ການ​ດັດສົມ​ການ​ເງິນ​​ເລື້ອຍໆ​ໃນ​ມໍ່​ໆ​ມານີ້​ຈະ​ບໍ່​ປ່ຽນ​ແປງ​ທິດ​ທາງ​ນະ​ໂຍບາຍ​ມະຫາ​ພາກ​​ໃນ​ປະຈຸ​ບັນ

(GMT+08:00) 2010-02-26 15:14:18     cri

ເລີ່​ມ​ແຕ່​ວັນ​ທີ 25 ກຸມພາ​ນີ້, ອັດຕາ​​ເງິນ​ຝາກ​ຄັງ​ສຳຮອງຄັງ​ສຳຮອງ​ເງິນ​ຝາກ​​ເງິນ​ຢວນຈີນຂອງ​ທະ​ນາ​ຄານ​ພາຍ​ໃນ​ປະ​ເທດ​ຈີນ​ຈະ​ຍົກ​ສູງ​ຂຶ້ນ​ຮອດ 16,5% ຢ່າງ​ເປັນ​ທາງ​ການ, ຄາດ​ວ່າ​ຈະ​ໂຈະ​ໄວ້​ຫຼາຍ​ກວ່າ 300 ຕື້​ຢວນ.​ນີ້​ແມ່ນ​ຈີນ​ຍົກ​ສູງ​ອັດ​ຕາ​ເງິນ​ຝາກ​ທະ​ນາ​ຄານ​ຄັ້ງ​ທີ​ສອງ​ພາຍ​ເຄີຍ​ຍົກ​ໃນ​ວັນ​ທີ 18 ມັງ​ກອນ​ປີ​ນີ້.​ນັກ​ວິ​ເຄາະ​ຊີ້​ອອກ​ວ່າ, ການ​ດັດ​ສົມ​ການ​ເງິນ​ເລື້ອຍໆ​ແມ່ນ​ເພື່ອ​ຫຼີກ​ເວັ້ນ​ເງິນ​ຕາ​ໝູ​ນວຽນ​ຫຼາຍ​ເກີນ​ໄປ, ສະ​ກັດ​ກັ້ນ​ບໍ່​ໃຫ້​ການ​ກູ້​​ເງິ​ນ​ເພີ່ມ​ຂຶ້ນ​ໄວ​ໂພດ​ແລະຜ່ອນ​ຄາຍ​ແຮງ​ກົດ​ດັນ​ບ້ອນ​ລາ​ຄາ​ສິນ​ຄ້າ​ແພງ​ຂຶ້ນ, ​ແຕ່​ບໍ່​ປ່ຽນ​ແປງ​ທິດ​ທາງ​ນະ​ໂຍບາຍ​ເງິນ​ຕາ​ທີ່​ຜ່ອນ​ຍານ​ຢ່າງ​ເໝາະ​ສົມ.

ເລີ່ມ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ, ອັດຕາ​ຄັງ​ສຳ​ຮອງ​ເງິນ​ຢວນ​ຈີນ​ຂອງ​ທະນາຄານ​​ຝາກ​ເງິນຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​0,5%.​ນີ້​ແມ່ນ​ທະ​ນາ​ຄານ​ກາງ​ຈີນ​ຍົກ​ສູງ​ອັດ​ຕາ​ເງິນ​ຝາກ​ຄັງ​ສຳ​ຮອງ​​ຄັ້ງ​ທີ 2, ກ່ອນ​ໜ້າ​ນີ້​ທະ​ນາ​ຄານ​ກາງ​ບໍ່​ໄດ້​ໃຊ້​ນະ​ໂຍ​ບາຍ​ເງິນ​ຕາ​ດັ່ງ​ກ່າວ​ໜຶ່ງ​ປີ​ແລ້ວ.

ທ່ານ​ຈ້າວ​ຊີ​ຈຸ່ນ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ການ​ເງິນ​ຂອງ​ມະຫາວິທະຍາ​ໄລ​ປະຊາຊົນ​ຈີນວິ​ເຄາະ​ວ່າ, ການ​ປັບປຸງ​ການ​ເງິນ​ເລື້ອຍໆ​ໃນ​ມໍ່ໆ​ມາ​ນີ້​ແມ່ນ​ການ​ຄຸ້ມ​ຄອງ​ຊົ່ວ​ຄາວ​ປົກ​ກະ​ຕິ,​ຈຸດ​ປະ​ສົງ​ແມ່ນ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ເງິນຕາ​ໝູນວຽນຫຼາຍ​ເກີນ​ໄປ.

ປີ​ກາຍ​ນີ້ຢູ່​ໃນ​ຕະຫຼາດ, ​ກໍ່​ໄດ້​ສະ​ສົມ​ທຶນ​ຢ່າງ​ຫຼວງ​ຫຼາຍ​, ອັນ​ໄດ້ມີ​ບົດບາດ​ອັນ​ຕັ້ງ​ຫນ້າ​ໃນ​ການ​ຟື້ນ​ຕົວ​ຄືນ​ຂອງ​ເສດ​ຖະ​ກິດ​ຂອງ​ພວກ​ເຮົາ​ໃນ​ປີ 2009.​ແຕ່​ວ່າ,​ຫຼັງ​ຈາກ​ເສດ​ຖະ​ກິດ​ຟື້ນ​ຕົວ​ຄືນ​​ເປັນ​ປົກ​ກະ​ຕິ​ແລ້ວ,​ກໍ່​ອາດ​ຈະ​ພິ​ຈາ​ລະ​ນາ​​ເຖິງ​ການ​ດັດ​ສົມ​ການ​ຫມູນ​ວຽນ​ຂອງ​ທຶນ​ທີ່​ຫຼາຍ​ປານ​ນັ້ນ​ເທື່ອ​ລະ​ກ້າວ, ​ແລະ​ດຳ​ເນີນ​ການ​ຄວບ​ຄຸມ​ແລະ​​ໂຈະ​ທຶນ​ເຫຼົ່າ​ນີ້,​ ເພື່ອ​ຫຼີ​ກ​ເວັ້ນ​ບໍ່​ໃຫ້​ທຶນ​ຫມູນວຽນ​ໄວ​​ໂພດ.

 ຕາມ​ການ​ຄາດ​ຄະ​ເນທີ່​ຍັງ​ບໍ່​ແນ່ນອນ​, ຫຼັງ​ຈາກ​ເພີ່ມອັດຕາຄັງ​ສຳຮອງ​ເງິນ​ຝາກສອງ​ເທື່ອ​ແລ້ວ, ​ເງິນ​ກູ້​ຂອງ​ທະ​ນາ​ຄານ​ທີ່​ຖືກ​​​ໂຈະ​ນັ້ນ ​ຈະ​ຫຼາຍ​ກວ່າ 400 ຕື້​ຢວນ.  ຕະ​ຫຼາດ​ທົ່ວ​ໄປ​ເຫັນ​ວ່າ,​ການ​ກະ​ທຳ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ວ່າ ​ນັບ​ແຕ່ປີ 2009 ​ເປັນ​ຕົ້ນ​ມາ​ການ​ປ່ອຍ​ເງິນ​ກູ້​ສິນ​ເຊື່ອ​ຂອງ​ຈີນ​ເພີ່ມ​ຂຶ້ນ​ໄວ​ໂພດ, ​ແລ້ວ​ໄດ້​ສົ່ງ​ສັນ​ຍານ​ໃຫ້​ທະ​ນາ​ຄານ​ການ​ຄ້າ​ກຳ​ຈັງ​ຫວະ​ປ່ອຍ​ເງິນ​ກູ້​ສິ​ນ​ເຊື່ອ​ໃຫ້​ດີ.​ພ້ອມ​ກັນ​ນັ້ນ,​ໃນ​ເດືອນ​ກຸມ​ພາ​ນີ້,​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຂອງ​ຂະ​ແຫນງ​ການ​ທະ​ນາ​ຄານ​ຈີນ​ຍັງ​ໄດ້​ປະ​ກາດ​ໃຊ້​ "2​ວິ​ທີ​ຄຸ້ມ​ຄອງ​ເງິນ​ກູ້​ທຶນຫມູນວຽນ ຂອງ​ວິ​ສາ​ຫະກິດ​​ແລະ​ເງິນ​ກູ້​ຂອງ​ສ່ວນ​ບຸກ​ຄົນ",​ອອກ​​ລະບຽບ​ການ​ແລ​ະ​ເງື່ອ​ນ​ໄຂ​ກູ້​ເງິນ​ໃຫ້​ເຂັ້ມ​ງວດ​ຕື່ມ​ອີກ,​ເພື່ອ​ຮັບປະກັນ​ໃຫ້​​ເງິນ​ກູ້​ສິນ​ເຊື່ອ​​ເຂົ້າ​ສູ່​ເສດຖະກິດຮູບ​ປະ​ທຳ​ຢ່າງ​​ແທ້ຈິງ​.


ທ່ານ​ສາດ​ສະ​ດາ​ຈານ​ຈ້າວ​ສີ່​ຈຸ່ນກ່າວ​ວ່າ, ປີ​ນີ້​ຈະ​ປະ​ຫມາກ​ແຮງ​ກົດ​ດັນ​ຂອງໄພ​ເງິນ​ເຟິ້​ທີ່​ຍັງ​ມີ​ຢູ່​ນັ້ນ​ບໍ່​ໄດ້​ແລ້ວ,​ນີ້​ກໍ່​ແມ່ນ​ສາ​ເຫດ​ຫນຶ່ງ​ຍັງ​ຕ້ອງ​ດັດ​ສົມ​ຄວບ​ຄຸມ​ການ​​ເງິນ​ໃນ​ໄລຍະ​ມໍ່ໆນີ້."ສັງ​ເກດ​ຈາກ​ສະ​ພາບ​ປະ​ຈຸ​ບັນ,​ເຫັນ​ວ່າ​ແຮງ​ກົດ​ດັນ​ຈາກ​ໄພ​ເງິນ​ເຟີ້ບໍ່​ສູງ​ຄື​ການ​ຄາດ​ຄິດ​ແລ້ວ,​ແຕ່​ບໍ່​ໝາຍ​ຄວາມ​ວ່າ​ບໍ່​ມີ​ແຮງ​ກົດ​ດັນ​​ເລີຍ.​ເຖິງ​ວ່າ​ດັດ​ຊະ​ນີ​ລາ​ຄາ​​ຜູ່​ບໍ​ລິ​ໂພກ​ຫຼື​CPI​ເຕີບ​ໂຕ​ຊ້າ​ລົງ​ໃນ​ເດືອນ​ມັງ​ກອນ​ປີ​ນີ້,​ແຕ່​ຜົນ​ກະ​ທົບ​ຂອງ​ດັດ​ຊະ​ນີ​ລາ​ຄາ​ຜູ່​ຜະ​ລິດ​ຫຼື PPI​ທີ່​ມີ​ຕໍ່​ດັດ​ຊະ​ນີ​CPI​ນັ້ນ​ອາດ​ຈະ​ສະ​ແດງ​ອອກ​ມາ​ໃນ​ອີກ​ຫຼາຍ​ເດືອນ​ຂ້າງ​ໜ້າ."

ນັກວິ​ເຄາະ​ຍັງ​ຊີ້​ອອກ​ວ່າ,ຍ້ອນ​ວ່າ​ວິ​ກິດ​ການ​ການ​ເງິນ​ຍັງ​ບໍ່​ໄດ້​ສິ້ນສຸດ​ລົງ​ເທື່ອ,​ພື້ນ​ຖານ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ຟື້ນ​ຕົວ​ຄືນ​ນັ້ນ​ກໍ​ຍັງ​ບໍ່​ໝັ້ນ​ຄົງ​ເທື່ອ,​ນະ​ໂຍບາຍ​ກະ​ຕຸ້ນ​ເສດ​ຖະ​ກິດ​ຈະ​ບໍ່​ຖອນ​ອອກ​ໄປ​ຢ່າງ​ວ່ອງ​ໄວ.​ຫວ່າງ​ມໍ່ໆ​ມາ​ນີ້,​ຄຳ​ເວົ້າ​ທີ່​ວ່າ ຈະ​ຮັກ​ສາ​ຄວາມ​ຕໍ່​ເນື່ອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ນະ​ໂຍບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ນັ້ນ​ໄດ້​ປະ​ກົດ​ອອກ​ມາ​ເລື່ອຍໆ​ໃນ​ການ​ສະ​ແດງ​ທ່າ​ທີ​ຂອງ​ລັດ​ຖະ​ບານ​ຈີນ.​ບົດ​ລາຍ​ງານ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ທະ​ນາ​ຄານ​ກາງ​ຂອງ​ຈີນ​ເຜີຍ​ແຜ່​ກ່ອນ​ໜ້າ​ນີ້​ກໍ​ຊີ້​ອອກ​ວ່າ,​ໃນ​ໄລຍະ​ຕໍ່​ໄປ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ຜ່ອນ​ຍານ​ໃນ​ລະ​ດັບ​ອັນ​ເໝາະ​ສົມ,​ຄວບ​ຄຸມ​ຄວາມ​ແຮງ,​ຈັງ​ຫວະ​ແລະ​ຈຸດ​ໜັກ​ຂອງ​ການ​ປະ​ຕິ​ບັດ​ນະ​ໂຍບາຍ​ໃຫ້​ດີ,​ແລະ​ຮັກ​ສາ​ຄວາມ​ຕໍ່​ເນື່ອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ນະ​ໂຍບາຍ.
 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ