ເສດ​ຖະ​ກິດ​ພະ​ລັງ​ງານ​ຈີນ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

(GMT+08:00) 2010-07-21 16:02:26     cri
ຍ້ອນ​ໄດ້​ຮັບ​ການ​ກະ​ຕຸ້ນ​ຈາກ​ເສດຖະກິດ​ມະຫາ​ພາກ​ຈີນ​ທີ່​ເຕີບ​ໂຕ​ຢ່າງ​ຫມັ້ນ​ທ່ຽງ​​ແລະ​ໄວ​ສົມ​ຄວນ,​ທ່າ​ອຽງ​ຂອງ​ເສດ​ຖະ​ກິດ​ພະ​ລັງ​ງານ​ຈີນ​ໄດ້​ເຕີບ​ໂຕ​ໄປ​ທາງ​ທີ່​ດີ​ຕື່ມ​ອີກ. ​ໃນ​ການ​ຖະ​ແຫຼ​ງຂ່າວ​ທີ່​ກົມ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນດ​ຂຶ້ນ​ໃນ​ວັນ​ທີ 20 ກໍ​ລະ​ກົດ​ນີ້,​ທ່ານ​ໂຈວ​ສີ​ອ່ານ,​ຫົວ​ຫນ້າ​ພະ​ແນກ​ສັງ​ລວມ​ຂອງ​ກົມ​ພະ​ລັງ​ງານ​ແຫ່ງ​ຊາດ​ກ່າວ​ວ່າ,​ໃນ 6 ເດືອນ ຕົ້ນ​ປີ​ນີ້,​ການ​ສະ​ຫນອງ​ດ້ານ​ພະ​ລັງ​ງານ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫ​ນັກ​ແຫ​ນັ້ນ, ຄວາມ​ຕ້ອງ​ການ​ກໍ່​ເພີ່ມ​ຂຶ້ນ​ຢ່າ​ງຫມັ້ນ​ທ່ຽງ, ​ແລະ​ລາ​ຄາ​ພະ​ລັງ​ງານ​ກໍ່​ຫມັ້ນ​ທ່ຽງ​ໂດຍ​ພື້ນ​ຖານ. ​ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ປັດ​ໄຈ​ອັນ​ບໍ່​ແນ່​ນອນ​ຕ່າງໆ​​ໃນ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ,​ຄາດ​ວ່າ​ໃນ6​ເດືອນ​ທ້າຍ​ປີ​ນີ້,​ການ​ເພີ່ມ​ຂຶ້ນ​ຂອ​ງການ​ສະ​ຫນອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ພາຍ​ໃນ​ປະ​ເທດ​ຈີນ​ຈະ​​ເລີ່ມ​ຫຼຸດ​ລົງ.​ໃນ​6​ເດືອນ​ຕົ້ນ​ປີ​ນີ້,​ນະ​ໂຍ​ບາຍ​ຕ່າງໆ​ເພື່ອ​ກະ​ຕຸ້ນ​ເສດ​ຖະ​ກິດ​​ໃຫ້​ເຕີບ​ໂຕ​ທີ່​ຈີນ​ໃຊ້​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາ​ກົນ​ໄດ້​ຮັບ​ຜົນ​ຕໍ່​ມາ,​ແລະ​ເສດ​ຖະ​ກິດ​ຈີນ​ມີ​ສະ​ພາບ​ທີ່​ຟື້ນ​ຕົວ​ຄືນ​ຢ່າງ​ຕໍ່​ເນື່ອງ​ແລະ​ຫມັ້ນ​ທ່ຽງ.​ພ້ອມ​ກັນ​ນັ້ນ,​ການ​ສະ​ຫນອງ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ພະ​ລັງ​ງານ​ຂອງ​ຈີນ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້​ກໍ່​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເກົ່າ,​ປະ​ລິ​ມານ​ສ່ວນ​ຫຼາຍ​ໄດ້​ຟື້ນ​ຟູ​ແລະ​ຫຼາຍ​ກວ່າ​ລະ​ດັບ​ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2008. ​ໃນ​ການ​ຖະ​ແຫຼງ​ຂ່າວ,​ທ່ານ​ໂຈວ​ສີ​ອ່ານ,​ຫົວ​ຫນ້າ​ພະ​ແນກ​ສັງ​ລວມ​ຂອງ​ກົມ​ພະ​ລັງ​ງານ​ແຫ່ງ​ຊາດ​ກ່າວ​ວ່າ,​ສະ​ພາບ​ທີ່​ການ​ສະ​ຫນອງ​ກັບ​ຄວາມ​ຕ້ອງ​ການ​ລ້ວນ​ແຕ່​ດີ​ຂຶ້ນ​ໃນ​ຕະ​ຫຼາດ​ພະ​ລັງ​ງານ​ໄຟ​ຟ້າ​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ແງ່​ຫນຶ່ງ​ເຖິງ​ທ່າ​ອຽງ​ພັດ​ທະ​ນາ​ທີ່​ເສດ​ຖະ​ກິດ​​ມະ​ຫາ​ພາກ​ຈີນ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແລະ​ຫມັ້ນ​ທ່ຽງ.
 
 "ຄວາມ​ຕ້ອງການ​ກັບ​ການ​ສະໜອງ​ຂອງ​ຕະຫຼາດພະລັງ​ໄຟຟ້າ​​ໄປ​ໄດ້​ດີທັງ​ສອງດ້ານ. ຮອດ​ທ້າຍ​ເດືອນ​ມິຖຸນາຜ່ານ​ມາ​ນີ້,​ປະ​ລິ​ມານ​ຜະ​ລິດ​ໄຟ​ຟ້າ​ຂອງ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ທັງ​ໝົດ​ມີ​ປະ​ມານ​900​ລ້ານ​ກິ​ໂລ​ວັດ,​ໃນ​ນັ້ນ,​ປະ​ລິ​ມານ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແຮງ​ນ້ຳ​ຫຼາຍ​ກວ່າ 200​ລ້ານ​ກິ ​ໂລ​ວັດ.​ເມື່ອ​ເຂົ້າ​ສູ່​ເດືອນ​ມິ​ຖຸນາ,​ປະ​ລິ​ມານ​ໃຊ້​ໄຟ​ຟ້າ​ຂອງ​ທົ່ວ​ປະ​ເທດ​ສູງ​ຂຶ້ນ​ຫຼາຍ​ຕະ​ຫຼອດ,​ແຕ່​ບໍ່​​​ເກີດ​ມີ​ໄຟ​ມອດ​ຫຼື​ວ່າ​ຈຳ​ກັດ​ການ​ໃຊ້​ໄຟ​ຟ້າ.​ໃນ​6​ເດືອນ​ຕົ້ນ​ປີ​ນີ້,​ປະ​ລິ​ມານ​ຜະ​ລິດ​ໄຟ​ຟ້າ​ຂອງ​ທົ່ວ​ປະ​ເ​ທດ​ແມ່ນ​1970​ຕື້​600​ລ້ານ​ກິ​ໂລ​ວັດ​ໂມງ,​ຫຼາຍ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​2009 19,3%,​ຈັງ​ຫວະ​ເຕີບ​ໂຕ​ເພີ່ມ​ຂຶ້ນ​21%​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​2009."

ບໍ່​ພຽງ​ແຕ່​ໃນ​ຕະຫຼາດ​ພະ​ລັງ​ໄຟຟ້າມີ​ຄວາມຕ້ອງການ​ແລະ​ການ​ສະໜອງ​​ໄດ້​ດີ​ເທົ່າ​ນັ້ນ, ຄວາມ​ຕ້ອງການ​ກັບ​ການ​ສະ​ໜອງ​ຂອງ​ຕະ​ຫຼາດ​ຖ່ານ​ຫີນ​ກໍ່​ມີ​ສະ​ພາບ​ທີ່​ດຸນ​ດ່ຽງ​ແຕ່​ມີ​ແຮງ​ກົດ​ດັນ​ໂດຍ​ລວມ,​ຕະ​ຫຼາດ​ນ້ຳມັ​ນ​ສຳ​ເລັດ​ຮູບ​ກຳ​ລັງ​ຄ່ອຍໆ​ຟື້ນ​ຟູ​ຄືນ​ໃໝ່.​ໃນ​ຂະ​ນະ​ທີ່​ຮັບ ປະ​ກັນ​ຄວາມ​ຕ້ອງ​ການ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​​ຕໍ່​ພະ​ລັງ​ງານ,​ຂະ​ແໜງ​ການ​ພະ​ລັງ​ງານ​ຂອງ​ຈີນ​ຍັງ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພະ​ລັງ​ງານ,​ປະ​ຕິ​ບັດ​ເປົ້າ​ໝາຍ​ປະ​ຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ໃຫ້​ໜ້ອຍ​ລົງ​ນັ້ນ​ຢ່າງ​ແທ້​ຈິງ.

ນອກ​ນີ້,​ເພື່ອ​ຊຸກຍູ້​ການ​ພັດທະນາ​ພະລັງງານສະອາດ​ແລະ​ພະລັງງານ​ໃໝ່​ໃຫ້​ດີ ກ​ວ່າ​ເກົ່າ,ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ທົ່ວ​ໂລກ​ເປັນ​ຢ່າງ​ດີ,​ກຳ​ໂອ​ກາດ​ທີ່​ມີ​ຜົນ​ປະ​ໂຫຍດ​ຕໍ່​ການ​ພັດ​ທະ​ນາ​ຍຸດ​ທະ​ສາດໃນ​ອະ​ນາ​ຄົດ,​ລັດ​ຖະ​ບານ​ຈີນ​ຍັງ​ໄດ້​ຈັດ​ຕັ້ງ​ການ​ວາງ​ແຜນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ທີ່​ຈະ​ເລີ​ນ​ໃໝ່,​ໄລ​ຍະ​ປະ​ຕິ​ບັດ​​ແຜນ​ການ​ແມ່ນ​ແຕ່​ປີ​2011​ຫາ​ປີ​2020.​ແຜນ​ການ​ນີ້​ໄດ້​ວາງ​​ແຜນ​ຢ່າງ​ລະ​ອຽດ​ຕໍ່​ເສັ້ນ​ທາງ​ ​ທີ່​ນຳ​ໃຊ້​ເຕັກ​ນິກ​ໃໝ່​ດ້ານ​ພະ​ລັງ​ງານ​ແບບ​ອຸດ​ສາ​ຫະ​ກຳ,​ຂະ​ໜາດ​ການ​ພັດທະນາ​ແລະ​ນະ​ໂຍບາຍ​ອັນ​ສຳຄັນ.
 

ສຳລັບ​ທ່າ​ອຽງ​ຂອງ​ພະລັງງານ​ຂອງ​ຈີນ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້, ທ່ານ​ໂຈ່ວ​ສີ​ອ່ານ​ຄາດ​ຄະ​ເນ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ,​ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ປັດ​ໄຈ​ຕ່າງໆ​ເຊັ່ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດ້ານ​ມະ​ຫາ​ພາກ,​ຕົວ​ເລກ​ພື້ນ​ຖານ​ຂອງ​ປີ​ກາຍ​ນີ້​ແລະ​ນະ​ໂຍ​ບາຍ​ການ​ດັດ​ສົມ​ຄວບ​ຄຸມ​ມະ​ຫາ​ພາກ​ໃນ​ມໍ່ໆ​ມາ​ນີ້,​ການ​ເພີ່ມ​ຂຶ້ນ​ດ້ານ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ຂອງ​ຈີນ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້​ອາດ​ຈະ​ຫຼຸດ​ລົງ, ​ແຕ່​ຍັງ​ຮັກ​ສາ​ສະ​ພາບ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ."ການ​ກໍ່​ສ້າງ​ເຮືອນ​ຢູ່​​ແບບ​ຮັບ​ປະ​ກັນ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້,​ການ​ໃຊ້​ໄຟ​ຟ້າ​ຫຼາຍ​ໃນ​ລະດູ​ຮ້ອນ​ແລະ​ລະດູ​ໜາວ​ເຮັດ​ໃຫ້​ໃຊ້​ຖ່ານ​ຫີນ​ຫຼາຍ.​ພ້ອມ​ກັນ​ນັ້ນ​ນະ​ໂຍ​ບາຍ​ໃໝ່​ໃນ​ການ​ດັດ​ສົມ​ຄວບ​ຄຸມ​ມະ​ຫາ​ພາກ​ອະ​ສັງ​ຫາ​ລິ​ມະ​ຊັບ, ​ແຫ່ງ​ຕ່າງໆ​ປະ​ຕິ​ບັດ​ໜ້າ​ທີ່​ປະ​ຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ແລະ​ສະ​ພາບ​ຂອງ​ໄຟຟ້າ​ພະລັງ​ນ້ຳ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້​ຈະ​ດີ​ຂຶ້ນ,​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ຖ່ານ​ຫີນ​ຫຼຸດ​ລົງ.​ຄາດ​ວ່າ​ຄວາມ​ຕ້ອງ​ການ​ຖ່ານ​ຫີນ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້​ຈະ​ບໍ່​ເພີ່ມ​ຂຶ້ນ​ຫຼາຍ,​ສະ​ພາບ​ຄວາມ​ຕ້ອງ​ການ​ແລະ​ການ​ສະ​ໜອງ​ຈະ​ຜ່ອນ​ຄາຍ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ