ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ຊົມ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້​ໃນ​ເດືອນ​ທຳ​​ອິດ​ຫຼາຍ​ກວ່າ​8​ລ້ານ​ຄົນ

(GMT+08:00) 2010-06-02 17:11:30     cri
ຕາມ​ຂ່າວCRI:ທີ່​ນີ້ວິທະຍຸ​ສາກົນ​ແຫ່ງ​ປະ​ເທ​ດຈີນ,ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ.ນັບ​ແຕ່ ເປີດ​ສວນ​ໃນ​ວັນ​ທີ1​ພຶດສະພາ​ເປັນ​ຕົ້ນ​ມາ,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ໄດ້​ດຳ​ເນີນງານ ມາ​ເດືອນ​ໜຶ່ງ​ເຕັມໆ​ແລ້ວ,​ໄດ້​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​8​ລ້ານ​ຄົນ​ເຂົ້າ​ຊົມ.​ວັນ​ທີ1​ມິຖຸນາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ງານ​ວາງສະ​ແດງ​ໂລກ​,ທ່ານ​ຮົງ​ຮ້າວ,​ຮອງ​ເລ​ຂາ​ທິ​ການ​ອົງ​ການ​ປົກ​ຄອງ​ນະ​ຄອນ​ຊຽງ​ໄຮ້,​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຈັດ​ອົງ​ການ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້​ກ່າວ​ວ່າ,​ໃນ​ເດືອນ​ທຳ​ອິດ,​ການ​ປະ​ຕິ​ບັດ​ງານ​ຂອງ​ງານ​ວາງ​ສະ​ແດງ​​ໂລກ​ຊຽງ​ໄຮ້​ໝັ້ນທ່ຽງ​ແລະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ,​ວຽກ​ງານ​ຕ່າງໆ ຄື:​ການ​ຮັບ​ປະ​ກັນ,​ການ​ຈັດ​ກິດ ຈະ​ກຳ,​ການ​ຕ້ອນ​ຮັບ,​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​,ການອະ​ນາ​ໄມ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ລ້ວນ​ແຕ່ບໍ່​ໄດ້​ເກີດ​ເຫດການ​ໜ້າ​ທີ່​ຮັບຜິດຊອບ​ທີ່​ສຳຄັນ​ແລະ​​ເຫດການ​ຄວາມ​ປອດ​​ໄພ​ແລະ​ດ້ານ​ອາ​ຫານ​ອັນ​ໃຫຍ່.

ທ່ານ​ຮົງ​ຮ້າວ​ບອກ​ໃຫ້​ຮູ້​ວ່າ,​ໃນ​ເດືອນ​ພຶດສະພາ​​ແລ້ວ​ນີ້,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ລວມ​ໄດ້​ຕ້ອນຮັບ​ຜູ່​ເຂົ້າ​ຊົມ​ຫຼາຍ​ກວ່າ​8​ລ້ານ​ຄົນ,​ມື້​ທີ່​ຕ້ອນ​ຮັບ​ຫຼາຍ​ກວ່າ​ໝູ່​ໄດ້​ລື່ນ​ກາຍ5​ແສນ​ຄົນ.​ເພື່ອ​ໃຫ້​ຜູ່​ຊົມ​ເຂົ້າ​ຊົມ​ງານ​ວາງ​ສະ​ແດງ​ຢ່າງ​ປອດ​ໄພ​ແລະ​ສະ​ດວກ,​ຝ່າຍ​ຈັດ​ຕັ້ງ​ໄດ້​ສະ​ໜອງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຫຼາຍ​ຢ່າງ.

ທ່ານ​ກ່າວ​ວ່າ:"​ແຕ່​ເປີດ​ສວນ​ເປັນ​ຕົ້ນ​ມາ,​ພວກ​ເຮົາ​ໄດ້​ເພີ່ມ​ຕິດຕັ້ງ​ຈໍ​ເອ​ເລັກ​ໂຕຼນິກ57​ແຜ່ນ​ຢູ່​ໃນ​ສວນ​ແລະ​ບ່ອນ​ເຂົ້າ​ອອກ​ສວນ,​ຕິດ​ຕັ້ງ​ຄັນ​ຮົ່ມ​ກັນ​ແດດ​2000​ກວ່າ​ຄັນ,​ວາງ​ຕັ່ງ​ນັ່ງ​4​ໝື່ນ​ກວ່າ​​ໜ່ວຍ​ແລະ​ຜ້າ​ກັ້ງ​ແດດ​ຫຼາຍ​ຜືນ​ຢູ່​ຫໍ​ວາງ​ສະ​ແດງ​ທີ່​ມີ​ຜູ່​ຊົມ​ຫຼາຍ;​​ຕິດ​ຕັ້ງ​ເຄື່ອງ​ຜົ່ນ​ອ່າຍ​ສີດ​ນ້ຳ​ຈຳ​ນວນ​ຫຼວງ​ຫຼາຍ​ເພື່ອ​ຫຼຸດ​ອຸນ​ຫະ​ພູມ;​ແລະ​ເພີ່ມ​ບ່ອນ​ປິ່ນ​ປົວ​ພະ​ຍາດ​ຢູ່​ປະ​ຕູ​ເຂົ້າ​ອອກ​ທາງ​ບົກ​7​ບ່ອນທີ່​ມີ​ຄົນ​​ເຂົ້າ​ອອກ​ຫຼາຍ."

ເພື່ອ​ຊ່ອຍ​​​ຜູ່​ຊົມ​ວາງ​ແຜນທ່ຽວຊົມ​ຢ່າງ​ເຫມາະ​ສົມ,ຫໍ​ວາງສະ​ແດງ​ຕ່າງໆ​ລ້ວນ​ແຕ່​​ໄດ້ປັບປຸງ​ການບໍລິການ​​​ເພື່ອ​ອຳນວຍ​ຄວາມ​ສະດວກ​ສະບາຍ​ແກ່​ຜູ່​ຊົມ. ຕົວຢ່າງ​ຫນຶ່ງ​ກໍ່​ແມ່ນ​ຫໍ​ວາງສະ​ແດງ​ຈີນທີ່​​ໄດ້​ຮັບ​ຄວາມນິຍົມ​ຊົມ​ຊອບ​ຫຼາຍ​ກວ່າ​ຫມູ່​ໃນ ງານ​ວາ​ງສະ​ແດງ, ຍ້ອນຜູ່​ຊົມ​ຫຼາຍ​ໂພດ​ຈຶ່ງ​​​ໄດ້ໃຊ້​ວິທີນັດ​ຫມາຍ​ລ່ວງ​ຫນ້າ​ທັງ​ຫມົດ ​​ຜູ່​ຊົມມີ​ບັດນັດ​ຫມາຍ​ລ່ວງ​ຫນ້າ​ເທົ່າ​ນັ້ນ ​ຈຶ່ງ​​ເຂົ້າລຽນ​ແຖວ​ຖ້າ​ຊົມ​ງານ​ໄດ້ ​.

ຫໍ​ວາງສະ​ແດງ​ຂອງ​ເຢຍລະ​ມັນ​ກໍ່ແມ່ນ​ຫໍ​ວາງສະ​ແດງ​ມີ​ຄົນຫຼາຍ​ໃນ​​ຈຳນວນ​ຫໍວາ​ງສະ​ແດງຂອງ​ເອີ​ລົບ, ໃນ​ເດືອນ​ພຶດສະພາ​ແລ້ວ​ນີ້​,​ໄດ້ຮັບ​ຕ້ອນຜູ່​ຊົມ​ເຖິງ​​​ມື້​ລະ 2 ຫມຶ່ນ 6 ​ພັນ​ຄົນ, ຕາມ​ທຳ​ມະ​ດາ​ແລ້ວ,​ເວລາ​ລຽນ​ແຖວ​ຖ້າທີ່​​ເຂົ້າ​ຊົມ​​ເທື່ອ​ຫນຶ່ງ​​ຫຼາຍ​ກວ່າ 3 ຊົ່ວ​ໂມງ. ​ໃນ​ເວລາ​ນາງ​ມາ​ຣີອອນ ຄອນ​ເຣດີ,ຜູ່​ຮັບ​ຜິດຊອບ​ຫໍ​ວາງສະ​ແດງ​ເຢຍລະ​ມັນ​ໃຫ້​ສຳພາດຕໍ່​ນັກ​ຂ່າວ,ນາງ​ກ່າວ​ວ່າ,ຫໍ​ວາງສະ​ແດງ​ເຢຍລະ​ມັນ ​ພວມ​ປຶກ ສາ​ຫາລືກັນ​ກັບຄະນະ​ກຳມະການ​ຈັດ​ງານ​ວາ​ງສະ​ແດງ​ໂລກ,​​ເພື່ອ​ແກ້ໄຂ​ບັນຫາ​ລຽນ​ແຖວ​ທີ່​ເສຍ​ເວ​ລາຫຼາຍ​​ເພື່ອຮັບປະກັນ​ຄຸນະພາບ​ໃນ​ການທ່ຽວຊົມ.

"​ເວົ້າສຳລັບ​ຈີນ​ແລ້ວ,​ເທື່ອນີ້​ແມ່ນ​​ເທື່ອ​ທຳ​ອິດ​ທີ່ພສກ​ເພິ່ນຈັດ​ງານ​ວາງສະ​ແດງ​ໂລກ​,ແຕ່​ວ່າ,ໃນເດືອນຫນຶ່ວ​​ມາ​ນີ້,ຂ້າພະ​ເຈົ້າ​​​ເຫັນ​​ວ່າເລື່ອງລາວ​ກໍ່ພວມ​ຄ່ອຍໆ​ດີ​ຂຶ້ນ.ແນ່ນອນ​ແລ້ວ,ພວກ​ເຮົາ​ກັບ​ຄະນະ​ກຳມະການ​ຈັດ​ງານ​ວາງສະ​ແດງ​​ໂລກ​ໄດ້​ປະສານ​ງານ​ກັນຢ່າງ​ໃກ້ຊິດ,ຖ້າ​ມີ​ບັນຫາ​ຫຍັງ​ໃນ​ງານ​ວາງສະ​ແດງ​,ພວກ​ເຮົາກໍ່​ຈະ​ ​ຕິດ​ຕໍ່​ພົວພັນ​​ກັບ​ເຂົາ​ເຈົ້າ,ແລະ​ຫວັງ​ໃຫ້​ໄດ້​ຮັບ​ການແກ້​ໄຂ."ການ​ລຽນ​ແຖວ​ຖ້າ​ເຂົ້າຊົມງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຍັງ​ແມ່ນ​ບັນຫາ​ທີ່​ແກ້​ໄຂ​ຍາກ​ຢູ່,​ເມື່ອ​ໄດ້​ເຫັນ​​ແຖວ​ຍາວໆ​​ໃນ​ທຸກ​ມື້​ແລ້ວ​ກໍ່​ຮູ້​ວ່າ​ຄວນ​ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​ດີກ​ວ່າ​ນີ້,​ແຕ່​ກໍ່​ກຳລັງ​ແນມ​ເຫັນ​ຊ່ອງ​ທາງ​ແລ້ວ.​ໃນ​ຫນຶ່ງ​ເດືອນ​ມາ​ນີ້, ຄະນະ​ກຳມະການ​ຈັດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ໄດ້​ຈັດ​ສັນລົດ​ເມ​ໃນ​ເຂດ​ຈັດ​ງານ​ວາງສະ​ແດງ​ໃຫ້​​ເຫມາະ​ສົມກວ່າ​ເກົ່າ, ​​ເພື່ອ​​ແກ້​ໄຂບັນຫາ​ການເດີນທາງ​ໃນ​ຍາມ​ທີ່​ມີ​ຄົນ​ຫລາຍ. ມາ​ຮອດ​ປັດຈຸ ບັນ,ຈຳນວນ​ຜູ່​ໂດຍສານ​ທາງ​ລົດ​ເມ,ທາງ​ນ້ຳ​ແລະ​ທາງ​ລົດ​ໄຟ​ມີ 22 ລ້ານ​ກວ່າ​ເທື່ອ​ຄົນ.​ໃນການ​ນຳ​ໃຊ້ຫົນ​ທາງ​ສຳລັບ​ຄົນ​ພິການ, ຄະນະ​ກຳມະການ​ຈັດ​ງານ​ວາງສະ​ແດງ​ກໍ່​ໄດ້​ແລກປ່ຽນ​ຄວາມ​ຫັນ​ກັບ​ທຸກ​ຝ່າຍ​ທີ່​ເຂົ້າຮ່ວມ​ງານ​ວາງສະ​ແດງ, ​ເພື່ອວາງມາດຕະຖານ​ໃຫ້ເປັນ​ເອກະ​ພາບ​ກັນ.​ເ​ມື່ອ​ເຂົ້າສູ່​ເດືອນ​ມິຖຸນາ​ແລ້ວ, ​ໂຮງຮຽນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ກໍ່​ເລີ່​ມ ພັກ​ຮ້ອນ,ນັກຮຽນ​ທີ່ຈະ​​ໄປ​ຊົມ​ງານ​ວາງສະ​ແດງ​ໂລກ​ກໍ່​ຈະ​ເພີ່ມຂຶ້ນ​ຫລາຍ​ກວ່າ​ເກົ່າ.ຕໍ່​ເລື່ອງ​ນີ້,ທ່ານ​ຫົງ​ຮ້າວ, ຫົວຫນ້າ​ຄະນະ​ກຳມະການ​ຈັດງານ​ວາງສະ​ແດງ​ກ່າວ​ວ່າ,​ໄດ້​ກຽມພ້ອມ​ໃນ​ທຸກ​ດ້ານ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ