ການ​ເຈລະຈາ​ຍຸດ​ທະ​ສາດ​ແລະ​ເສດ​ຖະ​ກິດ​ຈີນ​ອາ​ເມ​ລິ​ກາ​ຮອບ​ທີ​ສອງ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ

(GMT+08:00) 2010-05-24 17:15:19     cri

ການ​ເຈລະຈາ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ຈີນ​ອາ​ເມ​ລິ​ກາ​ຮອບ​ທີ​ສອງ​​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ກວ້າງຂວາງ​ນັ້ນ​ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ແລ້ວ​ໃນ​ວັນ​ທີ 24 ພຶດສະພາ​ນີ້.​ໃນ​ໄລ​ຍະ​ຈັດ​ການ​ເຈ​ລະ​ຈາ,​ສອງ​ຝ່າຍ​ຈີນ​ແລະ​ອາ​ເມ​ລິ​ກາ​ຈະ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ​ບັນ​ຫາ​ຍຸດ​ທະ​ສາດ,​ຍາວ​ນານ​ແລະ​ຮອບ​ດ້ານ​ທີ່​ກ່ຽວ​ພັນ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

​ທ່ານ​ຫູ​ຈີນ​ທາວ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ການ​ເຈລະຈາ​ເທື່ອ​ນີ້.ທ່ານ​ຫູ​ຈີນ​ທາວ​ຊີ້​ອອກ​ວ່າ, ​ໃນ​ຖານະ​ທີ່ເປັນ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະຫະ​ປະຊາ​ຊາດ,ຈີນ​ແລະ​ອາ​ເມ​ລິ​ກາ​ແມ່ນ​ປະ​ເທດ​ທີ່​ພວມພັດທະນາ​ທີ່​ໃຫຍ່​ທີ​ສຸດ​ແລະ​ປະ​ເທດ​ທີ່ພັດ​ທະ​ນາ​ແລ້ວ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ,ບໍ່ວ່າ​ໃນ​ດ້ານ​ການ​ຊຸກ​ຍູ້​ໃຫ້​ເສດຖະກິດ​ໂລກ​ຟື້ນຕົວ​ຄືນ​ຢ່າງ​ຮອບ​ດ້ານ​ແລະ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ,ຫລື​ໃນ​ດ້ານ​ການ​ແກ້​ໄຂ​ບັນຫາ​ຈຸດ​ສຸມ​ໃນ​ພາກ​ພື້ນ, ຮັບ​ມື​ກັບ​ການ​ທ້າ​ທາຍ​ໃນ​ທົ່ວ​ໂລກ​​ແລະ​ປົກ​ປັກ​ຮັກສາ​ສັນຕິພາ​ບແລະ​ຄວາມ​ປອດ​ໄພ​ຂອງ​ໂລກ,ກໍ່​ລ້ວນ​ແຕ່​ປະ​ເຊີນ​ກັບ​ບັນຫາ​ຮ່ວມ​ກັນ,​ແລະ​ຮັບ​ຜິດ​ຊອບ​ຫນ້າ​ທີ່​ທີ່​ສຳຄັນ.ທ່ານ​ຫູ​ຈີນ​ທາວ​ຫວັງການ​ເຈລະຈາ​ເທື່ອ​ນີ້​ຈະ​ໄດ້​ຮັບ​ຫມາກ​ຜົນ​ທີ່​ດີ.ທ່ານ​ກ່າວ​ວ່າ:

ການ​ເຈລະຈາ​ເທື່ອ​ນີ້​ແມ່ນ​ຈັດ​ຂຶ້ນ​ໃນ​​ເວລາທີ່ສຳຄັນ​ທີ່​ສະຖານະ​ການ​ການ​ເມືອງ​ເສດຖະກິດ​ໂລກ​ມີ​ການ​ປ່ຽນ​ແປງ​ໃຫມ່, ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ພົບ​ກັບ​ໂອ​ກາດ​ໃຫມ່.​ການ​ຊຸກ​ຍູ້​ໃຫ້​ການ​ເຈ​ລະ​ຈາ​ເທື່ອ​ນີ້​ໄດ້​ຮັບ​ຫມາກຜົນ​ທີ່​ດີ​ນັ້ນ​ແມ່ນມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ທັງ​ສອງ​ປະ​ເທດ.​ຂໍໃ​ຫ້​ສອງ​ຝ່າຍ​ຈົ່ງ​ແລກ​ປ່ຽນ​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ກົງ​ໄປ​ກົງ​ມາ,​ລົງ​ເລິກ​ທຳ​ຄວາມ​​ເຂົ້າ​ໃຈ​ກັນ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ແລະ​ອະ​ທິ​ບາຍ​ຄວາມ​ຂັດ​ແຍ່ງ​ກັນ ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ສະພາບ​ການ​ລວມ,​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ແລະ​ຍາວ​ນານ​,​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ.

ທ່ານ​ວາງ​ຊີ​ຊ່ານ, ຮອງ​ນາຍົກ​ລັດ​ຖະ​ມົນ​ຕີ​ຈີນ, ​ແລະທ່ານ​ໄຕ້​ປິງກົວ, ທີ່​ປຶກສາ​ແຫ່ງ​ລັດ​ຈີນ, ນາງ​ຮິວ​ລາ​ຣີ ຄຼິນ​ຕັນ, ຊິ່ງ​ເປັນ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ບາ​ຣັກ ​ໂອ​ບາ​ມາ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ, ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ການ​ຕ່າ​ງປະ​ເທດ​ອາ​ເມ​ລິ​ກາ​ແລະ​ທ່ານ​ທີ​ໂມ​ທີ ​ເກັດ​ສ​ເນີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ຮ່ວມ​ກັນ​​ໄຂ​ ​ການ​ເຈ​ລະ​ຈາ​​ໃນ​ເທື່ອ​ນີ້.

​ໃນ​ພິທີ​ໄຂ​ການ​ເຈລະຈາ, ນາງ​ຮິ​ວລາຣີ ຄຼິນຕັນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າ​ງປະ​ເທດ​ອາ​ເມ​ລິ​ກາທີ່ຮ່ວມ​ເປັນ​ປະທານ​ກັບ​ທ່ານໄຕ້​ປິງກົວ, ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​​ແລະ​ໄດ້​ມອບ​ຄຳ​ເວົ້າ​ຂອງ​ທ່ານ​ບາຣັກ ​ໂອ​ບາ​ມາ​, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຕໍ່​ພິທີ​ໄຂ​ການ​ເຈ​ລະ​ຈາ​ໃຫ້​ແກ່​ປະທານ​ຫູ​ຈີນ​ທ່າ​ວ​ໂດຍ​ຕົນ​ເອງ. ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ໂອ​ບາ​ມາ​ຂຽນ​ວ່າ, ອາ​ເມ​ລິ​ກາ​ຍິນ​ດີ​ຕ້ອນ​ຮັບ​ຈີນ​ກາຍ​ເປັນ​ສະມາຊິກ​​ທີ່ເຂັ້ມ​ແຂງ,​ຈະ​ເລີ​ນ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຂອງ​ປະ​ຊາ​ຄົມ​ໂລກ, ຄວາມ​ສຳຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ສາມາດ​​ເທົ່າ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ​ຕ່າງໆ​ໃນ​​ໂລກ​ໃນ​ສະຕະ​ວັດ 21 . ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ນາງ​ຄຼິນ​ຕັນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ກັບ​ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮ່ວມ​ກັນ​ແກ້​ໄຂ​ບັນຫາ​ທົ່ວ​ໂລກ, ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

"ຈີນ​ມີ​ສຸພາສິດ​ຄຳໜຶ່ງ​​ວ່າ "​ເລືອກ​ທາງ​​ໄປຕ່າງ​ກັນ​​ແຕ່​​ໄປຮອດ​ຈຸດ​ໝາຍ​ບ່ອນ​ດຽວ".ຈີນ​ອາ​ເມ​ລິ​ກາ​ມີປະຫວັດສາດ​ທີ່​ມີ​ຈຸດພິ​ເສດ​ຂອງ​ໃຜລາວ,ຈີນ​ມີ​ປະຫວັດສາດ​ທີ່​ມີ​ອາລິຍະ​ທຳ​ເກົ່າ​​ແກ່,ສ່ວນ​ອາ​ເມ​ລິ​ກາ​ແມ່ນ​ປະ​ເທດ​ໄວ​ໜຸ່ມ.ບໍ່​ວ່າ​ຈະ​ມີ​ການ​ທ້າ​ທາຍ​ຫຼື​ມີ​ໂອກາດ​ໃນ​ອະນາ ຄົດ,ຈີນ​ອາ​ເມ​ລິ​ກາ​ກໍ່ຈະ​ຮ່ວມ​ກັນປະ​ເຊີນ.​ເຖິງ​ວ່າ​ພວກ​ເຮົາ​ເລືອກ​​ເສັ້ນ​ທາງ​ຕ່າງ​ກັນ,​ແຕ່ ພວກ​ເຮົາ​ມີ​ຈຸດໝາຍ​ປາຍທາງ​ທີ່​ຄື​ກັນ,ນີ້ກໍ​ຄື​ບັນຫາ​ທີ່​ຈະເຈລະຈາ​​ກັນ​ໃນ​ເທື່ອ​ນີ້."

​ໃນ​ການ​ເຈລະຈາ​ເສດຖະກິດ​ທີ່​ມີ​ຫົວ​ຂໍ້​ວ່າ"ຮັບ​ປະກັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຈີນ​ອາ​ເມ​ລິ​ກາ​ທີ່​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ",​ຈີນ​ອາ​ເມ​ລິ​ກາ​ຈະ​ລົງ​ເລິກ​ຫາ ລື​ກ່ຽວ​ກັບ​ຫຼາຍ​ບັນ​ຫາ​ສຳ​ຄັນ,​ຄື:​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ,​ການ​ຄ້າ​ກັບ​ການ​ລົງ ທຶນ,​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕະ​ຫຼາດ​ການ​ທະ​ນາ​ຄານ,​ແລະ​ການ​ປະຕິ​ຮູບ​ລະ​ບົບ​ການ​ທະ​ນາ​ຄານ​ສາ​ກົນ​ເປັນ​ຕົ້ນ.​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ທ່ານ​ເກັດ​ສ໌​ເນີ,ລັດຖະ ມົນຕີ​ວ່າການ​ກະຊວງການ​ເງິນ​ອາ​ເມ​ລິ​ກາ​ກ່າວ​ວ່າ,ຜົນ​ປ​ະ​ໂຫຍ​ດຮ່ວມ​ກັນ​ຂອງ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ຄວນ​ພັດທະນາ​ເສດຖະກິດ​ໂລກ​ທີ່​​ເຂັ້ມ​ແຂງ​ກວ່າ​ເກົ່າ​ແລະ​ມີ​ຄວາມ​ສາມາດ​ສູງ​ກວ່າ​ເກົ່າ​​ໃນການຕ້ານ​ຄວາມ​ສ່ຽງ,​ເຮັດ​ໃຫ້ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ສະ​ໝ່ຳສະ​ເໝີ​ກັນ​ກວ່າ​ເກົ່າ​ພາຍ​ໃນ​ປະ​ເທດ​ແລະ​ນອກ​ປະ​ເທດ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ທ່ານ​ວາງ​ຊີ​ຊ່ານ,ຮອງ​ນາຍົກລັດຖະມົນຕີຈີນທີ່​ຮ່ວມ​ກັນ​ຈັດ​ການ​ເຈລະຈາ​ເສດ​ຖະ​ກິດ​ກັບ​ທ່ານ​ເກັດສ໌​ເນີ​ນັ້ນ​ກ່າວ​ວ່າ,​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແມ່ນ​ພື້ນ​ຖານ​ອັນ​ສຳ​ຄັນ​ລະ​ຫວ່າງ​ສອງ​ປະ​ເທດ,​ຈີນ​ອາ​ເມ​ລິ​ກາ​ບໍ່​ແມ່​ຄູ່​ແຂ່ງ​ຂັນ,​ແຕ່​ແມ່ນ​ຄູ່​ຮ່ວມ​ມື.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ