ທ່ານ​ຫູ​ຈີນ​ທ່າວ​ໄປ​ຢ້ຽມ​ຢາມ​ທະ​ວີບ​ອາ​ເມ​ລິ​ກາ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​​ຈົບ​ງາມ

(GMT+08:00) 2010-04-16 18:24:55     cri

ວັນ​ທີ 15 ​ເມສາ​ນີ້, ທ່ານ​ຫູ​ຈີນ​ທ່າວ, ປະທານ​ປະ​ເທດ​ຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ທະ​ວີ​ບອາ​ເມ​ລິ​ກາ​​ແລ້ວ​ກັບ​ຄືນ​ປະ​ເທດ.​ນີ້​ແມ່ນ​ປະ​ມຸກ​ລັດ​ຈີນ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ໃນ​ປີ​ນີ້.​ໃນ​ເວລາ​ທ່ານ​ຢາງ​ເຈ​ສື, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ໄປ​ຢ້ຽມ​ຢາມ​ກ່າວ​ນຳ​ກັນ​ກັບ​ທ່ານ​ຫູ​ຈີນ​ທ່າວ​ນັ້ນ​ໄດ້​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ,​ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈີນ​ທ່າວ​ເທື່ອ​ນີ້​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ, ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ.

ນັບແຕ່​ວັນ​ທີ 12 ຫາ​ວັນ​ທີ 15 ​ເມສາ​ນີ້​, ໂດຍ​ຕອບ​ສະໜອງຕາມ​ການ​ເຊີນ, ທ່ານ​ຫູຈີນ​ທ່າວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນີວ​ເຄຼຍ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນຢູ່​ວໍ​ຊິງ​ຕັນ​ແລະ​ການ​ພົບ​ປະກັນ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທີ​ສອງ​ລະ​ຫວ່າງ​ຜູ້​ນຳ​ສີ່​ປະ​ເທດ​ຫຼີກ​ຄື​ເບຼ​ຊີນ,​ຣັດ​ເຊຍ, ອິນ​ເດຍກັບ​ຈີນ​ຢູ່​ເບຼ​ຊີ​ເລຍ​ແລະ​ໄດ້​ຢ້ຽມ​ຢາມ​ເບຼ​ຊີນ.

ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​​ເທື່ອ​ນີ້ແມ່ນ​ກອງ​ປະຊຸມ​ຄວາມ​ປອດ​ໄພ​ນີວ​ເຄຼຍ​ຫຼາຍ​ຝ່າຍ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ທີ່​ປະ​ເທດ​ພັດ​ທະ​ນາ​ແລ້ວ​ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ເຂົ້າ​ຮ່ວມນຳ​ກັນ,​ມີ​ບົດ​ບາດ​ຊີ້​ນຳ​ທີ່​ສຳ​ຄັນ​ຕໍ່​ອະ​ນາ​ຄົດ​ຂອງ​ຂະ​ບວນ​ຄວາມ​ປອດ​ໄພ​ດ້ານ​ນີວ​ເຄຼຍ​ສາ​ກົນ.​ທ່ານ​ຫູ​ຈີນ​ທ່າວ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ,​ນີ້​ແມ່ນ​ຜູ້​ນຳ​ຈີນ​ສະ​ແດງ​ຄວາມ​ເຫັນ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ບັນ​ຫາ​ຄວາມ​ປອດ​ໄພ​ດ້ານ​ນີວ​ເຄຼຍ​ຄັ້ງ​ທຳ​ອິດ​ໃນ​ສະຖານ​ທີ່​ຫຼາຍ​ຝ່າຍ. ທ່ານ​ໄດ້​ແນ​ໃສ່​ສະ​ຖາ​ນະ​ການ​ຄວາມ​ປອດ​ໄພ​ດ້ານ​ນີວ​ເຄຼຍ​ໃນ​ປະຈຸ​ບັນ, ອະ​ທິ​ບາຍ​ຄວາມ​ໝາຍ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ດ້ານ​ນີວ​ເຄຼຍທີ່​ມີ​ຕໍ່​ການ​ຮັບ​ປະ​ກັນ​ພະ​ລັງ​ງານ​ນີວ​ເຄຼຍ​ໃຫ້​ພັດ​ທະ​ນາ​ແບບ​ຕໍ່​ເນື່ອງ​ໄປ​ໃນ​ທາງ​ດີ, ແລະ​ຮັກສາ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ສາ​ກົນ, ​ແນະ​ນຳ​ນະ​ໂຍ​ບາຍ​ແລະ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ຈີນ​ໃນ​ບັນຫາ​ຄວາມ​ປອດ​ໄພ​ນີ​ວ​ເຄຼຍ, ​ພ້ອມ​ທັງ​ໄດ້​ມີ​ຄວາມ​ເຫັນ​5​ຂໍ້​ກ່ຽວ​ກັບ​ປະ​ຊາ​ຄົມ​ໂລກ​ຮ່ວມ​ມື​ຮັບ​ມື​ກັບ​ການ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ນີ​ວ​ເຄຼຍ​ໃນ​ປະ​ຈຸ​ບັນ.​ຄວາມ​ເຫັນ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ແລະ​ຕອບ​ສະ​ໜອງ​ຢ່າງ​ກວ້າງ​ຂວາງ​ຈາກ​ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະ​ຊຸມ.

ທ່ານ​ຢາງ​ເຈ​ຊືກ່າວ​ວ່າ,​ໃນ​ໄລຍະ​ພົບ​ປະ​ຢ່າງ​ເປັນ​ທາງ​ການ​​ເທື່ອ​ທີ​ສອງ​ລະຫວ່າງຜູ່​ນຳສີ່​ປະ​ເທດ​ບຣິກສ໌,​ຜູ່​ນຳ​ສີ່​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ຫຼາຍ​ບັນ​ຫາ,​ເປັນ​ຕົ້ນ​ວ່າ:​ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ການ​ເງິນ​ຂອງ​ໂລກ,​ການ​ປະ​ຕິ​ຮູບ​ອົງ​ການ​ທະ​ນາ​ຄານ​ສາ ກົນ,​ແລະ​ບັນ​ຫາ​ການ​ສົນ​ທະ​ນາ​ແລະ​ຮ່ວມ​ມື​ລະ​ຫວ່າງ​ສີ່​ປະ​ເທດ​ບຣິກສ໌​,​ແລະ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ.​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ,​ທ່ານ​ປະ​ທານ​ຫູ​ຈິນ​ທ່າວ​ຊີ້​ອອກ​ວ່າ,​ຄວນ​ເຮັດ​ໃຫ້​ທິດ​ທາງ​ການ​ຮ່ວມ​ມື​ລະ​ຫວ່າງ​ສີ່​ປະ​ເທດ​ແຈ່ມ​ແຈ້ງ​ແລະ​ຊຸກ​ຍູ້​ຂະ​ບວນ ການ​ຮ່ວມ​ມື​ລະ​ຫວ່າງ​ສີ່​ປະ​ເທດ​ຈາກ​ຄວາມ​ສູງ​ຍຸດ​ທະ​ສາດ,​ຖື​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ກັນ​ເປັນ​ພື້ນ​ຖານ,​ຖື​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ເປັນ​ວຽກ​ງານ​ສຳ​ຄັນ,​ຖື​ການ​ສ້າງ​ສາ​ກົນ​ໄກ​ເປັນ​ການ​ຮັບ​ປະ​ກັນ,​ເປົ້າ​ໝາຍ​ແມ່ນ​ໃຫ້​ຕ່າ​ງຝ່າຍ​ຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍດ,​ພາຍ​ໃຕ້​ເງື່ອນ​ໄຂ​ປະ​ຕູ​ຢ່າງ​​ໂປ່​ງ​ໃສ​ເປັນ​ປະ​ຖົມ​ປັດ​ໄຈ.ທ່ານ​ຍັງ​ໄດ້​ທິ​ຂໍ້​ສະ​ເໜີ​5​ຂໍ້​ກ່ຽວ​ກັບ​ວຽກ​ງານ​ສຳ​ຄັນ​ໃນ​ຂັ້ນຕອນ​ຕໍ່​ໄປ.​ໂຄງ​ຄວາມ​ຄິດ​ແລະ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສີ່​ປະ​ເທດ​ຂອງ​ທ່ານ​ປະ​ທານ​ຫູ​ຈິນ​ທ່າວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະ​​ສະ​ໜັບ​ສະ​ໜູນ​ຈາກ​ຝ່າຍ​ຕ່າງໆ,​ສ່ວນ​ຈີນ​ຕົກລົງ​ຮັບ​ຈັດ​ການ​ພົບ​ປະ​ຢ່າງ​ເປັນ​ທາງ​ການ​ເທື່ອ​ທີ​ສາມ​ລະ​ຫວ່າງ​ສີ່ຜູ່​ນຳ​ປະ​ເທດ​ບຣິກສ໌​ນັ້ນ​ກໍ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ສັນລະ​ເສີນ.

ທ່ານ​ຢາງ​ເຈ​ຊືກ່າວ​ວ່າ,​ໃນ​ເວລາ​ບໍ່ພໍ4​ມື້,ທ່ານ​ຫູ​ຈິນທ່າວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ສອງ​ຄັ້ງ​ແລະ​ຢ້ຽມຢາມ​​ເບຼຊິນ.​ໃນ​ໂອ​ກາດ​ພັກ​ຜ່ອນ​ອັນ​ສັ້ນໆ,​ທ່ານ​ຫູ​ຈິນທ່າວ​ຍັງ​ໄດ້​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ກັນ​ສອງ​ຕໍ່​ສອງ​ຫຼາຍ​ເທື່ອ,​​ໄດ້​ພົບ​ປະ​ແລະ​ຕິດ​ຕໍ່​ພົວພັນ​ກັບ​ຜູ່​ນຳ​ຫຼາຍ​ສິບ​ປະ​ເທດ,​ເຊິ່ງ​ລວມ​ທັງ​ທ່ານ​ບາ​ຣັກ ​ໂອ​ບາ​ມາ,​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ,​ໄດ້​ແລກ ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຕໍ່ສອງ,​ແລະ​ເຮັດ​ໃຫ້​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ປະ​ສານ​ງານ​ໃນ​ວຽກ​ງານ​ສາກົນ​ຢ່າງ​ແໜ້ນ​ແຟ້ນ​ກວ່າ​ເກົ່າ​ຕື່ມ​ອີກ.​ໄດ້​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ,​ເພີ່ມ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ,​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື.

​ສຸດ​ທ້າຍ,ທ່ານ​ຢາງ​ເຈ​ຊືກ່າວ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈິນທ່າວ​​ເທື່ອ​ນີ້​ໄດ້​ບັນລຸ​ຈຸດປະ ສົງ​ດັ່ງ​ນີ້,ຄື:ເປີດ​ກວ້າງ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ,​ສ້າງ​ມິດ​ຕະ​ພາບ​ອັນ​​ແໜ້ນ​​ແຟ້ນ ກວ່າ​ເກົ່າ,ລົງ​ເລິກ​ການ​ຮ່ວມ​ມື,​ແລະ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ.​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຊາດ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ​ຕື່ມ​ອີກ,​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ແລະ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ທີ່​ມີ​ຕະ​ຫຼາດ​ຈະ​ເລີ​ນ​ໃໝ່,​ຊຸກ​ຍູ້​ໃຫ້​ລະ​ບົບ​ສາ​ກົນ​ພັດ ທະ​ນາ​ຢ່າງ​ປອດ​​ໃສ,​ແລະ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ​ເລິກ​ເຊິ່ງ​ກວ່າ​ເກົ່າ.​ຈີນ​ຈະ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ​ເທື່ອ​ນີ້,​ປະ​ກອບ​ສ່ວນ​ອັນ​ໃໝ່​ຫຼາຍກ​ວ່າ​ເກົ່າ​ເຂົ້າ​ໃນ​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ