"ກົດ​ລະ​ບຽບ​ວຽກ​ງານ​ສາ​ສະ​ຫນາ​ຂອງ​ຈີນ" ​ຮັບ​ປະ​ກັນ​ໃຫ້​ສິດ​ທິ​ແລະ​ຜົນ​ປະ​ໂຫຍດ​ຊອບ​ກົດ​ໝາຍ​ຂອງ​ວົງ​ການ​ສາ​ສະ​ຫນາ​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ຢ່າງ​ເຕັມ​ສ່ວນ

(GMT+08:00) 2010-04-12 16:15:04     cri

ມາຮອດ​ປະຈຸ​ບັນ, "ກົດ​ລະ​ບຽບ​ວຽກ​ງານ​ສາສະຫນາ" ​ທີ່​ເປັນ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ແບບ​ລວມ​ໃນ​ດ້ານ​ສາ​ສະ​ຫນາ​ສະ​ບັບ​ທຳ​ອິດ​ຂອງ​ຈີນ ​ໄດ້​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ​5​ປີ​ແລ້ວ.​ຫວ່າງ​ມໍ່ໆ​ມາ​ນີ້,​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ,​ທ່ານ​ຮຸຍ​ລຽງ​ຢູ້,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,​ນັບ​ແຕ່​ປະ​ຕິ​ບັດ​"ກົດ​ລະ​ບຽບ​ວຽກ​ງານ​ສາ​ສະ​ຫນາ​ຂອງ​ຈີນ"​ໃນ​5​ປີ​ມາ​ນີ້,​ນະ​ໂຍ​ບາຍ​ຄວາມ​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ໄດ້​ຮັບ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ,​ສິດ​ທິ​ແລະ​ຜົນ​ປະ​ໂຫຍດ​ຊອບ​ກົດ​ໝາຍ​ຂອງ​ວົງ​ການ​ສາ​ສາ​ຫນາ​ໄດ້​ຮັບ​ການ​ຄ້ຳ​ປະກັນ​ຢ່າງ​ເຕັມ​ສ່ວນ.

ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ຫຼາຍ​ສາສະຫນາ,​ຜູ່​ເຊື່ອ​ຖື​ສາສະຫນາ​ມີ​ປະມານ​100​ລ້ານ​ກວ່າ​ຄົນ, ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ເຊື່ອ​ຖື​ສາ​ສະ​ຫນາ​ພຸດ,​ສາ​ສະ​ຫນາ​ເຕົາ,​ສາ​ສະ​ຫນາ​ອິສ​ລາມ,​ສາ​ສະ​ຫນາ​ໂລ​ມັງ​ກະ​ໂຕ​ລິກ​ແລະ​ສາ​ສະ​ຫນາ​ຄຼິສ​ຕຽນ.​ຕາມ​ສະ​ຖິ​ຕິ​ທີ່​ບໍ່​ຄົບ​ຖ້ວນ,​ສະ​ຖານ​ທີ່​ສາ​ສະ​ຫນາ​ປະເພດ​ຕ່າງໆ​ຂອງ​ຈີນ​ມີ​8​ຫມື່ນ​ກວ່າ​ແຫ່ງ,​ອົງ​ການ​ຈັດ​ຕັ້ງ​ສາ​ສະ​ຫນາ​ມີ​3000​ກວ່າ​ອົງ​ການ.​ພົນ​ລະ​ເມືອງ​ຈີນ​ມີ​ສິດ​ເສ​ລີ​ເລືອກ​ເຊື່ອ​ຖື​ສາ​ສະ​ໜາ​ຕາມ​ໃຈ​ຕົນ​ເອງ​ແລະ​ສະ​ແດງ​ຖາ​ນະ​ສາ​ສະ​ຫນາ​ຂອງ​ຕົນ​ເອງ.

ປິ1982,​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຈີນ​ໄດ້​ກຳ​ນົດຫຼັກການ​​ເສລີພາບ​​ໃນ​ການ​ເຊື່ອ​ຖື​ສາສະ ຫນາ​ຢ່າງ​ຈະ​ແຈ້ງ;​ປີ​1994,​ລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ການ​ບໍ​ລິ​ຫານ​ທາງ​ສາ​ສະ​ຫນາ​2 ​ສະ​ບັບ​ຄື; ​ເດືອນ​ມີນາ​ປີ 2005, ​"​ກົດ​ຂໍ້​ກຳ​ນົດ​ວຽກ​ງານ​ສາ​ສະ​ຫນາ​ຂອງ​ຈີນ"​ໄດ້​ເລີ່ມ​ປະ​ຕິ​ບັດ​ແລ້ວ,​ນີ້​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ວຽກ​ງານ​ສາ​ສະ​ຫນາ​ຂອງ​ຈີນ​ໄດ້​ປ່ຽນ​ຈາກ​ການ​ອາ​ໄສ​ຄຸ້ມ​ຄອງ​ສາ​ສະ​ໜາ​ນະ​ໂຍ​ບາຍ​ໄປ​ສູ່​ການ​ອາ​ໄສ​ກົດ​ໝາຍ​ຄຸ້ມ​ຄອງ​ສາ​ສະ​ຫນາ.

ໃນ​ງານ​ສົນທະນາ​ເທື່ອ​ໜຶ່ງ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ,ທ່ານ​ຮຸຍ​ລຽງ​ຢູ້,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ກ່າວ​ວ່າ,​ການ​ປະ​ຕິ​ບັດ​ກົດ​ລະ ​ບຽບ​ວຽກ​ງານ​ສາ​ສະ​ໜາ​ແມ່ນ​ມາດ​ຕະການ​ສຳຄັນ​ເພື່ອ​ຮັບ ປະ​ກັນ​ເສ​ລີພາບ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ​ຂອງ​ພົນ​ລະ​ເມືອງ,​ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ວົງ​ການ​ສາ​ສະ​ໜາ.​ທ່ານ​ກ່າວ​ວ່າ:​"​ແຕ່​ປະ​ຕິ​ບັດ​ກົດ​ລະ​ບຽບ​ສະ​ບັບ​ນີ້​ເປັນ​ຕົ້ນ​ມາ,​ນະ​ໂຍ​ບາຍ​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ​ຂອງ​ພັກ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຮອບ​ດ້ານ,​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ກົດ​ໝາຍ​ຂອງ​ວົງ​ການ​ສາ​ສະ​ໜາ​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ຢ່າງ​ເຕັມ​ສ່ວນ,​ການ​ສ້າງ​ສາ​ລະ​ບອບ​ກົດ​ໝາຍ​ດ້ານ​ສາ​ສະ​ໜາ​ໄດ້​ມີ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ,​ພະ​ນັກ​ງານ​ວຽກ​ງານ​ສາ​ສະ​ໜາ​ແລະ​ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ໃນ​ວົງ​ການ​ສາ​ສະ​ໜາ​ໄດ້​ມີ​ສະ​ຕິ​ກົດ​ໝາຍ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ,​ການ​ແກ້​ໄຂ​ບັນ​ຫາ​ຈຸດ​ໜັກ​ແລະ​ຈຸດ​ຍາກ​ຂອງ​ວຽກ​ງານ​ສາ​ສະ​ໜາ​ຕາມ​ກົດ​ໝາຍ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່,​ຂົງ​ເຂດ​ສາ​ສະ​ໜາ​ໄດ້​ຮັກ​ສາ​ສະ​ພາບ​ການ​ອັນ​ດີງາມ​ທີ່​ກົມ​ກຽວ​ກັນ​ແລະ​ໝັ້ນ​ທ່ຽງ."

​ຕາມ​ໄດ້​ຊາບ,​ແຕ່​​ປະຕິ​ບັດ​ກົດ​ລະ​ບຽບ​ວຽກ​ງານ​ສາດສະໜາ​ເປັນຕົ້ນມາ,ສາດສະໜາ​ສຳ​ຄັນ​ຕ່າງໆ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຂະ​ຫຍາຍ​ຕົວ​ທີ່​ດີ​ໃນ​ການ​ໃຊ້​ພາ​ຫະ​ນະ​ກົດ​ໝາຍ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ເອງ.​ພະ​ຊວນ​ອີ້ນ,​ຜູ່​ອາ​ວຸ​ໂສ​ທີ່​ເປັນ​ປະ​ທານ​ພຸດ​ທະ​ສະ​ມາ​ຄົມ​ຂອງ​ຈີນ​ກ່າວ​ວ່າ,​ການ​ຜັນ​ຂະ​ຫຍາຍ​ກົດ​ລະ​ບຽບ​ດັ່ງ​ກ່າວ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮັບ​ປະ​ກັນ​ໃຫ້​ສາ​ສະ​ໜາ​ພຸດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ແລະ​ປອດ​ໃສ.

ກົດ​ລະ​ບຽບ​ດັ່ງ​ກ່າວ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ຕໍ່​ສິດທິ​​ແລະ​ຜົນ​ປະ​ໂຫຍດ​ຊອບ​ດ້ວຍ​ກົດ ຫມາຍ​ຂອງ​ອົງການ​ຈັດ​ຕັ້ງ​ສາ​ສະ​ຫນາ,​ສະ​ຖານ​ທີ່​ການ​ເຄື່ອນ​ໄຫວ​ສາ​ສະ​ຫນາ​ແລະ​ຜູ່​ເຜີຍ​ແຜ່​ສາ​ສະ​ຫນາ,​ແລະ​ຍັງ​ກ່າວ​ເນັ້ນ​ວ່າ​ສິດ​ທິ​ແລະ​ຊັບ​ສິນ​ທີ່​ຊອບ​ດ້ວຍ​ກົດ​ຫມາຍ​ຂອງ​ວົງ​ການ​ສາ​ສະ​ຫນາ​ແມ່ນ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາ​ກົດ​ຫມາຍ.​ອີງ​ຕາມ​ຂໍ້​ກຳ​ນົດ​ເຫລົ່າ​ນີ້, ​ໄດ້​ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ບ່ອນ​ທ່ອງ​ທ່ຽວ​ກັບ​ສະຖານ​ທີ່​ພຸດ​ທະ​ສາ​ສະ​ຫນາ​ທີ່​ຢູ່​ໃນ​ເຂດ​ທ່ອງ​ທ່ຽວ​​ເປັນ​ຢ່າງ​ດີ,ປ້ອງ​ກັນ​ບໍ່​ໃຫ້​ເກີດ​ບັນຫາ​ທີ່​ສະຖານ​ທີ່​ສາສະຫນາ​ຖືກ​ໃຊ້​ໃນ​ທາງ​ການ​ຄ້າ​ແລະ​ຫັນ​ເປັນ​ຕະ​ຫລາດ,​ອັນ​ໄດ້​ປົກ​ປັກ​ຮັກ​ສາ​ສິດ​ທິ​ຜົນ​ປະ​ໂຫຍດ​ທີ່​ຊອບ​ກົດຫມາຍ​ຂອງ​ວົງ​ການ​ສາສະຫນາ.​ຂໍ້​ກຳ​ນົດ​ເຫລົ່າ​ນີ້​ໄດ້​ຮັບ​ຄວາມ​ຍິນ​ດີ​ຈາກ​ບຸກ​ຄົນ​ໃນ​ວົງ​ການ​ພຸດ​ທະ​ສາ​ສະ​ຫນາ​ແລະ​ມວນ​ຊົນ​ທີ່​ເຊື່ອ​ຖືສາສະ​ຫນາ, ອັນ​ໄດ້​ສ້າງ​ພື້ນ​ຖານ​ດ້ານ​ກົດ​ຫມາຍ​ທີ່​ຫມັ້ນ​ແກ່ນ​ໃຫ້​ແກ່​ວຽກ​ງານ​ພຸດທະ​ສາ​ສະ​ຫນາ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ນອກ​ຈາກ​ສ້າງ​ລະບອບ​ກົດ​ຫມາຍ​ດ້ານ​ວຽກ​ງານ​ພຸດ​ທະ​ສາ​ສະ​ຫນາ​ໃຫ້​ສົມບູນ​ຂຶ້ນ​ຕື່ມ​​ແລ້ວ, ລັດຖະບານ​ຈີນ​ຍັງ​ໄດ້​ເພີ່ມ​ການ​ສະ​ຫນັບ​ສະ​ຫນູນ​ຕໍ່ການ​ກໍ່​ສ້າງ​ອົງ​ການ​ຈັດ​ຕັ້ງ​ສາ​ສະ​ຫນາ,​ໂຮງ​ຮຽນ​ສາ​ສະ​ຫນາ​ແລະ​ສະ​ຖານ​ທີ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສາ​ສະ​ຫນາ. ​ເລີ່ມ​ແຕ່​ຊຸມ​ປີ 1980​ເປັນ​ຕົ້ນ​ມາ,​ລັດ​ຖະ​ບານ​ຈີນ​ກໍ່​ໄດ້​ສະ​ຫນອງ​ທຶນ​ສ້ອມ​ແປງ​ວັດ​ວາ​ອາ​ຮາມ​ແລະ​ໂບດ​ຕ່າງໆ​ແກ່​ວົງ​ການ​ສາ​ສະ​ຫນາ,​ເລີ່​ມ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ, ​ທຶນ​ທີ່​ເບີກ​ໃຫ້​ໃນ​ແຕ່​ລະ​ປີ​ໄດ້​ບັນ​ລຸ​15​ລ້ານ​ຢວນ,​ດຽວ​ນີ້, ​ເງື່ອນ​ໄຂ​ເຮັດ​ວຽກ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ສະ​ຫນາ​ແລະ​ເງື່ອນ​ໄຂ​ຂອງ​ໂຮງ​ຮຽນ​ສາ​ສະ​ຫນາ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ