ທະ​ນາ​ຄານ​ໂລກ​ຄາດ​ວ່າ ປີ​ນີ້ GDP ​ຂອງ​ຈີນ​ຈະ​ເພີ່ມ​ຂຶ້ນ 9,5%.

(GMT+08:00) 2010-03-17 16:25:04     cri

ທີ່​ນີ້,ວິທະ​ຍຸສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ວັນ​ທີ 17ມີນາ​ນີ້,ທະນາຄານ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານປະຈຳ​​ໄຕ​ມາດ​ຂອງ ເສດຖະກິດ​​ສະບັບໃຫມ່. ບົດ​ລາຍ​ງານ​ຄາດ​ວ່າ, ປີ​ນີ້, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​​ຫຼື GDP ຂອງຈີນຈະ​ເພີ່ມ​ຂຶ້ນ 9,5% . ຕໍ່​ໄປ​ເຊີນ​ຟັງ​ລາຍລະ​ອຽດກ່ຽວ​ກັບ​ເລື່ອງ​ນີ້:


ບົດລາຍ​ງານ​ຂອງ​ທະນາຄານ​ໂລກ​ຂຽນ​ວ່າ, ​ເຖິງ​ວ່າ​ເສດຖະກິດ​ຈີນ ​ພວມ​ຕົກ​ຢູ່​ໃນ​ສະພາບ​ທີ່​​​ເສດຖະກິດທົ່ວ​ໂລກຊຸດ​ໂຊມ​ລົງ​ກໍ​ຕາມ,​ແຕ່ຍັງ​ສາມາດບັນລຸ​ການ​​ເຕີບ​ໂຕ 8,7% ​ໃນ​ປີ 2009​ໄດ້, ​ແລະ​​ໄດ້​ຮັກສາ​ທ່າ​ອຽງທີ່​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ໃນ​ 2 ເດືອນ​ຕົ້ນ​ປີ 2010. ທ່ານ​ລູອິສ ຄູດ​ສ໌,ນັກ​ເສດຖະສາດລະດັບ​​ສູງ​ຂອງ​ສຳນັກງານ​ທ​ະນາຄາ​ນ​ໂລກ​ປະຈຳ​ຈີນ​ກ່າວ​ວ່າ,​ເສດຖະກິດຈີນ​ໄດ້​ສະ​ແດງ​ຄວາມ​ເຂັ້ມ​ແຂງ​ອອກຢ່າງ​ພົ້ນ​ເດັ່ນ​ໃນ​ສອງ​ເດືອນ​ຕົ້ນ​ປີ​ນີ້, ​ນີ້​ເຮັດ​ໃຫ້​ທະນາຄານ​ໂລກ ​ເພີ່ມ​​​​ຕົວ​ເລກຄາດຫມາຍຕໍ່ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ.ທ່ານ​ກ່າວ​ວ່າ:

 "ດ້ານ​ຫນຶ່ງ,ພວກ​ເຮົາ​ໄດ້​ເຫັນ​ຈີນ​ຮັກສາທ່າ​ອຽງທີ່​ແຂງ​ແຮງ​ໃນ​ການ​ສົ່ງ​ອອກ, ອີກ​ດ້ານ​ຫນຶ່ງ ,​ເສດຖະກິດ​ຂອງ​ພາຍ​ໃນ​ປະ​ເທດ​ຈີນ​ຟົດ​ຟື້ນ​​ທີ່​ສຸດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສອງ​ເດືອນ​ຕົ້ນ​ປີ 2010, ພວກ​ເຮົາ​​ເຫັນ​ຍອດ​ມູນ​ຄ່າ​​ສິນຄ້າ ຂາຍ​ຍ່ອຍ ​ແລະ​ການ​ຜະລິດ​ທາງອຸດສາຫະກຳ​ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ຢ່າງ​ຫຼວງຫຼາຍ, ກໍ່​ແມ່ນ​ມີທ່າ​ອຽງນີ້​ເອງໃນ​ໄລຍະ​ຕົ້ນ​ປີ​ນີ້, ​ຈຶ່ງ​ເຮັດ​ໃຫ້​ພວກ​ເຮົາ​ເພີ່ມ​ຕົວ​ເລກຄາດຫມາຍຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ, ປະຈຸ​ບັນ,ພວກ​ເຮົາຄາດ​ວ່າ, ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນຈະ​ບັນລຸ 9,5%."
 
 ພ້ອມກັນ​ນັ້ນ, ທະນາຄານ​ໂລກ​ກ່າວ​ວ່າ, ​ເສດຖະກິດ​ຈີນ​ໄດ້​ຜ່ານ​​ເງິນ​ເຟີ້​ລົບ​ໃນ​ປີ 2009​ແລ້ວ, ​ເງິນ​ເຟີ້​ຂອງ​ຈີນ​ໃນ​ປີ 2010 ຈະ​ເພີ່ມ​ຂຶ້ນ, ​ແຕ່​ໃຕ້​ສະພາບ​ການ​ທີ່​ສາກົນ​ຍັງ​ມີ​ຄວາມ​ສາ​ມາດ​ການ​ຜະລິດ​ເຫຼືອ​ຢູ່​ນັ້ນ, ​ແຮງ​ກົດ​ດັນ​ທີ່​ລາຄາ​ສິນ​ຄ້າ​ໂລກ​ແພງ​ຂຶ້ນ​ອາດ​ຈະ​ຖືກ​ສະ​ກັດ​ກັ້ນ,​ສະ​ນັ້ນ​ປີ​ນີ້​ຈີນ​ອາດ​ຈະ​ບໍ່​ມີ​ເງິນ​ເຟີ້​ສູງ. ທ່ານ​ລຸຍ​ສ໌ ຄູ​ຈິ​ສ​ເຫັນ​ວ່າ, ນະ​ໂຍບາຍ​ເສດ​ຖະ​ກິດ​ດ້ານ​ມະ​ຫາ​ພາກ​ຂອງ​ຈີນ​ໃນ​ປີ​ນີ້​ຈະ​ເຂັ້ມ​ງວດ​ກວ່າ​ປີ 2009. ທ່ານ​ສະ​ເໜີ​ວ່າ​ຈີນ​ຄວນ​ໃຊ້​ຫຼັກ​ໝັ້ນ​ຂອງ​ນະ​ໂຍບາຍ​ມະ​ຫາ​ພາກ​ຕ່າງ​​ກັບປະ​ເທ​ດອື່ນໆ.

"​ເວົ້າ​ຈາກ​ຫຼັກ​ໝັ້ນ​ດ້ານ​ເສດຖະກິດ​ມະຫາ​ພາກ, ຫຼັກ​ໝັ້ນ​ນະ​ໂຍບາຍ​ຂອງ​ຈີນ​ຄວນ​ຕ່າງ​ກັບປະ​ເທດ​ອື່ນ, ​ເພາະ​ວ່າ​ສະພາບ​ຕົວ​ຈິງ​ຂອງ​ຈີນ​ໃນ​ປະຈຸ​ບັນ​ກໍ​ຕ່າງ​ກັນ, ປະຈຸ​ບັນ, ​ເສດ​ຖະ​ກິດ​ໃນ​ທົ່ວ​ໂລກ​ຍັງ​ຟື້ນ​ຕົວ​ຊ້າ, ​ແຕ່​ເສດ​ຖະ​ກິດ​ຈີນ​ໄດ້​ມີ​ທ່າ​ອຽງ​ທີ່​ແຂງ​ແຮງ,​ນອກ​ນີ້​ຜະ​ລິດ​ຕະ​​ພັນ​ໂດຍ​ລວມ​ຂອງ​ຈີນ​ກໍ​ໃກ້​ກັບ​ຄວາມ​ສາມາດ​ການ​ຜະ​ລິດ​ທີ່​ບົ່ມ​ຊ້ອນ, ກໍ​ໝາຍ​ຄວາມ​ວ່າ, ​ເບິ່ງ​ຈາກ​ດ້ານ​ເສດ​ຖະ​ກິດ​ໂດຍ​ລວມ​ແລ້ວ,​ຄວາມ​ສາມາດ​ການ​ຜະ​ລິດ​ທີ່​ເຫຼືອ​ຂອງ​ຈີນ​ບໍ່​ຫຼາຍ​ປານ​ໃດ,​ສະ​ນັ້ນ​ຫຼັກ​ໝັ້ນ​ນະ​ໂຍ​ບາຍ​ມະ​ຫາ​ພາກ​ຂອງ​ຈີນ​ຄວນ​ຕ່າງ​ກັບ​ປະ​ເທດ​ອື່ນ."

ນອກ​ນີ້,ບົດ​ລາຍ​ງານ​ຂອງ​ທະນາຄານ​ໂລກ​ຍັງ​ຊີ້​ອອກ​ວ່າ,​ເພື່ອ​ຮັບ​ປະກັນ​ຄວາມ​ໝັ້ນທ່ຽງ​ດ້ານ​ເສດຖະກິດ​ແລະ​ການ​ທະ​ນາ​ຄານ,​ຈີນ​ຄວນ​ຫຼຸດ​ຄວາມ​ສ່ຽງ​ດ້ານ​ອະສັງ​ຫາ​ລິ​ມະ​ຊັບ.​ທ່ານ​ລູ​ອິສ ຄຸຍ​ເຫັນ​ວ່າ,ການ​ແກ້​ໄຂ​ບັນ​ຫາ​ເຮືອນ​ຢູ່​ຂອງ​ກຸ່ມ​ຄົນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ຕ້ອງ​ການ​ໃຫ້​ລັດ​ຖະ​ບານ​ແກ້​ໄຂ​ໂດຍ​ຜ່ານ​ແຜນ​ການ​ຂອງ​ລັດ​ຖະ​ບານ​ເປັນ​ເວລາ​ຍາວ​ນານ,​ຍັງ​ຕ້ອງ​ຄຸ້ມ​ຄອງ​ຄວາມ​ປາ​ຖະ​ໜາ​ຂອງ​ຄົນ​ທັງ​ຫຼາຍ​ທີ່​ຢາກ​ຊື້​ເຮືອນ​ຢູ່​ຕົວ​ເມືອງ​ໃຫຍ່.​ທ່ານ​ຍັງ​ກ່າວ​ວ່າ,​ຈີນ​ຄວນ​ຫຼຸດ​ການ​ອາ​ໄສ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທີ່​ມີ​ຕໍ່​ລາຍ​ໄດ້​ຈາກ​ການ ຂາຍ​ທີ່​ດິນ.ບົດ​ລາຍ​ງານ​ທີ່​ທະນາຄານ​ໂລກ​ເຜີຍ​​ແຜ່ນັ້ນກ່າວ​ເນັ້ນວ່າ,ປະຈຸ​ບັນ​ນີ້,ຈີນ​ພວມ​ກະກຽມ​ແຜນການ​ພັດທະນາ​5​ປີ​​ຊຸດ​ໃໝ່,​ເປົ້າ​ໝາຍ​ໃຈ​ກາງ​ແມ່ນ​ສືບ​ຕໍ່​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ສະ​ໝ່ຳ​ສະ​ເໝີ​ກວ່າ​ເກົ່າ,​ຍົກ​ສູງ​ສະ​ມັດ​ຖະ​ພາບ,​ຫັນ​ປ່ຽນ​ບົດ​ບາດ​ຂອງ​ລັດ​ຖະ​ບານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕື່ມ​ອີກ,​ນີ້​ຈະ​ສະ​ໜອງ​ຈຸດ​ເຕີບ​ໂຕ​ໃໝ່​ທີ່​ຕໍ່​ເນື່ອງ​ໃຫ້​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ