ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ບໍ່​ແຮ່​ຂອງ​ຈີນ​ອາ​ຊຽນ​2010​ຈະ​ຈັດ​ຂຶ້ນ​ຢູ່​ນານ​ນີງ​ກວງ​ຊີ​ຈີນ

(GMT+08:00) 2010-03-29 16:54:58     cri
ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ມາ​ນີ້,ກອງ​ເລຂາ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ທຸລະ​ກິດ​ແລະ​ການ​ລົງ​ທຶນ​ຈີນ​ອາ​ຊຽນ​​ແຈ້ງຂ່າວ​ວ່າ,​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຂະ​ແໜງ​ການ​ບໍ່​ແຮ່​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​2010,​ເຊິ່ງ​ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ຕ່າງໆ​ຂອງ​ກອງ​ປະ​ຊຸມ​ສຸດ ຍອດ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຈີນ​ອາ​ຊຽນ​ຄັ້ງ​ທີ​7​ຈະ​ຈັດ​ຂຶ້ນ​ຢູ່​ສູນ​ກອງ​ປະ​ຊຸມ​ວາງ​ສະ​ແດງ​ສາ​ກົນ​ນານ​ນີງ​ແຕ່​ວັນ​ທີ6​ຫາ​ວັນ​ທີ7​ສິງຫາ​ປີ​ນີ້.

ຫົວ​ຂໍ້​ຂອງ​​ເວທີ​ປຶກສາ​ຫາລື​ຄັ້ງນີ້​ແມ່ນ"ການ​ຮ່ວມ​ມື​​ໃນ​ພາກ​ພື້ນ​ດ້ານ​ຂະ​ແໜງ​ການ​ບໍ່​ແຮ່​ພາຍຫຼັງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ສ້າງ​ສຳ​ເລັດ​ແລ້ວ",​ຕົ້ນ​ຕໍ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ແລະ​ການ​ບໍ​ລິ​ການ​ດ້ານ​ຂະ​ແໜງ​ການ​ບໍ່​ແຮ່,​ນະ​ໂຍ​ບາຍ​ແລະ​ວຽກ​ງານ​ຕົວ​ຈິງ​ດ້ານ​ຂະ​ແໜງ​ການ​ບໍ່​ແຮ່​ເປັນ​ຕົ້ນ.​ຈຸດ​ປະ​ສົງ​ແມ່ນ​ເພື່ອ​ສະ​ໜອງ​ເວ​ທີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ແຫ່ງ​ໜຶ່ງ​ໃຫ້​ແກ່​ຂະ​ແໜງ​ການ​ບໍ່​ແຮ່​ຂອງ​ຈີນ​ແລະ​ອາ​ຊຽນ,​ເພື່ອ​ໂຄ​ສະ​ນາ​ວິ​ສາ​ຫະ​ກິດ,​ສະ​ເໜີ​ຜະ​ລິດ​ຕະ​ພັນ​ບໍ່​ແຮ່,​ເຕັກ​ນິກ​ແລະ​ອຸປະ​ກອບ​ນຳ​ໃຊ້​ເຕັກ​ນິກ​ສູງ.

ເວທີ​ປຶກສາ​ຫາລື​ຈະ​ເຊີນ​ນັກ​ລົງທຶນ​ບໍ່​ແຮ່​ທີ່​ສຳຄັນ,ຜູ່​ຊ່ຽວຊານ​ທີ່​ມີ​ຊື່​ສຽງ​ຂອງ​ອົງການ​ກົດ ໝາຍ​ແລະ​ຂະ​ແໜງ​ການ​ບໍ່​ແຮ່,​ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່​ລັດ​ຖະ​ບານ​ທັງ​ໝົດ1​ພັນ​ກວ່າ​ຄົນ​ເຂົ້າ​ຮ່ວມ,​ແລະ​ມີ​ຮ້ານ​ວາງ​ສະ​ແດງ​200​ຮ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ