ຈີນ​ໃຊ້​ແຜນ​ການ​ຕ່າງໆ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ຊິ່ນ​ຈ່ຽງ

(GMT+08:00) 2010-04-01 13:15:14     cri
ຕາມ​ຂ່າວCRI:ວັນ​ທີ31​ມີນາ​ນີ້,ພະ​ແນ​ກທ່ອງທ່ຽວ​ຂອງ​ເຂດ​ຊິ່ນ​ຈ່ຽງຈີນ​ໄດ້ຈັດ​ກອງ​ປະຊຸມ​ໂຄ ສະນາ​ເຜີຍ​ແຜ່​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ,​ທ່ານ​ວາງ​ຈື້​ຟ່າ,​ຮອງ​ຫົວ​ໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ໃນ​ຕະ​ຫຼາດ​ການ​ທ່ອງ​ທ່ຽວ​ຂອງ​ຈີນ,​ການ​ທ່ອງ​ທ່ຽວ​ຂອງ​ຊິ່ນ​ຈ່ຽງ​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຕົນ​ແລະ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຫຼາຍ,​ຈີນ​ຈະ​ໃຊ້​ແຜນ​ການ​ຕ່າງໆ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ຊິ່ນ​ຈ່ຽງ.

​ໃນກອງ​ປະຊຸມ,ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນຈ່ຽງກ່າວ ວ່າ,​ນັບແຕ່​ໄຕ​ມາດ​ທີ​ສາມ​ປີ2009​ມາ​ນີ້,​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ຊິ່ນ​ຈ່ຽງ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ.​ໃນ​ຂະ​ນະ​ດຽວ​ກັນ​ນີ້,​ທາງ​ລົດ​ໄຟ​ດ່ວນ​ທີ່​ຈາກ​ປັກ​ກິ່ງ​ໄປ​ຊິ່ນ​ຈ່ຽງ​ພວມ​ກໍ່​ສ້າງ​ຢູ່,​ເມື່ອ​ສ້າງ​ສຳ​ເລັດ​ແລ້ວ​ຈາກ​ປັກ​ກິ່ງ​ຮອດ​ອູ​ລຸ​ມກີ​ຈະ​ໃຊ້​ເວ​ລາ​ພຽງ​ແຕ່​11​ຊົ່ວ​ໂມງ,​ເຊິ່ງ​ຈະ​ສ້າງ​ຄວາມ​ສະ​ດວກ​ແກ່​ນັກ​ທ່ອງ​ທ່ຽວ​ຫຼາຍ.​ນອກ​ນີ້,​ຊິ່ນ​ຈ່ຽງ​ກຳ​ລັງ​ອົບ​ຮົມ​ຜູ່​ປະ​ກອບ​ອາ​ຊີບ​ການ​ທ່ອງ​ທ່ຽວ​ໃຫ້​ຮຽນ​ຮູ້​ພາ​ສາ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ​ເກົ່າ,​ເພື່ອ​ບໍ​ລິ​ການ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ເປັນ​ຢ່າງ​ດີ.

ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ຂອງ​ເຂດ​ຊິ່ນ​ຈ່ຽງກ່າວ​ວ່າ,​ເຂດ​ຊິ່ນ​ຈ່ຽງມີຄວາມ​ໝັ້ນຄົງ,ປະຊາ ຊົນ​ຊົນ​ເຜົ່າ​ຕ່າງໆ​ຢູ່​ຮ່ວມ​ກັນ​ຢ່າງ​ປອງ​ດອງ​ກັນ,​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຊິ່ນ​ຈ່ຽງ​ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​ບັນຫາ​ຄວາມ​ປອດ​ໄພ.ທ່ານ​ບອກ​ໃຫ້​ຮູ້​ວ່າ,​ຄາດ​ວ່າ​ໃນ​ປີ​ນີ້,​ຊິ່ນ​ຈ່ຽງ​ຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​5​ແສນ​ເທື່ອ​ຄົນ,​ເພີ່ມ​ຂຶ້ນ​40%​ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້,​ສ່ວນ​ນັກ​ທ່ອງ​ທ່ຽວ​ຈີນ​ຈະ​ມີ​25​ລ້ານ​ເທື່ອ​ຄົນ,​ຫຼາຍ​ກວ່າ​ປີ​ກາຍ​ນີ້​ເກືອບ​20%.

ຊິ່ນ​ຈ່ຽງມີ​ແຫຼ່ງທ່ອງ​ທ່ຽວ​ອຸດົມສົມບູນ,ມີ​​ພູ​ຫິມະ,​ລານ​ນ້ຳ​ກ້າມ,​ພູ​ສູງ​ຜາ​ຊັນ​ແລະ​ເຂດ​ທະ​ເລ ຊາຍ.​ບ່ອນ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ດັງ​​ກວ່າ​ໝູ່​ມີ​ໜອງ​ຄາ​ນາສ໌,​ເມືອງ​ບູ​ຮານ​ໂລ​ລານ​ແລະ​ໜອງ​ທ່ຽນ​ຊື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ