ກອງ​ປະ​ຊຸມ​ອາ​ຊີ​ຕາ​ເວັນ​ອອກ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ຮຽກ​ຮ້ອງ​ໃຫ້​ຍົກ​ສູງບົດ​ບາດ​ນຳ​ພາ​ຂອງ​ເສດ​ຖະ​ກິດ​ອາ​ຊີ

(GMT+08:00) 2010-06-07 16:23:27     cri
ຕາມຂ່າວCRI: ແຕ່​ວັນ​ທີ6​ຫາ​ວັນ​ທີ7​ມິຖຸນາ​ນີ້,ກອງ​ປະຊຸມ​ອາຊີ​ຕາ​ເວັນ​ອອກ​ຂອງ​ເ​ວທີ​ປຶກ ສາ​ຫາລື​ເສດ​ຖະ​ກິດ​ໂລກ​​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໂຮ​ຈີ​ມິນ​ຂອງ​ຫວຽດນາມ.​ໃນ​ກອງ​ປ​ະຊຸມ​ເຈົ້າ ໜ້າ​ທີ່​ລັດ​ຖະ​ບານ,​ບຸກ​ຄົນ​ສຳ​ຄັນ​ຂອງ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແລະ​ຜູ່​ຊ່ຽວ​ຊານ​ນັກ​ວິ​ຊາ​ການ​400​ກວ່າ​ທ່ານ​ທີ່​ມາ​ຈາກ​ປະ​ມານ​50​ອົງ​ກອນ​ເສດ​ຖະ​ກິດ​ຂອງ​ໂລກ​ໄດ້​ຫາ​ລື​ຫົວ​ຂໍ້​ທີ່​ວ່າ​"ພິ​ຈາ​ລະ​ນາ​ຄືນ​ໃໝ່​ກ່ຽວ​ກັບ​ບົດ​ບາດ​ນຳ​ພາ​ຂອງ​ອາຊີ".​ຜູ່​ຮ່ວມ​ປະ​ຊຸມ​ຮຽກ​ຮ້ອງ​ໃຫ້ ຍົກ​ບົດ​ບາດ​ນຳ​ພາ​ຂອງ​ອາ​ຊີ​ໃນ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.

ທ່ານ​ບົວ​ສອນ ບຸບຜາ​ວັນ,ນາຍົກລັດຖະມົນຕີລາວ,ທ່ານ​ຫງວຽນ​​ເຕິ​ນຢຸງ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ,​ທ່ານ​ຮຸນ​ແຊນ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ,​ທ່ານ​ເທນ​ເຊນ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມຽນ​ມາ,​ແລະ​ນາງ​ວາງ​ຈື້​ເຈິ່ນ,​ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ6​ມິ​ຖຸນາ​ນີ້​ແລະ​ກ່າວ​ຄຳ​ປາ​ໄສ.​ທ່ານ​ຄຣາວສ໌ ຊະ​ວັບ,ຜູ່​ລິ​ເລີ່​ມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ,​ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​​ແລະ​ເປັນ​ພິ​ທີ​ກອນ​ຂອງ​ພິ​ທີ​ໄຂ​ກອງ​ປະ​ຊຸມ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ທ່ານ​ບົວ​ສອນ ບຸບຜາ​ວັນ​ກ່າວ​ວ່າ,ຫຼາຍປະ​ເທດ​ຂອງ​ອາຊີ​ໄດ້​ຮັບ ບົດຮຽນ​ຈາກ​ວິ​ກິດ​ການ​ການ​​ເງິນ​ອາ​ຊີ​ໃນ​ປີ​1997,​ແລະ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ​ໄດ້​​ເລີ່​ມ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ.​ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ,​ຜ່ານ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ຕ່າງໆ​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແຫ່ງ​ນີ້,​ອາ​ຊີ​ຈະ​ສາມາດ​ບັນລຸ​ເປົ້າ ໝາຍ​ທີ່​ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ແລະ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບຍື​ນ​ຍົງ​.

ທ່ານ​ຫງຽນ​ເຕິນ​ຢຸງ​ຊີ້​ອອກ​ວ່າ, ພາຍຫລັງ​ເກີດ​ວິ​ກິດ​ການ​ການ​ເງິນສາ ກົນ​ແລ້ວ,ຄວາມ​ດຸ່ນດຽງ​ກັນ​ຂອງກຳລັງເສດຖະກິດ​ທົ່ວ​ໂລກ​ໄດ້​ມີ​ການ​ປ່ຽນ​ແປງ,ອາຊີ​ຕາ​ເວັນ​ອອກ​ໄດ້​ກາຍ​ເປັນ​ກຳລັງ​ສຳຄັນ​ທີ່​ຊຸກ​ຍູ້​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ.ທ່ານ​ກ່າວ​ວ່າ, ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ເຫມາະ​ສົມ​ທີ່​ສຸດ,ບົດບາດ​ຂອງ​ອາຊີ​ຕາ​ເວັນ​ອອກ​ໃນ​ປະຊາ​ຄົມ​ໂລກ​ຄວນ​ຖືກ​ພິຈາລະນາ​ຄືນ​ໃຫມ່,ອາຊີ​ຕາ​ເວັນ​ອອກ​ຍິນ​ດີ​ເສີມ​ຂະຫຍາ​ຍບົດບາດ​ທີ່​ດີ​ໃນ​ການ​ສ້າງ​ລະບຽບ​ສາກົນ​ແບບ​ໃຫມ່​ທີ່​ມີ​ປະສິດທິ​ຜົນ​ສູງ​ແລະ​ມີ​ປະຊາທິປະ​ໄຕ​ຫລາຍ​ກວ່າ​ເກົ່າ.

ບົດ​ລາຍ​ງານ​ການສຳ​ຫລວດ​ທີ່​ກຳມາ​ທິການເສດຖະກິດ​ສັງຄົມ​ອາຊີ​ປາຊີ​ຟິກຫລື​ແອັສ​ແຄັບຂອງ​ສະຫະ​ປະຊາ​ຊາດ​ເຜີຍ​ແຜ່​ໃນ​ເດືອນ​ແລ້ວ​ນີ້​ກ່າວ​ວ່າ, ຍ້ອນ​ອົງ​ກອນ​ເສດຖະກິດ​ທີ່​ສຳຄັນ​ຢູ່​ເຂດ​ອາຊີ​ໄດ້​ໃຊ້​ແຜນການ​ຕຸ້ນ​ການ​ເງິນ,ສະນັ້ນ,​ເຖິງ​ຈະ​ແມ່ນ​ໃນ​ໄລຍະ​ທີ່​ວິ​ກິດ​ການ​ການ​ເງິນ​ຮ້າຍ​ແຮງ​ທີ່​ສຸດ,​ເຂດ​ອາຊີ​ກໍ່​ຍັງ​ແມ່ນ​ເຂດ​ຫນຶ່ງ​ທີ່​ເສດຖະກິດ​ພັດທະນາ​ໄວກວ່າ​ກມູ່​ໃນ​ໂລກ.​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ,ທ່ານ​ຮຸນ​ແຊນ​​ໄດ້ສຳ​ເຫ​ນີຄຳ​ເຕືອນ​ອອກ.ທ່ານ​ເຫັນ​ວ່າ,ມາດ​ຕະການ​ກະຕຸ້ນ​ການ​ເງິນ​ຂອງ​ບັນດາປະ​ເທດ​ອາຊີ​ ​ຄວນ​ລະວັງ​ຢ່າ​ເຊົາ​ໃຊ້​ໃນ​ໂອກາດ​ທີ່​ຜິດພາດ,​ເພາະວ່າ, ມາຮອດ​ປັດຈຸບັນ, ການ​ລົງ​ທຶນຂອງ​ປະຊາຊົນ​ຍັງ​ບໍ່​ທັນ​ກາຍ​ເປັນ​ກຳລັງ​ສຳຄັນ​ທີ່ຊຸກ​ຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕ​,ປະຊາຊົນ​ຜູ່​ທຸກ​ຍາກ​ຍັງ​ບໍ່​ທັນ​ກ້າວ​ອອກ​ຈາກ​ຄວາມ​ຫຍຸ້ງຍາກ.ທ່ານ​ຍັງ​ກ່າວ​ວ່າ, ການ​ພົ້ນ​ເດັ່ນ​ຂຶ້ນ​ຂອງ​ຈີນ​ແລະ​ອິນ​ເດຍບໍ່​ຄວນ​ ​ຖື​ເປັນ​ການ​ຂົ່ມ​ຂູ່​ອັນ​ຂ້ຽວຂາດ​ທີ່​ກະທົບ​ເຖິງ​ການ​ແຂ່ງຂັນ​ຂອງ​ປະ​ເທດ​ອື່ນໆ​​ໃນ​ອາຊີ.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ນາງ​ຫວາງ​ຈື້​ເຈີ​ນຊີ້​ອອກ​ວ່າ, ​ໂດຍ​ປະ​ເຊີນ​ກັບ​ການ​ກະທົບ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ, ຈີນ​​ໄດ້ປະຕິບັດ​ແລະ​ປັບປຸງ​ແຜນການ​ແລະ​ມາດ​ຕະການຕ່າງໆ​ຮັບ​ມື​ກັບ​ວິ​ກິດ​ການ​ຢ່າງຮອບດ້ານ, ປະກອບສ່ວນ​ຂອງ​ຕົນ​ເພື່ອ​ຊຸກຍູ້​ເສດຖະກິດ​ອາຊີ​​ໃຫ້ພັດທະນາ​ແລະ​ຮັກສາ​ເສດຖະກິດ​ໂລກ​ໃຫ້​ໝັ້ນ​ທ່ຽງ. ນາງ​ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ພາກ​ພື້ນ​ອາຊີ​​ໃຫ້ເຊື່ອມ​​ໂຍງ​ເຂົ້າກັນ​ຢ່າງ​ເດັດດ່ຽວ, ຕັ້ງໜ້າ​ຊຸກຍູ້​ໃຫ້​ອາຊີ​ ​ກົມ​ກຽວກັນ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ.

ຕາມ​ການຄາດ​ຄະ​ເນ​ຂອງ​​ແອັສ​ແຄັບ, ປີ 2010 ​ເສດຖະກິດ​ຈີນ​ຈະ​ເຕີບ​ໂຕ 9,5%, ນີ້​ຕົ້ນຕໍ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ຈາກ​​ແຜນການ​ກະ​ຕຸ້ນ​ເສດຖະກິດ​ຂອງ​ຈີນ. ພ້ອມ​ກັນ​ນັ້ນ, ​ການ​ເຕີບ​ໂຕ​ຂອງເສດຖະກິດຈີນ​ຈະ​ຊຸກຍູ້​ໃຫ້​ເສ​ດະ​ກິດ​ອາຊີທັງ​ໝົດ​ຟື້ນ​ຕົວ​ຄືນ​ໃໝ່..

ຕາມ​ວາລະ​ປະຊຸມ​ຂອງ​ກອງ​ປະຊຸມ​ອາຊີ​ຕາ​ເວັນ​ອອກ​ຂອງ​ເວທີ​ປຶກສາ​ຫາລື​ເສດຖກະດ​ໂລກ​ຄັ້ງ​ທີ 19, ຜູ້​ເຂົ້າ​ຮ່ວມ​ປະຊຸມ​ຈະ​ພິຈາລະນາ​ບົດບາດ​ຂອງ​ອາຊີ​ໃນ​ເສດຖະກິດ​ໂລກ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ຫົວ​ຂໍ້​ຕ່າງໆແລະ​ການ​​ແລກປ່ຽນ​ກັນ​, ປຶກສາ​ຫາລືບົດບາດ​ຂອງ​ອາຊີ​ໃນ​ເສດຖະກິດ​ທົ່ວ​ໂລກ​ຫາລື​ອາຊີ​ຈະ​ເປັນ​ຕົວ​ສະ​ແດງ​ທີ່​ສຳຄັນ​ກວ່າ​ເກົ່າ​ແນວ​ໃດ​ໃນ​ຂະ​ບວນວິວັດ​ເຊື່ອມ​ໂຍງ​ເປັນ​ເອກະ​ພາບ​ກັນ, ຍົກ​ສູງຄວາມ​ສາມາດ​ຕ້ານ​ຄວາມ​ສ່ຽງ​​ໃນ​ຕ້ານການ​ເງິນ​ຂອງ​ອາຊີ​ຕາ​ເວັນ​ອອກ, ຊຸກຍູ້​ການ​ຮ່ວມ​ມືລະຫວ່າງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ແລະ​ບັນລຸ​ເສດຖະກິດ​ເຕີບ​ໂຕ​ແບບ​ຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ