ບໍ​ລິ​ສັດ​ຈີນ​ມອບ​ເງິນ​ປະ​ກອບ​ສ່ວນ​ອັດ​ເພງ​ມິດ​ຕະ​ພາບ​ລາວ​-​ຈີນ​ຄືນ​ໃໝ່

(GMT+08:00) 2010-07-21 16:19:12     cri

ຕອນ​ຄ່ຳວັນ​ທີ20​ກໍລະກົດ​ນີ້,ທ່ານ​ສົມ​ດີ ບຸນຄຸ້ມ,​ເອກ​ອັກຄະ​ລັດ​ຖະທູດ​ແຫ່ງ​ສ.ປ.ປລາວ​ປະ ຈຳສ.ປຈີນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ຕ້ອນ​ຮັບ​ທ່ານ​ກົ້ວ​ອີ້,​ປະ​ທານ​ບໍ​ລິ​ສັດ​ຟິວ​ເຈີ​ກຼຸບ (Future Group)​ຂອງ​ຈີນ​ເພື່ອ​ມອບ​ເງິນ​ຈຳ​ນວນ​1​ໝື່ນ5​ພັນ​ຢວນ​ຫຼື​ປະ​ມານ​ຫຼື​ປະ​ມານ​18​ລ້ານ​ກີບ​ໃຫ້​ແກ່​ພາກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ລາວ​ໂດຍ​ຜ່ານ​ສະ​ຖານ​ທູດ​ລາວ.​ເງິນ​ຈຳ​ນວນ​ນີ້ ຈະ​ໃຊ້​ເຂົ້າ​ໃນ​ການ​ຮຽບ​ຮຽງ,​ອັດ​ເພງ​ແລະ​ດົນ​ຕີ​ທີ່​ມີ​ເນື້ອ​ໃນ​ກ່ຽວ​ກັບ​ມິດ​ຕະ​ພາບ​ລາວ-ຈີນ​ຄືນ​ໃໝ່,​ເພື່ອ​ເປັນ​ການ​ກະ​ກຽມ​ໃຫ້​ແກ່​ການ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ລະ​ຫວ່າງ​ລາວ​-ຈີນ​ຄົບ​ຮອບ​50​ປີ​ໃນ​ປີໜ້າ.​ໃນ​ໂອກາດ​ນີ້,​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ຄະ​ນະ​ອຳ​ນວຍ​ການ​ບໍ​ລິ​ສັດ​ດັ່ງ​ກ່າວ​ແລະ​ຈະ​ນຳ​ເອົາ​ເງິນ​ດັ່ງ​ກ່າວ​ໄປ​ມອບ​ໃຫ້​ກົມ​ສິນ​ລະ​ປະ​ການ​ສະ​ແດງ,​ກະ​ຊວງ​ຖະ​ແຫຼງ​ຂ່າວ​ແລະ​ວັດ​ທະ​ນະ​ທຳ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ຈຸດ​ປະ​ສົງ​ທີ່​ກ່າວ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ