ທ່ານ​ຫູ​ຈີນ​ທ່າວ​ຈະ​ເດີນ​ທາງ​ໄປ​ກາ​ນາ​ດາ,​ຈີນ​ເອົາ​ໃຈ​ໃສ່​ນຳ​ບັນ​ຫາ​ພັດ​ທະ​ນາ​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​G20​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ໂຕ​ຣອນ​ໂຕ

(GMT+08:00) 2010-06-23 16:25:52     cri
ຕອນ​ບ່າຍ​ວັນ​ທີ 23 ມິຖຸນາ​ນີ້, ທ່ານ​ຫູ​ຈີນ​ທ່າວ, ປະທານ​ປະ​ເທດ​ຈີນ​ຈະ​ເດີນທາງ​ໄປ​ກາ​ນາ​ດາ, ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ປະ​ມຸກ​ລັດ​ຈີນ​ຢ້ຽມ​ຢາມ​ກາ​ນາ​ດາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​5​ປີ,​ນອກ​ຈາກ​ນັ້ນ​ທ່ານ​ຫູ​ຈີນ​ທ່າວ​ຍັງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​20​ປະ​ເທດ​ຫຼື​G20​ຄັ້ງ​ທີ 4 ທີ່​ຈັດ​ຂຶ້ນ​ຢູ່​ໂຕ​ຣອນ​ໂຕ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນຢູ່​ທີ່​ປັກ​ກິ່ງ, ທ່ານ​ຊຸຍ​ທ່ຽນ​​ໄຂ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ວ່າ,​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ພໍ​ດີ​ແມ່ນ​ຈີນ​ກາ​ນາ​ດາ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ​40​ປີ,​ຈິ່ງ​ມີ​ຄວາມ​ໝາຍ​ພິ​ເສດ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຂອງ​ສອງ​ປະ​ເທດ:

"ການ​ຢ້ຽມຢາມ​ກາ​ນາ​ດາ​ຂອງ​ປະທານ​ຫູ​ຈີ​ນທ່າວ​ເທື່ອ​ນີ້​ແມ່ນ​ປະມຸກ​ລັດ​ຈີນ​ຢ້ຽມຢາມ​ກາ​ນາ​ດາ​ເປັນຄັ້ງ​ທຳ​ອິດ​ໃນ​ຮອບ​5​ປີ, ກໍ່​​ແມ່ນ​ເຫດ​ການ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ທີ່​ຈີນ​ກາ​ນາ​ດາ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ​40​ປີ, ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ກາ​ນາ​ດາ.​ພວກ​ເຮົາ​ເຊື່ອ​ວ່າ​ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ລະ​ຫວ່າງ​ສອງ​ຝ່າຍ,​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.​ພວກ​ເຮົາ​ຍິນ​ດີ​ຮ່ວມ​ກັນ​ກັບ​ກາ​ນາ​ດາ,​ຖື​ການ​ຢ້ຽມ​ຢາມ​ຂອງ​ເທື່ອ​ນີ້​ເປັນ​ໂອ​ກາດ​ສຳ​ຄັນ,​ບົນ​ພື້ນ​ຖານ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,​ຢູ່​ຮ່ວມ​ກັນ​ຢ່າງ​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​ເພີ່ມ​​ການ​ສົນ​ທະ​ນາ,​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ຕື່ມ​ອີກ,​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ກາ​ນາ​ດາ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສູງ​ກວ່າ​ເກົ່າ​ໃນ​ບາດ​ກ້າວ​ປະ​ຫວັດ​ສາດ​ໃໝ່.

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ​4​ຂອງ​ກຸ່ມG20ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ26​ຫາ​ວັນ​ທີ27​ມິຖຸນາ​ນີ້​ຢູ່​ໂຕ ຣອນ​ໂຕ​ຂອງ​ກາ​ນາ​ດາ,​ທີ່​ປະຊຸມ​ຈະ​ລົງ​ເລິກ​ປຶກ​ສາ​ຫາ​ລື​ສະ​ພາບ​ການ​ເສດ​ຖະ​ກິດ​ຂອງ​ໂລກ,​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ຂອງ​ເອີ​ລົບ,​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,​ຕໍ່​ເນື່ອງ​ແລະ​ສະ​ໝ່ຳ​ສະ​ເໝີ,​ການ​ປະຕິ​ຮູບ​ອົງ​ການ​ການ​ທະ​ນາ​ຄານ​ສາ​ກົນ,​ການ​ຄ້າ​ສາ​ກົນ​ແລະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ທະ​ນາ​ຄານ​ສາ​ກົນ​ເປັນ​ຕົ້ນ.​ນອກ​ຈາກ​ຜູ່​ນຳ​ຂອງ​ປະ​ເທດ​ພາ​ຄີ​G20​ແລ້ວ,​ຍັງ​ຈະ​ມີ​ຜູ່​ນຳ​ຂອງ​ບາງ​ປະ​ເທດ​ແລະ​ເຂດ​ແຄ້ວນ​ຢູ່​ອາ​ຊີ,​ອາ​ຟະ​ລິ​ກາ​ແລະ​ເອີ​ລົບ​,ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່ຂອງ​ອົງ​ການ​ສາ​ກົນ​ຕ່າງໆ,​ເປັນ​ຕົ້ນ​ວ່າ,​ສະ​ຫະ​ປະ​ຊາ​ຊາດ,​ອົງ​ການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼື​IMF,​ທະ​ນາ​ຄານ​ໂລກ,​ສະ​ພາ​ມົນ​ຕີ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເງິນ​ຫຼື​FSB,​ອົງ​ການ​ການ​ຄ້າ​ໂລກ​ຫຼື​WTO​ແລະ​ອົງ ການ​ແຮງ​ງານ​ສາກົນ​ກໍ່​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້.

​ເມື່ອ​ກ່າວ​ເຖິງ​ຄວາມ​ເຫັນ​ຂອງ​ຝ່າຍ​ຈີນ​ທີ່ມີ​ຕໍ່​G20​ແລະກົນ​ໄກກອງ​ປະຊຸມ​ສຸດ​ຍອດ,ທ່ານ​ຊຸ່ຍ​ທ່ຽນ​ໄຂ,​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: "ກອງ​ປະຊຸມ​ສຸດ​ຍອດG20​ແມ່ນ​​ເວທີ​ທີ່​ສຳຄັນ​ແລະ​​ມີປະສິດທິ​ຜົນ​ທີ່​ປະຊາ​ຄົມ​ໂລກ​ຮ່ວມ​ກັນ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາ​ກົນ​ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ສາ​ກົນ.​ຜ່ານ​ການ​ທຳ​ຄວາມ​ພະ​ຍາ​ຍາມ​ຂອງ​ຝ່າຍ​ຕ່າງໆ,​ກອງ​ປະ​ຊຸມ​ສຸດ​ຍອດ​ສາມ​ຄັ້ງ​ທີ່​ຜ່ານ​ມາ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ທີ່​ສຳ​ຄັນ​ໃນ​ຫຼາຍ​ດ້ານ.​ກອງ​ປະ​ຊຸມ​ໂຕ​ຣອນ​ໂຕ​ແມ່ນ​ກອງ​ປະ ຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ກອງ​ປະ​ຊຸມ​ສຸດ​ຍອດ​G20​ກາຍ​ເປັນ​ກົນ​ໄກ​ທີ່​ໝັ້ນ​ຄົງ​ແລ້ວ,​ມີ​ຄວາມ​ໝາຍ​ທີ່​ສືບ​ທອດ​ອັນ​ເກົ່າ​ເຊື່ອມ​ຕໍ່​ອັນ​ໃໝ່.​ຝ່າຍ​ຈີນ​ຫວັງ​ວ່າ,​ກອງ​ປະ​ຊຸມ​ສຸດ​ຍອດ​ໂຕ​ຣອນ​ໂຕ​ຈະ​ຜັນ​ຂະ​ຫຍາຍ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ຕ່າງໆ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ສາມ​ຄັ້ງ​ທີ່​ຜ່ານ​ມາ​ຢ່າງ​ຮອບ​ດ້ານ​ແລະ​ແທ້​ຈິງ,​ປົກ​ປັກ​ຮັກ​ສາ​ສັດ​ທາ​ແລະ​ຖາ​ນະ​ບົດ​ບາດ​ຂອງ​G20,​ເຮັດ​ໃຫ້​G20​ຮັກ​ສາ​ຖາ​ນະ​ບົດ​ບາດ​ທີ່​ເປັນ​ເວທີ​ສຳ​ຄັນ​ແຫ່ງ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ໜຽວ​ແໜ້ນ."

ໃນ​ຖານະ​ເປັນ​ອົງ​ກອນ​ເສດຖະກິດ​ຈະ​ເລີ​ນ​ໃໝ່​ທີ່​ສຳຄັນທີ່​ມີທ່າ​ແຮງ​ບົ່ມ ຊ້ອນຫຼາຍທີ່​ສຸດ​​ດ້ານ​ການ​ເຕີບ​ໂຕ​ແລະ​ມີ​ຄວາມ​ຊີ​ວິດ​ຊີ​ວາ​ຫຼາຍ​ທີ່​ສຸດ​ໃນ​​​ເສດ ຖະກິດ​ໃນ​ໂລກ​ປະຈຸ​ບັນ​ນີ້,​ຈີນ​ມີ​ຄວາມ​ຫວັງ​ຫຼາຍ​ຢ່າງ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ນີ້, ​ເຊິ່ງ​ລວມ​ທັງ:​ເພີ່ມ​ການ​ປະ​ສານ​ງານ​ດ້ານ​ນະ​ໂຍບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ຝ່າຍ​ຕ່າງໆ,​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໂຄ​ຕາ​ຂອງ​ອົງ​ການ​IMF​ແລະ​ປະ​ຕິ​ຮູບ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຕໍ່​ການ​ທະ​ນາ​ຄານ,​ແລະ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ເປັນ​ຕົ້ນ.​ນອກ​ຈາກ​ບັນ​ຫາ​ເສດ​ຖະ​ກິດ,​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ,​ຈີນ​ກໍ່​ເອົາ​ໃຈ​ໃສ່​ພິ​ເສດ​ຕໍ່​ບັນ​ຫາ​ການ​ພັດ​ທະ​ນາ,​ຫວັງ​ວ່າ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສຸດ​ຍອດ​ໂຕ​ຣອນ​ໂຕ,​ຮ່ວມ​ກັບ​ສະ​ມາ​ຊິກ​G20​ຈະ​ປຶກ​ສາ​ຫາ​ລື​ບັນ​ຫາ​ການ​ພັດ​ທະ​ນາ,​ສະ​ໜອງ​ການ​ສະ ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ດ້ານ​ການ​ເມືອງ​ໃຫ້​ກອງ​ປະ​ຊຸມ​ລະ​ດັບ​ສູງ​ກ່ຽວ​ກັບ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກັນ​ຍາ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ