ໃຜ​ຈະ​​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຜູ່​ຕໍ່​ໄປ

(GMT+08:00) 2010-06-03 17:21:16     cri


ຕາມ​ຂ່າວ cri:ວັນທີ 2 ມິຖຸນາ​ນີ້, ທ່ານຢູກີ​ໂອະ ​ຮາ​ໂຕະ​ຢາ​ມາ ນາຍົກລັດຖະມົນ​ຕີ​ຍີ່​ປຸ່ນ​ໄດ້​ປະກາດ​ລາ​ອອກ​ຈາກ​ຕຳ​ແຫນ່​ງຍ້ອນ​ການ​ຍ້າຍ​ຖານ​ທັບ​ຟູ​ເຕັນ​ມາ​ຂອງ​ອາ​ເມ​ລິ​ກາ​ທີ່​ປະຈຳ​ຍີ່​ປຸ່ນ​ແລະ​ພັກ​ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ​ຖອນ​ອອກ​ຈາກ​ພັກ​ຮ່ວມ່​ລັດ​ຖະບານ.ມື້​ດຽວ​ກັນ, ພັກ​ປິະ​ຊາ​ທິປະ​ໄຕ​ຍີ່​ປຸ່ນ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ກຳ​ມະ​ການ​ປະຈຳ​,ຕົກລົງ​ຈະ​ຈັດ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ແລະ​ສະພາ​ສູງ​ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້,​ເພື່ອ​ເລືອກ​ຕັ້ງ​ປະ​ທານ​ພັກ,​ເມື່ອ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ສະ​ພາ​ແລ້ວ,​ປະ​ທານ​ພັກ​ຜູ່​ໃຫມ່​ຈະ​ດຳ​ລົງ​ຕຳ​ແຫນ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຄົນໃຫມ່,​ແລະ​ຈ​ະປະ​ກອບ​ລັດ​ຖະ​ບານ​ໃນ​ວັນ​ທີ 7​ ມິ​ຖຸ​ນາ​ນີ້. ແມ່ນ​​​ໃຜ​ຈະເປັນ​ຜູ່​ສືບ​ທອດ​ຕຳ​ແຫນ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ຕໍ່​ໄປ​ໃນ​ເວທີ​ການ​ເມືອງ​ຂອງ​ຍີ່​ປຸ່ນ?​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ່​ໃຫມ່​ຈະ​ປະ​ເຊີນ​ກັບ​ສະ​ພາບ​ການ​ຫຍັງ​ແດ່?​ສອງ​ບັນ​ຫາ​ນີ້​ເຮັດ​ໃຫ້​ພາຍ​ໃນ​​ແລະ​ນອກ​ປະ​ເທດ​ຍີ່​ປຸ່ນ​ສົນ​ໃຈ​ທີ່​ສຸດ.

ປັດຈຸບັນ, ຜູ່​ທີ່​ມີ​ຫວັງສູງ​ທີ່​ສຸດ​ທີ່​ຈະ​ດຳລົງ​ຕຳ​ແຫນ່​ງນາຍົກລັດຖະ​ມົນ​ຕີ ຜູ່​ໃຫມ່​ນັ້ນ​ແມ່ນ​ທ່ານ​ນາ​ໂອ​ໂຕະ ກັນ,ທີ່​ເປັນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ຈຸ​ບັນ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ຍີ່​ປຸ່ນ.​ຕອນ​ບ່າຍ​ວັນ​ທີ 2 ມິ​ຖຸນາ​ນີ້, ທ່ານນາ​ໂອ​ໂຕ ກັນ​ໄດ້​ຫາ​ລື​ກັບ​ທ່ານ​ຢູ​ຄິ​ໂອ ຮາ​ໂຕະ​ຢາ​ມາ ​ຢູ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ທ່ານ​ນາ​ໂອ​ໂຕະ​ກັນ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທານ​ພັກ​ປະ​ຊາ​ທິ​ປະ​ໄຕ,ທ່ານ​ຢູຄີ​ໂອ​ຮາ​ໂຕ​ຢາ​ມາ​ກໍ່​ສະ​ຫນັບ​ສະ​ຫນູນ​ທ່ານ.

ທ່ານ​ນາ​ໂອ​ໂຕ​ະກັນປີ​ນີ້​ອາຍຸ 63 ປີ,ປີ 1980,ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ຕ່ຳ,​ເຊິ່ງ​ເປັນ​ຈຸດ​ເລີ່​ມຕົ້ນຊີວິດທາງ​ການ​ເມືອງ​ຂອງ​ທ່ານ​ເອງ.

ໃນ​ປີ1996,ທ່ານ​ນາ​ໂອ​ໂຕະ ກັນຖືກ​ແຕ່ງ​ຕັ້ງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາທາລະ ນະ​ສຸກ​ໃນ​ລັດຖະບານ​ຊຸດ​ນັ້ນ.​ພາຍ​ຫຼັງ​ຂຶ້ນ​ຮັບ​ຕຳ​ແໜ່ງ​ແລ້ວ,​ທ່ານ​ໄດ້​ປ່ຽນ​ແປງ​ການ​ກະ ທຳ​ທີ່​ພວກ​ເຈົ້າໜ້າ​ທີ່​ມັກ​ປົກ​ປິດ​ຄວາມ​ບໍ່​ດີ​ຂອງ​ກັນ​ແລະ​ກັນ​ນັ້ນ,​ເມື່ອ​ສຳ​ຫຼວດ​ແລ້ວ​ໄດ້​ເປີດ​ເຜີຍ​ເນື້ອ​ໃນ​ຂອງບົດ​ລາຍ​ງານ​​ເບື້ອງ​ຕົ້ນກ່ຽວ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ປິດ​ບັງ​ກ່ຽວ​ກັບ​ເລືອດ​ທີ່​ມີ​ເຊື້ອ​ພະ​ຍາດ​ເອດ​ນັ້ນ​ມາ​ເປັນ​ເວລາ​ຍາວ​ນານ.ກ່ຽວ​ກັບ​ເລື່ອງ​ນີ້,​ລັດ​ຖະ​ບານ​ໄດ້​ຍອມ​ຮັບ​ຂໍ້​ບົກ​ຜ່ອງ​ດ້ານ​ການ​ບໍ​ລິ​ຫານ,​ແລະ​ໃຊ້​ທົດ​ແທນ​ຕໍ່​ຜູ່​ຕິດ​ພະ​ຍາດ​ແລະ ຄອບ​ຄົວ​ຂອງ​ຜູ່​ເສຍ​ຊີ​ວິດ​.ດ້ວຍ​ເຫດ​ນີ້,ທ່ານ​ນາ​ໂອ​ໂຕະ ກັນ​ໄດ້​ກາຍ​ເປັນ​ຕົວ​ແທນ​ຜູ່​ໜຶ່ງ​ຂອງ​ນັກ​ການ​ເມືອງ​ຕ້ານ​ອາດ​ຍາ​ສິດ​ໃນ​ວົງ​ການ​ການ​ເມືອງ​ຂອງ​ຍີ່ປຸ່ນ,​ເຊິ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຫຼາຍ​ທີ່​ສຸດ​ຈາກ​ປະ​ຊາ​ຊົນ.​ໃນ​ເດືອນ​ກັນຍາ​ປີ​1996,​ທ່ານ​ໄດ້​ຖອນ​ຕົວ​ອອກ​ຈາກ​ພັກ ຊິນ​ໂທະ​-​ຊາ​ຄິ​ກາ​ເຕະ​ທີ່​ຮ່ວມ​ຕັ້ງ​ລັດ​ຖະ​ບານ​ກັບ​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ໃນ​ເວ​ລາ​ນັ້ນ,​ແລະ​ສ້າງ​ຕັ້ງ​ພັກ​ປະ​ຊາ​ທິ​ປະ​ໄຕ​ເກົ່າ​ກັບ​ທ່ານ​ໂຢ​ກີ​ໂອະ ຮາ​ໂຕ​ຢາ​ມະ,​ແລະ​ເປັນ​ຫົວ​ໜ້າ​ພັກ​ຮ່ວມ ​ກັບ​ທ່ານ​ໂຢ​ກີ​ໂອະ ຮາ​ໂຕ​ຢາ​ມະ.​ພາຍ​ຫຼັງ​ພັກ​ປະ​ຊາ​ທິ​ປະ​ໄຕ​ປະ​ຈຸ​ບັນ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1998​ແລ້ວ,​ທ່ານ​ນາ​ໂອ​ໂຕະ ກັນ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ຫົວ​ໜ້າ​ພັກ​ຜູ່​ທຳ​ອິດ.ສັງ​ເກດ​ຈາກ​ປະ​ສົບ​ການ​ດ້ານ​ການ​ເມືອງ​ຢ່າງ​ຫຼວງ​ຫຼາຍ​ຂອງ​ທ່ານ​ນາ​ໂອ​ໂຕະ ກັນ​ແລ້ວ,​ທ່ານ​ໄດ້​ກາຍ​ເປັນ​ຜູ່​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ຫົວ​ໜ້າ​ພັກ​ຜູ່​ໃໝ່​ແມ່ນ​ເລື່ອງ​ທີ່​ສົມ​ເຫດ​ສົມ​ຜົນ.

ຫາງ​ສຽງ​​ໃນ​ຍີ່​ປຸ່ນ​ເຫັນ​ວ່າ,ນອກຈາກ​ທ່ານ​ນາ​ໂອ​ໂຕະ ກັນ​ແລ້ວ,ຍັງ​ມີ​ທ່ານ​ມາ​ເອຮາ​ຣາ ​​ເຊ​ອີ​ຈິ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ທີ່​ດິນ​ແລະ​ຄົມ​ມະ​ນາ​ຄົມ,​ແລະ​ທ່ານ​ໂອ​ກາ​ດະ ກັດ​ຊູ​ຢາ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແມ່ນ​ຜູ່​ທີ່​ມີ​ຄວາມ​ສາ​ມາດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຫົວ​ໜ້າ​ພັກ.​ແຕ່​ນັກ​ວິ​ເຄາະ​ເຫັນ​ວ່າ,​ສອງ​ທ່ານ​ນີ້​ບໍ່​ມີ​ທ່າ​ແຮງ​ແຂ່ງ ຂັນ​ປານ​ໃດ,​ມີ​ກຳ​ລັງ​ອ່າວ​ອ່ອນ​ແອ​ໃນ​ການ​ແຂ່ງ​ຂັນ.​ທີ່​ຈິງ​ແລ້ວ,​ໃນ​ວັນ​ທີ​2​ມິ​ຖຸ​ນາ​ນີ້,​ທ່ານ​ມາ​ເອ​ຮາ​ຣາ ເຊ​ອີ​ຈິ​ໄດ້​ກ່າວ​ວ່າ,​ດຽວ​ນີ້​ບໍ່​ມີ​ແຜນ​ການ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ເປັນ​ຫົວ​ໜ້າ​ພັກ,​ສ່ວນ​​ທ່ານ​ໂອ​ກາ​ດະ ກັດ​ຊູ​ຢະ​ກໍ່​ບໍ່​ມີ​ທ່າ​ທີ​ທີ່​ກະ​ຕື​ລື​ລົ້ນ​ພໍ​ເທົ່າ​ໃດ,​ແລະ​ບໍ່​ມັກ​ເວົ້າ​ເຖິງ​ເລື່ອງ​ນີ້.

ທີ່​ຈິງ​ແລ້ວ, ບໍ່​ວ່າ​ຫົວໜ້າ​ພັກ​ຈະແມ່ນ​ໃຜກໍ​ຕາມ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຜູ້​ໃໝ່​ກໍ່​ຈະ​ເປັນ​"ມັນ​ດ້າງ​ດາດ​ມື"​ບັນ​ຫາ​ທີ່​ຕ້ອງ​ປະ​ເຊີນ​ນັ້ນ​ຫຼວງ​ຫຼາຍ​ທີ່​ສຸດ. ກ່ອນ​ອື່ນ​ໝົດ​ແມ່ນ​ເຮັດ​​ແນວ​ໃດຈະ​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ໜັບ​ສະ​ໜູນ​ພັກ​ປະ​ຊາ​ທິ​ປະ​ໄຕ​ຄືນ​ໃໝ່​, ນີ້ແມ່ນ​ວຽກ​ງານ​ດ່ວນ​ທີ່​ສຸດ. ອັນ​ທີ່​ສອງ​ແມ່ນ​ເຮັດ​​ແນວ​ໃດຈະ​ພົ້ນ​ອອກ​ຈາກ​"ສອງ​ອຳ​ນາດ" ​ຄື​ບັນ​ຫາ​ໃຫຍ່​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່​ຈະ​ປະ​ເຊີນ​. ຫາງ​ສຽງ​ເຫັນ​ວ່າ​ເຖິງ​ວ່າ​ທ່ານ​ໂອ​ຊາ​ວາ ອີຊິ​ໂຣ, ​ເລ​ຂາ​ທິ​ການ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ຍີ່​ປຸ່ນ​ກໍ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ​ແຕ່​ວ່າ​ອິດ​ທິ​ພົນ​ຂອງ​ທ່ານ​ພາຍ​ໃນ​ພັກ​ປະ​ຊາ​ທິ​ປະ​ໄຕ​ຈະ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ພໍ​ເທົ່າ​ໃດ. ​ແຕ່​ສຳ​ລັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່​ແລ້ວ, ​ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ພັກ​ການ​ເມືອງ​ກໍ່​ແມ່ນ​ບັນຫາ​ໜຶ່ງ​ທີ່​ຍາກ​ຫຼາຍ.

ອັນ​ທີ​ສາມ, ​ເຖິງ​ວ່າ​ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບ​ບັນຫາ​ຖານ​ທັບ​ຟູ​​ເຕັນມາ, ​ແຕ່ສຽງ​ຄັດຄ້ານ​ຂອງ​​​ໂອ​ກີ​ນາວາ​ຍັງ​ບໍ່​ໄດ້​ຫຼຸດ​ລົງ​​ເລີຍ, ​ເຮັດ​ແນວ​ໃດ​ຈະປະຕິບັດ​ສັນຍາ​ລະຫວ່າງ​ຍີ່ປຸ່ນ​ກັບ​ອາ​ເມ​ລິ​ກາ​ກໍ​ແມ່ນ​ບັນຫາ​ຍາກ.

ນອກ​ນີ້, ການ​ເລືອກ​ຕັ້ງ​ສະພາ​ສູງ​ຂອງ​ຍີ່ປຸ່ນ​ຈະ​ຈັດ​ຂຶ້ນ​​ໃນ​ເດືອນ​ກໍລະກົດປີ​ນີ້, ການ​ເລືອກຕັ້ງ​ເທື່ອ​ນີ້​ຈະ​ຕົກລົງ​ວ່າພັກ​ປະຊາທິປະ​ໄຕ​ຍີ່​ປຸ່ນທີ່​ຈະ​ບໍລິຫານປະ​ເທດ​ໃນ 3 ປີ​ຕໍ່ໜ້າ​ຈະ​ໄດ້​ຮັບ​ທີ່​ນັ່ງ​ສ່ວນ​ຫຼາຍ​ຫຼື​ບໍ່, ​ແລ້ວ​ຈະສາມາດ​ຕົກລົງ​ອຳນາດ​ການ​ປົກຄອງ​ຂອງ​​ເຂົາ​ຈະນ​​ດຳ​ເນີນ​ການ​ປະຕິ​ຮູບ​​​ໄປ​ດ້ວຍ​ດີ​ຫຼື​ບໍ່, ນອກ​ນີ້​ບັນຫາ​ການ​ເງິນ​ທີ່​ເກີດ​ຂຶ້ນ​ຍ້ອນ"ນະ​ໂຍບາຍ​ທົດ​ແທນ​ເດັກນ້ອຍ"ຂອງ​ທ່ານ​ຮາ​ໂຕ​ຢາ​ມາ ​ກໍ​ແມ່ນ​ການທົດ​ສອບ​ອັນ​ໜັກໜ່ວງ​ຕໍ່​ນາຍົກລັດຖະມົນຕີຜູ້​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ