ຈີນເຜີຍແຜ່ໂຄງຮ່າງແຜນການປະຕິຮູບແລະພັດທະນາການສຶກສາໄລຍະກາງແລະໄລຍະຍາວຂອງລັດ"
(GMT+08:00) 2010-07-30 17:28:29 cri
"ໂຄງຮ່າງແຜນການປະຕິຮູບແລະພັດທະນາການສຶກສາໄລຍະຍາວແລະກາງຂອງລັດແຕ່ປີ 2010 ຫາ 2020"ຂອງຈີນໄດ້ເຜີຍແຜ່ໃນວັນທີ 29 ກໍລະກົດນີ້. ໂຄງຮ່າງດັ່ງກ່າວກ່າວເນັ້ນວ່າ,ຈີນຈະສືບຕໍ່ຖືການສຶກສາໄວ້ຢູ່ໃນຖານະຍຸດທະສາດທີ່ຈະພັດທະນາກ່ອນໝູ່,ເພີ່ມການປະຕິຮູບການສຶກສາແລະເພີ່ມງົບປະມານ,ຮອດປີ 2020 ຈະສ້າງປະເທດຈີນໃຫ້ເປັນປະເທດທີ່ເຂັ້ມແຂງດ້ານຊັບພະຍາກອນມະນຸດ.
"ໂຄງຮ່າງແຜນການປະຕິຮູບແລະພັດທະນາການສຶກສາໄລຍະຍາວແລະກາງຂອງລັດແຕ່ປີ 2010 ຫາ 2020" ແມ່ນໂຄງການສຶກສາສະບັບທຳອິດຂອງຈີນພາຍຫຼັງກ້າວສູ່ສັດຕະວັດໃໝ່.ເຊິ່ງແມ່ນທ່ານເວີນເຈ່ຍປາວ, ນາຍົກລັດຖະມົນຕີຈີນເປັນຜູ້ນຳພາການຮ່າງແລະດັດແກ້ໂດຍເພິ່ນເອງ, ແລະໃຫ້ສັງຄົມປະກອບຄຳເຫັນຢ່າງເປີດກວ້າງ. ໂຄງຮ່າງດັ່ງກ່າວສະເໜີວ່າ,ຈີນຈະຫັນການສຶກສາໃຫ້ທັນສະໄໝໃນຂັ້ນພື້ນຖານໃນປີ 2020,ສ້າງສັງຄົມຈີນໃຫ້ເປັນສັງຄົມທີ່ເອົາໃຈໃສ່ການສຶກສາໃນຂັ້ນພື້ນຖານ,ແລະກ້າວເຂົ້າສູ່ປະເທດເຂັ້ມແຂງດ້ານຊັບພະຍາກອນມະນຸດ ຮອດເວລານັ້ນ, ຈີນຈະເຜີຍແຜ່ການສຶກສາພາກບັງຄັບໃຫ້ທົ່ວເຖິງຢ່າງຮອບດ້ານ,ອັດຕາເຂົ້າຮຽນໂຮງຮຽນມັດທະຍົມຈະຮອດ 90%, ໂຮງຮຽນຊັ້ນສູງຈະມີຮອດ40%,ຜູ້ໄດ້ຮັບການສຶກສາຊັ້ນສູງຈະຮອດ 20%, ເຮັດໃຫ້ຜູ້ມີລະດັບການສຶກສາຂັ້ນມະຫາວິທະຍາໄລຫຼາຍກວ່າປີ 2009 ໜຶ່ງເທົ່າ.
ທ່ານຫວາງເຟີງ, ນັກຄົ້ນຄວ້າຂອງສູນຄົ້ນຄວ້າພັດທະນາການສຶກສາຂອງກະຊວງສຶກສາທີການຈີນກ່າວວ່າ, ໂຄງຮ່າງດັ່ງກ່າວບໍ່ພຽງແຕ່ໄດ້ຊີ້ແຈງທິດທາງແລະແນວຄິດຂອງການປະຕິຮູບການສຶກສາເທົ່ານັ້ນ, ຍັງມີຈຸດພິເສດຫຼາຍຢ່າງ:"ເຊັ່ນວ່າ:ໄດ້ຈັດເອົາການພັດທະນາການສຶກສາທຸກຂັ້ນທຸກປະເພດໃຫ້ເປັນຫມວດແລ້ວສະເຫນີອອກມາຢ່າງເປັນລະບົບ.ຕົວຢ່າງວ່າ,ການສຶກສາກ່ອນໄວຮຽນ,ໄດ້ວາງຫນ້າທີ່, ເປົ້າຫມາຍແລະມາດຕະການຂອງການພັດທະນາການສຶກສາກ່ອນເຂົ້າຮຽນ.ອີກອັນຫນຶ່ງແມ່ນໄດ້ບັນຍາຍກ່ຽວກັບບັນຫາການສ້າງສັງຄົມຮ່ຳຮຽນຕະຫລອດຊີວິດ,ການສຶກສາຊົນເຜົ່າ,ການສຶກສາພິເສດ,ແລະການເຜີຍແຜ່ການສຶກສາຊັ້ນສູງແລະບັນຫາອື່ນໆ.ຍັງໄດ້ວາງມາດຕະການຮັບປະກັນການປະຕິຮູບກັບການພັດທະນາຂອງການສຶກສາເຊັ່ນ:ທຶນສຶກສາ, ຄູສອນແລະຫັນການສຶກສາເປັນຂໍ້ມູນຂ່າວສານໂດຍສະເພາະ,ມີແນວທາງທີ່ຈະແຈ້ງ."
ໃນຫລາຍປີມານີ້, ວຽກງານສຶກສາຂອງຈີນໄດ້ເກີດມີບາງບັນຫາ.ເຊັ່ນ:ການສຶກສາແບບເສັງເອົາຄະແນນນັ້ນໄດ້ຈຳກັດຄວາມສາມາດຫົວຄິດປະດິດສ້າງຂອງນັກຮຽນ:ກຳລັງແຂ່ງຂັນຂອງສະຖາບັນແລະໂຮງຮຽນໃນການຄົ້ນຄວ້າວິທະຍາສາດບໍ່ພຽງພໍ;ການແຈກຢາຍຊັບພະຍາກອນການສຶກສາຂອງຕົວເມືອງແລະຊົນນະບົດບໍ່ສະຫມ່ຳສະເຫມີກັນ,ເຮັດໃຫ້ການສຶກສາບໍ່ຍຸດຕິທຳແລະອື່ນໆ.ຕໍ່ບັນຫາເຫລົ່ານີ້,ໂຄງຮ່າງແຜນການສຶກສາໄດ້ສະເຫນີລະບອບການຕີລາຄາຄຸນນະພາບການປະຕິຮູບການສຶກສາແລະຕີລາຄາຊັບພະຍາກອນມະນຸດ,ສ້າງລະບົບບໍລິການການສຶກສາສາທາລະນະທີ່ປົກຄຸມທັງຕົວເມືອງແລະຊົນນະບົດ.
ຄຽງຄູ່ກັບການເຜີຍແຜ່"ໂຄງຮ່າງແຜນການປະຕິຮູບແລະພັດທະນາການສຶກສາໃນໄລຍະກາງແລະໄລຍະຍາວ",ທ້ອງຖິ່ນຕ່າງໆຂອງຈີນຈະລົງມືສ້າງເອກະສານທີ່ເໝາະສົມກັນ.ຫຼັງຈາກນັ້ນ,ການເຮັດແນວໃດເພື່ອຮັບປະກັນໃຫ້ໂຄງຮ່າງແຜນການສຶກສາໄດ້ຮັບການຜັນຂະຫຍາຍຢ່າງບັງເກີດຜົນຈະກາຍເປັນຈຸດສຸມຂອງສັງຄົມ.ທ່ານຢາງຕົ່ງພີງ,ສາດສະດາຈານມະຫາວິທະຍາໄລເຕັກໂນໂລຊີປັກກິ່ງຊີ້ອອກວ່າ,ການວາງແຜນລະອຽດ,ສົ່ງເສີມໃຫ້ທ້ອງຖິ່ນຕ່າງໆຈັດການທົດລອງດ້ານການປະດິດສ້າງການສຶກສາ,ຈະມີບົດບາດຮັບປະກັນແລະຊຸກຍູ້ຕໍ່ການປະຕິບັດໂຄງຮ່າງແຜນການສະບັບນີ້ຢ່າງແທ້ຈິງ.ທ່ານກ່າວວ່າ: "ສິ່ງທີ່ຄົນທັງຫຼາຍສົນໃຈໃນປະຈຸບັນນີ້ແມ່ນ,ໃນຕໍ່ໜ້າ,ຈະປະຕິບັດໂຄງຮ່າງແຜນການການສຶກສາສະບັບນີ້ແນວໃດ.ຂ້າພະເຈົ້າເຫັນວ່າ,ອັນທີໜຶ່ງ,ມາດຕະການແລະຄວາມຮຽກຮ້ອງຂອງການປະຕິຮູບຕ້ອງ.ແຜນການແລະຕາຕະລາງເວລາຕ້ອງໃຫ້ຊັດເຈນທີ່ສຸດ;ອັນທີສອງ,ການປະຕິຮູບຄວນສ້າງຕັ້ງຂຶ້ນຢູ່ບົນພື້ນຖານການທົດລອງ.ປະຈຸບັນນີ້,ກະຊວງສຶກສາທິການໄດ້ສ້າງຈຸດທົດລອງປະຕິຮູບການສຶກສາທ້ອງຖິ່ນ200ແຫ່ງ,ໃນຂະບວນການນີ້,ຕ້ອງມີບົດຮຽນປະດິດສ້າງໃໝ່ດ້ານການສຶກສາທີ່ມີຄຸນຄ່າຈຳນວນໜຶ່ງເກີດຂຶ້ນມາ."