ທະນາຄານ​ໂລກ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດໂລກ

(GMT+08:00) 2010-06-11 15:08:57     cri

ວັນ​ທີ 10 ມິຖຸນາ​ນີ້​, ​ໃນ​ບົດ​ລາຍ​ງານ"ການ​​ເບິ່ງ​ອະນາຄົດ​ຂອງເສດຖະກິດ​ໂລກ​ປີ 2010"​ໃນ​ລະດູ​ຮ້ອນ, ທະນາຄານ​ໂລກ​ໄດ້ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ໃນ​ປີ​ນີ້, ​​ໂດຍ​ຊີ້​ອອກ​ວ່າ, ປະ​ເທດ​ພວມ​ພັດທະນາ​ພວມ​ໄດ້​ນຳພາ​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ງານ​ລະອຽດ:

ທ່ານ​ອັນ​ດຼູ ​ເບິນ​ສ໌, ຜູ້​ຮັບ​ຜິດ​ຊອບ​ພະ​ແນ​ກ​ເສດຖະສາດ​ມະຫາ​ພາກຂອງ​ໂລກ​ຂອງ​ທະນາຄານ​ໂລກ​ເຫັນ​ວ່າ, ປະ​ເທດ​ພວມ​ພັດທະນາ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ຂະ​ບວນການ​ທີ່​ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ.

"​ໃນ​ຫົວຈັກ ​​ໃຫຍ່​ສອງ​ໜ່ວຍ​ຂອງ​ເສດຖະກິດ​ໂລກ, ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ພວມ​ພັດທະນາ​ໃນ​ສອງ​ປີ​ຕໍ່ໜ້າ​ຈະ​ແມ່ນ​ສອງ​ເທົ່າ​ຂອງ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ, ນີ້​ໝາຍ​ຄວາມ​ວ່າ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ 40% ຂຶ້ນ​ໄປ​ແມ່ນ​ມາ​ຈາກ​ປະ​ເທດ​ພວມ​ພັດທະນາ, ການ​ສົ່ງ​ອອກ​ສິນຄ້າ​ຂອງ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ​ຈະ​ມີ 40% ສະໜອງ​ໃຫ້​ປະ​ເທດພວມ​ພັດທະນາ​ບໍລິ​​ໂພ​ກ."

ໃນ​ເວລາ​ກ່າວ​ເຖິງ​ສະພາບ​ເສດຖະກິດ​ຂອງ​ຈີນ,ບົດ​ລາຍ​ງານ​ຂອງ​ທະນາຄານ​ໂລກ​ໄດ້​ກ່າວ​ຢ້ຳ​ບົດ​ບາດ​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ຟື້ນ​ຕົວ​ເສດ​ຖະ​ກິດ​ຂອງ​ໂລກ,​ໂດຍ​ສະ​ເພາະ​ແມ່ນ​ຂອງ​ອາຊີ​ຕາ​ເວັນ​ອອກ​ແລະ​ເຂດ​ປາ​ຊິ​ຟິກ,​ເຫັນ​ວ່າ,​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ຂະ​ໜາດ​ໃຫຍ່​ທີ່​ລັດ​ຖະ​ບານ​ຈີນ​ປະຕິບັດ​ນັ້ນ​ແມ່ນ​ກຳ​ລັງ​ແຮງ​ຕົ້ນຕໍ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ຈີນ​ແລະ​ພາກ​ພື້ນ​ນີ້​ຟື້ນ​ຕົວ.​ໂຄ​ງການ​ລົງ​ທຶນ​ເພີ່ມ​ຂຶ້ນ​ເຮັດ​ໃຫ້ການ​ຄ້າ​ຂາ​ເຂົ້າ​ເພີ່ມ​ຂຶ້ນ,​ເຊິ່ງ​ເຮັ​ດ​ໃຫ້​ຄູ່​ການ​ຄ້າ​ຂອງ​ຈີນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ກວ້າງ​ຂວາງ.​ບົດ​ລາຍ​ງານ​ຂຽນ​ວ່າ,​ໃນ​ປີ2010,​ຈັງ​ຫວະ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ເຂດ​ປາ​ຊິ​ຟິກ​ຈະ​ບັນ ລຸ8,7%.​ແຕ່​ຖ້າ​ວ່າ​ບໍ່​ນັບ​ການ​ປະກ​ອບ​ສ່ວນ​ຂອງ​ເສດ​ຖະ​ກິດ​ຈີນ​ແລ້ວ,​ຈັງ​ຫວະ​ເຕີບ​ໂຕ​ນີ້​ຈະ​ຫຼຸດ​ລົງ​​ເປັນ​5,8%.​ທ່ານ​ຈັສ​ທິນ ຢີຟູ ລີນ,​ນັກ​ເສດ​ຖະ​ສາດ​ຜູ່​ທີ​ໜຶ່ງ​ທັງ​ເປັນ​ຮອງ​ຜູ່​ວ່າ ການ​ລະ​ດັບ​ສູງ​ຂອງ​ທະ​ນາ​ຄານ​ໂລກ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ເສດ​ຖະ​ກິດ​ຈີນ​ທີ່​ຈະ​ຮັກ​ສາ​ການ​ເຕີບ​ໂຕ​ດ້ວຍ​ຈັງ​ຫວະ​ໄວ.ທ່ານ​ກ່າວ​ວ່າ:"​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້,​ເສດ​ຖະ​ກິດ​ຈີນ​ຍັງ​ຈະ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,​ບັນ​ລຸ​ເຖິງ​11,7%.​ແຕ່​ປະ​ຈຸ​ບັນ​ນີ້,​ຈີນ​​ມີ​ແຮງ​ກົດ​ດັນ​ຈາກ​ໄພ​ເງິນ​ເຟີ້​ແລະ​ ​ລາຄາ​ຂອງ​ຊັບ​ສິນ​ມີ​ລັກ​ສະ​ນະ​ຟອງ​ສະ​ບູ,​ລັດ​ຖະ​ບານ​ກໍ່​ພວມ​ປັບປຸງ​ນະ​ໂຍ​ບາຍ​ດ້ວຍ​ເຫດ​ນີ້.​ເວົ້າ​ໂດຍ​ລວມ​ແລ້ວ,​ຂ້າ​ພະ​ເຈົ້າ​ເຫັນ​ວ່າ,​ປີ​ນີ້,​ເສດ​ຖະ​ກິດ​ຈີນ​ຍັງ​ຈະ​ຮັກ​ສາ​ການ​ເຕີບ​ໂຕ​ດ້ວຍ​ຈັງ​ຫວະ​ໄວ​ສົມ​ຄວນ,​ພວກ​ເຮົາ​ຄາດ​ຄະ​ເນ​ວ່າ​ຈະ​ເຕີບ​ໂຕ9,5%."

ບົດ​ລາຍ​ງານ​ຍັງ​ໄດ້​ຄາດ​ຄະ​ເນ​ຕໍ່​ອັດຕາ​ເຕີບ​ໂຕ​ຂອງ​ເສດຖະກິດ​ເອີ​ລົບ​ແລະ​ອາຊີ​ກາງ​ໃນ​ປີ 2010 ​ແມ່ນ 4,1%,​ແລະ​ວິ​ເຄາະ​ວ່າ​ສາ​ເຫດ​ຕົ້ນຕໍແມ່ນ​ຍ້ອນ​ເສດຖະກິດຂອງຣັດ​ເຊຍ​ແລະ​ຕວກກີດີ​ຂຶ້ນຢ່າງ​ວ່ອງ​ໄວ,​ແຕ່​ບົດ​ລາຍ​ງານ​ໄດ້​ວິ​ເຄາະ​ວ່າ​​ເສດຖະກິດ​ຂອງອົງ​ກອນ​ເສດຖະກິດ​ຢູ່​ເຂດ​ນີ້​ສ່ວນ​ຫລາຍ​​ແມ່ນ​ເຕີບ​ໂຕ​ຊ້າ​ຫລື​ເຕີບ​​ໂຕ​ທາງ​ລົບ.

ທ່ານ​ຫລິນ​ອີ້​ຟູ,ຫົວ​ຫນ້າ​ນັກ​ເສດ​ຖະ​ສາດ,ທັງ​ເປັນ​ຮອງ​ປະທານ​ທະນາ ຄານ​​ໂລກ​ກ່າວ​ວ່າ, ຖ້າ​ວິ​ກິດ​ການ​ຫນີ້​ສິນ​ຂອງ​ເອີ​ລົບ​ສືບ​ຕໍ່​ແກ່ຍາວ​ໄປ,ຈະ​ເຮັດ​ໃຫ້​ປະ​ເທດ​ເອີ​ລົບ​ລົງທຶນ​ແລະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ປະ​ເທດ​ທີ່​ພວມ​ພັດທະນາຫນ້ຍລົງ,​ແລະ​ອາດ​ຈະ​ເຮັດ​ໃຫ້​ປະຊາຊົນ​ຜູ່​ທຸກ​ຍາກ​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ.ທະນາຄານ​ໂລ​ກກ່າວ​ວ່າ, ປະ​ເທດ​ທີ່​ພວມ​ພັດທະນາ​ເຖິງ​ຈະ​ບໍ່​ສາມາດ​ຫລີກ​ເວັ້ນຜົນ​ກະທົບ​ຍ້ອນ​ການ​ເງິນ​ທົ່ວ​ໂລກ​ຊຸດ​ໂຊມ​ລົງ​ກໍ່ຕາມ, ​ແຕ່​ເຂົາ​ເຈົ້າກໍ່​ສາມາດ​​ແລະ​ຄວນ​​ເປີດ​ກວ້າງ​ສູນ​ການ​ເງິນ​ຂອງພາກ​ພື້ນ​ແລະ​ເພີ່ມ​ທະວີ​ການ​ແຂ່ງຂັນ​ແລະ​ຕິດຕາມ​ກວດກາ​ຕໍ່​ຂະ​ແຫນງ​ການ​ທະນາຄານ​ຂອງທ້ອງ​ຖີ່​ນຕົນ,​ເພື່ອ​ຫລຸດ​ຕົ້ນ​ທຶນ​​ກູ້​ເງິນ​ພາຍ​ໃນ​ປະ​ເທດ​ແລະ​ຊຸກ​ຍູ້​ຕະຫລາດ​ທຶນ​ຂອງ​ພາກ​ພື້ຕົນ​ໃຫ້ພັດທະນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ