ​ເຂດ​ການ​ຄ້າ​ເສລີ​ຈີນ ອາ​ຊຽນຂໍ​ຈົບ​ລົງ​ທໍ່​ນີ້​, ຂອບ​ໃຈທ່ານ​ທີ່​ຮັບ​ຟັງ, ສະບາຍດີ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ