ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ບັນ​ລະ​ຍາຍ​ແຜນ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ໄລ​ຍະ​ຫຼັງ​ວິ​ກິດ​ການ​ການ​ເງິນ

(GMT+08:00) 2010-03-05 17:57:02     cri

ຕາມຂ່າວCRI:​ວັນ​ທີ5ມີ ນາ​ນີ້,ກອງ​ປະຊຸມປະຈຳ​ປີ​ຂອງ​ສະພາ​ຜູ່​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ​ເຊິ່ງ​ເປັນ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ.​ໃນ​ກອງ​ປະຊຸມ,ທ່ານ​ເວີນ​ເຈ່ຍ​ປາວ,ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຕໍ່​ຜູ່​ແທນ​ສະ​ພາ​ຜູ່​ແທນ​ປະ​ຊາ​ຊົນ​ຈາກ​ທົ່ວ​ປະ​ເທດ​ເກືອບ​3​ພັນ​ທ່ານ.​ໃນ​ສະ​ພາບ​ການ​ທີ່​ຈີນ​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ການ​ເງິນ​ສາ​ກົນ​ຢ່າງ​ສຳ​ເລັດ​ຜົນ​ແລະ​ເສດ​ຖະ​ກິດ​ນຳ​ໜ້າ​ຟື້ນ​ຕົວ​ຄືນ​ມາ,​ບົດ ລາ​ຍງານ​ວຽກ​ງານ​ລັດ​ຖະ​ບານ​ສະ​ບັບ​ນີ້​ໄດ້​ບັນ​ລະ​ຍາຍ​ແຜນ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ໄລ​ຍະ​ຫຼັງ​ວິ​ກິດ​ການ​ການ​ເງິນ​ສາ​ກົນ​ຢ່າງ​ຈະ​ແຈ້ງ.​ພ້ອມ​ກັນ​ນັ້ນ,​ບົດ​ລາຍ​ງານ​ຍັງ​ໄດ້​ຕອບ ບັນຫາ​ຕ່າງໆ​ທີ່​ປະ​ຊາ​ຊົນ​ຈີນ​ສົນ​ໃຈ​ທີ່​ສຸດ,​ເປັນ​ຕົ້ນ​ວ່າ:​ລາ​ຄາ​ຊື້​ເຮືອນ,​ລາຍ​ໄດ້​ແລະ​ການ​ປິ່ນ​ປົວ​ພະ​ຍາດ,​ແລະ​ໄດ້​ວາງ​ມາດ​ຕະ​ການ​ແກ້​ໄຂ​ອັນ​ລະ​ອຽດ,​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ການ​ປົກ​ຄອງ​ທີ່​ເອົາ​ໃຈ​ໃສ່​ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​ຄວາມ​ກົມ​ກຽວ​ໃນ​ສັງ​ຄົມ.

ບົດ​ລາຍ​ງານ​ທີ່ມີຄວາມ​ຍາວ​ເຖິງ​ສອງ​ໝື່ນ​ກວ່າ​ຄຳ​ຕົວ​ໜັງສື​ຈີນສະບັບ​ນີ້ພິຈາລະນາ​ເຖິງ​ສະພາບ​​ເສດຖະກິດ​ພາຍ​ໃນ​ປະ​ເທດ​ແລະ​​ໃນ​​ໂລກ,ຖື​ການ​ດັດສົມ​ຄວບ​ຄຸມ​ທາງ​ມະຫາ​ພາກ​ໃຫ້​ດີ,​ໃຫ້​ເສດ​ຖະ​ກິດ​ຮັກ​ສາ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ,​ເລັ່ງລັດ​ຫັນ ປ່ຽນ​ຮູບ​ແບບ​ພັດ​ທະ​ນາ​ເສດ​ຖະ​ກິດ,​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ,​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ແລະ​ຊຸກ​ຍູ້​ໃຫ້​ສັງ​ຄົມ​ກົມ​ກຽວ​ກັນ​ແລະ​ໝັ້ນ​ທ່ຽງ​ເປັນ​ໜ້າ​ທີ່​ສຳ ຄັນ​ຂອງ​ລັດ​ຖະ​ບານ​​ໃນ​ປີ​ນີ້.​ທຸກໆ​ພາກ​ສ່ວນ​ຂອງ​ບົດ​ລາຍ​ງານ​ສະ​ບັບ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ກ້າ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ ທາຍ​ແລະ​ກ້າ​ແກ້​ໄຂ​ບັນ​ຫາ​ຕ່າງໆ.ທີ່​ຈິງ​ແລ້ວ,​ຄວາມ​ໝັ້ນ​ໃຈ​ຂອງ​ລັດ​ຖະ​ບານ​ຈີນ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ງານ​ອັນ​​ເປັນ​ໜ້າ​ພູມ​ໃຈ​ໃນ​ເວ​ລາ​ຮັບ​ມື​ກັບ​ວິ​ກິດ​ການ​ກາ​ນ​ເງິນ​ສາກົນ​ໃນ​ປີ​2009.

ໃນ​ປີ​2009​ທີ່​ຖືກ​ເອີ້ນ​ເປັນ​"ປີ​ທີ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ລຳ​ບາກ​ທີ່​ສຸດ​ແຕ່​​ກ້າວ​ເຂົ້າ​ສູ່​ສະ​ຕະ​ວັດ​ໃໝ່ມາ​ນີ້",ລັດ​ຖະ​ບານ​ຈີນ​ໄດ້​ວາງ​​ແລະ​ປັບ​ປຸງ​ຊຸດ​ແຜນ​ການ​ຕ່າງໆ​ເພື່ອ​ຮັບ​ປະ​ກັນ​ການ​ເຕີບ​ໂຕ,​ປັບ​ປຸງ​ໂຄງ​ປະ​ກອບ,​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ສ້າງ​ຜົນ​ປະ​ໂຫຍ​ດ​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ ຊາ​ຊົນ,​ໄດ້​ຫັນ​ປ່ຽນ​ສະ​ພາບ​ທີ່​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​​ເສດ​ຖະ​ກິດ​ຍ່າງ​ລົງ​ຄ້ອຍ​ຢ່າງ​​ຈະ​ແຈ້ງ​ນັ້ນ​ຢ່າງ​ວ່ອງ​ໄວ,​ຮັບ​ມື​ກັບ​ການ​ໂຈມ​ຕີ​ຈາກ​ວິ​ກິດ​ການ​ການ​ເງິນ​ສາ​ກົນ​ຢ່າງ​ບໍ່​ຟ້າວ​ຟັ່ງ.​ໃນ​ສະ​ພາບ​​ທີ່​ເສດ​ຖະ​ກິດ​ທົ່ວ​ໂລກ​ຊຸດ​ໂຊມ​ລົງ,​ເສດ​ຖະ​ກິດ​ຈີນ​ດີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ,ບໍ່​ພຽງ​ແຕ່​ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​GDP​ຮັກ​ສາ​ການ​ເຕີບ​ໂຕ​8%​ຢ່າງ​ສຳ​ເລັດ​ຜົນ​ທໍ່​ນັ້ນ,​ຍັງ​ໄດ້​ບັນ​ລຸ 8,7%​ເຊິ່ງ​​ລື່ນ​ລະ​ດັບ​ທີ່​ຄາດ​​ໄວ້​ລ່ວງ​ໜ້າ.​ເປົ້າ​ໝາຍ​​ພັດ​ທະນ​າ​ຕ່າງໆ​ທີ່​ຕົກລົງ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ໃນ​ຕົ້ນ​ປີ​2009​ນັ້ນ​ໄດ້​ບັນລຸ​ຜົ​ນເປັນ​ຈິງ​ໃນ​ຂັ້ນ​ພື້ນ​ຖານ.​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,​ກໍ່​ໄດ້​ກາຍ​ເປັນ​ຫົວ​ຈັກ​ທີ່​ແຂງ​ແຮງ​ທີ່​ສຸດ​ທີ່​ຊັກ​ນຳ​ໃຫ້​ເສດ​ຖະ​ກິດ​ທົ່ວ​ໂລກ​ຟື້ນ​ຕົວ​ຄືນ​ມາ.
 
 ເຖິງ​ວ່າ​ໄດ້ພົບ​ກັບ​ປັດ​ໄຈ​ບໍ່​ແນ່ນນອນ​ແລະ​ຄວາມ​ຫຍຸ້ງຍາກຢ່າງ​ຫລວງ​ຫລາຍ​ກໍ່​ຕາມ,​ແຕ່​ລັດ​ຖະ​ບານ​ຈີນ​ກໍຍັງ​ມີ​ຄວາມ​ຫມັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ໃນ​ປີ​ນີ້,​ແລະ​ໄດ້​ກຳ​ນົດ​ເປົ້າ​ຫມາຍ​ຢ່າງ​ຈະ​ແຈ້ງ​ອອກ​ຄື:​ໃຫ້​ຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ຈີນ​ເພີ່ມ​ຂຶ້ນ​ປະ​ມານ 8%, ຄວບ​ຄຸມ​ອັດ​ຕາ​ໄພ​ຫວ່າງ​ງານ​ທີ່​ຈົດ​ທະບຽນ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ໃຫ້​ຢູ່​ໃນ 4,6%,​ລາ​ຄາ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ເພີ່ມ​ຂຶ້ນ​ປະ​ມານ 3%.​ຕໍ່​ການ​ກຳນົດ​ເປົ້າ​ຫມາຍ​ເຫລົ່າ​ນີ້​ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວີນ​ເຈ່ຍ​ປາວ​ກ່າວ​ວ່າ:

ສິ່ງ​ທີ່​ຕ້ອງ​ເນັ້ນ​ເຖິງ​ໃນ​ທີ່​ນີ້ແມ່ນ: ການສະ​ເຫ​ນີອອກ​ໃຫ້​ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ​ປະ​ມານ​8%,​ສຳ​ຄັນ​ແມ່ນ​ເນັ້ນ​ຫນັກ​ໃຫ້​ມີ​ການ​ພັດ​ທະ​ນາ​ທີ່​ດີ, ນຳພາ​ວຽກ​ງານ​ໃນ​ດ້ານ​ຕ່າງໆ​ຖື​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ເປັນ​ຈຸດ​ຫນັກ​ຂອງ​ວຽກ​ງານ.​ການ​ສະ​ເຫນີ​ໃຫ້​ລາ​ຄາ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ເພີ່ມ​ຂຶ້ນ​ປະ​ມານ 3%,​ແມ່ນ​ພິ​ຈາ​ລະ​ນາ​ລວມ​ເຖິງ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ຂອງ​ລາຄາ​ສິນ​ຄ້າ​ໃນ​ປີ​ກາຍ,​ແລະ​ຜົນ​ສະ​ທ້ອນ​ຈາກ​ລາ​ຄາ​ສິນ​ຄ້າ​ງວດ​ໃຫຍ່​​ໃນ​ສາ​ກົນ,​ຜົນ​ສະ​ທ້ອນ​ຈາກ​ການ​ເຕີບ​ໂຕ​ຂອງ​ສິນ​ເຊື່ອ​ເງິນ​ກູ້​ພາຍ​ໃນ​ປະ​ເທດ​ຊັກ​ຊ້າ,​ແລະ​ຄວາມ​ສາ​ມາດ​ຫາບ​ແບກ​ຂອງ​ປະ​ຊາ​ຊົນ,​ພ້ອມ​ທັງ​ໄດ້​ຈົ່ງ​ເງື່ອນ​ໄຂ​ອັນ​ແນ່​ນອນ​ໃຫ້​ແກ່​ການ​ປະ​ຕິ​ຮູບ​ລະ​ບຽບ​ອາ​ກອນ​ສິ່ງ​ແວດ​ລ້ອມ​ຂອງ​ຊັບ​ພະ​ຍາ​ກອນ​ແລະ​ລາ​ຄາ​ຜະ​ລິດ​ຕະ​ພັນ​ປະ​ເພດ​ຊັບ​ພະ​ຍາ​ກອນ.

ເພື່ອ​ບັນລຸ​ເປົ້າ​ຫມາຍ​ພັດທະນາ​ເສດຖະກິດ​ດັ່ງກ່າວ, ທ່ານ​ເວີນ​ເຈ່ຍ​ປາວ​ໄດ້​ວາງ​ມາດ​ຕະການ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຕ່າງໆ,​ເຊິ່ງ​ລວມ​ທັງ​ການ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ຫນ້າ,​ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ຜ່ອນ​ຄາຍ​ຢ່າງ​​ເຫມາະ​ສົມ,ຕັ້ງ​ຫນິ້າ​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ, ​ເລັ່ງ​ລັດ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໃຫ້​ດີ​ຂຶ້ນ,​ຊຸກ​ຍູ້​ເສດ​ຖະ​ກິດ​ພາກ​ພື້ນ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ,​ຊຸກ​ຍູ້​ການ​ຫັນ​ຕົວ​ເມືອງ​ແລະ​ສ້າງ​ສາ​ຊົນ​ນະ​ບົດ​ໃຫມ່​ຢ່າງ​ກົມ​ກຽວ​ກັນ​ແລະ​ອື່ນໆ.

ເພື່ອ​ຍົກ​ຄຸນ​ນະພາ​ບ​ແລະ​ລະດັບ​ການ​ພັດທະນາ​ເສດຖະກິດ,ທ່ານ​ເວີນ​ເຈ່ຍ​ປາວ​ຍັງ​ສະ​ເຫ​ນີ​ວ່າ​ຕ້ອງ​ກໍ່​ສ້າງ​ອຸດ​ສາ​ຫະ​ກຳ​ຈະ​ເລີ​ນ​ໃຫມ່​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ອອກ​ແຮງ​ພັດ​ທະ​ນາ​ພະ​ລັງ​ງານ​ໃຫມ່,​ວັດ​ຖຸ​ດິບ​ໃຫມ່,​ຂະ​ແຫນງ​ການ​ປະ​ຢັດ​ພະ​ລັງ​ງານ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ,​ການ​ຜະ​ລິດ​ຢາ​ຊີວະ​ພາບ,​ສ້າງ​ຕາ​ຫນ່າງ​ຂໍ້​ມູນ​ຂ່າວ​ສານ​ແລະ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ຊັ້ນ​ສູງ.​ພ້ອມ​ກັນ​ນັ້ນ, ​ເພື່ອ​ຮັກ​ສາ​ຄວາມ​ຕໍ່​ເນື່ອງ​ແລະ​ຄວາມ​ຫມັ້ນ​ທ່ຽງ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ທ່ານ​ເວີນ​ເຈ່ຍ​ປາວ​ຍັງ​ສະ​ເຫ​ນີ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ແລະ​ບັນ​ຫາ​ຕ່າງໆ​ຢ່າງ​ເຫມາະ​ສົມ,​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ທີ່​ພື້ນຖານ​ເສດຖະກິດ​ໂລກ​ທີ່​ພວມ​ຟື້ນ​ຕົວ​ຍັງ​ອ່ອນ​ແອ​ຢູ່,​ຈຶ່ງ​ຕ້ອງ​ຍົກ​ສະຕິ​ປ້ອງ​ກັນ​ຄວາມ​ສ່ຽງ​ໃຫ້​ສູງ​ຂຶ້ນ.

 "​ເພີ່ມ​ທະວີການ​ຕິດຕາມ​ຄຸ້ມ​ຄອງ​ຢ່າງ​ບັງ​ເກີດ​ຜົນ​ຕໍ່​​ທຶນໝູນວຽນລະ​ຫວ່າງ​ຊາດ, ປ້ອງ​ກັນ​ຄວາມ​ສ່ຽງດ້ານ​ການ​ເງິນປະ​ເພດ​ຕ່າງໆ. ສືບ​ຕໍ່​ປັບປຸງ​ກົນ​ໄກ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ໃຫ້​ສົມບູນ​ຂຶ້ນ, ຮັກສາ​ໃຫ້​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ໝັ້ນ​ທ່ຽງຢູ່​​ໃນລະດັບອັນ​ເໝາະ​ສົມ​ແລະ​ສະ​ໝ່ຳສະ​ເໝີ."

ໃນ​ເວລາ​ສືບ​ຕໍ່​ຮັກສາ​ໃຫ້​ເສດຖະກິດພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ, ນັ້ນລັດຖະບານ​ຈີນ​ບໍ່​ໄດ້​ປ່ອຍປະ​ການທຳ​ຄວາມ​ພະຍາຍາມ​ດ້ານ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ. ທັດສະນະ​ຄະຕິ​ທີ່​ຖື​ຄົນ​ເປັນ​ກົກ, ​ເອົາ​ໃຈ​ໃສ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັ້ນໄດ້ສືບ​ທອດກັນ​ມາ, ​ໂດຍ​ຕະຫຼອດບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ປີ​ນີ້​ໄດ້​ຕອບ​ສະໜອງ​ບັນຫາ​ທີ່​ປະຊາຊົນ​ສົນ​ໃຈ​ນຳ​ຢ່າງ​ຈະ​ແຈ້ງ, ​ແລະມີ​ທ່າ​ທີ​ອັນ​ຈິງ​ໃຈ.

ຫວ່າງ​ມໍ່ໆ​ມາ​ນີ້, ຜົນ​ການ​ສຳ​ຫຼວດຫຼາຍເວັບ​​ໄຊ​ຂະໜາດ​ໃຫຍ່ຂອງ​ຈີນ​​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ສົນ​ໃຈ​ຕໍ່​ບັນຫາ​ເຮືອນຢູ່​ແມ່ນ​ຫຼາຍກວ່າ​ໝູ່. ປີ​ກາຍ​ນີ້, ລາຄາ​ເຮືອນຢູ່​ຂອງ​ຈີນ​ແພງ​ຂຶ້ນ​ເລື້ອຍໆ, ຈົນ​ເຖິງ​ລະດັບສູງ​ສຸດ​ໃນ​ຫຼາຍ​ປີ​ມາ​ນີ້. ປະຊາຊົນ​ຫວັງ​ຢ່າງ​ຮີບຮ້ອນຢາກ​ໃຫ້​ລັດຖະບານ​ໃຊ້ມາດ​ຕະການ, ​ເຮັດ​ໃຫ້​ລາຄາ​ເຮືອນ​ຢູ່ຫັນ​ເປັນ​ປົກກະຕິ. ສຽງ​ຮຽກຮ້ອງ​ຂອງ​ປະຊາຊົນ, ກໍ​ໄດ້​ຮັບ​ສຽງ​ຕອບ​ຈາກລັດ​ຖະບານ. ຊຸກ​ຍ້​ໃຫູ້​ຕະຫລາດ​ອະສັງຫາ​ລິ​ມະ​ຊັບ​​ຂະຫຍາຍຕົວ​ຢ່າງ​ສົມບູນ. ​ຄວາມ​ຫວັງ​ໃນີ້ໄດ້​ຖື​ເປັນ​ວຽກ​ງານ​ສຳຄັນ​ແລະ​ຂຽນເຂົ້າ​ໃນ​ບົດ​ລານ​ງານ​ວຽກ​ງານ​ຂອງ​ລັດຖະບານ​ປີ​ນີ້.

ເດັດດ່ຽວ​ສະກັດ​ກັ້ນທ່າອຽງ​ທີ່​ລາຄາ​ເຮືອນ​ຢູ່​​ສູງ​ຂຶ້ນ​ໄວ​ເກີນ​ໄປ​ໃນ​ຕົວ​ເມືອງ​ຈຳນວນ​ຫນຶ່ງ. ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ. ອັນ​ທີໜຶ່ງ​ແມ່ນ​ຈະ​ສືບ​ຕໍ່ດຳ​ເນີນ​​ໂຄງການ​ສ້າງ​ເຮືອນ​ຢູ່​​ໃຫ້​ປະຊາຊົນຢ່າງ​ຂະຫນາດ​ໃຫຍ່. ອັນ​ທີ​ສອງ​ແມ່ນ​ຫ້າມ​ບໍ່​ໃຫ້​ຊື້​ເຮືອນ​ແບບ​ສວຍ​ໂອກາດ​ເພື່ອ​ຫາ​ຜົນ​ກຳ​ໄລ.​ ອັນ​ທີ​ສາມ​ແມ່ນ​ຫ້າມ​ບໍ່​ໃຫ້​ຊື້​ເຮືອນ​ແບບສວຍ​ໂອກາດ​ເພື່ອຫາ​ຜົນ​ກຳ​ໄລ. ​​ເພີ່​ມທະວີ​ການ​ປະຕິ​ປັດ​ນະ​ໂຍບາຍ​ສິນ​ເຊື່ອ​ທີ່​ຕ່າງ​ກັນຫຼາຍ​ແລະ​​ເພີ່ມ​ກຳລັງ​ແຮງ​ໃນ​ການ​ປະຕິບັດ​ນະ​ໂຍບາຍເກັບສ່ວຍ​ສາ​ອາກອນ​. ອັນ​ທີ​ສີ່​ແມ່ນ​ປັບປຸງ​ລະບຽບ​ຕະຫລາດ​ອະສັງຫາ​ລິ​ມະ​ຊັບ​​ໃຫ້​ສົມບູນ​ຂຶ້ນ, ​ປັບປຸງວິທີ​​ຄຸ້ມ​ຄອງ​ນຳ​ໃຊ້ລາຍ​ໄດ້ຈາກ​ທີ່​ດິນ​ໃຫ້​ສົມ​ບູນ​ຂຶ້ນແລະ​ສະກັດ​ກັ້ນ​ບໍ່​ໃຫ້​ລາຄາ​ທີ່​ດິນ​ແພງ​ຂຶ້ນ​ໄວ​ເກີນ​ໄປ."

ນອກຈາກ​ແກ້​ໄຂ​ບັນຫາ​ເຮືອນ​ຢູ່​ແລ້ວ, ການຊຸກຍູ້​ການ​ປະຕິ​ຮູບລະບົບ​ສຳມະ​ໂນຄົວ, ​ເພີ່ມ​ທະວີ​ການ​ປະກອບ​ອາຊີບ, ເລັ່ງລັດ​ສ້າງ​ລະບົບ​ປະກັນ​ສັງຄົມ​ໃຫ້​ສົມບູນ​ຂຶ້ນ​ຕື່ມ, ປະຕິ​ຮູບ​ລະບອບ​ການ​ແບ່ງປັນ​ລາຍຮັບ, ​ເລັ່ງລັດຊຸກ​ຍູ້​ການ​ປະຕິ​ຮູບ​ວຽກ​ງານ​ປິ່ນປົວ​ແລະ​ຮັກສາ​ສຸຂະພາບ​, ​ອອກ​ແຮງ​ພັດທະນາ​ວຽກ​ງານ​ການ​ສຶກສາ​ເປັນ​ຕົ້ນ, ລ້ວນ​ແຕ່​ໄດ້​ຈັດ​ວາງ​ໄວ້​ໃນ​ຖານະສຳຄັນ​ທີ່​ລັດຖະບານຈະ​ສຸມ​ກຳລັງ​ແກ້​ໄຂ, ບົດ​ລາຍ​ງານ​ໄດ້​ຍົກ​ຕົວຢ່າງ​ບັນ​ລະ​ຍາຍມາດ​ຕະການ​ແກ້​ໄຂ​ຕ່າງໆ.

ເພື່ອຮັບ​ປະກັນ​ໃຫ້​ເສດຖະກິດ​ແລະ​ສັງຄົມ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໄສ,​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ປີ​ນີ້,ທ່ານ​ນາຍົກ​​ເວີ່ນ​ເຈ່ຍ​ປາວ​ຍັງ​ໄດ້​ສະ​ເໜີ​ໃຫ້​ສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,​ເສີມ​ສ້າງ​ວັດທະນະທຳ,​ເພີ່ມ​ທະວີ​ວຽກ​ງານ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ຮັບປະກັນ​ສິດ​ປະຊາທິປະ​ໄຕ​ທີ່​ໃຫ້​ປະຊາຊົນ​ເປັນ​ເຈົ້າ ຂອງ​ປະ​ເທດ​ຊາດ.ທ່ານ​ກ່າວ​ວ່າ:"ຕ້ອງ​ເອົາ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄວ້​ຢູ່​ໃນ​ຖານະ​ສຳຄັນ,​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຕໍ່​ການ​ໃຊ້ສິດ​ອຳນາດ​ບໍລິຫານ.ຕ້ອງ​ລົງ​ເລິກ​ຊຸກຍູ້​ການ​ເປີດ​ເຜີຍ​ທາງ​ວຽກ​ງານ​ການ​ເມືອງ,ປັບປຸງ​ລະບຽບວຽກ​ງານ​ຕ່າງໆ​ໃຫ້​ສົມບູນ​ຂຶ້ນ​ແລະ​ລະບຽບປຶກສາ​ຫາ​ລື​ຄືນ​ໃໝ່​ທາງ​ບໍລິຫານ.ພວກ​ເຮົາ​ຕ້ອງ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ຕຳ​ນິ ຕິ​ຊົມ​ລັດຖະບານ,ຕິດຕາມ​ກວດກາ​ລັດຖະບານ,ພ້ອມ​ທັງ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ສື່ມວນຊົນ​ແລະ​ຫາງ​ສຽງ​ທົ່ວ​ໄປ​ຢ່າງ​ເຕັມທີ່,​ເຮັດ​ໃຫ້​ສິດ​ອຳນາດ​ດຳ​ເນີນ​ໄປ​ຢ່າງ​ແທ້​ຈິງ​ພາຍ​​ໃຕ້​ແສງ​ສະຫວ່າງ."

​ໃນ​ບົດ​ລາຍ​ງານ​ປີ​ນີ້,ທ່ານ​ເວີ່​ນ​ເຈ່ຍ​ປາວ​ຍັງ​ໄດ້​ກ່າວ​ຢ້ຳນະ​ໂຍບາຍ​ພື້ນຖານ​ຂອງ​ລັດຖະ ບານ​ຈີນ​ທີ່​ມີ​ຕໍ່​ຮົງ​ກົງ,ມາ​ເກົາ​ແລະ​ໄຕ້​ຫວັນ,ທ່ານ​ກ່າວ​ວ່າ​ຈະ​ສືບ​ຕໍ່​ຈັດຕັ້ງປະຕິບັດ​ທິດ​ທາງ "ປະ​ເທດ​ດຽວ​ສອງ​ລະບອບ","​ໃຫ້​ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ","​ໃຫ້​ຊາວ​ມາ​ເກົາ​ປົກຄອງ​ມາ​ເກົາ"​ແລະ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ,ອອກ​ແຮງ​ສະໜັບສະໜູນຮົງ​ກົງ​ແລະ​ມາ​ເກົາ​ໃຫ້​ຮັກສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນລະ​ພາບ​ຍາວ​ນານ​ຢ່າງ​ໝັ້ນໜຽວ​ບໍ່​ປ່ຽນ​ແປງ.​ໃນ​ດ້ານ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ,ຍຶດໝັ້ນຫຼັກໝັ້ນ​ແຜ່ນດິນ​ໃຫຍ່​ແລະ​ໄຕ້​ຫວັນ​ຂຶ້ນກັບປະ​ເທດ​ຈີນ​ດຽວ,ຈະ​ປັບປຸງ​ພື້ນຖານ​ການ​ເມືອງ​ທີ່​ໃຫ້ການ​ພົວພັນ​ສອງ​ຝັ່ງ​ຂະຫຍາຍຕົວ​ໂດຍ​ສັນຕິ​ແລະ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ຝັ່ງ.​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ປະຊາຊົຊນ​ແລະ​ວົງການ​ຕ່າງໆ​ໃນ​ສັງຄົມ​ຂອງ​ສອງ​ຝັ່ງ,ຮ່ວມ​ກັນ​ຊົມ​ໃຊ້​ໝາກຜົນ​ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໂດຍ​ສັນຕິ.

ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ,ທ່ານ​ເວີ່​ນ​ເຈ່ຍ​ປາວ​ກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​ຍຶດໝັ້ນນະ​ໂຍບ​າຍການ​ຕ່າງປະ​ເທດ​ໂດຍ​ສັນຕິ​ທີ່​ເປັນ​ເອກະລາດ​ແລະ​ເປັນ​ເຈົ້າຕົນ​ເອງ​,ຍຶດໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດທະນາ​ໂດຍ​ສັນຕິ,ປະຕິບັດ​ຍຸດ​ທະ​ສາດ​ໄຂ​ປະຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ,ຊຸກຍູ້​ການ​ສ້າງ​ໂລກ​ທີ່​ມີ​ສັນຕິພາບ​ຖາວອນ,ມີ​ຄວາມ​ຈະລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ​ແລະ​ມີ​ຄວາມ​ກົມກຽວ​ກັນ.ທ່ານ​ກ່າວ​ວ່າ,ລັດຖະບານ​ແລະ​ປະຊາຊົນ​ຈີນ​ຍິນ​ດີ​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ກັບ​ປະຊາ​ຄົມ​ໂລກ,ພ້ອມ​ກັນ​ຮັບ​ມື​ກັບ​ຄວາມ​ສ່ຽງ​ແລະ​ການ ທ້າ​ທາຍ,ຮ່ວມ​ກັນ​ແບ່ງປັນ​ໂອກາດ​ພັດທະນາ,​ແ​ລະ​ປະກອບສ່ວນ​ອັນ​ໃໝ່​ເພື່ອ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ.

ຕາມ​ວາລະ​ປະຊຸມ​ເທື່ອ​ນີ້,​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ເປັນ​ເວລາ9​ວັນ​ເຄິ່ງ,ຜູ່​ແທນ​ທັງ ຫຼາຍທີ່​ມາ​ຈາກ​ແຫ່ງ​ຕ່າງໆ,ຂະ​ແໜງ​ການ​ຕ່າງໆ​ຂອງ​ຈີນ​ຈະ​ຄົ້ນຄວ້າ​ພິຈາລະນາ​ແລະ​ລົງ ມະຕິ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ,​ແລະ​ຕົກລົງ​ແນວ​ຄິດ​ແລະ​ທິດ​ທາງ​ນະ​ໂຍ ບຍ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ​ໃນ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ