ຈີນ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ເກ​ມທາງ​ອິນ​ເຕີ​ເນັດ

(GMT+08:00) 2010-08-02 17:23:01     cri


ຕາມ​ຂ່າວ cri: ກົດ​ລະບຽບ​ຄ້ມຸຄອງ​ເກ​ມ​ອິນ​ເຕີ​ເນັດ​ສະບັບ​ຊົ່ວຄາວ ​ເຊິ່ງ​ແມ່ນກົດ​ລະບຽບ​​ເພື່ອ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ເກ​ມອິນ​ເຕີ​ແນັດສະບັບ​ທຳ​ອິດ​ຂອງ​ຈີນ​ໄດ້​ເລີ່​ມປະຕິບັດ​ນັບ​ແຕ່​ວັນ​ທີ 1 ສິງຫາ​ນີ້​ເປັນ​ຕົ້ນ​ໄປ,ກົດ​ລະບຽບ​ດັ່ງກ່າວ​ໄດ້​ມີ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ເທື່ອ​ທຳ​ອິດ​ຕໍ່​​ເນື້ອ​ໃນ,ຕະຫລາດ, ການ​ດຳ​ເນີນທຸລະ​ກິດ,ການ​ຕິດຕາມ​ຄຸ້ມ​ຄອງ​ແລະຄວາມ​ຮັບຜິດຊອບຕໍ່ກົດຫມາຍ​ຂອງ​ເກ​ມອິນ​ເຕີ​ເນັດ.​ພາກສ່ວນກ່ຽວຂ້ອງ​ຜ່ານ​ການຈະ​ເພີ່ມ​ທະວີ​ຕິດການຕາມ​ຄຸ້ມ​ຄອງ​ເນື້ອ​ໃນ, ​ໃຊ້​ມາດ​ຕະການ​ດ້ານ​ເຕັກນິກ​ແລະ​ການ​ປະຕິບັດ​ວິ​ໄນ​ຂອງ​ຂະ​ແຫນງ​ການ​,​ເພື່ອສ້າງ​ສະພາບ​ແວດ​ລ້ອມ​ອິນ​ເຕີ​ເນັດ​ທີ່​ປອດ​ໃສ​ໃຫ້​ແກ່​ຜູ່​​ໃຊ້​ອິນ​ເຕີ​ເນັດ​ໂດຍ​ສະ​ເພາະ​ແມ່ນ​ຜູ່​ອາຍຸ​ບໍ່​ເຖິງ​ກະສຽນ.

​ໃນ​ຫລາຍ​ປີ​ມາ​ນີ້,ຂະ​ແຫນງ​ການ​ເກ​ມອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​ຂະ​ຫຍາ​ຍ ຕົວຢ່າງ​ວ່ອ​ງ​ໄວ.ປື້​ມປົກ​ຂາວ​ກ່ຽວ​ກັບ​ຕະຫລາດ​ເກ​ມອິນ​ເຕີ​ເນັດ​ຈີນ​ປີ 2009 ທີ່​ກະຊວງ​ວັດທະນະທຳ​​ປະກາດ​ໃນ​ຕົ້ນ​ປີ​ນີ້ຊີ້​ອອກ​ວ່າ, ປີ 2009, ຕະຫລາດ​ເກ​ມອິນ​ເຕີ​ເນັດ​ຂອງ​ຈີນ​ມີ​ມູນ​ຄ່າ​ເຖິງ 25 ຕື້ 800 ລ້ານ​ຢວນ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ 2008 ​ເກືອບ 40%,ຢູ່​ແຖວ​ຫນ້າ​ຂອງ​ໂລກ.​​ແຕ່​ໃນ​ຂະນະ​ດຽວ​ກັນ​ນີ້, ຂະ​ແຫນງ​ການ​ເກ​ມອິນ​ເຕີ​ເນັດ​ຂອງ​ຈີນ​ກໍ່​ເກີດ​ມີ​ບັນຫາ​ພົ້ນ​ເດັ່ນ​ຈຳນວນ​ຫນຶ່ງ.ຕໍ່​​ເລື່ອງ​ນີ້, ທ່ານ​ລີ​ຊຸງ, ຫົວຫນ້າ​ກົມ​ຕະຫລາດ​ວັດທະນະທຳ​ຂອງ​ກະຊວງ​ວັດທະນະທຳ​ຈີນ​ກ່າວ​ວ່າ, ​ເພື່ອ​ແກ້​ໄຂ​ບັນຫາ​ເຫລົ່າ​ນີ້​ໄດ້ຕົກ​ເປັນ​ຢ່າງ​ດີ, ກະຊວງ​ວັດທະນະທຳ​ຈີນ​ໄດ້​ວາງ ວິທີ​ຄຸ້ມຄອງ​ເກ​ມ​ອິນ​ເຕີ​ເນັດ​ສະບັບ​ຊົ່ວຄາວອອກ.ທ່ານກ່າວ​ວ່າ:

"​ເກ​ມ​ອິນ​ເຕີ​ເນັດ​ໃນ​ຖານະ​ທີ່ເປັນ​ສິ່ງ​ບັນ​ເທິງ​ໃໝ່​ແບບ​ໜຶ່ງ, ​ໃນ​ເວລາ​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ຫຼາຍ​ປີ​ມາ​ນີ້, ກໍ​ໄດ້​ພາ​ໃຫ້​ເກີດ​ບັນຫາ​ສັ​ງຄົມ​ຕ່າງໆ, ກາຍ​ເປັນ​ຈຸດ​ສຸມ​ທີ່​ວົງ​ການ​ຕ່າງໆ​ຂອງ​ສັງຄົມ​ແລະ​ສື່​ມວນ​ຊົນ​ເປັນ​ຫ່ວງ​ນຳ.​ປະ​ຈຸ​ບັນ,​ບັນ​ຫາ​ພົ້ນ​ເດັ່ນ​ຂອງ​ເກມ​ອິນ​ເຕີ​ນັດ​ສະ​ແດງ​ອອກ​ໃນ​ດ້ານ​ການ​ຕິດ​ເກ​ມອິນ​ເຕີ​ເນັດ, ​ເນື້ອ​ໃນ​ຂອງ​ເກ​ມອິນ​ເຕີ​ເນັດ​ແລະ​ຮັກ​ສາ​ສິດ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ຫຼິ້ນ​ເກມ​ອິນ​ເຕີ​ເນັດ​ເປັນ​ຕົ້ນ."

ສິ່ງ​ທີ່​ໜ້າ​ສົນ​ໃຈ​ຄື: ​ໃນ​ການ​ພັດທະນາ​ຂອງເກ​ມອິນ​ເຕີ​ເນັດ, ​ເນື້ອ​ໃນ​ຂອງ​ເກ​ມອິນ​ເຕີ​ເນັດບໍ່​ສ້າງສັນແລະ​ຕິດ​ງ່າຍ​ມີ​ຜົນ​ສະ​ທ້ອນ​ຢ່າງ​​ໃຫຍ່​ຫຼວງ​ຕໍ່​ຜູ້​ຫຼິ້ນ​ເກ​ມອິນ​ເຕີ​ເນັດທີ່ອາຍຸ​ບໍ່​ເຕັມ​ກະ​ສຽນ.​ຕາມ​ສະ​ຖິ​ຕິ,​ຮອດ​ທ້າຍ​ປີ 2009 ​ໃນ​ທົ່ວ​ປະ​ເທດ​ມີ​ຜູ້​ໃຊ້​ອິນ​ເຕີ​ເນັດ 384 ລ້ານ​ຄົນ, ​ໃນ​ນັ້ນ​ຜູ້​ອາຍຸ​ບໍ່​ເຕັມ​ກະ​ສຽນ​ກວມ​ປະມານ 1 ສ່ວນ 3. ​ເປົ້າ​ໝາຍ​ຂອງ​ຜູ້​ໃຊ້ອິນ​ເຕີ​ເນັດ​ເຫຼົ່າ​ນີ້​ຕົ້ນ​ຕໍ່​ກໍ​ແມ່ນ​ຫຼິ້ນ​ເກ​ມ.

ຕໍ່​ຈຳນວນ​ຜູ້​ໃຊ້​ອິນ​ເຕີ​ເນັດ​ອາຍຸ​ບໍ່​ເຕັມ​ກະສຽນ​ຫຼາຍ​ຂະໜາດ​ນີ້, ນາງ​ເສີນ​ອີ​ຢຸນ, ສາດສະດາຈານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ປັກ​ກິ່ງ,​ຜູ້​ຊ່ຽວ​ຊານ​ຄົ້ນ​ຄວ້າ​ຊາວ​ໜຸ່ນ​​ໃຊ້​ອິນ​ເຕີ​ເນັດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ຊີ້​ອອກ​ວ່າ: "ປະ​ເທດ​ພວກ​ເຮົາ​ມີ​ຜູ່​ອາຍຸ​ບໍ່​ເຖິງ​ກະ​ສຽນ​ຈຳ​ນວນ​ຫຼວງ​ຫຼາຍ,​ແລະ​ມີ​ສ່ວນ​ຫຼາຍ​ຂຶ້ນ​ອິນ​ເຕີ​ເນັດ.​ສັງ​ຄົມ,​ໂຮງ​ຮຽນ,​ລັດ​ຖະ​ບານ​ແລະ​ພາກ​ສ່ວນ​ອື່ນໆ​ຄວນ​​ເອົາ​ໃຈ​ໃສ່​ຕໍ່​ເລື່ອງ​ນີ້​ຢ່າງ​ເອົາ​ຈິງ​ເອົາ​ຈັງ,​ຊອກ​ຫາ​ວິ​ທີ​ແລະ​ໃຊ້​ມາດ​ຕະ​ການ​ຈຳ​ນວນ​ໜຶ່ງ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ເຂົາ​ເຈົ້າ​ຕິດ​ອິນ​ເຕີ​ເນັດ,​ນຳ​ພາ​ໃຫ້​ເຂົາ​ເຈົ້ານຳ​ໃຊ້​ອິນ​ເຕີ​ເນັດ​ຢ່າງ​ຖືກ​ຕ້ອງ​ແລະ​ປອດ​ໄສ."

ໃນ​ກົດ​ລະບຽບ​ສະບັບ​ນີ້​ມີ​ມາດຕາ​ພິ​ເສດ​ຂໍ້ໜຶ່ງ​ແມ່ນ​ແນ​ໃສ່​ຜູ່​ອາຍຸ​ບໍ່​ເຖິງ​ກະສຽນ. ມາດຕາ​ນີ້ຮຽກຮ້ອງ​ໃຫ້​ບໍ​ລິ​ສັດ​ທຸ​ລະ​ກິດ​ເກມ​ອິນ​ເຕີ​ເນັດ​ຕ້ອງ​ໃຊ້​ວິ​ທີ​ເພື່ອ​ຮັບ​ປະ​ກັນ​ບໍ່​ໃຫ້​ທຳ​ລາຍ​ຜູ່​ອາຍຸ​ບໍ່​ເຖິງ​ກະ​ສຽນ.

ນອກ​ນີ້,ກົດ​ລະບຽບ​ສະບັບ​ນີ້​ຍັງ​ໄດ້​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕໍ່​ເນື້ອ​ໃນ​ຂອງ​ເກ​ມອິນ​ເຕີ ​ເນັດ,ລະບຸ​ຢ່າງ​ຊັດ​ເຈນ​ວ່າ,​ເກ​ມອິນ​ເຕີ​ເນັດ​ບໍ່​ຄວນ​ມີ​ເນື້ອ​ໃນ​ທີ່​ລະ​ເມີດ​ກົດ​ໝາຍ,​ເຜີຍ​ແຜ່​ສິ່ງ​ລາ​ມົກ,​ພະ​ນັນ,​ຄວາມ​ຮຸນ​ແຮງ​​ຫຼື​ຊີ້​ທາງ​ການ​ກະ​ທຳ​ທີ່​ບໍ່​ດີ​ເປັນ​ຕົ້ນ.​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຈະ​ເຊີນ​ຜູ່​ຊ່ຽວ​ຊານ​ດຳ​ເນີນ​ການ​ສຳ​ຫຼວດ​ກວດ​ກາ​ແລະ​ຈົດ​ທະ​ບຽນ,​ວິ​ສາ​ຫະ​ກິດ​ທຸລະ​ກິດ​ເກ​ມ​ອິນ​ເຕີ​ເນັດ​ຍັງ​ຄວນ​ສ້າງ​ລະ​ບອບ​ກວດ​ກາ​​ໂດຍ​ຕົນ​ເອງ,​ຮັບ​ປະ​ກັນ​ເນື້ອ​ໃນແລະ​ການ​ເຮັດ​ທຸ​ລະ​ກິດ​ເກມ​ອິນ​ເຕີ​ເນັດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ