ມາດ​ຕະ​ຖານ​ຂອງ​ຂະ​ແໜງ​ການ​ກິນ​ດື່ມ​ຂອງ​ຈີນ​ຈະ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ​

(GMT+08:00) 2010-07-28 16:45:53     cri

ຕາມ​ຂ່າວCRI:ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ.​ວັນ​ທີ28 ກໍ​ລະ​ກົດ​ນີ້,​ຄະ​ນະ​ກຳ​ມະ​ການ​ສ້າງ​ມາດ​ຕະ​ຖານ​ຂະ​ແໜງ​ການ​ກິນ​ດື່ມ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ.​ອົງ​ການ​ນີ້​ປະ​ກອບ​ດ້ວຍ​ບຸກ​ຄົນ​ໃນ​ຂະ​ແໜງ​ການ​ກິນ​ດື່ມ,​ຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ວາງ​ແຜນ​ໃຫ້​ການ​ສ້າງ​ມາດ​ຕະ​ຖານ​ຂະ​ແໜງ​ການ​ກິນ​ດື່ມ​ຂອງ​ຈີນ,​ເຮັດ​ວຽກ​​ວາງ​ແລະ​ດັດ​ແປງ​ມາດ​ຕະ​ຖານ.​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ເຫັນ​ວ່າ,​ນີ້​ຈະ​ເລັ່ງ​ລັດ​ຂະ​ບວນ​ການ​ສ້າງ​ມາດ​ຕະ​ຖານ​ຂອງ​ຂະ​ແໜງ​ການ​ກິນ​ດື່ມ​ຈີນ.

ຄະນະ​ກຳມະການ​ສ້າງ​ມາດຕະຖານ​ຂະ​ແໜງ​ການ​ກິນ​ດື່ມ​ຈີນ​ປະກອບ​ດ້ວຍ​ຜູ່​ຊ່ຽວຊານ​ໃນ​ຫຼາຍຂົງ​ເຂດ,​ເຊັ່ນ:​ກົດ​ໝາຍ,​ການ​ຄຸ້ມ​ຄອງ​ວິ​ສາ​ຫະ​ກິດ,​ການ​ປຸງ​ແຕ່ງ​ແລະ​ໂພ​ຊະ​ນາ​ການ,​ລວມ​ທັງ​ອາ​ຫານ​ຈີນ​ແລະ​ອາ​ຫານ​ຕາ​ເວັນ​ຕົກ,​ນອກ​ຈາກ​ກ່ຽວ​ພັນ​ເຖິງ​ອາ​ຫານ​ຫຼັກ,​ມາດ​ຕະຖານ​ຂອງ​ອາ​ຫານ​ໄວ​ກໍ່​ຢູ່​ໃນ​ຂອບ​ເຂດ​ຄຸ້ມ​ຄອງ​ຂອງ​ຄະນະ​ກຳ​ມະ​ການ​ນີ້.ທ່ານ​ຊູ່​ຊິ່ວ​ເຊີງ,ປະ​ທານ​ຄະ​ນະ​ກຳ​ມະ​ການ​ບອກ​​ໃຫ້​ຮູ້​ວ່າ,​ຊຸກ​ຍູ້​ການ​ສ້າງ​ມາດ​ຕະ​ຖານ,​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ກິນ​ດື່ມ​ຂອງ​ຈີນ.

ໃນ​ຫຼາຍ​ປີ​ມາ​ນີ້, ຂະ​ແໜງ​ການ​​ກິນ​ດື່ມ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມ​ຄວນ​ຕະ​ຫຼອດ​ມາ, ​ໄດ້​ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ທີ່​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ຂອງ​ພາຍ​ໃນ​ແລະ​ຊຸກ​ຍູ້​ການ​ບໍ​ລິ​ໂພກ. ​ໃນ 6 ເດືອນ​ຕົ້ນ​ປີ​ນີ້,​ຂະ​ແໜງ​ການ​ກິນ​ດື່ມ​ຂອງ​ທົ່ວ​ປະ​ເທດ​ສ້າງ​ລາຍ​ໄດ້​ຫຼາຍ​ກວ່າ 800 ຕື້​ຢວນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ​ນີ້ 16,9%, ຄາ​ດວ່າ​ໃນ​ໝົດ​ປີ​ຈະ​ໄດ້ 2000 ຕື້​ຢວນ. ທ່ານ​ນາງ​ຫູ​ຈ້ຽນ​ຜີງ, ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ຄຽງ​ຄູ່​ກັບ​ການ​ພັດ​ທະນະ​ຂອງ​ຂະ​ແໜງ​ການ​ກິນ​ດື່ມ,​ການ​ກໍ່​ສ້າງ​ມາດ​ຕະ​ຖານ​ທີ່​ກ່ຽວ​ຂ້ອງ​ກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ດີ​ເຊັ່ນ​ກັນ.​ນາງ​ກ່າວ​ວ່າ:​"ປະ​ຈຸ​ບັນ​ມາດ​ຕະ​ຖານ​ຂອງ​ລັດ​ແລະ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ພັນ​ເຖິງ​ຂະ​ແໜງ​ການ​ກິນ​ດື່ມ​ມີ 10 ກວ່າ​ຂໍ້, ປະຈຸ​ບັນ​ທີ່​ພວມ​ວາງ​ອອກ​ນັ້ນ​ກໍ​ມີ 10 ກວ່າ​ຂໍ້, ຍັງ​ມີ​ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ໄດ້​ສ້າງ​ມາດ​ຕະ​ຖານ​ຂອງ​ຕົນ​ເອງ, ອັນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​​ສຳ​ຄັນ​ຕໍ່​ການ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ກິນ​ດື່ມ​ຫັນ​ເຂົ້າ​ສູ່​ລະ​ບຽບ​"

"ຄະນະ​ກຳມະການ​ນີ້​ຈະ​ວາງ​ແຜນການ​ພັດທະນາ​ໃຫ້ການ​ສ້າງ​ມາດຕະຖານ​ຂະ​ແໜງ​ການ​ກິນ​ດື່ມຢ່າງ​ຖືກ​ຫຼັກ​ວິ​ທະ​ຍາ​ສາດ.​ປະ​ຈຸ​ບັບ​ນີ້,​ຂະ​ແໜງ​ການ​ກິນ​ດື່ມ​ຄວນ​ມີ​ມາດ​ຕະ​ຖານ​ຫຍັງ​ແດ່,​ແລະ​ມີ​ຫຍັງ​​ແດ່​ແມ່ນ​ຕ້ອງ​ສຳ​ເລັດ​ຢ່າງ​ຮີບ​ດ່ວນ,​ຕ້ອງ​ມີ​​ແຜນ​ການ​ຊີ້​ນຳ​ຢ່າງ​ຮອບ​ດ້ານ​.ຍັງ​ຈະ​ໂຄ​ສະ​ນາ​ເຜີຍ​ແຜ່​ຢ່າງ​ກວ້າງ​ຂວາງ​ກວ່າ​ເກົ່າ​ໂດຍ​ຜ່ານ​ເວັບ​ໄຊ,​ໂທ​ລະ​ພາບ,​ໜັງ​ສື​ພິມ​ແລະ​ສື່​ອື່ນໆ."

ແຕ່​ວ່າ, ຢູ່​ຕະຫຼາດ​ຈີນ, ຍັງ​ມີ​ປະກົດ​ການ​ທີ່​ເຫດການ​ຄວາມ​ປອດ​ໄພ​ດ້ານ​ອາ ຫານ​ເກີດ​ຂຶ້ນ​​ໃນ​ບາງ​ຄັ້ງ​ບາງ​ຄາວ​ແລະ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ດ້ານ​ກິນ​ດື່ມ​ບໍ່​ເທົ່າ​ທຽມ​ກັນ. ຕໍ່​ເລື່ອງ​ນີ້,​ນາງ​ຮູ​ຈ້ຽນ​ຜິງ​ເຫັນ​ວ່າ, ​ເມື່ອ​ທຽບ​ກັບ​ຂະ​ໜາດ​ຂອງ​ຂະ​ແໜງ​ການ​ແລ້ວ​ເຫັນ​ວ່າ,​ມາດ​ຕະ​ຖານ​ຂອງ​ຂະ​ແໜງ​ການ​ກິນ​ດື່ມ​ຂອງ​ຈີນ​ໃນ​ປັດ ຈຸ​ບັນ ຍັງ​ມີ​ໜ້ອຍ,​ບາງ​ມາດ​ຕະ​ຖານ​ມີ​ເວ​ລາ​ໄດ້​ຮັບ​ຜົນ​ດົນ​ສົມ​ຄວນ.​ນາງ​ເຫັນ​ວ່າ,​ຄຽງ​ຄູ່​ກັບ​ອົງ​ການ​ສະ​ເພາະ​ກິດ ຄື ​ຄະ​ນະ​ກຳ​ມະ​ການ​ກໍ່​ສ້າງ​ມາດ​ຕະ​ຖານ​ຂອງ​ຂະ​ແໜງ​ການ​ກິນ​ດື່ມ​ຈີນ​ສ້າງ​ຕັ້ງ​ຂຶ້ນ,​ບັນ​ຫາ​ເຫຼົ່າ​ນີ້​ສາ​ມາດ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ.

ນາງ​ຮູ​ຈ້ຽນຜິ​ງສະ​ເໜີ​ວ່າ, ​ໃນ​ຂະນະ​ທີ່​ກໍ່ສ້າງ​ລະບົບ​ມາດຕະຖານ​ຂອງ​ຂະ​ແໜງ​ການ​ກິນ​ດື່ມຂອງ​ຈີນ, ຄະນະ​ກຳມະການ​ດັ່ງກ່າວ​ກໍ​ຄວນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ວາງ​ມາດ​ຕະ​ຖານ​ທີ່​ກ່ຽວ​ຂ້ອງ​ຂອງ​ສາກົນ, ​ເພື່ອ​ຊຸກ​ຍູ້​ໃຫ້​ມາດ​ຕະ​ຖານ​ຂອງ​ຈີນ​ເຊື່ອມ​ເຂົ້າ​ກັບ​ມາດ​ຕະ​ຖານ​ສາ​ກົນ, ​ແລະ​ຍົກ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ຂອງ​ຂະ​ແໜງ​ການ.​ນາງ​ກ່າວ​ວ່າ: ​"ຈີນ​ມີ​ລະ​ບົບ​ອາ​ຫານ​ທີ່​ມີ​ເອ​ກະ​ລັກ​ຫຼາຍ,​ພວກ​ເຮົາ​ກໍ​ສາ​ມາດ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ວາງ​ມາດ​ຕະ​ຖານ​ສາ​ກົນ.​ຖ້າ​ເຂົ້າ​ຮ່ວມ​ການ​ວາງ​ມາດ​ຕະ​ຖານ​ສາ​ກົນ​ແລ້ວ ຈະ​ມີ​ປະ​ໂຫຍ​ດຕໍ່​ມາດ​ຕະ​ຖານ​ຂອງ​ຈີນ​ກາຍ​ເປັນ​ມາດ​ຕະ​ຖານ​ສາ​ກົນ, ມີ​ປະ​ໂຫຍດ​ຕໍ່​ຂະ​ແໜງ​ການ​ກິນ​ດື່ມ​ຂອງ​ຈີນ​ໄປ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ, ​ແລະ​ ຈະ​ມີ​ປະ​ໂຫຍດ​ຫຼາຍ​ຕໍ່​ການ​ຍົກ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ຂອງ​ຂະ​ແໜງ​ການ​ດັ່ງ​ກ່າວ."

ຫຼັງ​ຈາກ​ຄະນະ​ກຳມະການ​ ກໍ່ສ້າງ​ມາດຕະຖານ​ຂອງ​ຂະ​ແໜງ​ການ​ກິນ​ດື່ມ​ ຂອງ​ຈີນ​ສ້າງ​ສຳ​ເລັດ​ແລ້ວ,​ວຽກ​ງານ​ອັນ​ດັບ​ໜຶ່ງ​ກໍ​ແມ່ນ​ຊຸກ​ຍູ້​ການ​ຮ່າງ​ແລະ​ປະ​ຕິ​ບັດ​ຫຼາຍ ມາດ​ຕະ​ຖານ​ຄື​"ມາດ​ຕະ​ຖານ​ກໍ່​ສ້າງ​ວິ​ສາ​ຫະ​ກິດ​ກິນ​ດື່ມ​ແບບ​ປະ​ຢັດ​ແລະ​"ມາດ​ຕະ​ຖານ​ປະ​ເມີນ​ລະ​ດັບ​ສິນ​ເຊື່ອ​ຂອງ​ວິ​ສາ​ຫະ​ກິດ​ກິນ​ດື່ມ"​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ