CPI ​ຂອງ​ຈີນ​ໃນ​ເດືອນ​ມັງ​ກອນ​​ແລ້ວ​ນີ້​ ເພີ່ມ​ຂຶ້ນ​1,5%​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

(GMT+08:00) 2010-02-11 18:36:05     cri
ວັນ​ທີ 11 ກຸມ​ພາ​ນີ້,​ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ແຜ່​ວ່າ, ​ໃນ​​ເດືອນ​ມັງກອນ​​ແລ້ວ​ນີ້,​ ດັດ​ສະ​ນີ​ລາ​ຄາ​ຜູ່​ບໍ​ລິ​ໂພກ​ຫຼື​CPI​ຂອງ​ຈີນ ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​2009 1,5%, ​ເຊິ່ງ​ຮັກ​ສາ​ການ​​ເພີ່ມ​ຂຶ້ນ​ເປັນ​ເດືອນ​ທີ 3​ລຽນ​ຕິດ​ແລ້ວ,​ແຕ່​ຍັງ​ຫຼຸດ​ຕ່ຳ​ລົງ​ໃນ​ລະ​ດັບ​ໃດ​ຫນຶ່ງ​ເມື່ອ​ທຽບ​ກັບ​ເດືອນ​ທັນ​ວາ​ປີ​ກາຍ,​ນາງ​ຈົວ​ສ້ຽວ ເຫຼ,​ຫົວ​ຫນ້າ​ນັກ​ເສດ​ຖະ​ສາດ​ຂອງ​ບໍ​ລິ​ສັດ​ຫຼັກ​ຊັບ​ເຢັນ​ເຫີ​ ຄາດ​ວ່າ,​ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຕົວ​ເລກ​ພື້ນ​ຖານ​ທີ່​​ຕ່ຳ​ສົມ​ຄວນ​ໃນ​ປີ​ກາຍ​ນີ້, ໃນຫມົດ​ປີ​ນີ້,​CPI ​ອາດ​ຈະ​ບັນ​ລຸ​ເຖິງ​ລະ​ດັບ 3% ຮອດ 4%.  ຫຼັງ​ຈາກ​ຢຸດ​ຕິ​ການ​ຫຼຸດ​ຕ່ຳ​ລົງ​ເປັນ​ເດືອນ​ທີ 9 ​ລຽນ​ຕິດ​ແລ້ວ, ນັບ​ແຕ່​ເດືອນ​ພະ​ຈິກ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ,​CPI​ຂອງ​ຈີນ​ໄດ້​ເລີ່ມ​ຈາກ​ສະພາບການ​ຫຼຸດ​ຕ່ຳລົງ ປ່ຽນ​ເປັນ​ການ​ເພີ່ມ​ຂຶ້ນ,​CPI ​ໃນ​ເດືອນ​ພະ​ຈິກປີ​ກາຍ​ໄດ້​ເພີ່ມ​ຂຶ້ນ 0,6%, ​ແລະ CPI​ໃນ​ເດືອນ​ທັນວາ​ປີ​ກາຍ​ນີ້​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2008 1,9%, ​ແລ້ວ​ໄດ້​​ເຮັດ​ໃຫ້​ຊັ້ນ​ຄຸ້ມ​ຄອງ​ເປັນ​ຫ່ວງ​ນຳ​ຄວາມ​ສ່ຽງ​ຂອງ​ໄພ​ເງິ້ນ​ເຟີ້.

ເມື່ອ​ທຽບ​ກັບ​​ເດືອນ​ທັນວາ​ປີ​ກາຍ , CPI ​ໃນ​ເດືອນ​ມັງກອນ​ແລ້ວ​ນີ້​​ໄດ້​ຫຼຸດ​ຕ່ຳ​ລົງ 0,4%.​ກ່ຽວ​ກັບ​ເລື່ອງ​ນີ້,​ນາງ​ຈົວ​ສ້ຽວ​ເຫຼ,​ຫົວ​ຫນ້າ​ນັກ​ເສດ​ຖະ​ສາດ​ຂອງ​ບໍ​ລິ​ສັດ​ຫຼັກ​ຊັບ​ເຢັນ​ເຫີ ​ເຫັນ​ວ່າ,​CPI​ໃນ​ເດືອນ​ມັງ​ກອນ​ແລ້ວ​ນີ້​ໄດ້​ສະ​ແດງ​ສະ​ພາບ​ການ​ເພີ່ມ​ຂຶ້ນ​ແທ້​ຈິງ,​ນາງ​ກ່າວ​ວ່າ: ​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ອາກາດ​ບໍ່​ດີ​ໃນ​ເດືອນ​ທັນ​ວາ​ປີ​ກາຍ, ​ແລ້ວ​​ເຮັດ​ໃຫ້​ຕົວ​ເລກ​ສູງ​ກວ່າ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2008.​ມາ​ຮອດ​ເດືອນ​ມັງ​ກອນ​ແລ້ວ​ນີ້,​ອາ​ກາດ​ກໍ່​ຄ່ອຍໆ​ຟື້ນ​ຟູ​ເປັນ​ປົກ​ກະ​ຕິ,​ຜົນ​ກະ​ທົບ​ທີ່​ມີ​ລັກ​ສະ​ນະ​ລະ​ດູ​ນັ້ນ​ບໍ່​ມີ​ແລ້ວ,​CPI​ຄວນ​ກັບ​ຄືນ​ຮອດ​ລະ​ດັບ​ທີ່​ເພີ່ມ​ຂຶ້ນ​ເປັນ​ປົກ​ກະ​ຕິ.​ແຕ່​ວ່າ ພວກ​ເຮົາ​ເຫັນ​ວ່າ,​ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ປັດ​ໄຈ​ທີ່​ບຸນ​ກຸດ​ຈີນ​ໃນ​ເດືອນ​ກຸມ​ພາ​ນີ້​ຫຍັບ​ມໍ່​ເຂົ້າ​ມາ,​CPI ​ໃນ​ເດືອນ​ກຸມ​ພາ​ນີ້​ອາດ​ຈະ​​ເກີດ​ມີ​ການ​ເພີ່ມ​ຂຶ້ນ 2% ຫຼື​ເພີ່ມ​ຂຶ້ນ​ຫຼາຍ​ນີ້.
 
ນາງ​ໂຈ່​ວສ້ຽວ​ເຫຼຄາດ​ວ່າ, ປີ​ນີ້​ເສດຖະກິດ​ຈີນ​ຈະ​ບໍ່​ເກີດ​ທ່າ​ອຽງ​ເງິນ​ເຟີ້​ຮ້າຍ​ແຮງຂຶ້ນ, ​ແຕ່​ຍ້ອນ​ຕົວ​ເລກ​ໃນ​ປີ​ກາຍ​ນີ້​ຕ່ຳ​ຫຼາຍ,​ສະ​ນັ້ນ​CPI​ໃນ​ໝົດ​ປີ​ນີ້ຍັງ​ຈະ​ເພີ່ມ​ຂຶ້ນ​ຮອດ 3% ຫຼື 4%.ກົມ​ສະຖິຕິ​ຍັງ​ປະກາດ​ວ່າ, ​ໃນ​ເດືອນ​ມັງ​ກອນ​ປີ​ນີ້,​PPI​ຂອງ​ຈີນ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້​4,3%, ​ໄດ້​ເພີ່ມ​ຂຶ້ນ​ລຽນຕິດ​ເປັນ​ເວລາ​ສອງ​ເດືອນ​ແລ້ວ,​ອັດ​ຕາ​ເພີ່ມ​ຂຶ້ນ​ສູງ​ກວ່າ​ເດືອນ​ທັນ​ວາ​ປີ​ກາຍ​ນີ້ 2,6%.​ຜູ້​ຊ່ຽວ​ຊານ​ວິ​ເຄາະ​ວ່າ, ອັດຕາ​ປ່ຽນ​ແປງ​ຂອງPPI​ຈະ​ໃຫຍ່​ກວ່າ​CPI,​ຕົ້ນ​ຕໍ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສອງ​ດ້ານ​ຄື: ອັນ​ທີ​ໜຶ່ງ​ແມ່ນ​ຕົວ​ເລກ​ໃນ​ປີ​ກາຍ​ນີ້​ອ່າວ​ຕ່ຳ, ອັນ​ທີ​ສອງ​ແມ່ນ​ລາ​ຄາ​​ວັດຖຸດິບ​ແພງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້​ສ້າງ​ແຮງ​ກົດ​ດັນ​ໃຫ້​ແກ່​ວິ​ສາ​ຫະ​ກິດ.

ມື້​ດຽວ​ກັນ, ທະນາຄານ​ປະຊາຊົນ​ຈີນ​ເຊິ່ງ​ເປັນ​ທະນາຄານ​ກາງຂອງ​ຈີນ​ຍັງ​ໄດ້​ປະກາດ​ຕົວ​ເລກ​ສິນ​ເຊື່ອ​ໃນ​ເດືອນ​ມັງ​ກອນ​ແລ້ວ​ນີ້.​ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ເດືອນ​ມັງກອນ​ປີ​ນີ້, ສະ​ຖາ​ບັນ​ການ​ເງິນ​ຂອງ​ຈີນ​ໄດ້​ເພີ່ມ​ເງິນ​ກູ້ 1390 ຕື້​ຢວນ,​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ປີ​ກາຍ​ນີ້​ແລ້ວ​ເພີ່ມ​ຂຶ້ນໜ້ອຍ​ກວ່າ 224 ຕື້ 300 ລ້ານ​ຢວນ. ນາງ​ໂຈ່​ວສ້ຽວ​ເຫຼ, ນັກ​ເສດ​ຖະ​ສາດ​ເຫັນ​ວ່າ:"​ເງິນ​ກູ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ​​ໂດຍ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ2009,​ການ​ສະ​ໜອງ​ເງິນ​ຕາ​ເພີ່ມ​ຂຶ້ນ​ກໍ່​​ເທົ່າ​ທຽມ​ກັບ​ລະ​ດັບ​ຂອງ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​2009,​ທັງ​ໝົດ​ເຫຼົ່າ​ນີ້​ມີ​ການ​ພົວ​ພັນ​ກັບ​ການ​ປັບ​ປຸງ​ຕ່າງໆ ຄື​ການ​ປັບ​ປຸງ​ອັດ​ຕາ​​ຄັງ​ສຳ​ຮອງ​ເງິນ​ຝາກ,​ພ້ອມ​ດ້ວຍ​ການ​ຄວບ​ຄຸມ​ຕໍ່ໂຄ​ຕາປ່ອຍ​ເງິນ​ກູ້​ສິນ​ເຊື່ອ.​ການ​ປັບ​ປຸງ​ເຫຼົ່າ​ນີ້​ເຮັດ​ໃຫ້​ດັດ​ຊະ​ນີ​ຕ່າງໆ​ຂອງ​ເສດ​ຖະ​ກິດ​ໝັ້ນ​ທ່ຽງ,​ເຊິ່ງ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ທີ່​ຄຸ້ມ​ຄອງ​ການ​ຄາດ​ໝາຍ ລ່ວງ​ໜ້າ​ຕໍ່​ໄພ​ເງິນ​ເຟີ້."

ນາງ​ໂສ​ສຽວ​ເລີຍ​ກ່າວ​ວ່າ,ທະນາຄານ​ກາງບັນລຸ​ການ​ຄຸ້ມ​ຄອງ​ການ​ຄາດ​ໝາຍ​ລ່ວງ​ໜ້າ​ຕໍ່ໄພ​ເງິນ​ເຟີ້​ຕົ້ນ​ຕໍ​ແມ່ນ​ຜ່ານ​ການ​ຄວບ​ຄຸມ​ການ​ຈໍ​ລະ​ຈອນ​ຂອງ​ເງິນ​ຕາ,​ຜ່ານ​ການ​ໃຊ້​ແຜນ​ການ​ຕ່າງໆ ຄື ​ການ​ປັບ​ປຸງ​ອັດ​ຕາ​ຄັງ​ສຳ​ຮອງ​ເງິນ​ຝາກ,​ແລະ​ຄວບ​ຄຸມ​ໂຄ​ຕາ​ປ່ອຍ​ເງິນ​ກູ້​ສິນ​ເຊື່ອ​ໃຫ້​ເໝາະ​ສົມ​ເປັນ​ຕົ້ນ.​ສ່ວນ​ການ​ປັບປຸງ​ອັດຕາ​ດອກ​​ເບ້ຍ​ໃຫ້​ສູງ​ຂຶ້ນ​ຍັງ​ບໍ່​ຮອດ​ເວ ລາ​ອັນ​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ