ຜູ່​ໃຊ້​ອິນ​ເຕີ​ເນັດ​ຈີນ​ຮູ້​ສຶກ​ເສີຍ​ໆ ຕໍ່​ເລື່ອງ​ທີ່​Google​ ຈະ​ຖອນ​ຕົວ​ອອກ​ຈາກ​ແຜ່ນ​ດິນ​ໃຫຍ່​ຈີນ

(GMT+08:00) 2010-03-23 16:30:08     cri

ຕອນ​ຂ້ອນ​ແຈ້ງ​ວັນ​ທີ23​ມີນາ​ນີ້ຕາມ​ເວລາ​ປັກ​ກິ່ງ,​ທ່ານ​ເດວິດ ດຣຳ​ມອນ,​ຮອງ​ປະ​ທານ​ອາວຸ​ໂສ,​ເຈົ້າ​ໜ້າ​ທີ່​ກົດ​ໝາຍ​ຜູ່​ທຳ​ອິດ​ຂອງ​ບໍລິສັດ​ກູ​ໂກ(Google​ໄດ້​ອອກ​ຖະ​ແຫຼງ​ການ​ຢ່າງ​ເປີດ​ເຜີຍ, ​ເພື່ອ​ຕິ​ຕຽນ​ຈີນ​ອີກ​ເທື່ອ​ໜຶ່ງ ​ກ່ຽວ​ກັບ​ບັນ​ຫາ​ທີ່​ຖືກ​ໂຈມ​ຕີ​ຈາກ​ແຮັກ​ເກີ,​ແລະ​ປະ​ກາດ​ຢຸດ​ຕິ​ການ​"ກວດ​ກາ​ກັ່ນ​ຕອງ"​ຂ່າວ​ທີ່​ເວັບ​ໄຊ​ກູ​ໂກ​ຄົ້ນ​ຫາ​ບໍ​ລິ​ການ,​ແລະ​ຍ້າຍ​ການ​ບໍ​ລິ​ການ​ຄົ້ນ​ຫາ​ທາງ​ອິນ​ເຕີ​ເນັດ​ຈາກ​ແຜ່ນ​ດິນ​ໃຫຍ່​ຈີນ​ໄປ​ຮົງ​ກົງ.​ເມື່ອ​ໄດ້​ສັງ​ເກດ​ຈາກ​ເວທີ​ປຶກສາ​ຫາ​ລື​ແລະ​blog​ບັນ​ທຶກ​ສ່ວນ​ຕົວ​ຈຳ​ນວນ​ຫຼວງ​ຫຼາຍ​ຢູ່​ແຜ່ນ​ດິນ​ໃຫຍ່​ແລະ​ໄປ​ສຳ​ພາດ​ຄວາມ​ເຫັນ​ຂອງ ​ຜູ່​ໃຊ້​ອິນ​ເຕີ​ເນັ​ແລ້ວ,​ນັກ​ຂ່າວ​ກໍ່​ໄດ້​ພົບ​ວ່າ,​ຜູ່​ໃຊ້​ອິນ​ເຕີ​ເນັດ​ຈີນ​ຮູ້​ສຶກ​ເສີຍໆ​ຕໍ່​ບໍ​ລິ​ສັດ​ກູ​ໂກ​ຈະ​ຖອນ​ຕົວ​ອອກ​ຈາກ​ຈີນ  

 ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ຈຳນວນ​ຜູ່​ໃຊ້​ອິນ​ເຕີ​ເນັດ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ປີ 2009, ອັດຕາ​ປົກ​ຄຸມ​ຂອງບໍ​ລິ​ສັດ​ກູ​ໂກ ໄດ້​ຫຼາຍ​ກວ່າ 30% ​ໃນ​ຕະ​ຫຼາດ​ການ​ບໍ​ລິ​ການ​ຄົ້ນ​ຫາ​ຂໍ້​ມູນ​ຂ່າວ​ສານ​ທາງ​ອິນ​ເຕີ​ເນັດ​ຈີນ.​ນັບ​ແຕ່​ວັນ​ທີ​23​ມີ​ນາ​ເປັນ​ຕົ້ນ​ໄປ,ຫຼັງ​ຈາກ​ບໍ​ລິ​ສັດ​ກູໂກ​ ຍ້າຍ​ການ​ບໍ​ລິ​ການ​ຄົ້ນ​ຫາ​ທາງ​ອິນ​ເຕີ​ເນັດ​ໄປ​ຮົງ​ກົງ​ຈີນ​ແລ້ວ,​ນັກ​ຂ່າວ​ໄດ້​​ເຂົ້າ​ເບິ່ງ​ເວັບ​ໄຊ​ຫຼາຍ​ແຫ່ງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ​ຢູ່​ຈີນ,​ແລ້ວ​ພົບ​ອັນ​ທີ່​ວ່າ​ເຫດ​ການ​ບໍ​ລິ​ສັດ​ກູ​ໂກ​ຖອນ​ຕົວ​ອອກ​ຈາກ​ຈີນ ​ບໍ່​ໄດ້​​ເຮັດ​ໃຫ້​ຜູ່​ໃຊ້​ອິນ​ເຕີ​ເນັດ​ຢູ່ຈີນ​ສົນ​ໃຈ​ນຳ​ຫຼາຍ​ປານ​ໃດ,​ແຕ່​ສິ່ງ​ທີ່​ຜູ່​ໃຊ້​ອິນ​ເຕີ​ເນັດ​ເຮັດ​ຫຼາຍ​ກວ່າ​ນັ້ນ​ກໍ່​ແມ່ນ​ເຂົາ​ເຈົ້າ​ຂຽນ​ຄຳ​ເວົ້າຈີນ​ໃສ່​ເວັບ​ໄຊ​ ​ວ່າ"​ເຈົ້າ​ຈົ່ງ​ໄປ​ດີ."​ທີ່​ມີ​ຄວາມ​ຫມາຍ​ເຍາະ​ເຍີ້ຍ​ສຽດ​ສີ​ຕໍ່​ກູ​ໂກ​​.​  

 ທ້າວ​ຈ່າງ​ຈິງ​ເຟ່ທີ່​ເຮັດ​ວຽກ​ຢູ່​ບໍລິສັດ​ແຫ່ງ​ໜຶ່ງຢູ່​ຈົ່ງ​ກວ່ນຂຸນ​ຂອງ​ປັກ​ກິ່ງ​ກ່າວ​ວ່າ: "ຂ້ອຍ​ໄດ້​ໃຊ້​ກູ​ໂກ​ຕະ​ຫຼອດ​ມາ,​ໃນ​ເວລາ​ເຮັດ​ວຽກ​ກໍ​ໃຊ້​ຫຼາຍ.​ສິ່ງ​ທີ່​ດີ​ອັນ​ໜຶ່ງ​ຂອງ​ກູ​ໂກ​ແມ່ນ​ສາມາດ​ຊອກ​ດ້ວຍ​ພາສາ​ຈີນ​ແລະ​ພາ​ສາ​ອັງ​ກິດ, ​ອີກ​ຢ່າງ​ໜຶ່ງ​ແມ່ນ​ຊອກ​ໄດ້​ຫຼາຍ​ໜ້າ​ແລະ​ຄົບ​ຖ້ວນ.​ຖ້າ​ວ່າ​ກູ​ໂກ​ຖອນ​ອອກ​ຈາກ​ຕະ​ຫຼາດ​ຈີນ, ​ໃນ​​ໄລຍະ​ທຳ​ອິດ​ກໍ່​ອາດ​ຈະ​ບໍ່​ລື​ງ​ເຄີຍ​ປານ​ໃດ, ​ແຕ່​ວ່າ​ຖ້າ​ມີ​ບໍ​ລິ​ສັດ​ອື່ນ​ສາ​ມາດ​ສະ​ໜອງ​ການ​ບໍ​ລິ​ການ​ທີ່​ຄ້າຍ​ຄື​ກັບ​ກູ​ໂກ,​ຂ້ອຍ​ເຊື່ອ​ວ່າ​ຂ້ອຍ​ກໍ​ຈະ​ສາ​ມາດ​ໃຊ້​ເວັບ​ໄຊ​ຊອກ​ໃໝ່​ເພື່ອ​ຊອກ​ຫາ​ຂໍ້​ມູນ​ທີ່​ຕ້ອ​ງ​ການ."​ຕາມ​ສູນ​ຂໍ້​ມູນ​ຂ່າວ​ສານ​ອິນ​ເຕີ​ເນັດ​ຈີນ​​ແຈ້ງ​ວ່າ,​ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນມີ​ຫຼາຍ​ກວ່າ​384​ລ້ານ​ຄົນ​ແລ້ວ, ​ເວັບ​ໄຊ​ຫຼາຍ​ກວ່າ​3​ລ້ານ​2​ແສນ​3​ໝື່ນ​ແຫ່ງ.​ການ​ຫັນ​ເປັນ​ແບບ​ພາຍ​ໃນ​ແມ່ນ​ຂໍ​ກະ​ແຈ​ທີ່​ວິ​ສາ​ຫະກິດ​ອິນ​ເຕີ​ເນັດ​ສາມາດ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ບັນ​ຫາ​ດັ່ງ​ກ່າວ, ກູ​ໂກ​ເຮັດ​ບໍ່​ດີ​ປານ​ໃດ.​ຜູ້​ໃຊ້​ອິນ​ເຕີ​ເນັດ​ຈີນ​ຫຼາຍ​ຄົນ​ເຫັນ​ວ່າ,​ກູ​ໂກ​ແມ່ນ​ປະ​ກາດ​ຈະ​ຖອນ​ອອກ​ຈາກ​ຕະ​ຫຼາດ​ຈີນ​ກ່ອນ, ​ແລ້ວ​ປ່ຽນ​ເວັບ​ໄຊ​ຂອງ​ຕົນ​ໄປ​ເຮັດ​ຢູ່​ຮົງ​ກົງ, ​ໃນ​ນັ້ນ​ສາ​ເຫດ​ສຳ​ຄັນ​ອັນ​ໜຶ່ງ​ແມ່ນ​ເພື່ອ​ໂຄ​ສະ​ນາ. 

ພາຍຫຼັງ​ເຫດການ​ກູ​ໂກ​ເກີດ​ຂຶ້ນ​ແລ້ວ,ຫ້ອງການ​ຖະ​ແຫຼງຂ່າວ​ຂອງຄະນະ​ລັດຖະບານ​ຈີນ​ສະ​ແດງ​ທ່າ​ທີ​ວ່າ,​ຖ້າ​ວ່າ​ບໍ​ລິ​ສັດ​ກູ​ໂກ​ຕົກ​ລົງ​ຈະ​ຖອນ​ຕົວ​ອອກ​ຈາກ​ຕະ​ຫຼາດ​ຄົ້ນ​ຫາ​ຂໍ້​ມູນ ຂ່າວ​ສານ​ທາງ​ອິນ​ເຕີ​ເນັດ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ,​ມັນ​ແມ່ນ​ເລື່ອງ​ຂອງ​ບໍ​ລິ​ສັດ​ກູ​ໂກ​ເອງ,​ແຕ່​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຈີນ​ແລະ​ທຳ​ນຽບ​ປະ​ຕິ​ບັດ​ສາ​ກົນ,​ສະ​ສາງ​ວຽກ​ງານ​ພາຍ​ຫຼັງ​ໃຫ້​ດີ.ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ກໍ່​​ໄດ້​ລາຍ​ງານ​ຂ່າວ​ນີ້.​ແຕ່​ຜູ່​ຊົມ​ໃຊ້​ໃນ​ແຜ່ນ​ດິນ​ໃຫຍ່​ຈີນ​​ມີ​ປະ​ຕິ​ກິ​ລິ​ຍາ​ແບບ​ເສີຍໆ​ຕໍ່​ເລື່ອງ​ນີ້.​ກ່ຽວ​ກັບ​ປະ​ກົດ​ການ​ນີ້,​ທ່ານ​ຈູ່​ເຟີ່ງ,​ສາ​ສະ​ດາ​ຈານ​ສະ​ຖາ ບັນ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ທີ່​ຕິດ​ຕາມ​ເລື່ອງ​ນີ້​ຕະ​ຫຼອດ ມາ​ກ່າວ​ວ່າ:​"ບໍ​ລິ​ສັດ​ກູ​ໂກ​ກວມ​ໜຶ່ງ​ສ່ວນ​ສາມ​ຂອງ​ຕະ​ຫຼາດ​ຄົ້ນ​ຫາ​ຂໍ້​ມູນ​ຂ່າວ​ສານ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ,ດຽວ​ນີ້​ຕົກ​ລົງ​ຖອນ​ຕົວ​ອອກ​ຈາກ​ຕະ​ຫຼາດ​ນີ້,​ຂ້ອຍ​ຄິດ​ວ່າ​ຄົງ​ບໍ່​ແມ່ນ​ການ​ຕົກ​ລົງ​ທຳ​ມະດາ,​ແຕ່​ຖ້າ​ຢາກ​ເອົາ​ອັນ​ນີ້​ເປັນ​ເຄື່ອງ​ມື​ຕໍ່​ລອງ​ກັບ​ຈີນ​ແລ້ວ,​ຕາມ​ສັງ​ເກດ​ຈາກ​ສະພາບ​ປະຈຸ​ບັນ​ເຫັນ​ໄດ້​ວ່າ,​ແມ່ນ​ບໍ່​ມີ​ຜົນ​ຫຍັງ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ