ການ​ປະຕິ​ຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​​​ເງນວນຂອງ​ຈີນ​ແມ່ນ​ສຳ​ເລັດ​ຜົນ, ​ອັດຕາ​ແລກປ່ຽນ​ເງິນ​ຢວນບໍ່ຂຶ້ນ​ລົງ​ແຮງ

(GMT+08:00) 2010-06-21 16:49:58     cri
ວັນ​ທີ 19 ມິຖຸນາ​ນີ້, ທະນາຄານ​ກາງ​ຈີນ​ປະກາດ​ວ່າ​ຈະ​ຊຸກ​ຍູ້​ການ​ປະຕິ​ຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​ເງິນ​ຢວນ​ຕື່ມ​ອີກ, ​ເພີ່ມ​ຄວາມ​ອ່ອນ​ໂນ້ມຂອງ​ອັດຕາ​ແລກປ່ຽນ​​ເງິນ​ຢວນ. ວັນ​ທີ 20 ມິຖຸນາ​ນີ້​ຢູ່​ທີ່​ປັກ​ກິ່ງ, ​ໂຄສົກ​ຂອງ​ທະນາຄານ​ປະຊາຊົນ​ຈີນ​ເຊິ່ງ​ເປັນ​ທະນາຄາ​ນກາງ​ຈີນ​ກ່າວ​ວ່າ, ການ​ປະຕິ​ຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​ເງິນ​ຢວນ​ທີ່​ຈີ​ນ​ເລີ່​ມປະຕິບັດ​ມາແຕ່​ເດືອນ​ກໍລະກົດ​ປີ 2005 ນັ້ນແມ່ນ​ໄດ້​ຮັບ​ຜົນສຳ​ເລັດ, ການຊຸກຍູ້​ການ​ປະຕິ​ຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​​ເງິນ​ຢວນຕື່ມ​ອີກ​ຈະ​ບໍ່​ມີ​ການ​ປັບປຸງ​ຄືນ​​ໃໝ່​ຕໍ່​ອັດຕາ​ແລກປ່ຽນ​ຂອງເງິນ​ຢວນ, ສຳຄັນ​ແມ່ນ​ຍຶດໝັ້ນ​ຖື​ການ​ສະໜອງກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ເປັນ​ພື້ນຖານ, ພິຈາລະ​ນາ​ເຖິງ​ເງິນສະກຸນ​ສຳຄັນ​ເພື່ອ​ດຳ​ເນີນ​ການ​ປັບປຸງ.

ວັນ​ທີ 21 ກໍລະກົດ​ປີ 2005, ທະນາຄານ​ກາງ​ຈີນ​ໄດ້​ເລີ່​ມດຳ​ເນີນການ​ປະຕິ​ຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​ເງິນ​ຢວນ, ອັດຕາ​ແລກປ່ຽນ​ຂອງ​ເງິນ​ຢວນ​ບໍ່​ຜູກ​ມັດກັບ​ເງິນ​ໂດ​ລາ​ອີກ, ​ແຕ່​ຫາກ​ປະຕິບັດ​ລະບົບ​ອັດຕາ​ແລກປ່ຽນ​ແບບ​ລອຍ​ຕົວ​ທີ່​ມີ​ການ​ຄຸ້ມ​ຄອງ​ຄື:​ຖື​ການ​ສະໜອງ​ແລະ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ເປັນ​ພື້ນຖານ, ​ແລະ​ພິຈາລະນາປັບປຸງ​ອັດຕາ​ແລກປ່ຽນ​​ຂອງ​ເງິນຕາ​ທີ່​ສຳຄັນ​ຕ່າງໆ. ມື້​ດຽວ​ກັນ, ອັດຕາ​ແລກປ່ຽນ​ຂອງ​ເງິນ​ຢວນຕໍ່​ໂດ​ລາ​ສະຫະ​ລັດໄດ້​​ແຂງ​ຄ່າ​ປະມານ 2%.

ໂຄສົກ​ຂອງ​ທະນາຄານ​ກາງ​ວິຈານ​ເລື່ອງ​ນີ້​ວ່າ:ການ​ປະຕິ​ຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​ເງິນຕາ​ຈະ​ເຮັດ​ໃຫ້​ວິ​ສາ​ຫະກິດ​ຈີນ​ເລັ່ງລັດ​ຍົກ​ລະດັບ​ເຕັກນິກ​ໃຫ້​ສູງ​ຂຶ້ນ, ​ເພີ່ມ​ການ​ປະດິດ​ສ້າງ​ດ້ານ​ຜະລິດ​ຕະພັນ, ​ແລະ​ຍົກ​ກຳລັງ​ແຂ່ງຂັນ​ທີ່​ເປັນໃຈກາງ​ໃຫ້​ສູງ​ຂຶ້ນ, ​ໄດ້ສ້າງ​ກຳລັງແຮງແລະ​ແຮງ​ກົດ​ດັນຊຸກ​ຍູ້​ການ​ພັດທະນາຂອງ​ອຸດສາຫະກຳ​​ໃຫ້​ທັນ​ສະ​ໄຫມແລະຍົກ​ລະດັບ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ,ທັງ​ຊຸກຍູ້ການ​ສ້າງ​ໂຄງ​ປະກອນ​ການ​ຄ້າ​ຂາ​ອອກ​ໃຫ້​ດີ​ຂຶ້ນ​ແລະ​ຫັນປ່ຽນ​ຮູບ​ການ​ພັດທະນາການ​ຄ້າ​ກັບ​ຕ່າງປະ​ເທດ,ມີ​ຜົນ​ດີ​ຕໍ່​ການ​ຫັນປ່ຽນຣູບການ​ພັດທະນາ​ເສດຖະກິດ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ.ທັງ​ເຮັດ​ໃຫ້​ຄວາມ​ສາມາດ​ຂອງ​ວິສຫາະກິດ​ຈີນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ອັດຕາ​ແລກປ່ຽນ​ເງິນ​ຢວນ​ແລະ​ຄວາມ​ສາມາດຄວບ​ຄຸມ​ຄວາມ​ສ່ຽງຍົກ​ສູງ​ຂຶ້ນ.ພຶດຕິ​ກຳ​ໃນ 5 ປີ​ມາ​ນີ້​ໄດ້​ຢັ້ງຢືນແລ້ວ​ວ່າ, ການ​ປະຕິ​ຮູບ​ອັດຕາ​ແລກປ່ຽນ​ເງິນ​ຢວນຂອງ​ຈີນ​ແມ່ນ​ສຳ​ເລັດ​ຜົນ.

ນັບ​ແຕ່​ທ້າຍ​ປີ 2008 ​ເປັນ​ຕົ້ນ​ມາ, ​ເພື່ອ​ຮັບ​ມື​ກັບ​ການ​​ໂຈມ​ຕີ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ, ທະນາຄານ​ກາງຂອງ​ຈີນ​ໄດ້ຮັດ​ແຫນ້ນ​ຂະຫນາດ​ອັດຕາ​ແລກປ່ຽນ​ເງິນ​ຢວນລອຍ​ຕົວ, ​ເຮັດ​ໃຫ້​ອັດຕາ​ແລກປ່ຽນ​ເງິນ​ຢວນກັບ​ເງິນ​ໂດລາ​ສະຫະລັດາ​ໄດ້​ຮັກສາ​ຄວາມ​ຫມັ້ນຄົງ​ໂດຍ​ພື້ນຖານ.​ໂຄສົກ​ທະນາຄານ​ກາງ​ກ່າວ​ວ່າ,ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ໄດ້​ນຳ​ເອົາ​ຄວາມ​ຫຍຸ້ງຍາກ​ແລະ​ຄວາມ​ບໍ່​ແນ່​ນອນ​ຢ່າງ​ຫລວຫງລາຍ​ມາ​ໃຫ້​ເສດຖະກິດ​ທົ່ວ​​ໂລກ​ແລະ​ເສດຖະກິດ​ຈີນ,ຈີນຮັດ​ແຫນ້ນ​ຂະຫນາດ​ອັດຕາ​ແລກປ່ຽນ​ເງິນ​ຢວນລອຍ​ຕົວ​ເພື່ອ​ຕ້ານ​ກັບ​ວິ​ກິດ​ການ​ການ​ເງິນສາກົນ,​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ເອງ, ທັງມີ​ຜົນ​ດີ​​ໃຫ້​ເສດຖະກິດ​ຫມັ້ນຄົງ​ແລະ​ຟື້ນຄືນ​ເປັນ​ປົກກະຕິ​ໂດຍ​ໄວ.ທ່ານ​ກ່າວເນັ້ນວ່າ, ​ໃນ​ເວລາ​ທີ່​ວິ​ກິດ​ການ​ການ​ເງິນ​ສາກົນ​ຮ້າຍ​ແຮງ​ທີ່​ສຸດນັ້ນ,​​ເງິນຕາ​ຂອງ​ຫລາຍ​ປະ​ເທດທີ່​ແລກປ່ຽນ​ກັບ​ເງິນ​ໂດລາສະຫະລັດນັ້ນ​ໄດ້​ຫລຸດ​ລາຄາ​,​ແຕ່​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ກັບ​ເງິນ​ໂດລາ​ໄດ້​ຮັກສາ​ຄວາມ​ຫມັ້ນຄົງ​ໂດຍ​ພື້ນຖານ, ນີ້​ກໍ່​ເປັນ​ການ​ປະກອບສ່ວນ​ໃຫ້​ແກ່​ເສດຖະກິດ​ອາຊີ​ກໍ່​ຄື​ທົ່ວ​ໂລກ​ຟື້ນ​ຕົວ​ຄືນ​ໃຫມ່.

ກ່ຽວ​ກັບ​ທະນາຄານ​ກາງ​ປະກາດ​ການຊຸກຍູ້​ການ​ປະຕິ​ຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​ເງິນ​ຢວນຕື່ມ​ອີກ​ເທື່ອ​ນີ້,​ໂຄ​ສົກ​ຜູ່​ນີ້​ເຫັນ​ວ່າ,ປະຈຸ​ບັນ​ນີ້,​ເສດ​ຖະ​ກິດ​ຈີນ​ຟື້ນ​ຟູ​ເຕີບ​ໂຕ​​ໄປ​ສູ່​ທາງ​ດີ​ແລະ​ໝັ້ນ​ຄົງ,​ພ້ອມ​ກັນ​ນັ້ນ,​ການ​ເລັ່ງ​ລັດ​ປັບ​ປຸງ​ໂຄງ​ປະກອບ​ເສດ​ຖະ​ກິດ​​​ກໍ​ເປັນ​ວຽກ​ຮີບ​ຮ້ອນ,​ພໍ​​ດີ​ແມ່ນ​ໂອ​ກາດ​ທີ່​ດີ​ສຳ​ລັບ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຕື່ມ​ອີກ.​ການ​ປະ​ຕິ​ບັດ​ອັດ​ຕາ​ແລກ​ປ່ຽນ​ແບບ​ລອຍ​ຕົວ,​ເພີ່ມ​ຄວາມ​ອ່ອນ​ໂນ້ມ​ຂອງ​ອັດ​ຕາ​ແລກ​ປ່ຽນ,​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ໃຫ້​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ທັນ​ສະ​ໄໝ​ຂຶ້ນ,​ຜ່ອນ​ຄາຍ​ການ​ເສຍ​ຄວາມ​ດຸນ​ດ່ຽງ​ດ້ານ​ການ​ຄ້າ​ແລະ​ເຮັດ​ໃຫ້​ເສດ​ຖະ​ກິດ​ຫຼຸດ​ຜ່ອນ​ການ​ອີງ​ອາ​ໄສ​ການ​ຄ້າ​ຂາ​ອອກ​ຫຼາຍ​ເກີນ​ໄປ,​ມີ​ຜົນ​ດີ​ຕໍ່​ການ​ສະ​ກັດ​ກັ້ນໄພ​ເງິນ​ເຟີ້​ແລະ​ຟອງ​ສະ​ບູ່​ດ້ານ​ຊັບ​ສິນ,​ແລະ​ເສີມ​ສ້າງ​ຄວາມ​ເປັນ​ເຈົ້າ​ການ​ແລະ​ຄວາມ​ມີ​ປະ​ສິດ​ທິ​ຜົນ​ຂອງ​ການ​ຄວບ​ຄຸມທາງ​​ມະຫາ​ພາກ,​ແລະ​ຍັງ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ຈີນ.

ໂຄສົກ​ຂອງ​ທະນາຄານ​ກາງ​ຍັງ​ຊີ້​ອອກ​ວ່າ,ປະຈຸ​ບັນ​ນີ້,ການ​ຄ້າຂາ​​ເຂົ້າກັບຂາ​ອອກ​ຂອງ​ຈີນ​ຄ່ອຍໆ​ຟື້ນ​ຟູ​ຄວາມດຸນ​ດ່ຽງ,​ໂຄງ​ການ​ທີ່​ມີ​ມູນ​ຄ່າ​​ຂາ​ອອກ​ຫຼາຍ​ກວ່າ​ຂາ​ເຂົ້າ​ເລື່ອຍໆ​ນັ້ນ​ກວມ​ຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ໜ້ອຍ​ລົງ​ຢ່າງ​ເດັ່ນ​ຊັດ,​ລາຍ​ຮັບ​ກັບ ລາຍ​ຈ່າຍ​​ຄ່ອຍໆ​ດຸນ​ດ່ຽງ​ກັນ.​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ບໍ່​ມີ​ພື້ນ​ຖານ​ທີ່​ຈະ​ເກີດ​ການ​ປັ່ນ​ປ່ວນ​​ແລະ​ປ່ຽນ​ແປງ​ຂະ​ໜາດ​ໃຫຍ່​ອີກ.​ທ່ານ​ກ່າວ​ເນັ້ນ​ວ່າ,​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ປັ່ນ​ປ່ວນ​ຂະ​ໜາດ​ໃຫຍ່​ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ເສດ​ຖະ​ກິດ​ແລະ​ການ​ທະ​ນາ​ຄານ​ຂອງ​ຈີນ,​ບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ຈີນ,​ການ​ຮັກ​ສາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ໃຫ້​ຢູ່​ໃນ​ລະ​ດັບ​ອັນ​ເໝາະ​ສົມ​ແລະ​ດຸນ​ດ່ຽງ​ຢ່າງ​ໝັ້ນ​ທ່ຽງ​ແມ່ນ​ສ່ວນ​ປະ​ກອບ​ອັນ​ສຳ​ຄັນ​ຂອງ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ກົນ​ໄກ​ອັດຕາ​ແລກ​ປ່ຽນ​ເງິນ​ຢວນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ