ທ່ານ​ຫູ​ຈີນ​ທ່າວ​ປະ​ທານ​ປະ​ເທດ​ຈີນ​ ​ໄປ​ຮອດ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ເມືອງ​ຢູ້​ຊູ້​ແຂວງ​ຊິ່ງ​ໄຮ​ເພື່ອ​ຊີ້​ນໍາ​ວຽກ​ງານ​ກູ້​ໄພ

(GMT+08:00) 2010-04-19 16:31:14     cri

ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ່​ຟັງ​ທີ່​ໂຄລົບ ,ຕອນ​ເຊົ້າ​ວັນ​ທີ18​ເມສາ​ນີ້,ທ່ານ​ຫູ​ຈີນ​ທ່າວ,​ປະ​ທານ​ປະ​ເທດ​ຈີນ​ໄດ້​​ເດີນທາງດ້ວຍ​​ເຄື່ອງ​ບິນ​ພິ​ເສດ​ອອກ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ໄປ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ຢູ່​ເມືອງ​ຢູ້​ຊູ້​ແຂວງ​ຊິ່ງ​ໄຮ, ​ເພື່ອ​ຢາມ​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ທີ່​ຢູ່​ເຂດ​ປະສົບ​ໄພ​ແລະ​ຊີ້​ນໍາ​ວຽກ​ງານ​ກູ້​ໄພ​ຢູ່​ແຫ່ງ​ນີ້. 

ວັນ​ທີ 14 ​ເມສາ​ນີ້,​ໃນ​ເວລາເມືອງ​ຢູ້ຊູ້​ຂອງ​ກິ່ງ​ແຂວງຢູ້ຊູ້​​ເຜົ່າ​ຕິ​ເບ​ດປົກຄອງ​ຕົນ​ເອງ​ຂອງ​ແຂວງຊິ່ງໄຮ ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ທີ່​ວັດ​ແຮງສັ່ນ​ສະ​ເທືອນ​ໄດ້​7,1 ຣິກ​ເຕີ ນັ້ນ, ທ່ານ​ຫູ​ຈິນທາວ​ຫາ​ກໍ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ທີ່​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ. ທ່ານ​ໄດ້​ກັບ​ຄືນ​ຮອດ​ພາຍ​ໃນ​ປະ​ເທດ​ກ່ອນ​ເວລາ​ທີ່​ກຳ​ນົດ​ໃນ​ຕອນ​ບ່າຍ​ວັນ​ທີ 17 ​ເມສາ​ນີ້.​ຕອນ​ເຊົ້າ​ວັນ​ທີ 18,​ທ່ານ​ຫູ​ຈີນ​ທາວ​ໄດ້​ເດີນທາງ​ດ້ວຍ​ເຄື່ອງ​ບິນ​ພິ​ເສດ​ອອກ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ,​ຫຼັງ​ຈາກ​ຂີ່​ຍົນ​3​ຊົ່ວ​ໂມງ​ປາຍ​ແລ້ວ,​ທ່ານ​ຫູ​ຈີນ​ທ່າວ​ກໍ່ໄປ​ຮອດ​ສະໜາມ​ບິນ​ປ່າ​ຖາງ​ຢູ້​ຊູ້​ທີ່​ສູງ​ຈາກ​ໜ້າ​ນ້ຳ​ທະ​ເລ​ເກືອບ​4​ພັນ​ແມັດ. ​ຖັດ​ຈາກ​ນັ້ນ,​ທ່ານ​ກໍ່​ໄດ້​ຂີ່​ລົດ​ໄປບ້ານ​ຈ່າ​ຊີ​ຕ້າ​ທົງ ​ຕາ​ແສງ​ເຈ​ກູ້​ທີ່​​ໄດ້​ຖືກ​ປະ​ສົບ​ໄພ​ຢ່າງ​ໜັກ​ໜ່ວງ,​ເພື່ອ​ໄປ​ຢາມ​ປະ​ຊາ​ຊົນ​ຜູ່​ປະ​ສົບ​ໄພ.   ບ້ານ​ຈ່າ​ຊີ​ຕ້າ​ທົງ​ມີ​ຊາວ​ບ້ານ​600​ກວ່າ​ຄົນໃນ​ເມື່ອ​ກ່ອນ, ​ໃນ​ແຜ່ນ​ດິນ​ໄຫວ​ເທື່ອ​ນີ້​ໄດ້​ມີ​120​ຄົນ​ເສຍ​ຊີ​ວິດ,​72​ຄົນ​ຫາຍ​ສາບ​ສູນ ,​ແລະ​ຍັງ​ມີ 100 ກວ່າ​ຄົນ​ໄດ້​ຮັບ​ບາດ​​ເຈັບ. ທ່ານ​ຫູ​ຈິນ​ທາວ​ໄດ້​ໄປ​ຮອດ​ຕູບ​ຜ້າ​​ເຕັນ​ຝ້າຍ​ຢູ່​ຈຸດ​ຍົກ​ຍ້າຍ​ຊົ່ວ​ຄາວ​ຂອງ​ບ້ານ​ນີ້, ​​ເພື່ອໄປ​ຖາມ​ສະ​ພາບ​ການ​ຄ້ຳ​ປະ​ກັນ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ປະຈຸ​ບັນ.​ມີ​ຊາວ​ບ້ານ​ເຜົ່າ​ຕິ​ເບດ​ຜູ່​ຫນຶ່ງ​ເວົ້າ​ນຳ​ທ່ານ​ຫູ​ຈິນ​ທ່າວ​ວ່າ,​ປະ​ຈຸ​ບັນ,​ການ​ກິນ​ແລະ​ນຸ່ງ​ເຄື່ອງ​ລ້ວນ​ແຕ່​ບໍ່​ມີ​ບັນຫາ​ຫຍັງ, ​ມີແຕ່​​ເປັນ​ຫ່ວງ​ນຳ​ບັນ​ຫາ​ເຮືອນ​ຢູ່​ແລະ​ເດັກ​ນ້ອຍ​ເຂົ້າ​ຮຽນ​​ໃນ​ຕໍ່​ຫນ້າ​ເທົ່າ​ນັ້ນ. ທ່ານ​ຫູ​ຈິນ​ທາວ​ຟັງ​ແລ້ວ​ກໍ່ປະ​ໂລມ​ໃຈ​ລາວວ່າ:

"ສິ່ງ​ທີ່​ເຈົ້າ​ເວົ້າ​ມາ​ນັ້ນ, ຂ້ອຍ​ສາມາດ​ຮັບປະກັຫນ​ໄດ້​ວາ, ອັນ​ທີ​ໜຶ່ງ, ຕໍ່​ໄປ, ພັກ​ແລະ​ລັດຖະບານ​ຈະ​ຊ່ອຍ​ເຫຼືອ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ສ້າງ​ບ້ານ​ແປງ​ເມືອງ​ໃຫ້​ດີ, ອັນ​ທີ​ສອງ, ພວກ​ເດັດ​ນ້ອຍ​ກໍ່​ບໍ່​ເປັນ​ຫຍັງ, ​ແນວ​ໃດ​ລັດຖະບານ​ກໍ​ຈະ​ໃຫ້​ພວກ​ຫຼານ​ໄດ້​ເຂົ້າ​ໂຮງຮຽນ​ຄືນ​ໃໝ່​ໂດຍ​ໄວ."

​ເມື່ອ​ອອກ​ຈາກ​ບ້ານຈາຊີ​ຕ້າ​ຖົງ, ທ່ານ​ຫູ​ຈີນ​ທ່າວກໍ​ຂ້ຽວເດີນທາງ​ໄປ​ສະໜາມກິລາກິ່ງ​ແຂວງ​ອີ້​ຊູ້, ​ເພາະວ່າຢູ່​ບ່ອນນັ້ນ​ໄດ້​ຊ່ອຍ​ເຫຼືອ​ກອບ​ກູ້​ຜູ້​ບາດ​ເຈັບ​ໃນ​ແຜ່ນດິນ​ໄຫວ. ທ່ານ​ຫູ​ຈີ​ນທ່າວ​ໄດ້​ເຂົ້າ​ໄປ​ໃນ​ຕູບ​ຜ້າ​ເຕັນ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ຜູ້​ບາດ​ເຈັບ​ທີ່​ພວມ​ຮັບ​ການ​ປິ່ນ​ປົວ.​ໃນ​ເວລາ​ເຫັນ​ນາງ​ໂຈ່ວ​ມາ,​ນັກ​ຮຽນ​ມັດ​ທະ​ຍົມ​ເຜົ່າ​ຕິ​ເບດ​ທີ່​ແຂນ​ຫັດ​ໃນ​ແຜ່ນ​ດິນ​ໄຫວ​ກຳ​ລັງ​ໃຫ້​ຢູ່​ຢ່າງ​ເຈຍ​ໃຈ, ທ່ານ​ຫູ​ຈີນ​ທ່າວ​​ໄດ້​ຫອດ​ໃຈ​ນາງ​ວ່າ: ​"ລຸງ​ຮູ້​ວ່າ​ຫຼາຍ​ແມ່ນ​ເດັກ​ທີ່​ດີ, ​ແລະ​ກໍ​ແມ່ນ​ເດັກ​ນ້ອຍ​ທີ່​ກ້າ​ຫານ,​ທັງ​ຮຽນ​ເກັ່ງ​ມີ​ອະ​ນາ​ຄົດ​ສະຫວ່າງ​ສະ​ໄຫວ.​ຫຼານ​ຕ້ອງ​ເຂັ້ມ​ແຂວງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເວ​ລາ​ນີ້​ພວມ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ,​ຫຼານ​ຕ້ອງ​ມີ​ຄວາມ​ໝັ້ນ​ໃຈ,​ຟັງ​ຄວາມ​ທ່ານ​ໝໍ​ປົວ​ໃຫ້​ດີ, ລຸງ​ຈະ​ຄຶດ​ຮອດ​ຫຼານ​ຢູ່​ສະ​ເໝີ."

ເມື່ອ​​ໄດ້ຢາມ​ຜູ່​ບາດ​ເຈັບ,ແພດ​ໝໍ​ແລະ​ຜູ່​ພະ​ຍາ​ບານ​ແລ້ວ,ທ່ານ​ຫູ​ຈິນທ່າວ​ກໍ​ຂ້ຽວ​ເດີນທາງ ໄປ​ໂຮງຮຽນ​ເດັກ​ກຳ​ພ້າ​ກຳ​ພອຍ​ຢູ້​ຊູ້,​ຢ້ຽມ​ຢາມ​ເດັກ​ນ້ອຍ​ທີ່​ກຳ​ລັງ​ຮຽນ​ຢູ່​ຫ້ອງ​ຮຽນ​ຊົ່ວ​ຄາວ.​ຢູ່​ທີ່​ນີ້,​ທ່ານ​ຫູ​ຈິນ​ທ່າວ​ເວົ້າ​ຕໍ່​ພວກ​ເດັກ​ນ້ອຍ​ວ່າ,​ຕໍ່​ໄປ​ຍ່ອມ​ຈະ​ປຸກ​ໂຮງ​ຮຽນ​ໃໝ່​ທີ່​ສວຍ​ງາມ​ກວ່າ​ເກົ່າ.​ທ່ານ​ຍັງ​ເອົາ​ສໍ​ຂາວ​ຂຽນ​​ໃສ່​ກະ​ດານ​ດຳ​ວ່າ:​"ໂຮງ​ຮຽນ​ໃໝ່,​ຫາກ​ຈະ​ມີ!​ບ້ານ​ໃໝ່​ເຮືອນ​ໃໝ່,​ຫາກ​ຈະ​ມີ!",​ແລະ​ພາ​ເດັກ​ນ້ອຍ​ທັງ​ຫຼາຍ​ອ່ານ​ສຽງ​ແຮງໆ​ພ້ອມ​ກັນ.

ຢູ່​ບ້ານ​ຈ່າ​ຊີ່​ເຄີ່​ຂອງເມືອງ​ຢູ້​ຊູ້​ທີ່​ປະສົບ​ໄພໜັກໜ່ວງ​,ທ່ານ​ຫູ​ຈິນທ່າວ​ຍັງ​ໄດ້​ຢາມ​ນາຍ​ແລະ​ພົນ​ທະ​ຫານ​ພ້ອມ​ດ້ວຍ​ຕຳ​ຫຼວດ​​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທີ່​ພວມ​ຊຳລະ​ສະ​ສາງ​ຊາກ​ເຮືອນ​ເພ​ພັງ.

​ເມື່ອ​ຢາມມວ​ນຊົນ​ທັງຫຼາຍ​ໃນ​ວັນ​ທີ18​ແລ້ວ,ທ່ານ​ຫູ​ຈິນທ່າວ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ກອງ​ບັນ ຊາ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ທີ່​ຕັ້ງ​ຢູ່​ໃນ​ຕູບ​ຜ້າ​ເຕັນ,​ຟັງ​ການ​ລາຍ​ງານ​ວຽກ​ງານ​ກູ້​ໄພ​ໃນ​ປະ​ຈຸ​ບັນ​ນີ້,​ແລະ​ຊີ້​ອອກ​ວ່າ,​ຕໍ່​ໄປ​ພາຍ​ໜ້າ,​ຕ້ອງ​ເຮັດ​ວຽກ​ຄື:​ອອກ​ແຮງ​ຊອກ​ກອບ​ກູ້​ຜູ່​ຖືກ​ຝັງ​ຢູ່​ໃຕ້​ຊາກ​ເຮືອນ,​ພະ​ຍາ​ຍາມ​ປິ່ນ​ປົວ​ຜູ່​ບາດ​ເຈັບ,​ຈັດ​ວາງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຜູ່​ປະ​ສົບ​ໄພ​ໃຫ້​ດີ,​ສ້ອມ​ແປງ​ພື້ນ​ຖານ​ໂຄງ​ລ່າງ​ໂດຍ​ໄວ,​ແລະ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ກົມ​ກຽວ​ກັນ​ຂອງ​ສັງ​ຄົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ