ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,​ຫວັງ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​​ຮ່ວມ​ມື​ດ້ານ​ວຽກ ງານ​ປ້ອງ​ກັນ​ທີ່​ຕິດ​ແທດ​ຕົວ​ຈິງ​ກັບ​ອາ​ຊຽນ​ຕື່ມ​ອີກ

(GMT+08:00) 2010-03-29 17:54:44     cri
ຕາມ​ຂ່າວCRI:ຕອນ​ເຊົ້າວັນ​ທີ29ມີນາ​ນີ້,ການ​ເຈລະຈາ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວາມ​ປອດ​ໄພ​ລະຫວ່າງ​ຈີນ​ກັບ​ອາ​ຊຽນໄດ້​ໄຂ​ຂຶ້ນຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.​ໃນ​​ເວລາ​ກ່າວ​ຄຳ​ປາ​ໄສ​​ໄຂ​ງານ,ພົນ​ຕີ​ກວັ່ນ​ໂຢ​ເຟີ່ຍ,​ຮອງ​ຫົວ​ໜ້າ​ຫ້ອງ​ການ​ວຽກງ​ານການ​ຕ່າງປະ​ເທດ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ໜຶ່ງ​ປີ​ຜ່ານ​ມາ,​ພາກ​ພື້ນ​ນີ້​ໄດ້​ຮັກ​ສາ​ສະ​ຖຽນ​ລະ​ພາບ​ໃນ​ໄດ້​ໂດຍ​ລວມ,​ສັນ​ຕິ​ພາບ,​ການ​ພັດທະນາ​ແລະ​ການ​ຮ່ວມ​ມືຍັງ​ແມ່ນ​ທ່ວງທ່າ​ອຽງ​ຕົ້ນ​ຕໍ,​ແຕ່​ລັດ​ທິ​ກໍ່​ການ​ຮ້າຍ,​ລັດ​ທິ​ຫົວ​ຮຸນ​ແຮງແລະ​ລັດທິ​ແບ່ງ​ແຍກ​ດິນ​ແດນຍັງ​ເປັນ​ການ​ຂົ່ມຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່​ຄວາມ​ໝັ້ນ​ຄົງ​ທາງສັງຄົມ,​ໄພ​ທຳ​ມະ​ຊາດ​ອັນ​ຮ້າຍ​ແຮງ​ແລະພະ ຍາດ​ຕິດ​ແປດ​​ຮ້າຍ​ແຮງ​ທີ່​ບໍ່​ແມ່ນ​ການ​ຂົ່ມຂູ່​ແບບ​ເກົ່າ​ຕໍ່​ຄວາມ​ປອດ​ໄພ​ໄດ້​ຮ້າຍ​ແຮ​ງຂຶ້ນ ຕື່ມ,ການ​ທ້າ​ທາຍ​ຮ່ວມ​ລະຫວ່າງ​ຊາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ,​ການ​ພົວ​ພັນ​ລະຫວ່າງ​ບັນຫາ​ການ​ພັດ​ທະ​ນາ​ກັບ​ຄວາມ​ປອດ​ໄພ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ກວ່າ​ເກົ່າ,​ການ​ຊຸກຍູ້​ການ​ພັດ​ທະ​ນາ​ແລະ​ສະ​ແຫວ​ງຫາ​ຄວາມ​ໝັ້ນຄົງ​ໄດ້​ກາຍ​ເປັນ​ໜ້າ​ທີ່​ຮ່ວມ​ຂອງ​ປະ​ເທດ​ຕ່າງໆ.

ທ່ານ​ກວັ່ນ​ໂຢ​ເຟີ່ຍກ່າວ​ວ່າ:​"ອາ​ຊຽນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເຂົ້າ​ແທນ​ບໍ່​ໄດ້​ມາ​ໂດຍ​ຕະ​ຫຼອດ​ໃນ​ການ​ສ້າງ​ກົນ​ໄກ​ຄວາມ​ໝັ້ນຄົງ​ແລະ​ວຽກ​ງານ​ປ້ອງ​ກັນ​ຂອງ​ພາກ​ພື້ນ.​ພວກ​ເຮົາ​ຍິນ​ດີ​ຕ້ອນ ຮັບ​ອາ​ຊຽນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ລັກ​ສະ​ນະ​ສ້າ​ງສັນ​ທີ່​ສູງ​ກວ່າ​ເກົ່າ​ໃນ​ວຽກ​ງານ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ແລະ​ກໍ​ຫວັງ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັນ​ທີ່​ຕິດ​ແທດ​ຕົວ​ຈິງ​ກັບ​ອາ​ຊຽນ​ຕື່ມ​ອີກ,​ພ້ອມ​ກັນ​ຊຸກ​ຍູ້​ການ​ສ້າງ​ກົນ​ໄກ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ,​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.​ພວກ​ເຮົາ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ທີ່​ປອງ​ດອງ​ກັນ​ກັບ ປະ​ເທດ​ໃກ້​ຄຽງ,​ໃຫ້​ປະ​ເທດ​ໃກ້​ຄຽງ​ມີ​ຄວາມ​ປອດ​ໄພ​ແລະ​ສ້າງ​ຄວາມ​ຮັ່ງ​ມີ​ຕະ​ຫຼອດ​ໄປ,​ມີ ຄວາມ​ຫວັງ​ຢ່າງ​ຈິງ​ໃຈ​ທີ່​ຮ່ວມ​ມື​ກັບປະ​ເທດ​ອາ​ຊຽນ,​ເຮັດ​ໃຫ້​ພວກ​ເຮົາ​ກາຍ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຈົນ​ເທົ່າ​ໃດໆ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ