ຊຸມ​ທາງ​ຄົມ​ມະ​ນາ​ຄົມ​ທາງ​ທະ​ເລ ທາງ​ບົກ​ແລະ​ທາງ​ອາ​ກາດ​ທີ່​ເຊື່ອມ​ຕໍ່​ຈີນ​ກັບ​ອາ​ຊຽນ​ສ້າງ​ຂຶ້ນ​ເທື່ອ​ລະ​ກ້າວ

(GMT+08:00) 2010-08-12 14:58:37     cri

ຄຽງ​ຄູ່​ກັບ​ທາງ​ຜ່ານ​ນານ​ນິງ-ສິງກະ​ໂປ ນັບ​ມື້​ນັບດຳ​ເນີນ​ໄປ​ເປັນ​ຢ່າງ​ດີ,ທ່າ​ກ່ຳ​ປັ່ນຢູ່ບໍ​ລິ​ເວນ​ອ່າວ​​ເປີຍ​ປູ້​ ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​, ແລະ​​ເສັ້ນທາງທີ່​​ເຊື່ອມ​ຕໍ່​​ອາ​ຊຽນ​​ເພີ່ມຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ບໍ​ລິ​ເວນ​ອ່າວ​​ເປີຍ​ປູ້​ຂອງ​ເຂດ​ກວາງຊີ​ທີ່​ມີ​ທ່າ​ແຮງທາງ​ພູມ​ສາດ​ໄດ້ກາຍ​ເປັນຊຸມ​ທາງມມະນາຄົມທາງ​ທະ​ເລ,ທາງບົກ​ແລະ​ທາງ​ອາກາດລະຫວ່າງ​ຈີນ​ກັບ​ອາ​ຊຽນ​ເທື່ອ​ລະ​ກ້າວ. 

ຜູ່​ຊ່ຽວຊານ​ເຫັນ​ວ່າ,​ເມື່ອ​ສັງ​ເກດ​ຈາກ​ເງື່ອນ​ໄຂດ້ານ​ພູມ​ສາດ, ​ເຂດ​ເສດຖະກິດ​ຂອງບໍ​ລິ​ເວນ​​ອ່າວ​​ເປີຍ​ປູ້​ແຂວງ​ກວາງຊີ​ ຕັ້ງ​ຢູ່​ແຫ່ງທີ່​​​ແລວເສດຖະກິດ​ພາກ​ໃຕ້ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ແລະ​ແລວ​ເສດຖະກິດ​ອາ​ຊຽນ, ​ແມ່ນ​ເຂດ​​ໃຈກາງ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນ,ມີ​ທ່າ​ແຮງ​ທີ່​ມີ​ຈຸດ​ພິ​ເສດ​​ເພື່ອສ້າງຊຸມ​ທາງຄົມມະນາຄົມທາງທະ​ເລ ທາງ​ບົກ​ແລະທາງອາກາດ​ທີ່ເຊື່ອມ​ຕໍ່​ຈີນກັບ​ອາ​ຊຽນ. ​ໃນ​ຫຼາຍ​ປີ​ມໍ່​ໆ​ມາ​ນີ້,​ເຂດ​ກວາງຊີ​ໄດ້​ກຳ​ແຫ​ນັ້ນ​ທ່າ​ແຮງ​ທາງ​ພູມ​ສາດ​ເພື່ອ​ພັດທະນາ​ຢ່າງ​​ໃຫຍ່​ຫຼວງ,ຍຶດຫມັ້ນ​ຍຸດ​ທະ​ສາດ​ພັດທະນາ​ຄົມມະນາຄົມ​ກ່ອນ,​ເພື່ອ​ປັບປຸງເຄືອ​ຂ່າຍລະບົບ​​ຄົມມະນາຄົມ​ດ້ວຍ​ຮູບ​ການສາມ​ມິ​ຕິ​ຂອງ​ອາ​ຊຽນ​ໃຫ້ດີ​ຂຶ້ນ.

ທ່ານ​ໂຈ​ວອີ່ຫນົງ,ຮອງ​ຫົວຫນ້າ​ພະ​ແນ​ກຄົມມະນາຄົມ​ແລະ​ການ​ຂົນ​ສົ່ງ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າຈ້ວງກວາງຊີ​ກ່າວ​ວ່າ, ​ໃນ​ການ​ກໍ່ສ້າງ​ທາງ​ຫຼວງ,ມາ​ຮອດ​ທ້າຍ​ປີ 2009,ຄວາມ​ຍາວ​ຂອງທາງ​ຫຼວງ​ເຂດ​ກວາງຊີຍາວກວ່າ 1​ແສນ​ກິ​ໂລ​ແມັດ,​​​ທາງ ຜ່ານທາງບົກສາກົນ​​ທີ່​ເຊື່ອມ​ຕໍ່​ອາ​ຊຽນ​ໄດ້​ສ້າງ​ທາງ​ດ່ວນ​​ເສັ້ນທຳ​ອິດ​ຄື:ທາງ​ດ່ວນ​​ແຕ່ ນານ​ນິງຫາດ່ານ​ມິດຕະພາບ​ພ້ອມ​ດ້ວຍ​ທາງ​ຫຼວງລະດັບ 2 ​ແຫ່ງ​ຊາດ​ຫຼາຍ​ເສັ້ນ. ​; ວາງ​​ແຜນ​ແລະ​ກໍ່ສ້າງ​ຈຸດ​ເຊື່ອມ​ຕໍ່ຂອງທາງ​ດ່ວນ​ຈາກກວາງຊີ​ຫາ​ຫວຽດນາມ, ທາງ​ດ່ວນ​ຈາກ​ນານ​ນິງ​ຫາດ່ານ​ມິດຕະພາບ​ໄດ້​ສ້າງ​ສຳ​ເລັດ​ແລ້ວ,​ທາງ​ດ່ວນ​ຈາກເມືອງ​ທ່າຝາງເສີງ​ຫາຕຸ່ງ​ຊິ່ງ​ໄດ້​ເລີ່​ມກໍ່ສ້າງ​ແລ້ວ, ທາງດ່ວນງ​ແຕ່ຈິ້ງຊີ່​ຫາ​ລົງ​ປ່າງ​ແລະ​ທາງ​ດ່ວນຈາກ​ຊົງ​ຈົວ​ຫາສ້ຽວ​​ໂຂງກໍ່​ຈະ​​ເລີ່​ມກໍ່ສ້າງ​ຕາມລຳດັບ. ທາງ​ດ່ວນ​ອອກ​ສູ່​ທະ​ເລຂອງ​ເຂດ​ເສດຖະກິດ​ບໍ​ລິ​ເວນ​ອ່າວ​​ເປີຍ​ປູ້​ທີ່​ວາງ​ແຜນ​ກໍ່ສ້າງ​6ສາຍ, ​ໃນ​ນັ້ນ​3 ສາຍໄດ້​ສ້າງ​ສຳ​ເລັດແລ້ວ ,ນອກ​ນີ້​ຍັງ​ມີ 3 ສາຍກໍ່​ຈະ​​ເລີ່ມບໍລິການ​​ໃນ​ປີນີ້.

ໃນ​ດ້ານ​ທາງ​ລົດ​ໄຟ, ​ເຂດ​ກວາງຊີ​ພວມ​ຕັ້ງໜ້າ​ຊຸກຍູ້​ການ​ສ້າງ​ທາງ​ລົດ​ໄຟ​ຜ່ານ​ອາຊີ, ທາງ​ລົດ​ໄຟ​ຖຽນຕຸ່ງຫາ​ເຕີ​ປາວ​ທີ່​ໄດ້​ເປີດ​​ໃຫ້ນຳ​ໃຊ້​ແລ້ວຈະ​ຕິດຈອດ​ກັບ​ທາງລົດ​ໄຟ​ເຕີ​ປາວ​ຫາ​ຈິ້ນ​ຊີ່​ທີ່​ພວມ​ສ້າງ​ຢູ່​ແລະ​ທາງ​ລົດ​ໄຟ​ຈິ້ນ​ຊີ່​ຫາ​ຖຽນຫຼົງ​ທີ່​ພວມ​ວາງ​ແຜນ​ຈະ​ສ້າງ​ນັ້ນ, ກາຍ​ເປັນ​ທາງ​ລົດ​ໄຟ​ສາຍ​ກາງ​ທີ່​​ເນັ່ງ​ໄປຫາ​ຊາຍ​ແດນ​ຈີນ​ກັບ​ຫວຽດນາມ, ຄາດ​ວ່າຈະ​ກາຍ​ເປັນໜຶ່ງ​ໃນ​ທາງ​ລົດ​ໄຟ​ຜ່ານ​ອາຊີ. ນອກ​ນີ້, ລົດ​ໄຟ​ສາກົນ​ຈາກ​ນະຄອນ​ນານ​ນິງຂອງ​ຈີນ​ຫາ​ນະຄອນຮາ​ໂນ້ຍຂອງ​ຫວຽດນາມ​ໄດ້​ເລີ່​ມ​ເປີດ​ບໍລິການ​ແລ້ວ, ຊຸມ​ທາງ​ລົດ​ໄຟ​ນະຄອນ​ນານ​ນິງທີ່​ລົງທຶນ 10 ຕື້​ຢວນ, ​ຄວາມ​ໄວ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ນັ້ນ​ກໍ​ໄດ້​ເລີ່​ມສ້າງ​ແລ້ວ, ພາຍຫຼັງຊຸມ​ທາງ​ດັ່ງກ່າວສ້າງ​ສຳ​ເລັດ​ແລ້ວ, ຈະ​ມີ​ຜົນ​ດີ​ຕໍ່​ລົດ​ໄຟດ່ວນ​ຂອງ​ຈີນ​ຕິດ​ກັບປະ​ເທດ​ອາ​ຊຽນ.

ພ້ອມ​ກັນ​ນັ້ນ, ​ເຂດ​ກວາງ​ຈີນ​ໄດ້​ນຳ​ໃຊ້​ທ່າ​ແຮງ​ຂອງອ່າວ​ເປ​ປູ້​ເປັນ​ທາງ​ອອກ​ທະ​ເລ​ທີ່ສະດວກ​ທີ່​ສຸດ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້, ​ເລັ່ງລັດ​ສ້າງ​ພື້ນຖານ​ໂຄ​ງລ່າງ​ຂອງ​ທ່າ​ກ່ຳ​ປັ່ນ​ອ່າວ​ເປ​ປູ້. ຮອດ​ທ້າຍ​ປີ 2009, ທ່າ​ກ່ຳ​ປັ່ນ​ອ່າວ​ເປ​ປູ້​ຂອງ​ເຂດ​ກວາງຊີ​ມີ​ບ່ອນ​ຈອດ​ກ່ຳ​ປັ່ນ​ລະດັບ​ໝື່ນ​ໂຕນ 46 ບ່ອນ, ມີ​ຄວາມ​ສາມາດ​ສູງດ້ານ​ຂົນ​ສົ່ງ​ເຖິງ 115 ລ້ານ​ໂຕນ, ​ໄດ້​ບັນລຸ​ເປົ້າ​ໝາຍ​ທີ່​ສ້າງ​ທ່າ​ກ່ຳ​ປັ່ນ​ຂັ້ນ 100 ລ້ານ​ໂຕນ​ຂອງ"​ແຜນການ 5 ປີ​ຄັ້ງ​ທີ 11" ກ່ອນ​ເວລາ​ກຳນົດ​ໜຶ່ງ​ປີ.

ນອກ​ນີ້,​ໃນ​ການຂົນ​ສົ່ງ​ທາງ​ອາກາດ,ກວາງຊີ​ໄດ້​ເປີດ​ຖ້ຽວ​ບິນ​ສາກົນ​ໄປ​ຫາ11​ຕົວ​ເມືອງ​ສຳຄັນ​ຂອງ8​ປະ​ເທດ​ອາ​ຊຽນ,​ໂຄງ​ການ​ຂະ​ຫຍາຍ​ສ້າງ​ສະ​ໜາມ​ບິນ​ນານ​ນີງ​ກໍ່​ພວມ​ດຳ​ເນີນ​ຢູ່.​

ພະ​ແນກ​ຄົມ​ມະ​ນາ​ຄົມ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ແຈ້ງ​ໃຫ້​ຊາບ​ວ່າ,​ເພື່ອ​ສ້າງ​ຊຸມ​ທາງ ​ຄົມ​ມະ​ນາ​ຄົມ​ສາມ​ມິ​ຕິ​ຈີນ-ອາ​ຊຽນຕື່ມ​ອີກ,​ເຂດ​ກວາງ​ຊີ​ຈະ​ໃຊ້​ເວລາ​ປະ​ມານ​10​ປີ,​ພະ​ຍາ​ຍາມ​ສ້າງ​ລະ​ບົບ​ຊ່ອງ​ທາງ​ສາ​ກົນ​ທີ່​ອອກ​ແຂວງ,​ອອກ​ຊາຍ​ແດນ​ແລະ​ອອກ​ທະ​ເລ​ໃຫ້​ສຳ​ເລັດ,​ລະ​ບົບ ນີ້​ຈະ​ຖື​ຊຸມ​ທາງ​ຄົມ​ມະ​ນາ​ຄົມ​ສາ​ກົນ​ນານ​ນີງ​ເປັນ​ໃຈ​ກາງ,​ຖື​ທ່າ​ກຳ​ປັ່ນ,​ດ່ານ​ອາ​ກາດ​ເປັນ​ການ​ນຳ ທາງ,​ຖື​3ຊ່ອງ​ທາງ​ໃຫຍ່​ຄື:​ທາງ​ທະ​ເລ​ອ່າວ​ເປີ​ຍ​ປູ້,​ທາງ​ບົກ​ນານ​ນີງ​-​ສິງ​ກະ​ໂປ​ແລະ​ທາງ​ອາ​ກາດ​ນານ​ນີງ-​ສິງ​ກະ​ໂປ​ເປັນ​ຊ່ອງ​ທາງ​ຕົ້ນ​ຕໍ,​ແລະ​ຖື​ເສັ້ນ​ທາງ​ຂົນ​ສົ່ງ​ຈາກ​ເຂດ​ກວາງຊີ​​ໄປ​ຫາ​ແຂວງ​ກວາງ​ຕຸ້ງ,​ຫູ​ນານ,​ກຸ້ຍ​ໂຈ່ວ​ແລະ​ຢຸນ​ນານ​ເປັນ​ສ່ວນ​ຍູ້​ໜູນ​ທີ່​ສຳ​ຄັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ