ຈີນ​ຈະ​ປົກ​ປ້ອງ​ເສ​ລີ​ພາບ​ໃນ​ການ​ສະ​ແດງ​ຄວາມ​ເຫັນ​ທາງ​ອິນ​ເຕີ​ເນັດ​ຂອງ​ປະ​ຊາ​ຊົນ​ຢ່າງ​ຫມັ້ນ​ຫນຽວ​ບໍ່​ປ່ຽນ​ແປງ

(GMT+08:00) 2010-06-08 15:33:23     cri

ວັນ​ທີ8 ມິຖຸນາ​ນີ້,ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່ປື້​ມປົກຂາວ​ກ່ຽວ​ກັບ​ສະພາບ​​ອິນ​ເຕີ​ເນັດ​ຂອງ​ຈີນ​ໂດຍຂຽນ​ວ່າ, ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ສຸມ​ກຳລັງ​ເພື່ອຊຸກ​ຍູ້ການ​ພັດທະນາ​ອິນ​ເຕີ​ເນັດ, ພະຍາຍາມ​ເຜີຍ​ແຜ່​ນຳ​ໃຊ້ອິນ​ເຕີ​ເນັດ​ໃຫ້​ທົ່ວ​ເຖິງ​ກັນ.​ພ້ອມ​ກັນ​ນັ້ນ,​ລັດ​ຖະ​ບານ​ຈີນ​ຈະປົກ​ປ້ອງ​ເສ​ລີ​ພາບ​ໃນ​ການສະ​ແດງ​ຄວາມ​ເຫັນ​ທາງ​ອິນ​ເຕີ​ເນັດ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ສິດ​ຕາມ​ກົດ​ຫມາຍ​ຢ່າງ​ຫມັ້ນ​ຫນຽວ​ບໍ່​ປ່ຽນ​ແປງ,​ເພື່ອ​ຮັບ​ປະ​ກັນ​ສິດ​ຮັບ​ຮູ້​ຄວາມ​ຈິງ,ສິດ​​ເຂົ້າ​ຮ່ວມ​ແລະ​ສິດ​ສະ​ແດງ​ຄວາມ​ເຫັນ​ແລະ​ສິດ​ຕິດ​ຕາມ​ກວດ​ກາ​ຂອງ​ປະ​ຊາ​ຊົນ.

 ປື້​ມປົກຂາວ​ດັ່ງກ່າວແບ່ງ​ເປັນຫຼາຍ​ພາກສ່ວນ​ ເຊັ່ນ:​ຄຳ​ນຳ,​ການ​ຊຸກ​ຍູ້​ການ​ພັດທະນາ​ແລະ​ເຜີຍ​ແຜ່​ອິນ​ເຕີ​ເນັດ​ໃຫ້​ທົ່ວ​ເຖິງ,ຮັບປະກັນ​ເສລີພາບ​ໃນ​ການສະ​ແດງ​ຄວາມ​ເຫັນ​ທາງ​ອິນ​ເຕີ​ເນັດ​ຂອງ​ປະ​ຊາ​ຊົນ,​ຫຼັກ​ການ​ຄຸ້ມ​ຄອງ​ແລະ​ການ​ນຳ​ໃຊ້​ຂອງ​ອິນ​ເຕີ​ເນັດ,ດຳ​ເນີນ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ສາກົນ​ຢ່າງ​ຕັ້ງຫນ້າ​ແລະ​ພາກ​ສະ​ຫຼຸບ​ເປັນ​ຕົ້ນ.​ປຶ້ມ​ປົກ​ຂາວ​ໄດ້​ແຈ້ງ​ສະ​ພາບ​ພື້ນ​ຖານ​ແຫ່ງ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ຂອງ​ຈີນ​, ຊີ້​ແຈງ​ນະ​ໂຍ​ບາຍ​ພື້ນ​ຖານ​ຂອງ​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ອິນ​ເຕີ​ເນັດ ພ້ອມ​ດ້ວຍ​ທັດ​ສະ​ນະ​ພື້ນ​ຖານ​ຂອງ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ,​ເພື່ອ​ຊ່ອຍ​ປະ​ຊາ​ຊົນ​ແລະ​ປະຊາ​ຄົມ​ໂລກ​ຮູ້​ຈັກ​ສະ​ພາບ​ທີ່​ແທ້​ຈິງ​ໃນ​ການ​ພັດ​ທະ​ນາ​ແລະ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ.

ປຶ້ມ​ປົກ​ຂາວ​ຂຽນວ່າ, ​ແຕ່​ປີ 1997 ຫາ​ປີ 2009, ຈີນ​​ໄດ້​ລົງທຶນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ອິນ​ເຕີ​ເນັດ 4300​ຕື້​ຢວນ, ​ໄດ້​ສ້າງ​​ເຄືອ​ຂ່າຍ​ສາຍ​ກາບ​ໃຍ​ແສງ​ຂໍ້​ມູນ​ຂ່າວ​ສານ​ໂທ​ລະ​ຄົມ​ທີ່​ປົກຄຸມ​ທົ່ວ​ປະ​ເທດ. ຮອດ​ທ້າຍ​ປີ 2009,​ຈີນ​ມີ​99%​ຂອງ​ຕາ​ແສງ​ແລະ​90%​ຂອງ​ບ້ານ​ໄດ້​ຕິດ​ຕັ້ງ​ອິນ​ເຕີ​ເນັດ​ແລ້ວ.​ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນມີ​ຫຼາຍ​ກວ່າ​380​ລ້ານ​ຄົນ,​ອັດ​ຕາ​ປົກ​ຄຸມ​ຂອງ​ອິນ​ເຕີ​ເນັດ​ເກືອບ​ຮອດ 29%,​ສູງ​ກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ໂລກ.

ປຶ້ມປົກ​ຂາວ​ຊີ້​ອອກ​ວ່າ, ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ສຸມ​ກຳລັງ​ເພື່ອ​ຊຸກຍູ້​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ໃຫ້​ທົ່ວ​ເຖິງ,​ພະ​ຍາ​ຍາມ​ເຮັດ​ໃຫ້​ອັດ​ຕາ​ປົກ​ຄຸມ​ຂອງ​ອິນ​ເຕີ​ເນັດ​ເພີ່ມ​ຂຶ້ນ​ຮອດ 45% ​ໃນ 5 ປີ​ຕໍ່​ໜ້າ, ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ຫຼາຍ​ກວ່າ​ເກົ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ອິນ​ເຕີ​ເນັດ.

ປຶ້ມປົກ​ຂາວຂຽນວ່າ, ​ເສລີພາບ​ໃນການ​ສະ​ແດງ​ຄວາມ​ເຫັນທາງ​ອິນ​ເຕີ​ເນັດ​ຂອງ​ປະຊາຊົນ​ຈີນ​ໄດ້​ຮັບ​ການ​ປົກ​ປ້ອງ​ດ້ວຍ​ກົດ​ໝາຍ, ສາມາດ​ສະ​ແດງ​ຄວາມ​ເຫັນ​ຢູ່​ເທິງ​ເວັບ​ໄຊ​ດ້ວຍ​ຮູບ​ການ​ຕ່າງໆ.​ການ​ແລກ​ປ່ຽນ​ທາງ​ອິນ​ເຕີ​ເນັດ​ຫຼາຍ​ແມ່ນ​ລັກ​ສະ​ນະ​​ໃຫຍ່​ອັນ​ໜຶ່ງ​ຂອງ​ການ​ພັດທະນາ​ຂອງ​ອິນ​ເຕີ​ເນັດ​ຈີນ, ຈຳນວນບົດ​ຄວາມ​ໃນ​bbs​ແລະ​blog​ຫຼາຍ​ເທົ່າ​ໃດ​​​ໃນ​ໂລກ​ແມ່ນ​ບໍ່​ຈະ​ແຈ້ງ. ​ແຕ່​ຕາມ​ສະ​ຖິ​ຕິ, ປະ​ຈຸ​ບັນ​ຈີນ​ມີbbsລ້ານ​ກວ່າ​ເວັບ​ໄຊ, ມີ​blog​ສ່ວນ​ຕົວຫຼາຍ​ກວ່າ 220 ລ້ານ​ຄົນ, ຜູ້​ໃຊ້​ອິນ​ເຕີ​ເນັດ​ຈີນ​ຫຼາຍ​ກວ່າ 66%​ໄດ້ສະ​ແດງຄຳ​ເຫັນ​ຢູ່​ເທິ​ງ​ເວັບ​ໄຊ​ເລື້ອຍໆ.

  ປື້​ມປົກ​ຂາວ​ຂຽນ​ວ່າ:ລັດຖະບານ​ຈີນອົາ​ໃຈ​ໃສ່​ທີ່​ສຸດນຳ​ບົດບາດ​ຕິດຕາມ​ກວດກາຂອງ​ອິນ​​ເຕີ​​ແນັດ​ແລະ​ສ່ອງ​ແສງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ.​ປັດ​ຈຸ​ບັນ, ​ແວັບ​ໄຊ​ລັດ​ຖະ​ບານ​ສ່ວນ​ຫລາຍ​ໄດ້​ປະກາດ​ທີ່​ຢູ່​ອີ​ເມຣແລະ​ເບີ​ໂທ,​ເພື່ອ​ໃຫ້​ປະ​ຊາ​ຊົນ​ສ່ອງ​ແສງ​ບັນ​ຫາ​ຕ່າງໆ​ໃນ​ດ້ານ​ເຮັດ​ວຽກ​ຂອງ​ລັດ​ຖະ​ບານ. ຜູ່​ນຳ​ຈີນ​ກໍ່​ມັກ​ເຂົ້າ​​ເບິ່ງ​ແວັບ​ໄຊ​ເພື່ອ​ຊອກ​ຮູ້​ຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ, ບາງ​ເທື່ອ​ກໍ່​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ່​ໃຊ້​ອິນ​ເທີ​ເນັດ​ໂດຍ​ກົງ,​ເພື່ອ​ຫາ​ລື​ວຽກ​ງານ​ສຳ​ຄັນ​ຂອງ​ປະ​ເທດ,​ຫລື​ຕອບ​ຄຳ​ຖາມ​ຂອງ​ປະ​ຊາ​ຊົນ.​ການ​ສຳ​ຫລວດ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ່​ໃຊ້​ອິນ​ເທີ​ແນັດ​ຫລາຍ​ກວ່າ 60% ​ໄດ້​ຕີ​ລາຄາ​ສູງ​ຕໍ່​ລັດ​ຖະ​ບານ​ທີ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕິດ​ຕາມ​ກວດກາ​ຂອງ​ອິນ​ເຕີ​ເນັດ,​ເຫັນ​ວ່ານີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຄືບ​ຫນ້າ​ດ້ານ​ປະ​ຊາ​ທິ​ປະ​ໄຕ​ໃນ​ສັງ​ຄົມ​ຈີນ.

ປື້​ມປົກ​ຂາວ​ຍັງ​ສະ​ເຫນີອອກ​ມາ​ວ່າ, ອິນ​ເຕີ​ເນັດ​ໄດ້​ສ້າງ​ເງື່ອນ​​ໄຂ​ແລະ​ວິທີ​ໂດຍ​ກົງ​ທີ່​ສຸດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ເພື່ອ​ໃຫ້​ຄົນ​ທົ່ວ​ໄປ​ມີ​ສິດຮັບ​ຮູ້​ຂ່າວ​ສານ, ​ສິດ​ເຂົ້າ​ຮ່ວມ,​ສິດ​ສະ​ແດງ​ຄວາມ​ເຫັນ​ແລະ​ສິດ​ຕິດ​ຕາມ​ກວດ​ກາ,​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃຫ້​ແກ່​ລັດ​ຖະ​ບານ​ຊອກ​ຮູ້​ຄວາມ​ມຸ້ງ​ມາດ​ປາ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ,​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ແລະ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ.​ລັດ​ຖະ​ບານ​ຈີນ​ຈະ​ເດັດ​ດ່ຽວ​ປົກ​ປ້ອງ​ເສ​ລີ​ພາບ​ຂອງ​ປະ​ຊາ​ຊົນ​ທີ່​ສະ​ແດງ​ຄວາມ​ເຫັນ​ຢ່າງ​ເສລີ​ໂດຍ​ຜ່ານ​ອິນ​​ເຕີ​ເນັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ