ຕົວ​ແທນ​ແມ່​ຍິງ​ທີ່​ດີ​ເດັ່ນ​ຈາກ​ທົ່ວ​ໂລກ ມາ​ໂຮມ​ກັນ​ປັກ​ກິ່ງ​ເພື່ອ​ແບ່ງ​ປັນ​ບົດ​ຮຽນ ແລະ​ໂອ​ກາດ

(GMT+08:00) 2010-05-21 15:03:12     cri
ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​​ໂລກ 2010 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກກິ່ງ. ຕົວ​ແທນ​ແມ່ຍິງທີ່​ດີ​​ເດັ່ນ​ຂອງ​ວົງ​ການ​ຕ່າງໆ​ 1000 ກວ່າ​ຄົນທີ່​ມາ​ຈາກ 60 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ​ໄດ້​​ໄປເຕົ້າ​ໂຮມກັນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ,​ ​ເພື່ອແລກປ່ຽນ​ຫມາກຜົນ​ທີ່​ດີ​​ໃນ​ການ​ເຄື່ອນ​ໄຫວ​ຂອງ​ແມ່ຍິງ,​​​ແລະ​ພະຍາຍາມ​ປະກອບສ່ວນອັນ​​ໃຫມ່​ເພື່ອ​ຊຸກ​ຍູ້​ພາລະກິ​ດພັດທະນາຂອງ​ມວນມະນຸດ.

ສຳນັກງານ​ໃຫຍ່​ຂອງກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ໂລກ(ຫຼືGSW)ຕັ້ງ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ, ​ເຊິ່ງ​ເປັນ​ອົງ ການຈັດ​ຕັ້ງ​ທີ່​ບໍ່​ແມ່ນຂອງລັດຖະບານ​. ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກເທື່ອ​ນີ້​ແມ່ນ​ສະມາຄົມ​ສົ່ງ​ເສີມ​ການ​ແລ​ກປ່ຽນ​ລະ ຫວ່າງ​ຊາດ​ຂອງອົງການ​ຈັດ​ຕັ້ງ​ປະຊາຊົນ​ຈີນແລະ​ສະຫະພັນແມ່ຍິງ​​ທົ່ວ​ປະ​ເທດຈີນ​ຮ່ວມ​ກັນ​ຈັດ​ຂຶ້ນ, ​​ເຊິ່ງມີຫົວ​ຂໍ້​ວ່າ: "​ແມ່ຍິງ​ທີ່​ຢືນ​ຢູ່​​ແຖວຫນ້າ​ຂອງ​ເສດຖະກິດ​ໂລກ​ໃນ​ສັດຕະວັດ​ທີ 21."   ​ໃນ​ພິທີ​ໄຂ​ປະ​ຊຸມ, ​ທ່ານນາງ​ເສີນ​​​ຈື້ລີ້, ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​​ທັງ​ເປັນປະທານ​ສະຫະພັນ​ແມ່ຍິງ​ທົ່ວ​ປະ​ເທດ​ຈີນກ່າວ​ຄຳ​ປາ​ໄສ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ​ໄດ້​ສ້າງ​ຊ່ອງ​ທາງ​ທີ່​ສະ​ແດງ​ບົດບາດຕົນ​ເອງ,ປະກອບສ່ວນ​ສະຕິ​ປັນ ຍາ​ແລະ​ແບ່ງປັນ​ບົດຮຽນ​ທີ່​ດີ​ໃຫ້​ແກ່​ແມ່ຍິງ​ຂອງ​ປະ​ເທດ​ຕ່າງໆ,ແລະຫວັງ​ຢາກໃຫ້ ກອງ​ປະຊຸ​ມສຸດ​ຍອດ​​ເທື່ອ​ນີ້​ ສາມາດ​ກະ​ຕຸ້ນ​ໃຫ້​​ແມ່ຍິງ​ຂອງ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​​​ເພິ່ງ​ຕົນ​ເອງ​ແລະສ້າງຄວາມເຂັ້ມ​ແຂງ​ດ້ວຍ​ຕົນ​ເອງແລະ​ບຸກບືນ​ກ້າວຫນ້າ,​​ເພື່ອປະ ກອບສ່ວນ​ອັນ​ໃຫຍ່​ຫຼວງ​ກວ່າ​ເກົ່າ​ເຂົ້າ​ໃນ​ການຊຸກຍູ້​ຄວາມກ້າວຫນ້າ​ແລະການ​ຂະ ຫຍາຍຕົວຂອງ​ພາລະກິດ​ແມ່ຍິງ​ໂລກ ​ແລະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຕ່າງໆ.
 
"ນັບ​​ແຕ່​ກອງ​ປະຊຸມ​ສຸດ​ຍອດ​ແມ່​ຍິງ​ໂລກ​ສ້າງ​ຕັ້ງ​ຂຶ້ນ 20 ປີ​ມາ​ນີ້, ​ໄດ້​ສຸມ​ກຳລັງ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ນັກທຸລະກິດ​ແລະ​ຜູ້ນຳ​ຄຸ້ມຄອງລະດັບສູງ​ເພດຍິງຂອງບໍລິສັດປະ​ເທດ​ຕ່າງໆຕະຫຼອດມາ, ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ແມ່ຍິງ​ທີ່ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ. ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ແມ່ນ​ກອງ​ປະຊຸມ​ເທື່ອ​ໜຶ່ງ​ທີ່​ເຕົ້​າ​ໂຮມສະຕິ​ປັນຍາ​ແລະ​ກຳລັງແຮງ​ຂອງ​ແມ່ຍິງ, ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ສາມາດ​ແລະ​ຖານະບົດບາດ​ຂອງ​ແມ່ຍິງ, ​ແລະຊຸກຍູ້​​ໃຫ້​ເສດຖະກິດ​ຂອງ​ປະ​ເທດ​ຕ່າງໆ​ພັດທະນາ​ແຂງແຮງກວ່າ​ເກົ່າ​ຢ່າງ​ແນ່ນອນ."

ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ມີ​ນາງ​ມາວດ໌ ​ໂອ​​ລົຟຊັນ, ຮອງນາຍົກລັດຖະມົນຕີ​ຊູ​ແອັດ, ນາງ​ງວຽນ​ທິຊວນ, ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ, ນາງ​ຊານ​ມາ ກິ​ເຄວັດ, ພັນ​ລະ​ຍາ​ຂອງ​ປະທານາທິບໍດີຕັງ​ຊາ​ນີ, ​ພ້ອມດ້ວຍເຈົ້າ​ໜ້າ​ທີ່​ລະດັບ​ລັດຖະມົນຕີ 40 ຄົນ​ແລະ​ແມ່ຍິງ​ທີ່ມີຊື່ສຽງ​ປະມານ 1000 ຄົນ​ທີ່​ມາ​ຈາກ​ວົງ​ການ​ການ​ຄ້າ​ແລະ​ຂະ​ແໜງ​ການ​ຕ່າງໆ, ​ແມ່ນ​ກອງ​ປະຊຸມ​ຄັ້ງໜຶ່ງ​ທີ່ໃຫຍ່ໂຕນ​ທີ່​ສຸດ​ໃນ​ປະຫວັດສາດ 20 ປີມານີ້. ທ່ານ​ນາງຊົ້ງຊິ້ວຢຽນ, ຮອງ​ປະທານ​ສະມາຄົມ​ແມ່​ຍິ່ງ​ທົ່ວ​ປະ​ເທດ​ຈີນ​ກ່າວ​ວ່າ, ​ແມ່ຍິງ​ຜູ້ດີ​ເດັ່ນທີ່ມີຊື່ສຽງ​ຫຼາຍ​ຂະໜາດນີ້​ເຕົ້າ​ໂຮມ​ກັນແລະ​​ແລກປ່ຽນ​ ​ປຶກສາ​ຫາລື​ກັນ, ຈະ​ເກີດ​​ແສງສະຫວ່າງແຫ່ງພູມປັນຍາຢ່າງ​ແນ່ນອນ, ແລະ​ຈະ​ສະໜອງ​ບົດຮຍນ​ຫຼາຍ​ກວ່າ​ເກົ່າ​​ໃຫ້​ແກ່​ຄວາມ​ກ້າວໜ້າ​ຂອງ​ພາລະກິດ​ພັດທະນາແມ່ຍິງ​​ຈີນ.

ນາງ​ໄອ​ເຣັນ ນາ​ທິວິ​ດັດ, ປະທານ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ໂລກ​ຊີ້​ອອກ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ແມ່ນ​ງານ​ມະ​ໂຫລານ​ແຫ່ງໂລກາ​ພິວັດ, ​ເຮັດ​ໃຫ້​ຜູ້​ແທນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ​ສາມາ​ດຊອກ​ພົບ​ໂອກາດ​ຮ່ວມ​ມື​ແລະພັດທະນາ​ເຄືອ​ຂ່າຍ​ການ​ພົວພັນ, ຮູ້ຈັກກັບ​ບຸກຄົນທີ່ມີຊື່ສຽງໃນ​ວົງ​ການ​ການ​ເມືອງ, ການ​ຄ້າ​ແລະ​ວິ​ສາ​ຫະກິດ​ທີ່​ມາ​ຈາກ​ທົ່ວ​ໂລກ, ນີ້​ແມ່ນ​ໂອກາດ​ທີ່​ດີ​ທີ່​ສຸດສຳລັບ​ແມ່ຍິງ​​ເພື່ອ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນອະນາຄົດຫຼາຍກວ່າເກົ່າ.

"ມີ1037​ຄົນ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້,​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງໂລກ​ຄັ້ງທີ່​ມີ​ຂະ ໜາດ​ໃຫຍ່​ທີ່​ສຸດ​ໃນ​20​ປີ​ຜ່ານ​ມາ​​ແລະ​ກໍ​ແມ່ນ​ຄັ້ງ​ໜຶ່ງ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ຫຼາຍ​ທີ່​ສຸດ.​ປະ​ຈຸ​ບັນ​ນີ້,​ເສດຖະກິດ​​ໂລກ​ກຳ​ລັງ​ຟື້ນ​ຕົວ,​ແລະ​ໄດ້​ເກີດ​ການ​ປ່ຽນ​ແປງ​ໃນ​ຫຼາຍ​ດ້ານ,​ນີ້​ເຮັດ​ໃຫ້​ພວກ​ເຮົາ​ຍິ່ງ​ສົນ​ໃຈ​ວ່າ,​ໃຜ​ຈະ​ແມ່ນ​ຜູ່​ນຳ​ຂອງ​ເສດ​ຖະ​ກິດ​ໃນ​ສະ​ຕະ​ວັດ​ທີ21.​ໃນ​ກອງ​ປະ​ຊຸມ,​ພວກ​ເຮົາ​ຈະ​ປຶກສາ​ຫາ​ລື​ວິ​ທີ​ການ​ທີ່​ເຮັດ​ໃຫ້​ແມ່​ຍິງ​ໄດ້​ຮັບ​ໂອ​ກາດ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ເຂົ້າຮ່ວມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ,​ນີ້​ແມ່ນ​ບັນ​ຫາ​ທີ່​ພວກ​ເຮົາ​ສົນ​ໃຈ​ໂດຍ​ຕະ​ຫຼອດ​ໃນ​20​ປີ​ທີ່​ຜ່ານ​ມາ."​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຈະ​ອັດ​ລົງ​ໃນ​ວັນ​ທີ​22​ພຶດ​ສະ​ພາ​ນີ້.​ໃນ​​ໄລຍະ​ປະ​ຊຸມ,​ຜູ່​ແທນ​ທີ່​ເຂົ້າ​ຮ່ວມ​​ຈະ​ຫາລື​ກັນ​ກ່ຽວ​ກັບ​ວິທີ​ການ​ຍົກ​ສູງ​ໂອ​ກາດ​​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ແມ່​ຍິງ.​ກອງ​ປະ​ຊຸມ​ຄັ້​ງນີ້​ຈະ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ໃນ​ການ​ນຳ​ພາ​ຂອງ​ແມ່​ຍິງ​ດ້ວຍ​ການ​ສະ​ແດງ​ຕົວ​ຢ່າງ​ດ້ານ​ການ​ປະ​ຕິ​ຮູບ​ວິ​ສາ​ຫະ​ກິດ,​ດຳ​ເນີນ​ທຸ​ລະ​ກິດ​ທາງ​ອິນ​ເຕີ​ເນັດ,ການ​​ໝູນວຽນ​ຂອງ​ພະ​ລັງ​ງານ​ແລະ​ສິ່ງ​ແວດ​ລ້ອມ,​ພ້ອມ​ດ້ວຍ​ວຽກ​ງານ​ການ​ກຸ​ສົນ,​ເພື່ອ​ຍົກ​ສູງ​ສະຕິ​ພັດ​ທະ​ນາ​ວຽກ​ງານ​ຂອງ​ແມ່ຍິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ