ຈີນ​ເຜີຍ​ແຜ່​ບົດ​ລາຍ​ງານ​ກ່ຽວ​ກັບ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ຕົວ​ເມືອງ​ໃນ​ໂລກ

(GMT+08:00) 2010-07-15 15:34:03     cri

ວັນ​ທີ 14 ກໍລະກົດ​ນີ້,ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກ່ຽວ​ກັບ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ຕົວ​ເມືອງ​ໃນ​ໂລກ​ແຕ່​ປີ 2009-2010.ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ,​ນິວ​ຢັອກ,​ລອນ​ດອນ,​ໂຕ​ກຽວ​ແມ່ນ​ສາມ​ຕົວ​ເມືອງ​ທີ່​ຢູ່​​ໃນອັນ​ດັບ​ສູງກ່ອນ​ຫມູ່​ໃນ​ບັນດາ​ຕົວ​ເມືອງ​ທີ່​ມີ​ກຳລັງ​ແຂ່ງ​ຂັນ​ສູງ​ທີ່​ສຸດ​ໃນ​ໂລກ.ສ່ວນ​ຮົງ​ກົງ,​ຊຽງ​ໄຮ,​ໄຕ້​ເປ,​ປັກ​ກິ່ງ, ​ເຊີນ​ເຈິ່ນ​ແລະ​ມາ​ກາວ​ຂອງ​ຈີນ​ກໍ່​ໄດ້​ເຂົ້າຢູ່​ໃນ​ 100 ຕົວ​ເມືອງ​ທີ່​ມີ​ກຳລັງ​ແຂ່ງ​ຂັນ​ສູງ​ທີ່​ສຸດ​ໃນ​​ໂລກ.​ນັກ​ວິ​ຊາ​ການ​ຊີ້​ອອກ​ວ່າ, ການ​ປັບປຸງ​ການ​ຂີດ​ແບ່ງ​ເຂດ​ແລະ​ບົດບາດ​ຂອງ​ຕົວ​ເມືອງ, ຊຸກ​ຍູ້​ຕົວ​ເມືອງ​ພັດ​ທະ​ນາ,​ຈະ​ມີ​ຜົນ​ດີ​ຕໍ່​ການ​ຍົກ​ລະດັບ​ກຳລັງ​ການ​ແຂ່ງຂັນ​ຂອງ​ຕົວ​ເມືອງ​ຈີນ​ໃຫ້​ສູງ​ຂຶ້ນ.

ບົດ​ລາຍ​ງານ​ກ່ຽວ​ກັບ​ກຳລັງ​ແຂ່ງ​ຂັນ​ຂອງ​ຕົວ​ເມືອງ​ໃນ​​ໂລກ​ແມ່ນ​ສະພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ຮ່ວມ​ມື​ກັບ​ນັກ​ວິ​ຊາ​ການ​ຂອງ​ຫລາຍໆ​ປະ​ເທດ​ຮ່ວມ​ກັນ​ສ້າງ​ຂຶ້ນ, ​ໄດ້​ເລືອກ​ເອົາ 500 ຕົວ​ເມືອງ​ໃນ​ທົ່ວ​ໂລກ, ​ອີງ​ໃສ່​ຈຳ​ນວນ​ຮ້ອງ​ຂໍ​ຈົດລິ​ຂະ​ສິດ, ການ​ແຈກ​ຢາຍ​ຂອງ​ບໍລິສັດ​ຕ່າງປະ​ເທດ, ຄວາມ​ສາມາດ​ໃນ​ການ​ປະດິດ​ສ້າງ,ການ​ລົງ​ທຶນ​ກັບ​ການ​ຜະລິດ​ແລະ​ອື່ນໆ​ເປັນ​ຕົວ​ເລກ​ຊີ້​ວັດ​ເພື່ອ​ແລ້ວ​ວິ​ເຄາະ​ລະດັບ​ຂອງ​ກຳລັງ​ການ​ແຂ່ງຂັນ​ຂອງ​ຕົວ​ເມືອງ​ເຫລົ່າ​ນີ້.

ບົດ​ລາຍ​ງານ​ສະບັ​ບ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ກຳລັງ​ແຂ່ງຂັນ​ຂອງ​ຕົວ​ເມືອງ​ຂອງ​ປະ​ເທດ​ອຸດສຫາະກຳ​ທີ່​ຈະ​ເລີ​ນ​ໃຫມ່​ເຊິ່ງ​ມີ​ຈີນ​ເປັນ​ຕົວ​ແທນ​ນັ້ນ​ພວມ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.ທ່ານ​ນີ​ເຜິງ​ເຟີຍ,​ຫົວ​ຫນ້າ​ສູນ​ຄົ້ນ​ຄວ້າ​ຕົວ​ເມືອງ​ກັບ​ກຳລັງ​ການ​ແຂ່ງ​ຂັນ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ກ່າວ​ວ່າ,​ສະ​ຖາ​ນະ​ການ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ຕົວ​ເມືອງ​ໃນ​​ໂລກ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ,​ກຳ​ລັງ​ແຂ່ງຂັນ​ຂອງ​ຕົວ​ເມືອງ​ຈີນ​ໄດ້​ຫຍັບ​ໃກ້​ກັບ​ລະ​ດັບ​ຜ້ານ​ກາງ​ຂອງ​ໂລກ​ແລ້ວ.

"ຕົວ​ເມືອງ​ໃຫຍ່​ຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ຂອງ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ຍັງ​ມີ​ກຳລັງ​ແຂ່ງຂັນ​ສູງ​ສຸດ​ໃນ​​ໂລກ, ​ແຕ່​ວ່າ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ຕົວ​ເມືອງ​ໃຫຍ່​ຂອງ​ປະ​ເທດ​ແລະ​ພາກ​ພື້ນ​ທີ່​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ໃໝ່​ກໍ​ໄດ້​ເພີ່ມ​ຂຶ້ນ. ຕົວ​ເມືອງ​ໃຈ​ກາງ​ຈຳ​ນວນ​ໜຶ່ງ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ກາຍ​ເປັນ​ຕົວ​ເມືອງ​ທີ່​ມີ​ກຳ​ລັງ​ແຂ່ງ​ຂັນ​ສູງ​ໃນ​ໂລກ.​ເວົ້າ​ລວມ​ແລ້ວ, ​ໃນ​ດ້ານ​ກຳ​ລັງ​ແຂ່ງ​ຂັນ,​ຕົວ​ເມືອງ​ຂອງ​ຈີນ​ບໍ່​ວ່າ​ໃນ​ດ້ານ​ເສດຖະກິດ​ເຕີບ​ໂຕ​ຫຼື​ວ່າ​ການ​ເພີ່ມ​ຂຶ້ນ​ຂອງ​ກຳ​ລັງ​ແຂ່ງ​ຂັນ​ສັງ​ລວມ,​ລ້ວນ​ແຕ່​ຢູ່​ລະ​ດັບ​ແຖວ​ໜ້າ​ຂອງ​ໂລກ."

ທຽບ​ກັບ​ຕົວ​ເມືອງ​ໃຫຍ່​ຂອງ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ, ຕົວ​ເມືອງຂອງ​ຈີນ​ມີ​ທ່າ​ແຮງ​ທີ່​ຕົ້ນ​ທຶນ​ແຮງ​ງານ​ຕ່ຳ​ຈະ​ແຈ້ງ​ຫຼາຍ, ຄຸນ​ນະພາ​ບດ້ານ​ຊັບພະຍາກອນ​ມະນຸດ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ​ແຕ່​ວ່າການ​ພັດທະນາ​ຂອງ​ຕົວ​ເມືອງ​ບໍ່​ດຸນ​ດ່ຽງ, ຄວາມ​ສາມາດ​ປະດິດ​ສ້າງ​ວຽກ​ງານ​ບໍລິການ​ລະດັບ​ສູງ​ກໍ​ໄປ​ນຳ​ບໍ່​ທັນ, ພ້ອມ​ກັນ​ນັ້ນ​ຍ້ອນ​ການ​ປະ​ກອງ​ຄວາມ​ສາມາດ​ຂອງ​ຕົວ​ເມືອງ​ບໍ່​ເໝາະ​ສົມ, ຈິ່ງ​ເຮັດ​ໃຫ້ການຈັດ​ວາ​ງຊັບພະຍາກອນ​ກໍ່​ມີ​ສິ່ງ​ກີດຂວາງ​ດ້ານ​ລະບົບ. ຕໍ່​ເລື່ອງ​ນີ້, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ຫຼຽນ​ຢູ້ມິ​ງ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າການ​ພັດທະນາຂອງ​ຕົວ​ເມືອງ​ສາກົນ​ຂອງ​ປັກ​ກິ່ງ​ກ່າວ​ວ່າ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຕົວ​ເມືອງ​ໃຈກາງ​ເຊັ່ນ​ທຽນ​ສິງ, ຈຸ​່ງກິ່ງ​ແລະ​ປັກ​ກິ່ງ​ເປັນ​ຕົ້ນ​ໄດ້​ປັບປຸງ​ແລະ​ເຮັດ​ໃຫ້ການ​ຂີ​ດ​ແບ່ງ​ເຂດ​ບໍລິຫານ​ແລະ​ປັບປຸງ​ບົດບາດຂອງ​ຕົວ​ເມືອງ​ໃຫ້​ດີກ​ວ່າ​ເກົ່າ, ​ເບິ່ງ​​ໃນ​ໄລຍະ​ຍາວ​ແລ້ວ, ຈະ​ມີ​ຜົນ​ດີ​ຕໍ່​ການ​ປັບປຸງ​ແລະ​ຍົກ​ກຳລັງ​ແຂ່ງຂັນ​ຂອງ​ຕົວ​ເມືອງ​ຂອງ​ຈີນ​ໃຫ້​ດີ​ຂຶ້ນ.

ຜູ່​ຊ່ຽວຊານ​ເຫັນ​ວ່າ,​ໃນ​ຂະ​ບວນການ​ທີ່​​ແກ້​ໄຂວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ,ການ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ​ຂອງ​ການ​ຫັນ​ເປັນ​ຕົວ​ເມືອງ​ຂອງ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ,​ແຕ່​ວ່າ​ປະຈຸ​ບັນ​ນີ້,​ຢູ່​ລະ​ຫວ່າງ​ຕົວ​ເມືອງ​ຕ່າງໆ​ແມ່ນ​ມີ​ການ​ຍາດ​ແຍ່ງ​ຊັບ​ພະ​ຍາ​ກອນ​ຫຼາຍ​ກວ່າ​ການ​ປະ​ສານ​ງານ​ກັນ.​ກ່ຽວ​ກັບ​ເລື່ອງ​ນີ້,​ທ່ານ​ລຽນ​ຢູ້​ມີງ​ເຫັນ​ວ່າ,​ໃນ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ,​ສ້າງ​ຕັ້ງ​ກົນ​ໄກ​ປະ​ສານ​ງານ​ດ້ານ​ການ​ພັດ​ທະ​ນາ​ເຂດ​ຕ່າງໆ,​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ກຸ່ມ​ເມືອງ,​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ຈີນ.

ທ່ານ​ກ່າວ​ວ່າ:"​ໃນ​ຂະ​ບວນການ​ຫັນ​ເປັນ​ແບບ​ຕົວ​ເມືອງ​ຂອງ​ຈີນ,ທ່າ​ອຽງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ການ​ປ່ຽນ​ແປງ​ຂອງ​ກຳ​ລັງ​​ແຂ່ງ​ຂັນ​ຂອງ​ວົງ​ຕົວ​ເມືອງ​​ໃຫຍ່,​ນີ້​ແມ່ນ​ທິດ​ພັດ​ທະ​ນາ​ຂອງ​ຕົວ​ເມືອງ​ຈີນ​ໃນ​ອະ​ນາ​ຄົດ.​ໃນ​ລະ​ບົບ​ຕາ​ໜ່າງ​ເຄືອ​ຂ່າຍ,​ກຳ​ລັງ​ແຂ່ງ​ຂັນ​ຕົວ​ຈິງ​ຂອງ​ຕົວ​ເມືອງ​ໜຶ່ງ​ບໍ່​ແມ່ນ​ອາ​ໄສ​ແຕ່​ເມືອງ​ນີ້​ເມືອງ​ດຽວ​ທໍ່​ນັ້ນ,​ແມ່ນ​ອາ​ໄສ​ກຸ່ມ​ເມືອງ.​ສະ​ນັ້ນ,​ວົງ​ຕົວ​ເມືອງ​ໃຫຍ່ ຈະ​ເລີນ​ຂຶ້ນ​ມາ​ຈະ​ກາຍ​ເປັນ​ກຳລັງ​ແຂ່ງ​ຂັນ​ອັນ​ສຳ​ຄັນ​ຂອງ​ຕົວ​ເມືອງ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ