ອາ​ເມ​ລິ​ກາ​ກ່າວ​ວ່າ,​ຈີນ​ບໍ່​ແມ່ນ​ປະ​ເທດ​ທີ່​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນ

(GMT+08:00) 2010-07-09 18:02:45     cri
ຕາມ​ຂ່າວCRI:ໃນ​ຕອນ​ບ່າຍວັນ​ທີ8​ກໍລະກົດ​ນີ້,ກະຊວງ​ການ​​ເງິນ​ອາ​ເມ​ລິ​ກາ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ອັດຕາ​ແລກປ່ຽນ​ປະ​ຈຳ​ເຄິ່ງ​ປີ.​ໃນ​ບົດ​ລາຍ​ງານ​ສະບັບ​ນີ້ຂຽນວ່າ,​ໃນ6​ເດືອນ​ທ້າຍ​ປີ 2009​ແລະ6​ເດືອນ​ຕົ້ນປີ2010,ຄູ່​ການ​ຄ້າ​ຕົ້ນຕໍ​ຂອງ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ບໍ່​ໄດ້​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນ,​​ແລະ​ກໍ່​ບໍ່​ໄດ້​ຮັບ​ທ່າ​ແຮງ​ດ້ານ​ການ​​ແຂ່ງຂັນ​ທີ່​ບໍ່​ຖືກ​ຕ້ອງ​ຈາກ​ການ ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນ.​ກ່ຽວ​ກັບ​ເລື່ອງ​ນີ້.​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ໃຫ້​ຄຳ​ຕອບ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນຫາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ທີ່​ວ່າ:​ຈີນ​ບໍ່​ແມ່ນ​ປະ​ເທດ​ທີ່​ຄອບ​ງຳ​ອັດຕາ​ແລກ ປ່ຽນ.

ໃນບົດ​ລາຍງານ​ຂອງ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາຂຽນ​ວ່າ,​ໃນ​ປີ2009,​ນອກ​ຈາກ​ເບຼ​ຊິນ,​ສະ​ພາບ​ການ​ຂາດ​ດຸນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​​ຄູ່​ການ​ຄ້າ​ຕົ້ນ​ຕໍ​ປະ​ເທດ​ອື່ນໆ​ລ້ວນ​ແຕ່​ມີ​ການ​ຜ່ອນ​ຜັນ.​ຂຸມ​ການ​ເງິນ​ຂອງ​ບັນ​ຊີ​ເດີນ​ສະ​ພັດ​ອາ​ເມ​ລິ​ກາ​ຮັກ​ສາ​ຢູ່​ລະ​ດັບ​ຕ່ຳ​ສຸດ​ໃນ10​ກວ່າ​ປີ​ຜ່ານ​ມາ.​ສະ​ນັ້ນ,​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ,​ຄູ່​ການ​ຄ້າ​ຕົ້ນ​ຕໍ​ຂອງ​ອາ​ເມ​ລິ​ກາ​ບໍ່​ໄດ້​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ເງິນ​ຕາ​ປະ​ເທດ​ຕົນ​ກັບ​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ຍາດ​ແຍ່ງ​ເອົາ​ທ່າ​ແຮງ​ທີ່​ບໍ່​ຍຸດ​ຕິ​ທຳ​ໃນ​ການ​ຄ້າ​ລະ​ຫວ່າງ​ຊາດ.

ກ່ຽວ​ກັບຂໍ້​ສະຫຼຸບນີ້ຂອງ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ,​ທ່ານ​​ແອ​ວ​ເບີດ ​ເຄຍ​ເດ​ວ,ນັກຄົ້ນ ຄວ້າ​ຜູ່​ມີປະສົບ​ການ​ສູງ​ຂອງ​ສະ​ພາ​ມົນ​ຕີ​ອັດ​ລັງ​ຕິກ​ອາ​ເມ​ລິ​ກາ,​ທັງ​ເປັນ​ນັກ​ເສດ​ຖະ​ສາດ​ທີ່​ມີ​ຊື່​ສຽງ​ຕີລາຄາ​ວ່າ,​ຂໍ້​ມູນ​ແລະ​ຄວາມ​ຈິງ​ຈຳ​ນວນ​ຫຼວງ​ຫຼາຍ​ຢັ້ງ​ຢືນ​ວ່າ,​ຈີນ​ບໍ່​ສອດ​ຄ່ອງ​ກັບ​ນິ​ຍາມ​ຄວາມ​ໝາຍ​ທີ່​ວ່າ​"ປະ​ເທດ​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນ",​ສະ​ນັ້ນ​ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ເງິນ​ແມ່ນ​ເວົ້າ​ຖືກ​ກັບ​ຄວາມ​ເປັນ​ຈິງ.

ທ່ານ​ກ່າວ​ວ່າ: "ຂ້າພະ​ເຈົ້າ​ເຫັນ​ວ່າ​ກະຊວງ​ການ​ເງິນຕົກລົງ​ບໍ່​ຈັດ​ເອົາ​ຈີນ​​ເຂົ້າ​​ເປັນ​ປະ​ເທດຄອບ​ງຳ​ອັດຕາ​ແລກປ່ຽນ​ແມ່ນ​ຖືກຕ້ອງ​​ແລ້ວ. ພວກ​ເຮົາ​ຮູ້​ວ່າ, ການ​ຖົກຖຽງ​ກັນກ່ຽວ​ກັບ​ບັນຫາ​ອັດຕາ​ແລກປ່ຽນ​ແມ່ນ​ເລີ່​ມ​ແຕ່​ 6 ​ເດືອນ​ທ້າຍ​ປີ​ກາຍ​ນີ້, ​ແຕ່​ໃນ 6 ​ເດືອນ​ທ້າຍ​ປີ​ກາຍ​ນີ້, ດຸນ​ການ​ຄ້າ​ທີ່​ໄດ້​ປຽບ​ຂອງ​ຈີນ​ໄດ້​ຫຼຸດ​ລົງ 50%. ສະ​ນັ້ນ​ຈິ່ງເວົ້າ​ຍາກ​ວ່າ​ໃນ​ເວລາ​​ທີ່ໄດ້​ປຽບດຸນການ​ຄ້າ​ຫຼຸດ​ລົງ​ໄວ​ຊ່ຳນີ້, ຈີນ​ຍັງ​ສາມາດ​ຄອບ​ງຳ​ອັດຕາ​ແລກປ່ຽນ​ເພື່ອ​ໃຫ້​ໄດ້​ທ່າ​ແຮງ​ໃນ​ການ​ແຂ່ງຂັນ​ທີ່​ບໍ່ຍຸຕິ​ທຳ. ສະ​ນັ້ນ​ນັກ​ເສດຖະສາດ​ຂອງ​ກະຊວງ​ການ​ເງິນ​ທັງຫຼາຍ​ບໍ່​ສາມາດ​​ສະຫຼຸບວ່າ​ຈີນຄອບ​ງຳ​ອັດຕາ​ແລ​ກປ່ຽນ​ໃນ 6 ​​ເດືອນ​ທ້າຍ​ປີ​ກາຍ​ນີ້."

ທີ່​ຈິງ​ແລ້ວ, ​ໃນບັນຫາ​ການ​ເພີ່ມຄວາມ​ອ່ອນ​ໂນ້ມຂອງ​ອັດຕາ​ແລກປ່ຽນ​ເງິນ​ຢວນຂອງຈີນ, ຈີນ​ໄດ້​ພະຍາຍາມ​ມາຕະຫຼອດ. ກ່ອນໜ້າ​ທີ່​ຈະກອງ​ປະຊຸມ​ສຸດ​ຍອດກຸ່ມ 20 ປະ​ເທດ, ທະນາຄານ​ປະຊາຊົນ​ຈີນ​ປະກາດ​ຈະ​ຊຸກຍູ້​ການ​ປະຕິຮູບ​ກົນ​ໄກອັດຕາ​ແລກປ່ຽນ​ເງິນ​ຢວນ​ຕື່ມ​ອີກ. ການ​ກະທຳ​ດັ່ງກ່າວ​ໄດ້​ຮັບ​ການ​ຕີ​ລາຄາ​​ເປັນຢ່າງ​ດີ​ຈາກ​ວົງ​ການ​ການ​​ເມືອງ​ແລະ​ບຸກຄົນ​ລະດັບ​ຄັງ​ປັນຍາ​ຂອງ​ອາ​ເມ​ລິ​ກາ. ທ່ານ​​​ເກນ​ເນັສ໌ ລິ​ເປີ​ທາ, ຜູ້​ຊ່ຽວຊານ​ບັນຫາ​ຈີນ, ອະດີດຫົວໜ້ານະ​ໂຍບາຍ​ອາຊີຂອງ​ທຳນຽບຂາວ​ຂອງ​ສະມາຄົມ​ບຼຸກຄິງສ໌ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ປະຕິ​ຮູບ​ອັດຕາ​ແລກປ່ຽນ​ເງິນ​ຢວນຂອງ​ຈີນ​ໄດ້​ເຮັດ​ໃຫ້​ຫຼີກລຽງ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານການ​ຄ້າ​ໂດຍ​ກົງ​ກັບ​ອາ​ເມ​ລິ​ກາ, ກໍ​ໄດ້​ເພີ່​ມຄວາມ​ໝັ້ນ​ໃຈ​ໃຫ້ຕະຫຼາດ. ທ່ານ​ກ່າວ​ວ່າ:

ຂ້າພະ​ເຈົ້າ​ເຫັນ​ວ່າ, ​ໃນ​ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ, ຈີນ​ໄດ້​ວາງ​ຫລັກ​ມາດຖານ​ພື້ນຖານ​ທີ່​​ໄດ້ປ່ຽນ​ແປງ​,​ແລະ​​ເລີ່​ມປະຕິບັດ​ແລ້ວ.ພວກ​ເຮົາ​ກໍ່​ໄດ້​ເຫັນ​​ແລ້ວວ່າ,​ ​ການ​ປະຕິ​ຮູບດັ່ງກ່າວ​ຫລັງ​ຈາກ​ໄດ້​ປະກາດ​ແລ້ວ 48 ຊົ່ວ​ໂມງ, ກໍ່​ເລີ່​ມສົ່ງ​ຜົນ​ສະທ້ອນ​ໄປ​ຍັງ​ຕະຫລາດ​ເງິນຕາ​ຂອງ​ອາຊີ, ​ແລະ​ສົ່ງ​ຜົນ​ສະທ້ອນ​​ເຖິງ​ຄວາມ​ຫມັ້ນ​ໃຈ​ຂອງ​ຜູ່​ລົງທຶນ,​ເຮັດ​ໃຫ້​ເຂົາ​ເຈົ້າຮູ້ສຶກ​ວ່າ​ຈີນ​ສາມາດ​ຊຸກ​ຍູ້​ການ​ປະຕິ​ຮູບ​ແທ້,​ແລະ​ກໍ່​ເຮັດ​ໃຫ້​ເຂົາ​ເຈົ້າຮູ້​ວ່າຄວາມ​ອາດ​ເປັນ​​ໄປ​ໄດ້​ທີ່​ຈີນ​ກັບອາ​ເມ​ລິ​ກາຈະ​ເກີດ​ສົງຄາມ​ການ​ຄ້າ,​ແລະ​ລັດທິ​ປົກປ້ອງ​ການ​ຄ້າ​ແຜ່​ລາມ​ອອກ​​ໄປນັ້ນ​​ໄດ້​ຫລຸດ​ຫນ້ອຍ​ລົງ​ຢ່າງ​ຫລວງຫລາຍ,​ເຮັດ​ໃຫ້​ຄົນ​ທັງຫລາຍ​ມີ​ຄວາມ​ຫມັ້ນ​ໃຈ​ເພີ່ມ​ຂຶ້ນ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫລັງ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ທີ່​ຈັດ​ຂຶ້ນ​ຢູ່​ໂຕ​ລອນ​​ໂຕ,ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ກໍ່​ໄດ້​ຍ້ອງຍໍ​ນະ​ໂຍບາຍ​ປະຕິ​ຮູບ​ອັດຕາ​ແລກປ່ຽນ​ເງິນ​ຢວນຂອງ​ຈີນ.​ເບິ່ງ​ຈາກ​ບົດ​ລາຍ​ງານ​ຫລ້າ​ສຸດ​ຂອງ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ, ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ລິ​ການັ້ນ​ໄດ້​ແກ້​ໄຂ​ແລ້ວຊົ່ວຄາວ.​ແຕ່​ຄາດ​ວ່າການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນີ້​ຍັງບໍ່​ສິ້ນ​ສຸດ​ລົງ​ລົງ​ເທື່ອ.​ເມື່ອ​ບົດ​ລາຍ​ງານ​ດັ່ງກ່າວ​ໄດ້​​ເຜີຍ​ແຜ່​ອອກ, ຝ່າຍ​ຮັກສາ​ຄອງ​​ເດີມ​ຂອງ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ຄວາມ​ເສຍດາຍ​ທີ່​ສຸດຕໍ່​ເລື່ອງ​ນີ້, ​ແລະ​ຄາດ​ວ່າ, ກຸ່ມການ​ເມືອງ​ດັ່ງກ່າວ​ຍັງ​ຈະ​ສ້າງ​ບັນຫາ​ຕ່າງໆ​ຂຶ້ນອີກ​ກ່ຽວ​ກັບ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ