ເຂດການຄ້າເສລີຈີນອາຊຽນຊຸກຍູ້ວຽກງານຫລຸດຜ່ອນຄວາມທຸກຍາກ
(GMT+08:00) 2010-07-16 14:48:31 cri
ຕາມຂ່າວ cri:ເວທີປຶກສາຫາລືກ່ຽວກັບການພັດທະນາສັງຄົມແລະຫລຸດຜ່ອນຄວາມທຸກຍາກຈີນອາຊຽນຄັ້ງທີ 4 ທີ່ໄຂຂຶ້ນຢູ່ເມືອງກຸ້ຍຫລິນເຂດກວງຊີຂອງຈີນໄດ້ອັດລົງແລ້ວພາຍຫລັງສຳເລັດການປຶກສາຫາລືແລະສຳຫລວດຕົວຈິງ.ເວທີປຶກສາຫາລືເທື່ອນີ້ມີຫົວຂໍ້ວ່າ"ການຄ້າເສລີກັບການຫລຸດຜ່ອນຄວາມທຸກຍາກ",ໄດ້ຫາລືກ່ຽວກັບໂອກາດແລະສິ່ງທ້າທາຍໃນການຫລຸດຄວາມທຸກຍາກຂອງປະເທດຕ່າງໆໃນເຄີ່ງປີນັບຕັ້ງແຕ່ສ້າງເຂດການຄ້າເສລີຈີນອາຊຽນມາເປັນຕົ້ນມາ.ເຈົ້າຫນ້າທີ່ແລະນັກວິຊາການຈີນແລະອາຊຽນທີ່ຮ່ວມປະຊຸມເຫັນວ່າ, ເຂດການຄ້າເສລີຈີນອາຊຽນໄດ້ຊຸກຍູ້ວຽກງານຫລຸດຜ່ອນຄວາມທຸກຍາກໃຫ້ພັດທະນາໄປຫນ້າ.
ເມື່ອຍ່າງຕາມຖະຫນົນຫົນທາງຢູ່ເມືອງກຸ້ຍຫລິນ, ຄົນທັງຫລາຍຈະໄດ້ເຫັນຫມາກໄມ້, ຜັກ, ຊິ້ນແລະຜະລິດຕະພັນກະສິກຳຕ່າງໆທີ່ນຳເຂົ້າຈາກປະເທດອາຊຽນເຊັ່ນຫວຽດນາມ,ໄທແລະປະເທດອື່ນໆວາງຂາຍຢູ່, ພໍ່ຄ້າຊາວຂາຍບອກນັກຂ່າວວ່າ, ນີ້ແມ່ນຍ້ອນເຂດການຄ້າເສລີຈີນອາຊຽນທີ່ໄດ້ປະຕິບັດນະໂຍບາຍປອດພາສີ.ຕໍ່ເລື່ອງນີ້, ທ່ານລູ້ຈ້ຽນເຢີນ, ນັກຄົ້ນຄວ້າຂອງສະຖາບັນຄົ້ນຄວ້າອາຊີປາຊິກຟິກຂອງສະພາບັນດິດວິທະຍາສາດສັງຄົມຈີນກ່າວວ່າ, ການຫລຸດພາສີໃຫ້ຜະລິດຕະພັນກະສິກຳໄດ້ເພີ່ມພະລັງແຮງໃຫ້ແກ່ປະເທດຕ່າງໆໃນການຫລຸດຜ່ອນຄວາມທຸກຍາກ.ທ່ານເວົ້າວ່າ:
ຂະບວນວິວັດຂອງເຂດການຄ້າເສລີຈີນອາຊຽນແມ່ນເລີ່ມຈາກການຫລຸດພາສີຜະລິດຕະພັນກະສິກຳ,ການເພີ່ມຂຶ້ນຂອງການຄ້າຜະລິດຕະພັນກະສິກຳເຊັ່ນ:ຫມາກໄມ້,ຜັກ,ແລະຜະລິດຕະພັນຊິ້ນໄດ້ຊຸກຍູ້ກະສິກຳແລະ ການລ້ຽງສັດຂອງປະເທດທີ່ກ່ຽວຂ້ອງ, ໄດ້ສ້າງຜົນປະໂຫຍດໃຫ້ປະຊາຊົນຜູ່ທຸກຍາກໃນຊົນນະບົດ.ພ້ອມກັນນັ້ນ, ເຂດການຄ້າເສລີຈີນອາຊຽນກໍ່ໄດ້ຊຸກຍູ້ເສດຖະກິດແລະສະຫວັດດີການສັງຄົມຂອງປະເທດສະມາຊິກເພີ່ມຂຶ້ນ,ຍັງມີຜົນດີຊ່ວຍໃຫ້ປະເທດຕ່າງໆສາມາດຫລຸດຜ່ອນຄວາມທຸກຍາກໄດ້ໄວຂຶ້ນ.
ທ່ານມິສຣັນ ຄາເມນ,ຮອງຫົວຫນ້າກອງເລຂາອາຊຽນກ່າວວ່າ, ໃນບັນດາປະເທດສະມາຊິກອາຊຽນ,ປະຊາຊົນຜູ່ທຸກຍາກສ່ວນຫລາຍແມ່ນອາໃສຢູ່ຊົນນະບົດ,ກະສິກຳຍັງແມ່ນລາຍໄດ້ທີ່ສຳຄັນຂອງຄອບຄົວເຂົາເຈົ້າ.ການຄ້າແບບເສລີຈະນຳເອົາຜົນດີມາໃຫ້ການຫລຸດຜ່ອນຄວາມທຸກຍາກ,ໂດຍສະເພາະແມ່ນຢູ່ເຂດຊົນນະບົດຂອງປະເທດອາຊຽນ.ທ່ານກ່າວວ່າ:"ການຫລຸດພາສີລົງເປັນກ້າວໆຈົນຮອດການປອດພາສີຈະເປີດກວ້າງຕະຫລາດສິນຄ້າຂາອອກຂອງປະເທດສະມາຊິກອາຊຽນໄດ້,ເຊິ່ງຈະຊຸກຍູ້ຄຸນນະພາບແລະປະສິດທິພາບດ້ານເສດຖະກິດຂອງຜະລິດຕະພັນທ້ອງຖີ່ນໃຫ້ດີຂຶ້ນຕື່ມອີກ,ແລະກໍ່ຈະສົ່ງຜົນສະທ້ອນອັນສຳຄັນໄປໃຫ້ຄອບຄົວຊົນນະບົດເພື່ອປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ."
ປະຈຸບັນນີ້,ແຂວງຢຸນນານກຳລັງກໍ່ສ້າງ"ເຂດຮ່ວມມືເສດຖະກິດຂ້າມຊາດຣຸ້ຍລີ້ມູເຊຈີນມຽນມາ",ມີແຜນການຈະກໍ່ສ້າງສູນຮ່ວມມືຂ້າມຊາດຈີນມຽນມາທີ່ມີເນື້ອທີ່4ກິໂລຕາແມັດ,ສວນອຸດສາຫະກຳຂ້າມຊາດຈີນມຽນມາເນື້ອທີ່3ກິໂລຕາແມັດ,ເຂດຮ່ວມມືເສດຖະກິດນີ້ຈະກວມເອົາປະຊາຊົນຈີນ1ແສນ6ໝື່ນຄົນແລະມຽນມາ1ໝື່ນຄົນ,ຈຸດປະສົງສຳຄັນແມ່ນເພື່ອຊຸກຍູ້ການຮ່ວມມືໃນດ້ານຕ່າງໆ,ເປັນຕົ້ນວ່າ:ພະລັງງານ,ບໍ່ແຮ່,ວັດທະນະທຳການທ່ອງທ່ຽວແລະການປຸງແຕ່ງສິນຄ້າ ແລະຕິດຕັ້ງເຄື່ອງຈັກເປັນຕົ້ນ.ນອກນີ້,ເຂດກວາງຊີກັບຫວຽດນາມກໍ່ເລີ່ມກໍ່ສ້າງເຂດຮ່ວມມືເສດຖະກິດຂ້າມຊາດຈີນຫວຽດນາມ17ກິໂລຕາແມັດຢູ່ດ່ານມິດຕະພາບ.
ທ່ານມິສຣານ ຄາຣ໌ເມນ,ຮອງຫົວໜ້າກອງເລຂາອາຊຽນກ່າວວ່າ,ເຂດການຄ້າເສລີຈີນອາຊຽນເຮັດໃຫ້ສອງຝ່າຍສາມາດນຳໃຊ້ຜົນປະໂຫຍດຈາກການຄ້າເສລີແລະການພັດທະນາເສດຖະກິດພາກພື້ນ.
ທ່ານກ່າວວ່າ:"ເຂດການຄ້າເສລີຈີນອາຊຽນໄດ້ສ້າງໂອກາດໃໝ່ໃຫ້ການພັດທະນາຂອງຈີນແລະອາຊຽນ.ຂ້າພະເຈົ້າເຊື່ອວ່າ,ໄປຄຽງຄູ່ກັບການສັບຊ້ອນຂອງຍຸດທະສາດອຸດສາຫະກຳ,ກຳລັງແຂ່ງຂັນຂອງອຸດສາຫະກຳທ້ອງຖິ່ນແລະວິສາຫະກິດຂະໜາດກາງແລະນ້ອຍເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ,ການຮ່ວມມືລະຫວ່າງພາກລັດແລະເອກະຊົນແໜ້ນແຟ້ນຂຶ້ນຕື່ມ,ແລະເສດ ຖະກິດສັງຄົມຂອງຕົວເມືອງແລະຊົນນະບົດນັບມື້ນັບດຸ່ນດ່ຽງຂຶ້ນ,ເຂດການຄ້າເສລີຈີນອາຊຽນຈະສ້າງຜົນປະໂຫຍດຫຼາຍທີ່ສຸດໃຫ້ແກ່ປະຊາຊົນປະເທດພາຄີຂອງອາຊຽນແລະຈີນ."