ເບິ່ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້

(GMT+08:00) 2010-07-19 16:56:35     cri
ຕາມ​ຂ່າວCRI:​ແຕ່​ວັນ​ທີ20​ກໍລະກົດ​ນີ້​ເປັນຕົ້ນ​ໄປ,ກອງ​ປະຊຸມ​ລັດຖະມົນຕີຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ​43,​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ​ບວກ​1,​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ​ບວກ​3,​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ເພື່ອ​ກະ​ກຽມ​ໃຫ້​ແກ່​ກອງ​ປ​ະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ພ້ອມ​ດ້ວຍ​ເວ​ທີ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​​ພື້ນ​ອາ​ຊຽນ​ຫຼື​ARF​ຈະ​ຈັດ​ຂຶ້ນ​ຢ່າງ​ເປັນ​ລຳ​ດັບ​ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ຂອງ​ຫວຽດ​ນາມ.​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​10​ປະ​ເທດ​ອາ​ຊຽນ​ແລະ​ຂອງ​ປະ​ເທດ​ຄູ່​ເຈ​ລະ​ຈາ,​ຄື:​ຈີນ,​ຍີ່​ປຸ່ນ​ແລະສ.​ເກົາ​ຫຼີ​ເປັນ​ຕົ້ນ​ລ້ວນ​ແຕ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເ​ເທດຕ່າງໆ​​ເທື່ອ​ນີ້ມີ​ຫົວ​ຂໍ້​ວ່າ"ຈາກ​ວິ​​ໃສ​ທັດ​ສູ່​ພາກ​ປະຕິບັດ,ກ້າວ​ໄປ​ສູ່​ປະຊາ​ຄົມ​ອາ​ຊຽນ".​ໃນ​ຫົວ​ຂໍ້​ປະຊຸມ​ຕ່າງໆ​ຂອງ​ກອງ​ປະ​ຊຸມ​ເທື່ອ​ນີ້,ມີ​ສາມ​ຫົວ​ຂໍ້​ແມ່ນ​​ໄດ້ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ທີ່​ສຸດ,​ຄື:​ອັນ​ທີ​ໜຶ່ງ,ກ່ຽວ​ກັບ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ.​ກົດ​ບັດ​ອາ​ຊຽນ​ເລີ່​ມມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​​ເດືອນ​ທັນ​ວາ​ປີ​2008​ເປັນ​ຕົ້ນ​ມາ,​ໄດ້​ຕົກ ລົງ​ເປົ້າ​ໝາຍ​ທີ່​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ປີ​2015.​ນີ້​ລວມ​ທັງ​ການ​ສ້າງ​3​ປະ​ຊາ​ຄົມ,​ຄື:​ປະ​ຊາ​ຄົມ​​ການ​ເມືອງ​ຄວາມ​ໝັ້ນ​ຄົງ,​ປະ​ຊາ​ຄົມ​ເສດ​ຖະ​ກິດ​ແລະ​ປະ​ຊາ​ຄົມ​ສັງ​ຄົມ​ວັດ​ທະ​ນະ​ທຳ.​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ກ່ອນ​ອື່ນ​ຕ້ອງ​ການ​ໃຫ້​ປະ​ເທດ​ຕ່າງໆ​ບັນ​ລຸ​ການ​ເຊື່ອມ​ເຂົ້າ​ກັນ.​ປະ​ຈຸ​ບັນ​ນີ້,​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ພວມ​ຕັ້ງ​ໜ້າ​ຊຸກ​ຍູ້​ກາ​ນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານ​ຖະ​ໜົນ​ແລະ​ທາງ​ລົດ​ໄຟ.​

ໃນຂະນະ​ທີ່​ກອງ​ປະຊຸມ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຕ່າງໆ​ໄຂ​ຂຶ້ນ,ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ​ຂອງ​ອາ​ຊຽນ​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ດາ​ລັດ ຂອງ​ຫວຽດ​ນາມ​ຈະ​ປຶກ​ສາ​ຫາ​ລື​ບັນ​ຫາ​ການ​ເຊື່ອມ​ຕໍ່​ຂອງ​ຕາ​ໜ່າງ​ໄຟ​ຟ້າ.​ສ່ວນ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດ​ຄູ່​ເຈ​ລະ​ຈາ,​ຄື:​ຈີນ,​ຍີ່​ປຸ່ນ,​ແລະ​ສ.​ເກົາ​ຫຼີ​ແລະ​ປະ​ເທດ​ອື່ນໆ​ທີ່​ມີ​ຕໍ່​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ນັ້ນ​ກໍ່​ແມ່ນ​ສຳ​ຄັນ​ທີ່​ສຸດ.

ອັນ​ທີ​ສອງ, ການ​ດັດ​ແກ້​​ເງື່ອນ​ໄຂ​ເຂົ້າ​ຮ່ວມສົນທິສັນຍາ​​ໄມ​ຕີ​ຈິດການ​ຮ່ວມ​ມື​​ໃນອາຊີ​ອາຄະ​ເນ. "ສົນ​ທິ​ສັນ​ຍາ​ນີ້"​ແມ່ນ​ບັນດາ​ປະ​ເທດ​ອາ​ຊຽນ​ລົງ​ນາມ​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນ​ປີ 1976,​ຈຸດ​ປະ​ສົງ​ແມ່ນ​​ເພື່ອ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ຢູ່​ພາກ​ພື້ນ​ມີ​ສັນ​ຕິ​ພາບ,​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ຢ່າງ​ຍາວ​ນານ, ​ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ, ຄວາມ​ປອງ​ດອງ​ກັນ​ແລະ​ຂະ​ຫຍາຍ​ການ​ພົວພັນ​ຢ່າງ​ໃກ້​ຊິດ.​"​ປີ 1998,​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ໄດ້​ເຊັນ​ອະ​ນຸ​ສັນ​ຍາ​ຂອງ​ສົນ​ທິ​ສັນ​ຍາ​ສະບັບ​ດັດ​ແກ້, ​ເຮັດ​ໃຫ້​ປະ​ເທດ​ຢູ່​ນອກ​ອາຊີ​ອາຄະ​ເນ​ສາ​ມາດ​ເຂົ້າ​ຮ່ວມ​ສັນ​ທິ​ສັນ​ຍາ​ດັ່ງ​ກ່າວ​ນີ້​ໄດ້.​ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທຳ​ອິດຢູ່​ນອກ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ນີ້.​ປະ​ຈຸ​ບັນ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​​ໄດ້​ມີ 16 ປະ​ເທດ​ແລ້ວ, .ການ​ດັດ​ແກ້​ເທື່ອ​ນີ້​ຄາດ​ວ່າ​ຈະ​ອະ​ນຸ​ຍາດ​ໃຫ້​ອົງ​ການ​ສາ​ກົນ​ສາ​ມາດ​​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ໄດ້. ນີ້​ໝາຍ​ຄວາມ​ວ່າ​ສະ​ຫະ​ພາບ​ເອີ​ລົບ​ຈະ​ສາ​ມາດ​ເຂົ້າ​ຮ່ວມ​"ສົນ​ທິ​ສັນ​ຍາ​ໄມຕີ​ຈິດ​ແລະການ​ຮ່ວມ​ມື​​ໃນ​ອາ​ຊີ​ອາຄະ​ເນ"​ໃນ​ຖານະ​ເປັນ​ອົງ​ການ​ສາ​ກົນ​ໄດ້.
 
ອັນ​ທີ​ສາມ​ກໍ່ແມ່ນ​ບັນຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາຫຼີ​ຈະ​ເປັນ​ຈຸດ​ສົນ​ໃຈ​ຂອງເວທີ​ປຶກ ສາ​ຫາລື​​ດ້ານການ​ເມືອງ​ແລະ​ຄວາມ​ຫມັ້ນ​ຄົງ​ໃນພາກ​ພື້ນ​ອາ​ຊຽນ.​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1994,ປະຈຸ​ບັນ​ ມີ​ 27 ປະ​ເທດ​ເຂົ້າ​ເປັນ​ສະ​ມາ​ຊິກ,​ແມ່ນ​ຊ່ອງ​ທາງ​ການ​ເຈ​ລະ​ຈາ​ແລະ​ຮ່ວມ​ມື​ດ້ານ​ການ​ການ​ເມືອງ​ແລະ​ຄວາມ​ຫມັ້ນ​ຄົງ​ຫຼາຍ​ຝ່າຍ​ທາງ​ການ​ທີ່​ມີ​ຂະ​ຫນາດ​ໃຫຍ່​ທີ່​ສຸດ​ແລະ​ມີ​ອິດ​ທິ​ພົນ​ຢ່າງ​ກວ້າງ​ຂວາງ​ທີ່​ສຸດ​ໃນ​ພາກ​ພື້ນ​ນີ້. ປະ​ເທດ​ສະ​ມາ​ຊິກ​ຂອງ​ການ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ ​ຄື:​ຈີນ,​ອາ​ເມ​ລິ​ກາ,ຣັດ​ເຊຍ,​ຍີ່​ປຸ່ນ,​ສາ​ທາ​ລະ​ນະ​ລັດ​ເກົາຫຼີ​ແລະ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ປະ​ຊາ​ທິ​ປະ​ໄຕ​ເກົາ​ຫຼີ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ເວທີ​ປືກ​ສາ​ຫາ​ລື​ນີ້,​ແລະ​ທ່ານ​ນາງ​ຮິວ​ລາ​ຣີ ຄຼິນ​ຕັນ,​ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກັບ​ທ່ານ​ປັກ​ອີ​ຊຸ່ນ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ປະ​ຊາ​ທິ​ປະ​ໄຕ​ເກົາ​ຫຼີ​ກໍ່​​ຕົກລົງ​​ເຂົ້າ​ຮ່ວມ​ເວທີ​ປືກ​ສາ​ຫາ​ລື​ເທື່ອ​ນີ້​ແລ້ວ.​ຂ່າວ​ແຈ້ງ​ວ່າ,​ທ່ານ​ປັກ​ອີ​ຊຸ່ນ​ກັບ​ນາງ​ຮິວ​ລາ​ຣີ ຄຼິນ​ຕັນ​ຈະ​ພົບ​ປະ​ເຈ​ລະ​ຈາ​ກັນ. ​ໃນຫວ່າງ​ມໍ່ໆ​ມາ​ນີ້,​ເຈົ້າ​ຫນ້າ​ທີ່​ສາ​ທາ​ລະ​ນະ​ລັດ​ເກົາຫຼີ​ກ່າວ​ວ່າ, ທ່ານ​ຢູມຽງ​ຮວນ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ແລະ​ກາ​ນຄ້າ​ຂອງ​ສ.​ເກົາ​ຫຼີ ຈະ​ພະ​ຍາ​ຍາມ​​ໃຫ້​ຜ່ານ​ຖະ​ແຫຼ​ງການ​ສະບັບ​ຫນຶ່ງ​ທີ່​ມີ​ຄວາມ​ເວົ້າ​ເຄັ່ງ​ຂຶມ​ໃນ​ເວທີ​ປືກ​ສາ​ຫາ​ລື​​ເທື່ອ​ນີ້,​ເພື່ອ​ກ່າວ​ປະ​ນາມ​ສາທາລະ ນະ​ລັດ​ປະ​ຊາ​ຊົນ​ປະ​ຊາ​ທິ​ປະ​ໄຕ​ເກົາ​ຫຼີ​ກ່ຽວ​ກັບ​ເຫດ​ການ​ກຳ​ປັ່ນ​"ໂຊນ​ນານ"​ຂອງ​ສາ​ທາ​ລະ​ນະ​ລັດ​​ເກົາ​ຫຼີ​ຫຼົ້ມ.​ກໍ່​ເຫັນ​ໄດ້​ວ່າ,​ເວ​ທີ​ປືກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ແລະ​ຄວາ​ຫມັ້ນ​ຄົງ​​ໃນ​ພາກ​ພື້ນ​ອາ​ຊຽນ​ອາດ​ຈະ​ເປັນ​ການ​ຕໍ່​ລອງ​ກັນ​ທາງ​ການ​ທູດ​ລະ​ຫວ່າງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ປະ​ຊາ​ທິ​ປະ​ໄຕ​ເກົາ​ຫຼີ​ກັບ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ