ອາ​ເມ​ລິ​ກາ​ແລະ​ຣັດ​ເຊຍ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຕາ​ຊີ​ຕາ​ເວັນ​​ອອກ​ກາຍ​ເປັນ​ຈຸດ​ເດັ່ນ​ຂອງ​ກອງ​ປະ​ຊຸມ​ອາ​ຊຽນ​ຕ່າງໆ

(GMT+08:00) 2010-07-22 15:10:09     cri

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ!ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ກອງ​ປະຊຸມ​ລັດຖະ​ມົນ​ຕີ ​ຕ່າງປະ​ເທດ​ອາ​ຊຽນທີ່​ອັດ​ລົງ​ໃນ​ວັນ​ທີ​20​ກໍ​ລະ​ກົດ​ນີ້​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ, ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ອາ​ເມ​ລິ​ກາ​ແລະ​ຣັດ​ເຊຍ​ທີ່​ຢາກ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.​ຕອນ​ບ່າຍ​ວັນ​ທີ​21​ກໍ​ລະ​ກົດ​ນີ້,​ກອງ​ປະຊຸມ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ບວກ​3 ຄື​ຈີນ,​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ,​ການ​ປຶກ​ສາ​ຫາ​ລື​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ເພື່ອ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ໄດ້​ຈັດ​ຂຶ້ນ​ຢູ່​ຮາ​ໂນ້ຍ.

ຂ່າວ​ທີ່​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ຈຸດ​​ເດັ່ນ​ຂອງ​ກອງ​ປະຊຸ​ມອາ​ຊຽນ​ຕ່າງໆ.​ວັນ​ທີ 21 ກໍລະກົດ​ນີ້​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,​ທ່ານ​ຈ໋ອດ ຢັອງ​ບູນ​ຢ້ຽວ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​​ການ​ຕ່າງ​ປະ​ເທດ​ສີ​ງກະ​ໂປ​ກ່າວ​ວ່າ:​"ພວກ​ຂ້າ​ພະ​ເຈົ້າ​ເປັນ​ເອ​ກະ​ສັນ​ກັນ, ຍິນ​ດີ​ຕ້ອນ​ຮັບ​ອາ​ເມ​ລິ​ກາ​ແລະ​ຣັດ​ເຊຍ​ທີ່​ຢາກ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ, ​ແຕ່​ວ່າ​ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ພິ​ຈາ​ລະ​ນາ​ເຖິງ​ວຽກ​ງານ​ບູລິ​ມະ​ສິດ​ໃນ​ປະຈຸ​ບັນ. ສິ່ງ​ທີ່​ສຳ​ຄັນ​ແມ່ນ​ຄວນ​ຮັບ​ປະ​ກັນ​ວຽກ​ງານ​ທີ່​ພວມ​ເຮັດ​ໃນ​ປະຈຸ​ບັນ​ເຊັ່ນ​ວຽກ​ງານ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ໃຫ້​ສາ​ມາດ​ດຳ​ເນີນ​ໄປ​ຢ່າງ​ດີ, ກອງ​ປະຊຸມ​ຈະ​ຈັດ​ຂຶ້ນ​ໃນ​ທຸກ​ປີ, ​ ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ອາ​ຊຽນ, ​ແລະ​ນຳພາ​ໂດຍ​ອາ​ຊຽນ, ​ເຖິງ​​ວ່າອາ​ຊຽນ​ຍັງ​ບໍ່​ທັນ​ເຂັ້ມ​ແຂວງ​ເທົ່າ​ກັບປະ​ເທດ​ເຫຼົ່າ​ນີ້​ກໍ​ຕາມ."
 
ວັນ​ທີ 21 ກໍລະກົດ​ນີ້, ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນບວກ 3 ແລະ​ການ​ປຶກສາ​ຫາລື​ບໍ່​ເປັນ​ທາງ​ການ​ລະດັບ​ລັດຖະມົນ​ຕີ​ການ​ຕ່າງ​ປະ​ເທດ​ເພື່ອ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກໄດ້​ຈັດ​ຂຶ້ນ​ຕາມ​ລຳ​ດັບ.​ປະ​ຈຸ​ບັນ,​ນອກ​ຈາກ​10​ປະ​ເທດ​ອາ​ຊຽນ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີຕາ​ເວັນ​ອອກ,​ຍັງ​ລວມ​ມີ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຂອງ​ອາ​ຊຽນ​ຄື:​ຈີນ,​ຍີ່​ປຸ່ນ,​ສ.​ເກົາ​ຫຼີ,​ອິນ​ເດຍ,​ອົສ​ຕຼາ​ລີ​ແລະ​ນູ​ແວັນ​​ເຊ​ລັງ. ການ​ທີ່ 6 ປະ​ເທດ​ຄູ່​ເຈ​ລະ​ຈາ​ອາ​ຊຽນ​ເຫັນ​ດີ​ໃຫ້ອາ​ເມ​ລິ​ກາ​ແລະ​ຣັດ​ເຊຍ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ຫຼື​ບໍ່​ນັ້ນ​ໄດ້​​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ສົນ​ໃຈ​ນຳ​ຫຼາຍ.​ໃນ​ເວ​ລາ​ທ່ານ​ສຸ​ລິນ ພິດ​ສຸ​ວັນ,​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,​ທ່ານ​ກ່າວ​ວ່າ,​ປ​ະ​ເທດ​ຄູ່​ເຈ​ລະ​ຈາ​ບໍ່​ໄດ້​ສະ​ແດງ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນຕໍ່​ເລື່ອງນີ້.

  "6ປະ​ເທດ​ຄູ່​ເຈລະຈາ​ລ້ວນ​ແຕ່​ຈະສະຫນັບສະຫນູນ​ການ​ຕັດສິນ​ໃຈ​ຂອງ​ອາ​ຊຽນ, ​ແລະ​ກໍ່​ຈະປຶກສາ​ຫາລື​ກັນ​ກັບ​ອາ​ຊຽນ​ກ່ຽວ​​ກັບ​ບັນ​ຫາ​ນີ້,​ແລ້ວ​ຈະ​ຕົກ​ລົງ​ກັນ​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ແຫ່ງ​ນີ້​ໃນ​ເດືອນ​ຕຸລາ​ປີ​ນີ້."

ຕາມ​ຂ່າວ​ຈາກ​ຄະນະ​ຜູ່​ແທນ​ຈີນ​,​ໃນ​ເວລາທ່ານ​ຢາງ​ເຈຍ​ສື,​ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ບໍ່​ເປັນທາງ​ການ​ລະ​ດັບ ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ເພື່ອ​ກອງ​ປະ​ຊຸມສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ,​ທ່ານ​ກ່າວ​ວ່າ,​ການ​ປ່ຽນ​ແປງ​ຂອງ​ໂຄງ​ປະ​ກອບ​ເຂດ​ອາ​ຊີ​ຕາ​ເວັນ​ອອກ ຄວນ​ມີ​ຜົນດີ​ຕໍ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ,​ການ​ພັດ​ທະ​ນາ,​ການ​ຮ່ວມ​ມື​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອາ​ຊີ​ຕາ​ເວັນ​ອອກ,​ຄວນ​ສອດ​ຄ່ອງ​ກັບ​ຈຸດ​ພິ​ເສດ​ທີ່​ມີ​ລັກ​ສະ​ນະ​ຫຼາກ​ຫຼາຍ​ຂອງ​ອາຊີ​ຕາ​ເວັນ​ອອກ.​ ກົນ​ໄກ​ຮ່ວມ​ມືຕ່າງໆ​ຂອງ​ພາກ​ພື້ນ​ນີ້​ຄວນ​ເພີ່ມ​ຕື່ມ​ເຊິ່ງກັນ​ແລະ​ກັນ,​ຊຸກ​ຍູ້​ກັນ​ແລະ​ກັນ,​ແລະ​ພັດ​ທະ​ນາ​ຮ່ວມ​ກັນ;​ໂຄງ​ປະ​ກອບ​ພາກ​ພື້ນ​ທີ່​ມີ​ການ​ປ່ຽນ​ແປງ​ນັ້ນ ຄວນ​ຍຶດ​ຖື​ບົດ​ບາດ​ນຳ​ຫນ້າ​ຂອງ​ອາ​ຊຽນ.​ທ່ານ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮັບ​ຟັງ​ແລະ​ເຄົາ​ລົບ​ຄວາມ​ເຫັນທີ່​ເປັນ​ເອ​ກະ​ສັນ​ກັນ​ຂອງ​ອາ​ຊຽນ,​ເພື່ອ​ແລກ​ປ່ຽນ​ກັບ​ທຸກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີ້.

ກ່ຽວ​ກັບ​ການ​ຮັບ​ເອົາ​ສອງ​ປະ​ເທດ​ໃຫຍ່ຄື:​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ເຂົ້າຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ,​ຢູ່​ພາຍ​ໃນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນກໍ່​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຈຳ​ນວນ​ໜຶ່ງ.​ຖ້າວ່າ​ມີ​ປະ​ເທດ​ໃຫຍ່​ໃນ​ພາກ​ພື້ນ​ແລະ​ປະ​ເທດ​ໃຫຍ່​ໃນ​ໂລກ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຕ່າງໆ​ຂອງ​ອາ​ຊຽນ,​ອາ​ຊຽນ​ຍັງ​ຈະ​ຮັກ​ສາ​ຖາ​ນະ​ບົດ​ບາດ​ທີ່​ເປັນ​ໃຈ​ກາງ​ນັ້ນ​ໄດ້​ຫຼື ບໍ່?​ທ່ານ​ກະ​ສິດ ​ພິ​ລົມ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ກ່າວ​ວ່າ:"ນີ້​ບໍ່​ແມ່ນ​ບັນ​ຫາ​ທີ່​ໜ້າ​ເປັນ​ຫ່ວງ,​ແມ່ນ​ບັນ​ຫາ​ທີ່​ຕ້ອງ​ເປັນ​ໄປ.ນີ້​ແມ່ນ​ຫຼັກ​ການ​ຂອງ​ອາ​ຊຽນ.​ສະ​ນັ້ນ,​ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ອາ​ຊຽນ​ພວກ​ເຮົາ​ເຂັ້ມ​ແຂງ​ຂຶ້ນ,​ມີ​ການ​ພົວ​ພັນ​ແໜ້ນ​ແຟ້ນ​ກວ່າ​ເກົ່າ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັນ,​ໂຄ​ລົບ​ນ້ຳ​ໃຈ​ຂອງ​ກົດ​ບັດ​ອາ​ຊຽນ,​ປະ​ຕິ​ບັດ​ກົດ​ບັດ​ອາ​ຊຽນ​ຢ່າງ​ແທ້​ຈິງ,​ສ້າງ​ຕະ​ຫຼາດ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັນ,​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ,​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມ."

ອີງ​ຕາມ​ລະບຽບ​ການ,ຄະນະ​ກຳມະການ​ປະສານ​ງານ​ຂອງ​ອາ​ຊຽນຈະ​ດຳ​ເນີນ​ການຄົ້ນ ຄວ້າ​ຕື່ມ​ອີກ​ກ່ຽວ​ກັບ​ການ​ຮັບ​ເອົາ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊີ​ຕາ​ເວັນ​ອອກ,​ແລະ​ຈະ​ສະ​ເໜີ​ຄວາມ​ເຫັນ​ກ່ຽວ​ກັບ​ເລື່ອງ​ນີ້​ຢ່າງ​ເປັນ​ທາງ​ການ​ກ່ອນ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ​ໃນ​ເດືອນ​ຕຸ​ລາ​ປີ​ນີ້,​ເພື່ອ​ເຮັດ​ໃຫ້​ກອງ​ປະ​ຊຸມ​ທຳ​ການ​ຕັດ​ສິນ​ເທື່ອ​ສຸດ​ທ້າຍ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ