IMF​ ກ່າວ​ວ່າ ​ເສດ​ຖະ​ກິດ​ໂລກ​ຟື້ນ​ຕົວ​​ແຕ່​ຍັງ​ມີ​ຄວາມ​ສ່ຽງ​ຢູ່

(GMT+08:00) 2010-04-22 16:03:39     cri

ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາ​ຍດີ,ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ ວັນ​ທີ21​ເມສາ​ນີ້, ຢູ່​ທີ່​ວໍ​ຊິງ​ຕັນ ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື​IMF​ໄດ້​ເຜີຍ​ແຜ່​ບົດ ລາຍ​ງານ​"​ເບິ່ງ​ເສດ​ຖະ​ກິດ​ໂລກ"​ສະ​ບັບ​ຫຼ້າ​ສຸດ​ໂດຍ​ກ່າວ​ວ່າ,​ຫຼັງ​ຈາກຜ່ານວິ​ກິດ​ການ​ການ​ເງິນ​ສາ​ກົນ​ແລະ​ເສດ​ຖະ​ກິດ​ຊຸດ​​ໂຊມ​ລົງ​ແລ້ວ,ປະຈຸ​ບັນ,ສະ​ພາບ​ກາ​ນຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກ​ ດີຂຶ້ນ​ເກີນ​ຄາດ​ໝາຍ,​ແຕ່​​ເສດ​ຖະ​ກິດ​ຂອງ​ທົ່ວ​ໂລກ​ທີ່​ຍັງອາ​ໄສ​ນະ​ໂຍ ບາຍ​ເສດຖະກິດ​ມະຫາ​ພາກ​ທີ່ຜ່ອນ​ຍານ​ໃນ​ລະດັບ​ສູງ​ນັ້ນ ​ຍັງ​ມີຄວາມ​ສ່ຽງຢູ່,ຄວນ​ປະ​ຕິ​ຮູບ​ລະ​ບົບ​ການ​​ເງິນ​ຂອງ​ທົ່ວ​ໂລກ, ​ເພື່ອ​ຫຼີກ​ລ້ຽງ​ບໍ່​ໃຫ້​ເກີດ​ວິ​ກິດ​ການ​ອີກ.

ບົດ​ລາຍ​ງານ​ສະບັບ​ຫຼ້າ​ສຸດ​ບົດນີ້​ໄດ້​ເຜີຍ​ແຜ່​ກ່ອນ​ກອງ​ປະຊຸມ​ລະດູ​ໃບ​​ໄມ້​ປົ່ງ​ທີ່ ​IMF ແລະ​ທະນາຄານ​ໂລກຮ່ວມ​ກັນຈັດ​ຂຶ້ນ​ໃນ​ທ້າຍ​ສັບປະດານີ້. ​ໃນ​ບົດ​ລາຍ​ງານ, IMF ​ໄດ້​ຍົກ​ສູງ​ຄາດຫມາຍ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ, ​ແລະ​ສະ​​ແດງ​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ທ່າ​ທີ່​ທີ່​ເຫັນ​ໄປ​​ແງ່​ດີ​ຕໍ່​ເສດ ຖະກິດ​ຂອງ​ໂລກ​ໃນ​ອະ​ນາ​ຄົດ. ຕາມ​ການ​ຄາ​ດຄະ​ເນ, ​ເສດ​ຖະ​ກິດ​ໂລກ​ປີ​ນີ້ຈະ​ເຕີບ​ໂຕ4,25%,ປີໜ້າ​ຈະ​ເຕີບ​ໂຕ 4,3%. ນັບ​ແຕ່​ວິ​ກິດ​ການ​ການ​ເງີນ​ສາ​ກົນ​ກະ​ທົບ​ກະ​ເທືອນ​ເຖິງ​ທົ່ວ​ໂລກ​ໃນ​ປີ 2008 ​ເປັນ​ຕົ້ນ​ມາ, ບົດ​ລາຍ​ງານ​ເທື່ອ​ນີ້​ເຫັນ​ຢ່າງ​ຈະ​ແຈ້ງ ວ່າ, ​ເສດ​ຖະ​ກິດ​ໂລກ​ໄດ້​ຟື້ນ​ຕົວ​ດີ​ຄືນ​ຢ່າງ​ແທ້​ຈິງ​​ແລ້ວ.

​ແຕ່ບົດ​ລາຍ​ງານ​ຍັງ​ຊີ້​ອອກ​ວ່າ, ​ເຖິງ​ວ່າຄວາມ​ສ່ຽງ​ຂອງ​ທົ່ວ​ໂລກທີ່​ພວມ​ປະ​ເຊີນ​ກັບຄວາມ​ຫມັ້ນ​ທ່ຽງ​ທາງການ​​ເງິນ ​ໄດ້​ຜ່ອນຄາຍ​ລົງ​ໃນ​ປະຈຸ​ບັນກໍ່ຕາມ,​ແຕ່​ຍັງມີ​ຄວາມ​ສ່ຽງ​ຢູ່​ນຳ​ອີກ. ປະຈຸ​ບັນ,ລະດັບ​ຟື້ນ​ຕົວ​ຂອງ​​​​ແຕ່​ລະ​ອົງ​ກອນ​ເສດ ຖະກິດ​ແມ່ນ​ຫຼຸດ​ໂຕນ​ກັນ​ຫຼາຍ, ຫຼາຍອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ ຍັງ​ຟື້ນ​ຕົວ​ຄືນ​ຢ່າງ​ບໍ່​ແຂງ​ແຮງ​, ຕົວຢ່າງ​ຄື ​ໃນ​ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ, ການ​ຟື້ນ​ຕົວ​ຂອງ​ອາ​ເມ​ລິ​ກາ​ ໄວ​ກວ່າ​ເອີ​ລົບ​ແລະ​ຍີ່​ປຸ່ນຢ່າງ​ຈະ​ແຈ້ງ. ສ່ວນການ​ຟື້ນ​ຕົວ​ຂອງອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃຫມ່​​ ກໍ່​ຍິ່ງ​ກ້າວ​ໄປ​ຫນ້າ​ດ້ວຍ​ບາດກ້າວ​ກວ້າງ. ອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃຫມ່​ຂອງ​ອາຊີ​ ຈະ​ສືບ​ຕໍ່​ຮັກສາ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ.

 

ບົດ​ລາຍ​ງານ​ເຫັນ​ວ່າ, ​ເຖິງ​ວ່າ​ເສດຖະກິດ​ໂລກ​ມີທ່າອຽງ​ຟື້ນ​ຟູ​ຄືນ​ໃໝ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ​ແຕ່​ຍັງ​ມີ​ບັນຫາ​ຄົງ​ຄ້າງ​ຢູ່, ​ຫຼາຍ​ຂະ​ແໜງ​ການ​ຍັງ​ປະ​ເຊີນຄວາມ​ຫຍຸ້ງຍາກ​ທີ່​ບໍ່​ມີ​ເງິນ​ກູ້,​ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ຜ່ອນ​ຍານ​ໄດ້​ກະ​ຕຸ້ນ​ໃຫ້​ເສດ​ຖະ​ກິດ​ຟື້ນ​ຟູ​ຄືນ​ໃໝ່, ​ແຕ່​ຄວາມ​ສ່ຽງ​ທີ່​ພາ​ໃຫ້​​ເງິນ​​​ເຟີ້ກໍ​ເພີ່ມ​ຂຶ້ນ, ການ​ປະຕິ​ຮູບ​ຂອງ​ລະ​ບົບ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ເງິນ​ຍັງ​ຂາດ​ຄວາມ​ເປັນ​ເອກະ​ພາບ​ກັນ, ອັດຕາ​ຫວ່າງ​ງານ​ຂອງ​ຫຼາຍ​ປະ​ເທດ​ຍັງ​ສູງ​ຫຼາຍ. ສິ່ງ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ສ້າງ​ທ່າ​ອ່ຽງ​ທີ່​ບໍ່​ແນ່ນອນ​ໃຫ້​ແກ່​ເສດຖະກິດ​ໂລກ​ໃນ​ອະນາຄົດ. ​ເຮັດ​ແນວ​ໃດຈະ​ຫຼີກ​ເວັ້ນ​ຄວາມ​ສ່ຽງ​ແລະ​ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ​ໄດ້​ກາຍ​ເປັນ​ບັນຫາ​ສຳຄັນບັນຫາ​ໜຶ່ງ​ຂອງ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ໂລກ.​ບົດ​ລາຍ​ງານ​ຂອງ​IMF​ໄດ້​ໃຫ້​ຂໍ້​ສະ​ເໜີ​ຈຳນວນ​ໜຶ່ງ​ຕໍ່​ເລື່ອງ​ນີ້.

ກ່ອນ​ອື່ນ​ໝົດ, ບົດ​ລາຍ​ງານ​ໄດ້​ກ່າວ​ເນັ້ນ​ຄວາມ​ສຳຄັນ​ຂອງ​ນະ​ໂຍບາຍ. ອັນ​ທີ​ສອງ, ການ​ປະຕິ​ຮູບ​ດ້ານ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ເງິນ​ຕ້ອງດຳ​ເນີນ​ຕໍ່​ໄປສະ​ເພາະ​ຢ່າງ​ຍິ່ງ, ​ນີ້​ແມ່ນ​"ສິ່ງ​ສຳ​ຄັນ​ສຳ​ລັບ​ອົງ​ກອນ​ເສດຖະກິດ​ທີ່​ພັດ​ທະ​ນາ​ເພື່ອ​ຮັກ​ສາ​ການ​ຟື້ນ​ຕົວ,​ສ່ວນ​ອົງ​ກອນ​ເສ​ດຖະກິດ​ທີ່​ຈະ​ເລີນ​ໃໝ່​ກໍ​ຄວນ​ຖື​ເລື່ອງ​ນີ້​​ເປັນ​ແວ່ນ​ແຍງ, ​ແກ້​ໄຂ​ສະ​ພາບ​ການ​ທີ່​ລະ​ບົບ​ການ​ເງິນທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ຫຼື​ຂາດ​ປະ​ສິດ​ທິ​ພາບ;​ອັນ​ທີ​ສາມ,​ອັດ​ຕາຫ​ວ່າງ​ງານສູ​ງຍັງ​ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ເສດ​ຖະ​ກິດ​ໂລກຈະ​ປະ​ເຊີນ​ໃນ​ຫຼາຍ​ປີ​ຕໍ່ໜ້າ.​ນະ​ໂຍບາຍ​ທີ່​ກ່ຽວ​ຂ້ອງ​ທີ່​ຊຸກ​ຍູ້​ການ​ປະກອບ​ອາ​ຊີບ​ແມ່ນ​ຂາດ​ບໍ່​ໄດ້. ບົດ​ລາຍ​ງານ​ສະ​ເໜີຄວນ​ວ່າ​ປັບ​ປຸງ​ບັນ​ຫາ​ດັ່ງ​ກ່າວ​ຈາກ​ນະ​ໂຍ​ບາຍ​ມະ​ຫາ​ພາກ.

ບົດ​ລາຍ​ງານ​ຂອງIMFຈະ​​ຖື​ເປັນ​ພື້ນ​ຖານ​ຂອງ​ການ​ປຶກສາ​ຫາລື​​ໃນ​ກອງ​ປະຊຸມລັດຖະ ມົນຕີ​ການ​ເງິນ​ແລະ​ຜູ່​ອຳນວຍ​ການ​ທະ​ນາ​ຄານ​ກາງ​ຂອງ​ກຸ່ມ​20​ປະ​ເທດ​ຫຼື​G20​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ​23​ເມ​ສາ​ນີ້.​ມີ​ຜູ່​ຊ່ຽວ​ຊານ​ຊີ້​ອອກ​ວ່າ,​ຖ້າ​ຢາກ​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຕົວ​ຢ່າງ​ໝັ້ນ​ທ່ຽງ,​ປະ​ຈຸ​ບັນ​ນີ້​ຍັງ​ປະ​ເຊີນ​ສິ່ງ​ການ​ທ້າ​ທາຍ​ຫຼາຍ​ຢ່າງ.​ແຕ່​ການ​ປະ​ຕິ​ຮູບ​ການ​ຕິ ຕາມ​ຄຸ້ມ​ຄອງ​ການ​​ເງິນ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ໃນ​ຕົ້ນ​ປີ​2009​ເປັນ​ຕົ້ນ​ມາ,​ປະ​ເທດ​ຕ່າງໆ​ກໍ່​ບໍ່​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ລະ​ບົບ​ການ​ເງິນ​ສາ​ກົນ.​ນອກ​ນີ້,​ໃນ​ການ​ເຮັດ​ໃຫ້​ຄວາມ​ຕ້ອງການ​ທົ່ວ​ໂລກ​ສະ​ໝ່ຳສະ​ເໝີ​ກັນ​ນັ້ນ,​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຍັງ​ແມ່ນ​ໄພ​ຂົ່ມ​ຂູ່​ຢ່າງ​ໃຫຍ່ຫຼວງ​ຕໍ່​ການ​ຟື້ນ​ຕົວ​ຂອງ​ເສດຖະກິດ.

ມີ​ນັກວິ​ເຄາະ​ຊີ້​ອອກ​ວ່າ,​ໃນ​ການ​ຟື້ນ​ຕົວ​ແລະ​ກາ​ນທ້າ​ທາຍຂອງ​ເສດຖະກິດ​ໂລກຈະ​ເຫັນ​ໄດ້​ວ່າ,​ໂຄງ​ປະກອບ​ຂອງ​ເສດ​ຖະ​ກິດ​ໂລກ​ພວມ​ປ່ຽນ​​ແປງ.​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ເຫຼົ່າ​ນີ້,​ບໍ່​ພຽງ​ແຕ່​ຄວນ​ດຳ​ເນີນ​ການ​ປະ​ສານ​ງານ​ກັນ​ດ້ານ​ນະ​ໂຍບາຍ​ທໍ່​ນັ້ນ,​ສິ່ງ​ທີ່​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ອົງ​ປະ​ກອບ​ປັບປຸງ​ເສດ​ຖະ​ກິດ​ໂລກ​ທີ່​ຖື​ອົງການ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ​ເປັນ​ການ​ຊີ້​ນຳ​ນັ້ນ​ຄວນ​ກ້າວ​ໄປ​ໜ້າ​ຕາມ​ຍຸກ​ສະ​ໄໝ,​ຖ້າ​ເຮັດ​ແນວ​ນີ້​ຈຶ່ງ​ຈະ​ສາ​ມາດ​ສ້າງ​ລະບຽບ​ການ​ເສດ​ຖະ​ກິດ​ສາ​ກົນ​ຄືນ​ໃໝ່​ຢ່າງ​ດີກ​ວ່າ​ເກົ່າ,​ເລັ່ງ​ລັດ​ບາດ​ກ້າວ​ຂອງ​ການ​ຟື້ນ​ຕົວ,​ແ​ລະ​ປ້ອງ​ກັນ​ບໍ່​ໃຫ້​ວິ​ກິດ​ການ​ເກີດ​ຂຶ້ນອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ