ມາດ​ຕະ​ການ​ຊ່ວຍ​ເຫລືອ​ເຂດ​ຊິນ​ຈ່ຽງ​ຈະ​ຊ່ວຍ​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ​ຊິນ​ຈຽງ​ມີ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

(GMT+08:00) 2010-07-05 18:14:34     cri


​ເຫດການ 5 ກໍ​ລະ​ກົດ​ທີ່​ເກີດ​ຂຶ້ນ​ຢູ່​​ເມືອງ​ອູ​ລຸ​ມກີ​ຂອງ​ເຂດ​ຊິນ​ຈຽງ​ຈີນ​ໄດ້​ຜ່ານ​ໄປ​ຄົບ​ຮອບ​ຫນຶ່ງ​ປີ​ແລ້ວ.​ເມື່ອ​ຫວນ​ຄືນ​ຫນຶ່ງ​ປີກ່ອນ, ຄົນ​ທັງ​ຫລາຍ​ຍັງ​ລືມ​​ເຫດການທີ່​ເກີດ​ຂຶ້ນ​ໃນຕອນ​ນັ້ນ, ​ແຕ່​ປັດຈຸບັນ, ​ເລື່ອງ​ທີ່​​ໄດ້​ເວົ້າເຖິງ​ຫລາຍ​ກວ່າ​ຫມູ່​ນັ້ນ​ແມ່ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງຄົມຂອງ​​ຊິນ​ຈຽງ.ນັກ ວິຊາການ​ຊີ້​ອອກ​ວ່າ,ປີ​ນີ້ ການວາງ​ຫລາຍມາດ​ຕະການ​ຊ່ວຍ​ເຫລືອ​ເຂດ​ຊິງ​ຈຽງຈະ​ເຮັດ​ໃຫ້​ປະຊາຊົນ​ເຂດ​ຊິນ​ຈຽງກັບ​ປະຊາຊົນ​ຈີນ​ທົ່ວ​ປະ​ເທດ,ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນເພື່ອ​ໃຫ້​ເສດຖະກິດ​ສັງຄົມ​ຊິນ​ຈຽງ​ພັດທະນາ​ຢ່າງ​ວ່ອງ​ໄວ.ຕໍ່​ໄປ ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ລະອຽດ.

ການ​ປ່ຽນ​ແປງ​ໃຫຍ່​ທີ່​ສຸດ​ຂອງ​ເຂດ​ຊິນ​ຈຽງ​ເຜົ່າ​ອູ​ຍ​ເກີ​ປົກຄອງ​ຕົນ​ເອງ​ໃນ​ປີ​ນີ້​ກໍ່​ແມ່ນ:​ໃນ​ກອງ​ປະຊຸມ​ວຽກ​ງານ​ເຂດ​ຊິນ​ຈຽງ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ໄດ້​ວາງ​ນະ​ໂຍບາຍ​ສຳຄັນ​ເພື່ອ​ໃຫ້​ເຂດ​ຊິນ​ຈຽງ​ມີ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ແລະ​ສັງຄົມ​ມີ​ຄວາມ​ສະຫງົບ​ຢ່າງ​ຍາວ​ນານ. ຕໍ່​ເລື່ອງ​ນີ້, ທ່ານ​ລີ​ເຊິ່ງ, ນັກ​ຄົ້ນຄວ້າ​ຂອງ​ສູນ​ຄົ້ນຄວ້າ​ປະ​ຫວັດ​ສາດ​ແລະ​ພູມ​ສາດ​ເຂດ​ຊາຍ​ແດນ​ຂອງ​ຈີນ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງຄົມ​ຈີນ​ເຫັນ​ວ່າ, ​ເຫດ​ການ​ຈະ​ລາ​ຈົນ 5 ກໍ​ລະ​ກົດ​ທີ່​ເກີດ​ຂຶ້ນ​ໃນ​ປີ​ກາຍ​ນີ້​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຫນັກຫນ່ວງ​ໄປ​ໃຫ້​ປະຊາຊົນ​ເຂດ​ຊິນ​ຈຽງ, ປັດ​ຈຸ​ບັນ, ລັດ​ຖະ​ບານ​ ​ພວມ​ອອກ​ແຮງ​ປ້ອງກັນ​ສະພາບ​ແວດ​ລ້ອມ​ທາງ​ສັງ​ຄົມ​ທີ່​ຫມັ້ນຄົງ​ປອດ​ໄພທີ່​ປະຊາຊົນ​ເຂດ​ຊິງ​ຈຽງ​ຕ້ອງ​ການ​ຢ່າງ​ສູງ.

"​ເຫດການ​"ວັນ​ທີ5​ກໍລະກົດ"​ແມ່ນ​ເລື່ອງ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນຈັກ​ເທື່ອ​ໃ​ນປະຫວັດ​ຮ້ອຍ​ປີ​ຂອງ​ເຂດ​ຊິ່ນ​ຈ່ຽງ.ມາ​ຮອດ​ປະ​ຈຸ​ບັນ​ນີ້,​ການ​ຂົ່ມຂູ່​ຍັງ​ຄົງ​ຊົງ​ຕົວ​ຢູ່,​ສັງ​ຄົມ​ຍັງ​ອ່ອນ​ແອ​ຫຼາຍ.​ສິ່ງ​ທີ່​ປະ​ຊາ​ຊົນ​ຊິ່ນ​ຈ່ຽງ​ຕ້ອງ​ການ​ທີ່​ສຸດ​ໃນ​ປະ​ຈຸ​ບັນ​ນີ້​,ອັນ​ທີ​ໜຶ່ງ​ແມ່ນ​ຄວາມ​ປອດ​ໄພ,ອັນ​ທີ​ສອງ​ແມ່ນ​ຄວາມ​ໝັ້ນ​ຄົງ.​ຄວາມ​ປອດ​ໄພ​ຕ້ອງ​ອາ​ໄສການ​ປົກ​ປ້ອງ​ດ້ວຍ​ຊ່ອງ​ທາງ​ຕ່າງໆ​ຂອງ​ພາກ​ສ່ວນ​ອຳ​ນາດ​ພັກ​ແລະ​ລັດ ​ເຊັ່ນ:​ກອງ​ປ້ອງ​ກັນ​ຄວາມ​ສະ​ຫງົບ,​ຕຳ​ຫຼວດ​ປະ​ກອບ​ອາ ວຸດ​ແລະ​ທະ​ຫານ.​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ​ພັກ​ແລະ​ລັດ​ແມ່ນ​ໃຊ້​ວິ​ທີ​ຕ່າງໆ​ຫຼີກ​ລຽງ​ບໍ່​ໃຫ້​ເກີດ​ເຫດ​ການ​ກໍ່​ການ​ຮ້າຍ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ແບບ​ນີ້​ອີກ​ຢ່າງ​ເດັດ​ຂາດ.​ມື້​ນີ້​ໄດ້​ຄົບ​ຮອບ​ປີ​ໜຶ່ງ​ແລ້ວ,​ເປົ້າໝາຍ​ນີ້​ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ໄດ້​ບັນ​ລຸ​ຄວາມ​ເປັນ​ຈິງ​ແລ້ວ."

ເພື່ອ​ຮັກ​ສາ​ຄວາມປອດ​ໄພ​ແລະ​ຄວາມ​ໝັ້ນຄົງ​ທາງ​ສັງຄົມ​ເຂດ​ຊິ່ນ​ຈ່ຽງ,ແຜນການ​ຊ່ວຍ​ເຫຼືອດ້ານ​ເສດຖະກິດ​ທີ່​ລັດຖະບານ​​ໃຊ້​ຕໍ່​ເຂດ​ຊິ່ນ​ຈ່ຽງ​ນັ້ນ​ເຮັດ​ໃຫ້​ຊິ່ນ​ຈ່ຽງ​ກາຍ​ເປັນ​ບ່ອນ​ທົດ​ລອງ​ການ​ປະ​ຕິ​ຮູບ​ອາ​ກອນ​ຊັບ​ພະ​ຍາ​ກອນ,​ບ່ອນ​ເຕົ້າ​ໂຮມ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ,​ບ່ອນ​​ເຂດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ສຸດ​ແຮງ​ສຸດ​ໃຈ​​ໃຫ້ການ​ສະ​ໜັບ​ສະ​ໜູນຢ່ງ​ງສຸດ​ໃຈ​ແລະ​ບ່ອນ​ທີ່​ພະ​ຍາ​ຍາມ​ກໍ່​ສ້າງ​ຈຸດ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ອັນ​ໃໝ່.​ກ່ຽວ​ກັບ​ເລື່ອງ​ເຫຼົ່າ ນີ້,​ນາງ​ຫຼີ​ຊິ່ນ​ເອີ,​ຮອງ​ຫົວ​ໜ້າ​ພະ​ແນກ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ສູນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນ​ຈ່ຽງ​ເຫັນ​ວ່າ,​ການ​ພັດ​ທະ​ນາ​ເຂດ​ຊິ່ນ​ຈ່ຽງ,​ເວົ້າ​ຈາກ​ດ້ານ​ພື້ນ​ຖານ​ແລ້ວ,​ຍັງ​ຕ້ອງ​ອາ​ໄສ​ການ​ເສີມ​ຂະ​ຫຍາຍ ຄວາມ​ຫ້າວ​ຫັນ,​ຄວາມ​ເປັນ​ເຈົ້າ​ການ​ແລະ​ຄວາມ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ​ຊົນ​ເຜົ່າ​ຕ່າງໆ​ຂອງ​ເຂດ​ຊິ່ນ​ຈ່ຽງ​ອີກ.​ນາງ​ເວົ້າ​ວ່າ:

"​ໃນ​ຂະ​ບວນການວາງ​ແຜນ​ອອກ​ແບບ​ແລະ​ຂະ​ບວນການ​ການ​ກໍ່ສ້າງ, ສາມາດ​ສະ​ແດງ​ໃຫ້​ເຫັນສະຕິ​ປັນຍາ​ຂອງ​ພວກ​ເຮົາ​ໃນ​ຂະ​ບວນການ​ເຮັດ​​ວຽກໄດ້​ເປັນ​ຢ່າງ​ດີ. ຮຽນ​ນຳ​ແລະ​ເຮັດ​ນຳ​ເຂົາ​ເຈົ້າ, ​ແລ້ວ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ຕົນ, ​ເພີ່ມ​ຄວາມ​ສາມາດ​ດ້ານ​ການ​ພັດທະນາ​ຕົນ​ເອງ​ຂອງ​ພວກ​ເຮົາ​ຢ່າງ​ບໍ່​ຢຸດ​ຢັ້ງ."

ໃນ​ການ​ສົນທະນາ​ວຽກ​ງານ​ເຂດ​ຊິນ​ຈ່ຽງຂອງລັດຖະບານໃນ​ປີ​ນີ້, ​ໄດ້​ຕົກລົງ​​ເປົ້າ​ໝາຍ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ສຳລັບປີ 2015, GDPສະ​ເລ່ຍຕໍ່​ຫົວ​ຄົນ​ຕໍ່​ປີ​ຂອງ​ເຂດ​ຊິນ​ຈ່ຽງ​ໃຫ້ບັນລຸ​ລະດັບ​ສະ​ເລ່ຍຂອງ​ທົ່ວ​ປະ​ເທດ.

ກ່ຽວ​ກັບ​ມາດ​ຕະການ​ທີ່​ປັບປຸງ​ແລະ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂດ​ຊິນ​ຈ່ຽງ, ອົງການ​ປົກຄອງ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊິນ​ຈ່ຽງ​ໄດ້​ວາງ​ຕາ​ຕະລາງ​ເວລາ​ທີ່​ລະອຽດ​ທີ່​ສຸດຄື: ພະຍາຍາມ​ສຳ​ເລັດ​ໜ້າ​ທີ່​ການ​ກໍ່ສ້າງ​ໂຄງການ​ເຮືອນ​ຢູ່ຊົນນະບົດ​​ໃຫ້​ 7 ​ແສນ​ຄອບຄົວ​ໃນ​ທົ່ວ​ເຂດ​ປົກຄອງ​ຕົນ​ເອງພາຍ​ໃນ 5 ປີ, ​ແກ້​ໄຂ​ບັນຫາ​​ເຮືອນ​ຢູ່​ຂອງ​ຊາວ​ລ້ຽງສັດ 1 ​ແສນຄອບຄົວ​ໃຫ້​ໄດ້​ໃນ​ຂັ້ນ​ພື້ນຖານພາຍ​ໃນ 10 ປີ,  ​​ເຜີຍ​​ແຜ່ການ​ສຶກສາ​ພາສາ​ຈີນ​ແລະ​ພາສາ​ຊິນ​ຈ່ຽງ​​ໃຫ້​ທົ່ວ​ເຖິງພາຍ​ໃນ 5 ປີ, ສ້າງ​ລະບົບ​ປະກັນ​ໄພ​ລ້ຽງ​ຜູ້​ເຖົ້າ​ຊົນນະບົດ​ແບບ​ໃໝ່​ໃນ​ເວລາ 2 ປີ. ຄຽງ​ຄູ່​ກັບ​ການ​ປະຕິບັດ​ຕາ​ຕະ​ລາງ​ເວລາ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄວ​ກວ່າ​ເກົ່າ​ຢ່າ​ງບໍ່​ຢຸດ​ຢັ້ງ, ຕົວ​ເລກ​ດັດຊະນີ​ດ້ານ​ຄວາມສຸກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຂອງ​ເຂດ​ຊິນ​ຈ່ຽງກໍ​ພວມ​ເລັ່ງລັດ​​ເຮັດ​ໃຫ້ສູງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ