ວັນ​ແຫ່ງ​ຫໍ​ວາງສະ​ແດງ​ກຳປູ​ເຈຍ

(GMT+08:00) 2010-06-28 18:20:26     cri

ຕາມ​ຂ່າວ CRI: ວັນ​ທີ 28 ມິຖຸນາ​ນີ້​ແມ່ນ​ວັນ​ແຫ່ງ​ຫໍ​ວາງສະ​ແດງ​ກຳປູ​ເຈຍ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ, ນັກ​ສິນລະປິນ​ຕ່າງໆ​ຂອງ​ກຳປູ​ເຈຍ​ໄດ້​ສະ​ແດງ​ການ​​ເຕັ້ນ​ລຳ​ທີ່​ໂດດ​ເດັ່ນໃຫ້​ຜູ້​ຊົມ. ທ່ານ​ວາງ​ຊ່າວ, ຜູ້​ຊ່ອຍ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ກັບ​ທ່ານ​ຈຳປຼະສິດ, ລັດຖະມົນຕີ​ລັດຖະກິດ​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຄ້າ​​ໄດ້​ເຂົ້າຮ່ວມ​ກິດຈະກຳ​ສະຫຼອງຢູ່​ສູນ​ວາງສະ​ແດງ​ໂລກ​ຊຽງ​ໄຮ.


ທ່ານ​ວາງ​ຊ່າວ​ກ່າວ​ປາ​ໄສ​ວ່າ, ​ແມ່​ນ້ຳ​ລ້ານ​ຊ້າງ​—​ແມ່​ນ້ຳຂອງ​​ເປັນ​ສາຍ​ພານ​ສາຍ​ໜຶ່ງເຮັດ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ຢູ່​ນຳ​ກັນ​ຢ່າງ​ສະໜິດ​ແໜ້ນ, ສ່ວນ​ວັນ​ແຫ່ງ​ຫໍ​ວາງສະ​ແດງ​ກຳປູ​ເຈຍ​ຈະ​ເຮັດ​ໃຫ້​ຄົນ​ທັງຫຼາຍສຳຜັດ​ກັບ​ສະຕິ​ປັນຍາ​ແລະຫົວຄິດ​ປະດິດ​ສ້າງ​ຂອງ​ປະຊາຊົນ​ກຳປູ​ເຈຍ​ໃນ​ເວລາ​ສັ້ນ, ນີ້​ກໍ່​ຄື​ສະ​ເໜ່ຂອງ​ງານ​ວາງສະ​ແດງ​ໂລກ, ກໍ່​​ແມ່ນຕົວຢ່າງທີ່ມີ​ຊີວິດ​ຊີວາ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກລວມທັງຈີນ​ແລະ​ກຳປູ​ເຈຍ​ຢາກສະ​ແຫວງ​ຫາ​ຕົວ​ເມືອງ​ທີ່​ດີງາມ​ກວ່າ​ເກົ່າ, ຊີວິດ​ທີ່​ດີກ​ວ່າ​ເກົ່າ​ແລະ​ມິດຕະພາບ​ທີ່​ເລິກ​ເຊິ່ງກວ່າ​ເກົ່າ, ຮ່ວມ​ກັນ​ສ້າງ​ຊີວິດ​ທີ່​ຢູ່ຮ່ວມ​ກັນ​ຢ່າງ​ກົມກຽວ​​ແລະ​ຢູ່​ກັບ​ທຳ​ມະ​ຊາດ​ຢ່າງ​ກົມກຽວ​, ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ