ຈີນ-EU​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ຕື່ມ​ອີກ

(GMT+08:00) 2010-07-07 17:26:15     cri
ຕາມ​ຂ່າວCRI:ວັນ​ທີ6​ກໍລະກົດ​ນີ້,ກອງ​ປະຊຸມ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ຈີນ​ກັບ​ສະຫະພາບ​ເອີ​ລົບ​ຫຼືຄັ້ງທີ8​ໄດ້​ເປີດ​ສາກ​ຢູ່​ຫໍ​​ແບນ​ຊິກ​-​ສະ​ຫະ​ພາບ​ເອີ​ລົບ​ຂອງ​ງານ​ວາງ ສະ​ແດງ​ໂລກ​ຊຽງ​ໄຮ້.​ທ່ານ​ວັ້ນ​ກ່າງ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ວິ​ທະ​ຍາ​ສາດ​ເຕັກ​​ໂນ​​ໂລ​ຊີ​ຈີນ​ແລະ​ທ່ານ​ກັນ​ເທີ ​ເອິດ​ທິນ​ເກີ,​ກຳ​ມະ​ການ​ດ້ານ​ພະ​ລັງ​ງານ​ຂອງ​ຄະນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ລົບ​ລ້ວນ​ແຕ່​ກ່າວ​ວ່າ,​ຫວັງ​ຢາກ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ,​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ສະ​ອາດ. ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,​ທ່ານ​ວັ້ນ​ກ່າງ​ກ່າວ​ວ່າ,​ຈີນ​ສະ​ຫະ​ພາບ​ເອີ​ລົບ​​ໃນ​ຖານະ​ເປັນ​ສອງ​ອົງ​ກອນ​ເສດ​ຖະ​ກິດ​ໃຫຍ່​ແລະ​ມີ​ບົດ​ບາດ​ສູງ​ຫຼາຍ​ໃນ​ໂລກ,​ໄດ້​ມີ​ກົນ​ໄກ​ຮ່ວມ​ມື​ທີ່​ສົມ​ບູນ​ສົມ​ຄວນ​​ໃນ​ດ້ານ​ນະ​ໂຍ​ບາຍ​ພະ​ລັງ​ງານ,​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ແລະ​ການ​ແລກ​ປ່ຽນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,​ສອງ​ຝ່າຍ​ມີ​ພັນ​ທະ​ແລະ​ກໍ່​ມີໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ໃນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ,​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

"ສະຫະພາບ​ເອີ​ລົບ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີທີ່​ສຳຄັນ​ທີ່​ສຸດ​ຂອງ​ຈີນ. ນັບ​ແຕ່​ປີ​1998​ເປັນ​ຕົ້ນ​ມາ,​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ຈີນ-EU​ເອີ​ລົບ​ທຸກ​ຄັ້ງ​ທີ່​ຜ່ານ ມາ,​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ສຳ​ຄັນ​ຂອງ​ກອງ​ປະ​ຊຸມ​ນີ້​ທີ່​ເປັນ​ກົນ​ໄກ​ປຶກ​ສາ​ຫາ​ລື​ປະ​ຈຳ​ປີ​ລະ​ດັບ​ສູງ​ສຸດ.​ຫຼາຍ​ປີ​ມາ​ນີ້,​ຍັງ​ໄດ້​ສ້າງ​ຕັ້ງ​ສູນ​ອົບ​ຮົມ​ການ​ຄຸ້ມ​ຄອງ​ພະ​ລັງ​ງານ​ຈີນ​ເອີ​ລົບ,​ແລະ​ດຳ​ເນີນ​ຫຼາຍ​ໂຄງ​ການ​ຮ່ວມ​ມື,​ຄື:​ໂຄງ​ການ​ພະ​ລັງ​ງານ​ສິ່ງ​ແວດ​ລ້ອມ​ຈີນ​ເອີ​ລົບ​​ແລະ​ອື່ນໆ.​ປີ​ນີ້,​ທ່ານ​ໂຈ​ເຊ ມາ​ນູ​ເອວ ບາ​ໂຣ​ໂຊ​ໄດ້​ເລີ່​ມ​ໂຄງ​ການ​ສູນ​ພະ​ລັງ​ງານ​ສະ​ອາດ​ຈີນ​ເອີ​ລົບ​​ໂດຍ​ຕົນ​ເອງ.​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ລະ​ຫວ່າງ​ຈີນ​ກັບ​ເອີ​ລົບ​ໄດ້​ປະກົດ​ມີ​ທ່າ​ອຽງ​ທີ່​ດີ​ທີ່​ໝັ້ນ​ຄົງ,​ເປັນ​ປົກ​ກະ​ຕິ,​ມີ​ຫຼາຍ​ເນື້ອ​ໃນ​ແລະ​ເລິກ​​ເຊິ່ງ."

ປີ 2009, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​​ໃຫຍ່ອັນດັບ​ທີ​ໜຶ່ງ​ໃນການ​ຜະລິດ​ພະລັງງານ​ແລະ​ປະ​ເທດ​ໃຫຍ່​ອັນ​ດັບ​ທີສອງ​ທີ່​ບໍລິ​ໂພ​ກພະລັງງານ​ໃນ​ໂລກ. ​ໃນ​ໂຄງ​ປະກອບ​ບໍລິ​ໂພກພະລັງງານ​ນັ້ນ, ​ຖ່ານ​ຫີນ​ ​ກວມ 70%, ​ໃນ​ນັ້ນ​ພະລັງ​ງານໄຟຟ້າ​ມີ 80% ​ແມ່ນ​ຜະລິດ​ຈາກ​ໂຮງ​​ໄຟຟ້າ​ຖ່ານ​ຫີນ, ​ໂຄງ​ປະກອບ​ດັ່ງກ່າວຈະ​ປ່ຽນ​ແປງ​ຕ້ອງ​ໃຊ້​ເວລາ​ດົນສົມຄວນ. ທ່ານ​ວ້າງກ່າງ​ກ່າວ​ວ່າ, ຈີນ​ຈະ​ຖອດ​ຖອນ​ແລະ​ຮ່ຳຮຽນ​ບົດຮຽນທີ່ສຳ​ເລັດ​ຜົນ​ຂອງ​​ເອີ​ລົບ​ໃນ​ດ້ານ​ເຮັດ​ໃຫ້​ໂຄງ​ປະກອບ​ພະລັງງານ​ດີ​ຂຶ້ນ​ແລະ​​ເພື່ອ​ເຮັດ​ໃຫ້​ມີ​ພະລັງງານ​ຫຼາຍ​ແບບ

"ສະຫະພາບ​ເອີ​ລົບ​ມີ​ທ່າ​ແຮງ​ນຳ​ໜ້າ​ພິ​ເສດ​​ໃນ​​ເຕັກນິກ​ວິທະຍາສາດ​ພະລັງງານ​ເກົ່າ​ແລະ​ພະລັງງານ​ໃໝ່. ​ພະລັງ​ລົມ, ພະລັງ​​ແສງຕາ​ເວັນ​ແລະ​ພະລັງຄື້ນ​ທະ​ເລ​ເປັນ​ຕົ້ນ, ​ເຊິ່ງ​ເປັນ​ພະລັງ​ທີ່​ເກີດ​ໃໝ່​ໄດ້​ແລະ​ຂົງ​ເຂດ​ພະລັງງານ​ໃໝ່​ລ້ວນ​ແຕ່​ໄດ້​ພັດທະນາ​ດີ​ສົມຄວນ, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຕົວຢ່າງ​ທີ່​ດີ​ໃຫ້​ແກ່​ທົ່ວ​ໂລກ."

ທ່ານ​ກັນ​ເທີ ​​ເອິ​ທິງ​ເກີ, ກຳມະການ​ດ້ານ​ພະລັງງານ​ຂອງ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ກ່າວ​ໃນ​ຄຳ​ປາ​ໄສ​ວ່າ,ພາຍ​ໃນ 20 ກວ່າ​ປີ​ທີ່​ຜ່ານ​ມາ, ​ເອີ​ລົບກັບ​ຈີນໄດ້​ຮັບ​ຫມາກຜົນ​ຢ່າງ​ຫລວງຫລາຍ​ໃນ​ການ​ຮ່ວມ​ມື​ດ້ານ​ພະລັງງານ.ທ່ານ​ກ່າວ​ເນັ້ນວ່າ, ການ​ລົງ​ທຶນ​ໃສ່​ພະລັງງານ​ສະອາດ​ກໍ່​ແມ່ນ​ການ​ລົງທຶນ​ໃສ່​ອະນາຄົດ​ຂອງ​ມວນ​ມະນຸດ,ຈີນ​ແລະ​ເອີ​ລົບ​ຍັງ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ,​ແລະ​ເພີ່ມ​ງົບປະມານ​ໃຫ້​ຫລາຍ​ຂຶ້ນ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ​ໂດຍ​ຜ່ານ​ຄວາມ​ກ້າວຫນ້າ​ຂອງ​ເຕັກນິກ.ທ່ານ​ກ່າວ​ວ່າ:

ແຕ່​ກ່ອນ, ພວກ​ເຮົາ​ເຄີຍ​ຜ່ານ​ຜ່າ​ວິ​ກິດ​ການ​ເສດຖະກິດ​ຫລາຍ​ເທື່ອ,​ແຕ່​ຖ້າ​ຢາກ​ຜ່ານ​ຜ່າ​ວິ​ກິດ​ການ​ພະລັງງານ​ແລະ​ວິ​ກິດ​ການ​ດ້ານ​ດິນ​ຟ້າ​ອາກາດ​ແລ້ວ, ພວກ​ເຮົາ​ກໍ່​ບໍ່​ມີ​ທາງ​ເລືອກ​ແນວ​ອື່ນ,​ເພື່ອ​ພະລັງງານ​ໃນ​ອະນາຄົດ, ພວກ​ເຮົາ​ກໍ່​ຄວນ​ເລີ່​ມລົງທຶນໃນ​ມື້​ນີ້.ບາງ​ຄົນ​ອາດ​ຈະ​ເວົ້າວ່າ, ​ດຽວ​ນີ້​ພວກ​ເຮົາຍັງ​ບໍ່​ມີ​ຄວາມ​ສາມາດ​ຫາບ​ແບກ​ທຶນຮອນ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ພະລັງງານ​ໃຫມ່,​ແຕ່​ຂ້າພະ​ເຈົ້າຢາກ​ເວົ້າວ່າ, ຖ້າ​ພວກ​ເຮົາ​ບໍ່​ລົງມື​ເຮັດ​ແຕ່​ດຽວ​ນີ້, ຜົນ​ຮ້າຍ​ທີ່​ຈະ​ຕາມ​ມາໃນ​ອະນາຄົດ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ຈະ​ຫາບ​ແບກ​ບໍ່​ຫລ້ອນ.ມີ​ແຕ່​ວິ​ທະຍາ​ສາດທີ່​ກ້າວຫນ້າ​ຈິ່ງຈະ​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ​ຂອງ​ພວກ​ເຮົາ, ​ເຮັດ​ໃຫ້​ພວກ​ເຮົາ​ມີ​ກຳລັງ​ແຂ່ງຂັນ​ຕໍ່​ໄປ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ