ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເອົາ​ໃຈ​​ໃສ່​ວິ​ທີ​ການ​ຜັນ​ຂະ​ຫຍາຍ​ການ​ເລັ່ງ​ລັດ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດຖະກິດ​ໃນ​ແຜນກາ​ນຫ້າ​ປີ​ຄັ້ງທີ12

(GMT+08:00) 2010-06-24 17:12:47     cri
ຕາມ​ຂ່າວCRI:ຫຼາຍມື້​ມາ​ນີ້,ມີ​ກຳມະການ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເກືອບ​300​ທ່ານ​ຈັດ​ກອງ​ປະ​ຊຸມ​ຢູ່​ປັກ​ກິ່ງ,​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ການ​ວາງ​ແຜນ​ການ​ຫ້າ​ປີ​ຄັ້ງ​ທີ​12​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ແລະ​ສັງ​ຄົມ​ຂອງ​ຈີນ,​ໃນ​ນັ້ນ,​ວິ​ທີ​ຜັນ​ຂະ​ຫຍາຍ​ການ​ເລັ່ງ​ລັດ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ແຜນ​ການ​ຫ້າ​ປີ​ຄັ້ງ​ທີ​12​ນັ້ນ​ແມ່ນ​ຈຸ​ດສຸມ​ໜຶ່ງ​ທີ່​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ ທັງ​ຫຼາຍ​ເອົາ​ໃຈ​ໃສ່.

ສະພາ​ປຶກສາ​ການ​ເມືອງປະຊາຊົນ​ເປັນອົງການ​ສຳຄັນ​ທີ່​ໝູ່​ຄະນະ​ພັກ​ຝ່າຍ​ຕ່າງໆ,​ຕົວ ​ແທນ​ຊົນ​ເຜົ່າ​ຕ່າງໆ​ແລະ​ວົງ​ການ​ຕ່າງໆ​ຂອງ​ຈີນ​ເຂົ້າ​ຮ່ວມ​ການ​ປົກ​ຄອງ​ປະ​ເທດ​ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ໃຜ​ລາວ,​ສະ​ນັ້ນ,​ການ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ແບບ​ປະ​ຊາ​ທິ​ປະ​ໄຕ​ຕໍ່​ການ​ວາງ​ແຜນ​ການ​ຫ້າ​ປີ​ໄດ້​ກາຍ​ເປັນ​ທຳ​ນຽມ​ປະ​ຕິ​ບັດ​ງານ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ແລ້ວ.​ການ​ຈັດ​ກອງ​ປະ​ຊຸມ​ກຳ​ມະ​ການ​ປະ​ຈຳ​ເທື່ອ​ນີ້​ກໍ່​ແມ່ນ​ເພື່ອ​ສະ​ເໜີ​ຂໍ້​ສະ​ເໜີ​ແລະ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ແຜນ​ການ​ຫ້າ​ປີ​ຄັ້ງ​ທີ​12.

ກຳມະການ​ທັງຫຼາຍ​​ເຫັນ​ວ່າ,​ໄລຍະ​ແຜນການ​ຫ້າ​ປີ​ຄັ້ງທີ12​ແມ່ນ​ໄລຍະ​ຂໍ​ກະ​ແຈ​​ທີ່​ຈີນ​ສ້າງ ສາ​ສັງຄົມ​ທີ່ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ,​ແມ່ນ​ຂັ້ນ​ຕອນ​ສຳ​ຄັນ​ທີ່​ດ້ານ​ໜຶ່ງ​ຕ້ອງ​ສືບ​ຕໍ່​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາ​ກົນ,​ອີກ​ດ້ານ​ໜຶ່ງ​ຕ້ອງ​ຊຸກ​ຍູ້​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ ຄົມ​ຂຶ້ນ​ສູ່​ບາດ​ກ້າວ​ໃໝ່.​ເສດຖ​ະກິດ​ສັງ​ຄົມ​ຂອງ​ຈີນ​ມີ​ການ​ພັດ​ທະ​ນາ​ດີ​ຫຼື​ບໍ່​ດີ​ໃນ​ຕໍ່​ໜ້າ,ຕົ້ນ ຕໍ​ແມ່ນ​ຂຶ້ນ​ຢູ່​ກັບ​ການ​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແລະ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ.​ກ່ຽວ​ກັບ​ເລື່ອງ​ນີ້,​ທ່ານ​ວາງ​ຊິ້ນ​ໝິນ,​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ,​ຮອງ​ປະ​ທານ​ສູນ​ກາງ​ພັກ​ຈື້ກົ່​ງ​ຈີນ​ຊີ້​ອອກ​ວ່າ,​ດ້ານ​ໜຶ່ງ​ທີ່​ສຳ​ຄັນ​ຂອງ​ການ​ເລັ່ງ​ລັດ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແມ່ນ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊີ້​ນຳ​ຂອງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ.​ທ່ານ​ກ່າວ​ວ່າ:

"ອອກ​ແຮງ​ເສີມ​ຂະຫຍາ​ຍບົດບາດຂອງ​ຄວາມ​ຕ້ອງການ​ພາຍ​ໃນ, ຊຸກຍູ້​​ໃຫ້ເສດຖະກິດ​ເຕີບ​ໂຕ​ຫັນປ່ຽນ​ຈາກ​ການອາ​ໄສ​ກາ​ນລົງທຶນ​ແລະ​ການ​ສົ່ງ​ອອກ​ມາ​ເປັນ​ການ​ອາ​ໄສ​ການ​ບໍລິ​ໂພ​ກ,​ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ແລະ​ປະສານ​ການ​ສົ່ງ​ອອກ.​ໂດຍ​ຜ່ານ​ການ​ປັ​ບປຸງ​ໂຄງ​ປະ​ກອບ​ແບ່ງ​ປັນ​ລາຍ​ໄດ້, ​ເພີ່ມ​ກຳ​ລັງ​ຊື້​ຂອງ​ປະຊາ​ຊົນ, ຖື​ການ​ເພີ່ມ​ທະວີ​ຄວາມ​ຕ້ອງ​ການ​ບໍລິ​ໂພ​ກ​ເປັນ​ຈຸດ​ສຳ​ຄັນ​ເພື່ອ​ເປີດ​ກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ."​ທ່ານ​ຫວາງ​ຊິນ​ໝິ້ນ​ສະ​ເໜີ​ວ່າ, ​ໃນ​ໄລ​ຍະ​ປະ​ຕິ​ບັດ​"ແຜນ​ການ 5 ປີ​ຄັ້ງ​ທີ 12", ​ເຮັດ​ໃຫ້​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ກວມ​45%​ຂອງ​GDP​ໃນ​ປະຈຸ​ບັນ​ໃຫ້​ຂຶ້ນ​ເປັນ 55%, ​ເຮັດ​ໃຫ້​ອັດ​ຕາ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ຈາກ​35% ​ໃນ​ປະ​ຈຸ​ບັນ​ຂຶ້ນ​ເປັນ​50%,​ພ້ອມ​ກັນ​ນັ້ນ,​ກໍ່​ຖື​ການ​ຫັນ​ເປັນ​​ຕົວ​ເມືອງ​ເປັນ​ຈຸດ​ຍຸດ​ທະ​ສາດ​ຂອງ​ການ​ເປີດ​ກວ້າງ​ຄວາມ​ຕ້ອງການຂອງ​ພາຍ​ໃນ.

ບັນດາກຳມະການ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ເຫັນ​ວ່າ, ຖ້າວ່າ​ອອກ​ແຮງ​ເພີ່ມ​ຄວາມ​ຕ້ອງ​ການ​ຂອງ​ພາຍ​ໃນ​ແມ່ນ​ແມ່​ແຮງ​ສຳ​ຄັນ​ທີ່​ເລັ່ງ​ການ​ປ່ຽນ​ແປງ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ການ​ຍົກ​ສູງ​ຄວາມ​ສາມາດ​ການ​ປະ​ດິດ​ສ້າງ​ໃໝ່​ໂດຍ​ຕົນ​ເອງ​ກໍ​ແມ່ນ​ໄດ້ກາຍ​ເປັນ​ຂໍ​ຈະ​ແກ​ທີ່​ເລັ່ງ​ລັດ​ການ​ປ່ຽນ​ແປງ​ຮູບ​ການ​ພັດ​ທະ​ນາ​ຂອງ​ເສ​ດຖະ​ກິດ.​ທ່ານ​ຫຼິວ​ຈ່ຽງ,​ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ວ່າ, ​ໃນ​ໄລຍະ​ແຜນ​ການ 5 ປີ ຄັ້ງ​ທີ 12"ຄວນ​ຊີ້​ນຳ​​ໃຫ້​ທົ່ວ​ສັງ​ຄົມ​ເພີ່ມ​ການ​ລົງ​ທຶນ​ດ້ານ​ການ​ປະດິດ​ສ້າງ​ໃໝ່, ຍົກ​ສູງ​ຄວາມ​ສາມາດ​ປະດິດ​ສ້າງ​ໃໝ່​​ໂດຍ​ຕົນ​ເອງ.

 "​ໃນ​ໄລຍະ​ແຜນ​ການ 5 ປີ​ຄັ້ງ​ທີ 12,ຄວນ​​ຫັນທິດ​ໄປ​ສູ່​ການ​ປະດິດ​ສ້າງ​ໃຫມ່​ດ້ວຍ​ຕົນ​ເ​ອງ,ຕ້ອງ​ສົ່ງ​ເສີມ​ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ທາງ​ຂອງ​ວິ​ສາ​ຫະ​ກິດ​ຫຼັກ​ແຫຼ່ງ​​ໃນ​ຂະ​ແຫນງ​ການ,​​ເສີມ​ສ້າງ​ໃຫ້​ການ​ຜະ​ລິດ​ກັບ​ການ​ຄົ້ນ​ຄວ້າ​ປະ​ສານ​ສົມ​ທົບ​ກັນ,​ ອອກ​ແຮງ​ຄັດ​ເລືອກ​ແລະ​ພັດ​ທະ​ນາ​ເຕັກ​ນິກ​ທີ່​ເປັນ​ຂໍ​ກະ​ແຈ​ອອກ​ມາ​ໃຫມ່​ເພື່ອ​ບັນ​ລຸ​ຄວາມ​ກ້າວ​ຫນ້າ​ເປັນ​ໃຈ​ກາງ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ,​ເພື່ອ​ຍົກ​ກຳ​ລັງ​ແຂ່ງ​ຂັນ​ທີ່​ເປັນ​ໃຈ​ກາງ​ວິ​ສາ​ຫະ​ກິດ​ໃຫ້​ສູ​ງຂຶ້ນ."

ນອກຈາກ​ເພີ່ມ​ທະວີ​ຄວາມ​ຕ້ອງການ​ພາຍ​ໃນ​ແລ​ະຍົກ​ສູງ​ຄວາມ​ສາມາດດ້ານ​ການ​ປະດິດ​ສ້າງ​ໃຫມ່ດ້ວຍ​ຕົນ​ເອງ,​ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈຳ​ນວນ​ຫນຶ່ງ​ຍັງ​ສະ​ເຫ​ນີ​ວ່າ​ຄວນ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ສີ​ຂຽວ​ໃນ​ການ​ວາງ​"ແຜນ​ການ​5​ປີ​ຄັ້ງ​ທີ 12", ​ເພື່ອ​ຊຸກ​ຍູ້​ການ​ປ່ຽນ​ແປງ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ຄວາມ​ເຫັນ​ແລະ​ຂໍ້​ສະ​ເຫ​ນີຂອງ​ບັນດາທ່ານກຳມະການ​ປະຈຳ​​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຈາກ​ທຸກ​ພາກ​ສ່ວນ​ຂອງ​ລັດ​ຖະ​ບານ​ຈີນ.​ໃນ​ເວ​ລາ​ທ່ານ​ຫຼີ​ເຄິ້​ຊຽງ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເທື່ອ​ນີ້,​ທ່ານ​ກ່າວ​ວ່າ,​ສຳ​ລັບ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເຫ​ນີ​ທີ່​ບັນ​ດາ​ທ່ານ​ກຳ​ມະ​ການ​ປະ​ຈຳ​ສະ​ເຫນີ​ອອກ​ມາ,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈະ​ນຳ​ໄປ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ແລະ​ຮັບ​ຮອງ​ເອົາ​ເປ​ປັນ​ຢ່າງ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ