ປະສິທິຜົນຂອງ​ການ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ຂອງ​ຈີນ​ໃນ​ປີ​2009​ດີ​ເກີນ​ຄາດ

(GMT+08:00) 2010-06-04 15:28:05     cri
ວັນ​ທີ 5 ມິຖຸນາ​ແມ່ນ​ວັນ​ສິ່ງ​ແວດລ້ອມ​ຂອງ​ໂລກ, ວັນ​ທີ 3 ມິ​ຖຸ​ນາ​ນີ້,​ກະ​ຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ໄດ້​​ເຜີຍ​ແຜ່​"ບົດ​ລາຍ​ງານ​ສະ​ພາບ​ສິ່ງ​ແວດ​ລ້ອມ​ຈີນ​ປີ 2009". ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​3​ມິ​ຖຸ​ນາ​ນີ້,​ທ່ານ​ຈ່າງ​ລີ້​ຈຸ່ນ,​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ວ່າ,​ປີ 2009,​ການ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ຂອງ​ຈີນ​ມີ​ປະ​ສິດ​ທິ​ຜົນ​ດີ​ເກີນ​ຄາດ​ໝາຍ​ຢ່າງ​ເດັ່ນ​ຊັດ,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈະ​ເລັ່ງ​ລັດ​ຊຸກ​ຍູ້​ປ່ຽນ​ແປງ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໂດຍ​ຜ່ານ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ປະ​ເມີນ​ຜົນ​ສະ​ທ້ອນ​ຕໍ່​ສະ​ພາບ​ແວດ​ລ້ອມ​ແລະ​ເພີ່ມ​ການ​ຕິດ​ຕາມ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ສະ​ພາບ​ແວດ​ລ້ອມ​ເປັນ​ຕົ້ນ. ຕໍ່​​ໄປ​ເຊີນ​ຟັງ​ລາຍ​ງານ​ລະ​ອຽດ:

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ, ທ່ານ​ຈ່າງລີ້​ຈຸ່ນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ຈີນ​ໄດ້​ແນະ​ນຳ​ຜົນສຳ​ເລັດ​ຂອງ​ວຽກ​ງານ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ຂອງ​ຈີນ​ໃນ​ປີ 2009. ທ່ານ​ກ່າວ​ວ່າ:

"ການ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ໃນ​ປີ​ກາຍ​ນີ້​ໄດ້​ຮັບ​ຜົນ​ດີ​ເກີນຄາດໝາຍ​ຢ່າງ​ເດັ່ນ​ຊັດ: ​ໄດ້​ເພີ່ມ​ຄວາມ​ສາ​ມາດ​ບຳ​ບັດ​ນ້ຳ​ເປື້ອນ​13​ລ້ານ 3​ແສນ​ໂຕນ​ຕໍ່​ມື້, ​ເພີ່ມ​ເຄື່ອງ​ຈັກ​​ດັງ​ຖ່ານ​ຫີນ​ແຍກ​ທາດ​ມາດ​ຂະ​ໜາດ​102​ລ້ານ​ກິ​ໂລ​ວັດ. ​​ໃນ​ທົ່ວ​ປະ​ເທດ,​ຖ້າ​ທຽບ​ກັບ​ປີ 2005​ຄວາມ​ຕ້ອງ​ການ​ອັອກ​ຊິດ​ທາງ​ເຄ​ມີ​ໄດ້​ຫຼຸດ​ລົງ​9,66%,​ການ​ລະ​ບາຍ​ຊຸນ​ເຟີ​ດີ​ອັອກ​ຊິດ​ໄດ້​ຫຼຸດ​ລົງ 13,14%,​ໄດ້​ບັນ​ລຸ​ເປົ້າ​ໝາຍ​ຫຼຸດ​ລະ​ບາຍ​ຊຸນ​ເຟີ​ດີ​ອັອກ​ຊິດ​ໃນ"​ແຜນ​ການ​5​ປີ​ຄັ້ງ​ທີ 11"​ກ່ອນ​ເວ​ລາ​ກຳ​ນົດ​ໜຶ່ງ​ປີ, ​ເປົ້າ​ໝາຍ​ຫຼຸດ​ຄວາມ​ຕ້ອງ​ການ​ອັອກ​ຊິດ​ທາງ​ເຄມີ​ມີ​ຄາດ​ວ່າ​ຈະ​ບັນລຸ​ຄາດ​ໝາຍ​ຕາມ​ເວລາ​ກຳນົດ.

ທ່ານ​ຈ່າງລີ້​ຈຸ່ນ​ກ່າວ​ວ່າ, ​ໃນ​ປີ 2009, ຈີນ​ໄດ້​ສຳ​ເລັດ​ການ​ສຳ​ຫຼວດ​ແຫຼ່ງ​ລະ​ບາຍ​ມົນ​ລະ​ພິດ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ,​ໝາກ​ຜົນ​ທີ່​ກ່ຽວ​ຂ້ອງ​ແລະ​ການ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ມະ​ຫາ​ພາກ​ດ້ານ​ຂອງ​ສິ່ງ​ແວດ​ລ້ອມ, ຈະ​ສ້າງ​ພື້ນ​ຖານ​ທີ່​ດີ​ໃຫ້​ແກ່​ການ​ຊຸກ​ຍູ້​ວຽກ​ງານ​ຂອງ​ແຜນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໃນ 5 ປີ​ຕໍ່​​ໜ້າ.

"ປີ​ກາຍ​ນີ້,ການ​ກວດກາ​ແຫຼ່ງສ້າງ​ມົນ​ລະ​ພິດ​4​ປະ​ເພດໃນທົ່ວ​ປະ​ເທດ​ໄດ້​ສຳ​ເລັດຕາມ​ແຜນ ການ,ມີ​ແຫຼ່ງ​ອຸດ​ສາ​ຫະ​ກຳ,​ແຫຼ່ງ​ກະ​ສິ​ກຳ,​ແຫຼ່ງ​ດຳ​ລົງ​ຊີ​ວິດ​ແລະ​ເຄື່ອງ​ຊຳ​ລະ​ແລະ​ບຳ​ບັດ​ສິ່ງ​ເຊື່ອມ​ພິດ​ຂະ​ໜາດ​ໃຫຍ່​5​ລ້ານ​9​ແສນ​2​ໝື່ນ​ກວ່າ​ແຫ່ງ​ໄດ້​ຮັບ​ການ​ກວດ​ກາ,​ເຮັດ​ໃຫ້​ໄດ້​ຮູ້​ຈັກ​ສະ​ພາບ​ພື້ນ​ຖານ​ຂອງ​ການ​ລະ​ບາຍ​ມົນ​ລະ​ພິດ​ຂອງ​ປະ​ເທດ​ພວກ​ເຮົາ.​ການ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ມະ​ຫາ​ພາກ​ດ້ານ​ສິ່ງ​ແວດ​ລ້ອມ​ໄດ້​ສຳ​ເລັດ​ໜ້າ​ທີ່​ທີ່​ກຳ​ນົດ​ໄວ້​ລ່ວງ​ໜ້າ,​ໄດ້​ຮັບ​ໝາກ​ຜົນ​ທີ່​ສຳ​ຄັນ​ຕ່າງໆ ​ເຊັ່ນ:​ບົດ​ລາຍ​ງານ​​ລວມ​ແລະ​ບົດ​ລາຍ​ງານ​ສະ​ເພາະ​ກ່ຽວ​ກັບ​ການ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​,​ແລະ​ວາງ​ຫົວ​ຂໍ້​ສຳ​ຄັນ​ຕ່າງໆ ຄື:​ສືບ​ຕໍ່​ຄົ້ນ​ຄວ້າ​ຊ່ອງ​ທາງ​ໃໝ່​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ແລະ​ອື່ນໆ."

​ແຈ້ງ​ການ​ທີ່​ເຜີ​ຍ​ແຜ່​ໃນ​ວັນ​ທີ3​ມິຖຸນາ​ນີ້​ຍັງ​ຊີ້​ອອກ​ວ່າ,ປະຈຸ​ບັນ​ນີ້,ຈີນ​ຍັງ​ມີ​ບັນຫາ​ສິ່ງ​ແວດ​ລ້ອມ​ຕ່າງໆ ຄື:​ສາຍ​ນ້ຳ​ຖືກ​ເຊື່ອມ​ພິດ​ໜັກ,​ໜອງ​ນ້ຳບ​າງ​ບ່ອນ​ກໍ​ມີ​ທາດ​ບາງ​ອັນ​ຫຼາຍ​ເກີນ​ ຄວາມ​ຕ້ອງ​ການ,​ແລະ​ເຂດ​ທະ​ເລ​ໃກ້​ຝັ່ງ​ຖືກ​ເຊື່ອມ​ພິດ​ໃນ​ລະ​ດັບ​ໂດຍ​ໜຶ່ງ​ເປັນ​ຕົ້ນ.​ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ທີ່​ສຸດ​ແມ່ນ,​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້,​​ຊຸນ​ເຟີ​ດີ​ອອກ​ຊິດ​ໄດ້​ເພີ່ມ​​ຂຶ້ນ​ເຊິ່ງ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ​2007​ເປັນ​ຕົ້ນ​ມາ​,​ຄື​ເພີ່ມ​ຂຶ້ນ​1,2%​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​2009.

ໂດຍ​ອີງຕາມ​ແຜນການ​ທີ່​ກ່ຽວຂ້ອງ,ມາ​ຮອດ​ທ້າຍ​ປີ​ນີ້,ຈີນ​ຈະ​ບັນລຸ​ເປົ້າ​ຫມາຍ​ທີ່​ຫຼຸດ​ປະລິມານ​ລະບາຍ​ມົນ​ລະ​ພິດ​ຕົ້ນ​ຕໍ​ໃຫ້​ຫນ້ອຍ​ລົງ​10%.​ທ່ານ​ຈັ່ງ​ລີ້​ຈຸ່ນ​ກ່າວ​ວ່າ,​ພາກ ສ່ວນ​ທີ່​ກ່ຽວ​ຂ້ອງ​ ຈະ​ຖືສຳຄັນ​ໃນ​ການ​​ແກ້​ໄຂ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທີ່ ອັນ​ຕະ​ລາຍ​ຮ້າຍ​ແຮງ​ຕໍ່​ສຸ​ຂະ​ພາບ​ແຂງ​ແຮງ​ຂອງ​ປະ​ຊາ​ຊົນ,​ພະ​ຍາ​ຍາມ​ເຮັດ​ວຽກ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ໃຫ້​ດີ​ ແລະ​ເພີ່ມ​ການ​ຕິດ​ຕາມ​ກວດ​ກາ​ປະ​ຕິ​ບັດ​ກົດ​ຫມາຍ ດ້ານ​ສິ່ງ​ແວດ​ລ້ອມ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ທ່ານ​ກ່າວ​ວ່າ:"ພວກ​ເຮົາຈະພະຍາ​ຍາມ​ໃຫ້ໄດ້​ຮັບຜົນສຳ​ເລັດຫຼາຍ​ກວ່າ​ເກົ່າ​ໃນການ​ຫຼຸດ​ການ​ລະ ບາຍ​ມົນ​ລະ​ພິດ​ບົນ​ພື້ນ​ຖານ​ທີ່​ບັນລຸ​ເປົ້າ​ຫມາຍ​ທີ່​ກຳນົດ​ໄວ້; ​ໂດຍ​ເພີ່ມ​ການ​ປະ​ເມີນ​ສິ່ງ​ແວດ​ລ້ອມ​ໃຫ້​ຫຼາຍ​ຂຶ້ນ​ແລະ​ປັບ​ປຸງ​ມາດ​ຕະ​ຖານ​ໃຫ້​ດີ​ຂຶ້ນ​ແລະ​ອື່ນໆ, ​ເລັ່ງລັດ​ຊຸກ​ຍູ້​ໃຫ້​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ;​ເພີ່ມ​ການ​ຕິດຕາມ​ກວດກາ​ປະ​ຕິ​ບັດ​ກົດ​ຫມາຍ​ດ້ານ​ສິ່ງ​ແວດ​ລ້ອມ,​ການ​ຄຸ້ມ​ຄອງ​​ຮັບ​ມື ກັບ​ເຫດ​ການ​ສຸກ​ເສີນ​ແລະ​ຕິດ​ຕາມ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ, ​ເພື່ອ​ອອກ​ແຮງ​ແກ້​ໄຂ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທີ່​ອັນ​ຕະ​ລາຍ​ຮ້າຍ​ແຮງ​ຕໍ່​ສຸ​ຂະ​ພາບ​ຂອງປະ​ຊາ​ຊົນ ​ເຊັ່ນ:​ການ​ລະ​ບາຍ​ມົນ​ລະ​ພິດ​ໂລ​ຫະ​ຫນັກ​ແລະ​ອື່ນໆ.​"


ນອກ​ນີ້,ທ່ານ​ຈັ່ງ​ລີ້ຈຸ່ນ​ຍັງກ່າວ​ວ່າ,ລັດຖະບານ​ຈີນ​ໄດ້​ສົ່ງ​ເສີມ​ແລະ​ສະ​ຫນັບ​ສະ​ຫນູນ​​ໃຫ້ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ອະ​ນຸ​ລັກ​ສິ່ງ​​ແວດ​ລ້ອມ,​ຕໍ່​ອົງ​ການ​ຈັດ​ຕັ້ງ​ໃດໆ​ວ່າ​ແຕ່​ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ຕ່າງໆ,​ພາກ​ສ່ວນ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຸກ​ຂັ້ນ​ຂອງ​ຈີນ​ລ້ວນ​ແຕ່​ຈະ​ໃຫ້​ການ​ສະ​ຫນັບ​ສະ​ຫນູນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ