ທ່ານ​ໂອ​ບາ​ມາ​ປະກາດ​ສິ້ນ​ສຸດ​"ໜ້າ​ທີ່​ສູ້​ຮົບ"ຕາມ​ເວລາ​ກຳນົດ, ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຈະ​ປ່ຽນ​ບົດບາດ

(GMT+08:00) 2010-08-03 17:30:32     cri
CRIລາຍ​ງານ​ວ່າ, ວັນ​ທີ 2 ສິງຫາ​ນີ້​ຢູ່​ອັດ​ລັນ​ຕາ​ລັດ​ຈໍ​ເຈຍ​ຂອງ​ອາ​ເມ​ລິ​ກາ,​ທ່ານ​ບາ​ຣັກ ​ໂອ​ບາ​ມາ​, ປະທານາທິບໍດີ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ,​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີຣັ​ກ​ຈະ​ສິ້ນ​ສຸດ"ໜ້າ​ທີ່​ສູ້​ຮົບ"​ໃນ​ວັນ​ທີ 31 ​ເດືອນນີ້​ຕາມ​ແຜນການ, ​ແລະ​ຈະຖອນ​ທະ​ຫານ​ສູ້​ຮົບ​ຢູ່​ອີ​ຣັກ​ອອກ​ໄປ. ນີ້​ໝາຍ​ຄວາມ​ວ່າ​ບົດບາດ​ຂອງ​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຈະ​ປ່ຽນ​ແປງ​​​ໄປ​ຢ່າງ​ສິ້ນ​ເຊີງ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ສະມາຄົມ​ທະຫານ​ພິການ​ຂອງອາ​ເມ​ລິ​ກາ​ທີ່​ຈັດ​ຂຶ້ນ​ຢູ່​ອັດ​ລັນ​ຕາ​ໃນ​ວັນ​ທີ 2 ສິງຫາ​ນີ້, ທ່ານ​ໂອ​ບາ​ມາ​ກ່າວ​ວ່າ, ​ເຖິງ​ວ່າ​ປະຈຸ​ບັນ​ຍັງ​ບໍ່​ຮອດ​ເວລາ​ທີ່​ທະຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອີ​ຣັກ​ໝົດ​ເທື່ອ, ​ແຕ່​ອາ​ເມ​ລິ​ກາ​ຈະ​ປ່ຽນ​ຈາກ​ໃຊ້​ການ​ທະຫານ​ເຂົ້າ​ແຊກ​ວຽກ​ງານ​ອີ​ຣັກ​ຫັນ​ເປັນ​ນຳ​ພາ​ວຽກ​ງານ​ອີ​ຣັກ​ດ້ານ​ການ​ຕ່າງ​ປະ​ເທດ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ,​ປະ​ຈຸ​ບັນ​ການ​ຖອນ​ທະ​ຫານ​ສູ້​ຮົບ​ໂດຍ​ກົງ​ອອກ​ຈາກ​ອີຣັກ​​ພວມ​ດຳ​ເນີນ​ຢູ່,​ອາ​ເມ​ລິ​ກາ​ໄດ້​ປິດ​ຫຼື​ມອບ​ຄ້າຍ​ທະ​ຫານ​ປະ​ຈຳ​ອີ​ຣັກ​ຫຼາຍ​ຮ້ອຍ​ແຫ່ງ, ຂົນ​ສົ່ງ​ອຸ​ປະ​ກອນ​ການ​ທະ​ຫານ​ຫຼາຍ​ລ້ານ​​ເຄື່ອງ,​ການ​ຖອນ​ທະຫານ​ຈະ​ສຳ​ເລັດ​ກ່ອນ​ວັນ​ທີ 31 ​ເດືອນ​ນີ້ຕາມ​ເວລາ​ກຳນົດ.

ນັບແຕ່​ເກີດ​ສົງຄາມ​ອີຣັກ​ໃນ​ປີ 2003 ມາ​ນີ້, ຍ້ອນ​ວ່າ​ບໍ່​ໄດ້​ຮັບ​ຜົນ​ຕາ​ມທີ່​ຕັ້ງ​ໄວ້, ​ຍິງ​ກວ່າ​ນັ້ນ​ອີຣັກ​ໄດ້​​ເກີດ​ເຫດ​ການ​ຮຸນ​ແຮງ​ຕະ​ຫຼອດ,​ອາ​ເມ​ລິ​ກາ​ໄດ້​ເພີ່ມ​ທະຫານ​ໄປ​ອີຣັກຫຼາຍ​ເທື່ອ. ນັບ​ແຕ່​ທ່ານ​ໂອ​ບາ​ມາ​ຂຶ້ນ​ຮັບ​ຕຳ​ແໜ່ງ​ມາ​ນີ້, ​ໄດ້​ຍ້າຍ​ຈຸດ​ສຸມ​ຂອງ​ສົງ​ຄາມ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ຈາກ​ອີຣັກ​ໄປ​ອັຟ​ກາ​ນີ​ສະ​ຖານ,​ສະ​ນັ້ນ​ໄດ້​ຖອນ​ທະ​ຫານ​ສູ້​ຮົບ​​ໂດຍ​ກົງ​ອອກ​ຈາກ​ອີ​ຣັກ​ເທື່ອ​ລະ​ກ້າວ.​ປະ​ຈຸ​ບັນ,​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ມີ​ປະມານ 8 ໝື່ນ​ຄົນ.​ພາຍ​ຫຼັງ​ສິ້ນ​ສຸດ​ໜ້າ​ທີ່​ສູ້​ຮົບ​ໃນ​ທ້າຍ​ເດືອນ​ນີ້​ແລ້ວ,​ຍັງ​ຈະ​ມີ​ທະ​ຫານ​ສູ້​ຮົບ​ໂດຍ​ກົງ 2 ໝື່ນ​ກວ່າ​ຄົນ​ຈະ​ຖອນ​ອອກ​ຈາກ​ອີ​ຣັກ, ​ແລະ​ຈະ​ຮັກ​ສາ​ທະ​ຫານ​ປະ​ຈຳ​ອີ​ຣັກ​ປະ​ມານ 5 ໝື່ນ​ຄົນ​ເພື່ອ​ໃຫ້​ການ​ຊ່ອຍ​ເຫຼືອ​ກອງ​ທັບ​ອີ​ຣັກ,​ປ້ອງ​ກັນ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ລິ​ກາ​ຢູ່​ອີຣັກ​ແລະ​ຮັບ​ປະ​ກັນ​ສະ​ໜອງ​ວັດ​ຖຸ​ຕ່າງໆ.

ການ​ວິ​ເຄາະ​ຊີ້​ອອກ​ວ່າ, ທ່ານ​ໂອ​ບາ​ມາ​ປະກາດ​ສິ້ນ​ສຸດ​ຫນ້າ​ທີ່​ສູ້​ຮົບ​ຢ່າງ​ຫມັ້ນ​ໃຈ​ໃນ​ເວລາ​ນີ້,​ແມ່ນ​ຍ້ອນ​ສາ​ເຫດ​ຫລາຍ​ດ້ານ​ຄື:​ກ່ອນ​ອື່ນ,ອາ​ເມ​ລິ​ກາ​ສຳ​ເລັດ​ການ​ຖອນ​ທະຫານ​ຕາມ​ເວລາ​ກຳນົດ,​​ແມ່ນ​ໄດ້​ປະຕິບັດ​ຕາມ​ສັນຍາ​ທີ່​ເຊັນ​ກັບ​ລັດ​ຖະ​ບານ​ອີຣັກ,​ສາ​ມາດ​ສ້າງ​ພາບ​ພົດທີ່​ດີ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ;ອັນ​ທີ​ສອງ, ຕັ້ງ​ແຕ່​ທ່ານ​ໂອ​ບາ​ມາ​ຂຶ້ນ​ກຳ​ອຳນາດ​ເປັນ​ຕົ້ນ​ມາ,​ໄດ້​ຫັນ​ຈຸດ​ສຸມ​ຂອງ​ສົງຄາມ​ຕ້ານ​ການ​ກໍ່​ກາ​ນຮ້າຍ​ໄປ​ສູ່​ອັຟກາ​ນີ​ສະ​ຖານ,​ການ​ສິ້ນ​ສຸດ​ຫນ້າ​ທີ່​ສູ້​ຮົບ​ຢູ່​ອີ​ຣັກ​ສາ​ມາດ​ໂອນ​ກຳ​ລັງ​ຄົນ​ແລະ​ວັດຖຸ​ຢ່າງ​ຫລວງ​ຫລາຍ​ຈາກ​ອີຣັກ​ໄປອັ​ຟກາ​ນີ​ສະ​ຖານ,​ສາ​ມາດ​ໂຈມ​ຕີ​ກຸ່ມ​ຕາ​ລີ​ບັນ​ທີ່​ຢູ່​ໃນ​ອັຟ​ກາ​ນີ​ສະ​ຖານ​ນັ້ນຢ່າງ​ບັງ​ເກີດ​ຜົນ​ກວ່າ​ເກົ່າ,ນີ້​ກໍ່​ມີ​ຜນົດີ​ຕໍ່​ການ​ສຳ​​ເລັດ​​ເປົ້າ​ຫມາຍ​ຂອງ​ລັດ​ຖະ​ບານ​ໂອ​ບາ​ມາ​ທີ່​ຈະ​ຖອນ​ທະ​ຫານ​ອອກ​ຈາກ​ອັຟ​ກາ​ນີ​ສະ​ຖານ​ໃນ​ເດືອນ​ກໍລະກົດ​ປີຫນ້າ.​ແລະ​ສາ​ເຫດ​ສຳ​ຄັນ​ອີກ​ອັນ​ຫນຶ່ງ​ກໍ່​ຄື​ເປັນ​ການ​ກະ​ກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ​​ໄລຍະ​ກາງ​ທີ່​ຈະມາ​ຮອດ.

ທ່ານ​ໂອ​ບາ​ມາ​ຫວັງ​ຢາກ​​ໃຊ້​ການ​ສິ້ນ​ສຸດ​ສົງຄາມ​ອີຣັກ​ເພື່ອ​ກອບກູ້​ສຽງສະຫນັບສະ​ຫນູນ​ຂອງ​ປະ​ຊາ​ຊົນ​ຕໍ່​ຕົນ​ເອງ​ແລະ​ພັກ​ປະ​ຊາ​ທິ​ປະ​ໄຕ​ຫລື​ດີ​ໂມ​ແຄຼັດ.

ເຖິງ​ວ່າ​ມີ​ສື່​ມວນ​ຊົນ​ບໍ່​ໜ້ອຍຖື​ການສິ້ນສຸດ​ໜ້າ​ທີ່​ສູ້​ຮົບ​ຢູ່​ອີຣັກ​ເປັນຂີດ​ໝາຍ​ສຳ​ຄັນ​ອັນ​ໜຶ່ງ,​ແຕ່​ມີ​ນັກວິ​ເຄາະ​ຊີ້​ອອກ​ວ່າ,​ເຖິງ​ວ່າ​ທ່ານ​ໂອ​ບາ​ມາ​ປະກາດ​ສິ້ນສຸດ​ໜ້າ​ທີ່​ສູ້​ຮົບ​ສາ​ມາດ​ເຮັດ​ໃຫ້​ຄຳ​ທີ່​ວ່າ​"ສົງ​ຄາມ​ອີ​ຣັກ"​ກາຍ​ເປັນ​ປະ​ຫວັດ​ສາດ​​ໄດ້​ກໍ່​ຕາມ,​ແຕ່​ວ່າ​ນີ້​ບໍ່​ໝາຍ​ຄວາມ​ວ່າ​ອາ​ເມ​ລິ​ກາ​ໄດ້​ຮັບ​ໄຊ​ຊະ​ນະ​ຢູ່​ອີ​ຣັກ​ແລ້ວ.​ຫວ່າງ​ມໍ່ໆ​ມາ​ນີ້,​ສະ​ພາບ​ຄວາມ​ປອດ​ໄພ​ໃນ​ອີ​ຮັກ​ຊຸດ​​ໂຊມລົງ​ຢ່າງ​ກະ​ທັນ​ຫັນ,​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດ​ແບບ​ສະ​ຫຼະ​ຊີບ​ເກີດ​ຂຶ້ນ​ເລື່ອຍໆ.​ໃນ​ຂະ​ນະ​ດຽວ​ກັນ​ນີ້,​ພາຍ​ຫຼັງ​ຈັດ​ການ​ເລືອກ​ຕັ້ງ​ສະພາ​ໃນ​ວັນ​ທີ7​ມີ​ນາ​ນີ້​ແລ້ວ,ສະ ພາບ​ການ​ເມືອງ​ຂອງ​ອີ​ຣັກ​ໄດ້​ຕົກ​ຢູ່​​ໃນ​ສະ​ພາບ​ທີ່​ບໍ່​ມີ​ທາງ​ອອກ,​ລັດ​ຖະ​ບານ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ຍາກ.​ນອກ​ນີ້,​ວົງ​ການ​ຕ່າງ​ປະ​ເທດກໍ່​​ເຫັນ​ໄປ​ໃນ​ແງ່​ບໍ່​ດີ​ຕໍ່​ສະ​ພາບ​ການ​ຢູ່​ສະ​ໜາມ​ຮົບ​ອັຟ​ກາ​ນິສ​ຖານ​ຂອງ​ອາ​ເມ​ລິ​ກາ.​ສະ​ນັ້ນ,​ການ​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ​ພຽງ​ແຕ່​ເປັນ​ການ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ,​ເວລາ​ໃດ​ທີ່​ຈະ​ສິ້ນ​ສຸດ​ສົງ​ຄາມ​ຕ້ານ​ການ​ກໍ່​ການ​ຮ້າຍ​ທີ່​ແທ້​ຈິງ?​ນັ້ນ​ຄື​ບັນ​ຫາ​ທີ່​ຄົນ​ອາ​ເມ​ລິ​ກາ​ສົນ​ໃຈ​ແທ້ໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ